ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຂອງ ແບລຈ້ຽມ ທ່ານນຶ່ງລາອອກຈາກຕຳແໜ່ງ ຍ້ອນການຢ້ຽມຢາມຂອງຜູ້ປົກຄອງນະຄອນຫຼວງ ເຕຫະຣ່ານ


ແຟ້ມພາບ - ຜູ້ປົກຄອງນະຄອນຫຼວງເຕຫະຣ່ານ ອາລີເຣຊາ ຊາການີ ໂອ້ລົມກັບບັນດານັກຂ່າວ ຢູ່ໃນນະຄອນຫຼວງເຕຫະຣ່ານ ຂອງອີຣ່ານ, ວັນທີ 12 ມິຖຸນາ 2021. (Ayoub Ghaderi/YJC/West Asia News Agency via Reuters)
ແຟ້ມພາບ - ຜູ້ປົກຄອງນະຄອນຫຼວງເຕຫະຣ່ານ ອາລີເຣຊາ ຊາການີ ໂອ້ລົມກັບບັນດານັກຂ່າວ ຢູ່ໃນນະຄອນຫຼວງເຕຫະຣ່ານ ຂອງອີຣ່ານ, ວັນທີ 12 ມິຖຸນາ 2021. (Ayoub Ghaderi/YJC/West Asia News Agency via Reuters)

ເຈົ້າໜ້າທີ່ປະ​ຈຳພາກພື້ນສຳ​ລັບນະຄອນຫຼວງ ບຣັສເຊີລສ໌, ທ່ານ ປາສກາ​ລ ສເມັຕ ໄດ້ລາອອກຈາກຕຳແໜ່ງໃນວັນອາທິດວານນີ້ ຫຼັງຈາກທີ່ກໍ່ໃຫ້ເກີດ ຄວາມ​ໂມ​ໂຫ​ສຳ​ລັບ​ການເປັນເຈົ້າພາບຕ້ອນຮັບຄະນະຜູ້ແທນຂອງ ອີຣ່ານ ນຳພາໂດຍຜູ້ປົກຄອງນະຄອນຫຼວງເຕຫະຣ່ານ ອີງຕາມອົງການຂ່າວ AFP.

ການລາອອກຂອງທ່ານ ສເມັຕ ນັ້ນ ມີຂຶ້ນພາຍໃນສາມວັນຫຼັງຈາກທີ່ລັດຖະມົນຕີການຕ່າງປະເທດຂອງແບລຈ້ຽມ ທ່ານນາງ ຮາດຈາ ລາບີບ ໄດ້ກ່າວຫາທ່ານ ສແມັຕ ວ່າ “ສ້າງ​ຄວາມ​ອັບ​ອາຍ​ຕໍ່​ພາບ​ພົດ” ຂອງນະຄອນຫຼວງ ໂດຍການອະນຸຍາດໃຫ້ຄະນະຜູ້ແທນຂອງ ອີຣ່ານ ແລະຄະນະຜູ້ແທນຂອງ ຣັດເຊຍ ເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບຕົວເມືອງຂອງ ບຣັສເຊີລສ໌ ຊຶ່ງເປັນການເຕົ້າໂຮມຂອງບັນດາຜູ້ປົກຄອງເມືອງຕ່າງໆຈາກທົ່ວໂລກ.

ທ່ານ ສເມັຕ ເຊິ່ງ​ແມ່ນເລຂາທິການລັດທີ່​ຮັບ​ຜິດ​ຊອບສຳລັບກ​ານອ​າ​ໄວ​ຢູ່​ໃນ​ຕົວ​ເມືອງ​ຂອງ​ນະ​ຄອນຫຼວງ ບຣັສເຊີລສ໌ ນັ້ນ ໄດ້ປະກາດໃນກອງປະຊຸມຖະແຫລງຂ່າວວ່າ ທ່ານຈະລົງຈາກຕຳແໜ່ງ.

ທ່ານໄດ້ກ່າວວ່າ ທ່ານຮູ້ສຶກມີພັນທະທີ່ຈະເຮັດເຊັ່ນນັ້ນ ຫຼັງຈາກທີ່ອີເມລຈາກ ສຳນັກງານຂອງທ່ານ ໄດ້ຖືກເປີດເຜີຍອອກມາ ຊຶ່ງມັນໄດ້ກ່າວວ່າ ລັດຖະບານ ພາກພື້ນຂອງ ບຣັສເຊີລສ໌ ຈະຈ່າຍຄ່າທີ່ພັກຕ່າງໆ ໃນລະຫວ່າງກອງປະຊຸມ ນັ້ນໃຫ້ແກ່ຜູ້ປົກຄອງນະຄອນຫຼວງ ເຕຫະຣ່ານ ທ່ານ ອາລີເຣຊາ ຊາການີ ແລະ ສຳ​ລັບເຈົ້າໜ້າທີ່ສອງຄົນຂອງຣັດເຊຍ ນຳດ້ວຍ.

ທ່ານ ສເມັຕ ໄດ້ຢືນຢັດວ່າທ່ານ “ບໍ່ໄດ້ກະທຳຄວາມຜິດພາດດ້ວຍຕົນເອງ” ໂດຍກ່າວວ່າ ພະນັກງານຄົນນຶ່ງຂອງທ່ານ ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະສະໜອງ ທີ່ພັກ ໂດຍບໍ່ໄດ້ບອກໃຫ້ທ່ານຮູ້ຈັກ.

ຄວາມສຳພັນລະຫວ່າງ ແບລຈ້ຽມ ແລະ ອີຣ່ານ ແມ່ນເຕັມ​ໄປ​ດ້ວຍ​ບັນ​ຫາ.

A Belgium regional official for Brussels, Pascal Smet, resigned on Sunday after sparking a furor by hosting an Iranian delegation led by the mayor of Tehran.

Smet's exit came three days after Belgian Foreign Minister Hadja Lahbib accused him of "sullying the image" of the capital by allowing the Iranians and a Russian delegation to attend the Brussels Urban Summit, a congress of mayors from major cities around the world.

Smet, Brussels' state secretary for urbanism, announced in a news conference that he was stepping down.

He said he felt obliged to do so after an email from his office came to light stating that the city's regional government was paying the accommodation costs during the conference of Tehran mayor Alireza Zakani, and that of two Russian officials.

Smet insisted he "didn't commit a personal error", saying one of his staff members made the accommodation commitment without him knowing.

Relations between Belgium and Iran are fraught.

XS
SM
MD
LG