ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາສາສະໝັກຊາວເບລາຣຸສ ຝຶກຊ້ອມເພື່ອປົກປ້ອງ ຢູເຄຣນ, ແລະຕໍ່ສູ້ກັບກັບກອງກໍາລັງຂອງ ລູກາເຊັນໂກ


Belarusian Volunteers Train to Defend Ukraine - and Fight Lukashenko
please wait

No media source currently available

0:00 0:04:31 0:00

ລາຍງານກ່ຽວກັບ ອາສາສະໝັກຊາວເບລາຣຸສ.

ນັບຕັ້ງແຕ່ ຣັດເຊຍ ເລີ້ມຕົ້ນບຸກລຸກເຂົ້າໄປໃນຢູເຄຣນ, ເບລາຣຸສໄດ້ກາຍມາເປັນຖານປະຕິບັດງານຂອງກອງກໍາລັງຣັດເຊຍ. ເວ​ລານີ້​ຊາວ​ເບ​ລາ​ຣຸ​ສ
ຫຼາຍ​ພັນ​ຄົນ ຊຶ່ງໃນປີ 2020 ໄດ້​ລຸກຂຶ້ນຕໍ່ສູ້ຕ້ານກອງກໍາລັງຂອງອາເລັກຊານເດີ ລູກາເຊັນໂກ (Alexander Lukashenko) ຜູ້ທີ່ປົກຄອງປະເທດມາເປັນເວລາຍາວນານ, ພາກັນຕັດສິນໃຈຕໍ່ສູ້ເພື່ອຢູເຄຣນໂດຍກໍ່ຕັ້ງກອງກໍາລັງປະຊາ ຊົນຊາວເບລາຣຸສ ແລະກອງພັນທະຫານຢູ່ໃນດິນແດນຂອງໂປແລນ. ມີໂຣສລາວາ ກອນກາດເຊ (Myroslava Gongadze) ນັກຂ່າວຂອງ VOA ມີມຸມມອງພິເສດຢູ່ໃນພື້ນທີ່ຝຶກຊ້ອມສໍາລັບກອງທະຫານຂອງເບລາຣຸສທີ່ຮູ້ໃນຊື່ “ປາຮອນຢາ” (Pahonya) ຢູ່ໃນໂປແລນ, ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ນັກວິຈານກ່າວວ່າ ປະເທດເບລາຣຸສ ກາຍມາເປັນຜູ້ສົມຮູ້ຮ່ວມຄິດ ກ່ຽວກັບສົງ ຄາມ ຢູ່ໃນຢູເຄຣນ ຂອງປູຕິນ. ແຕ່ ປະຊາຊົນຊາວເບລາຣຸສຫຼາຍໆຄົນ ທີ່ໄດ້ຈັດການປະທ້ວງຂອງພວກເຂົາເຈົ້າແບບສັນຕິໃນປີ 2020 ເພື່ອຕໍ່ຕ້ານການປົກ ຄອງມາຍາວນານຂອງທ່ານອາເລັກຊານເດີ ລູກາເຊັນໂກ, ພາກັນຕັດສິນໃຈຈັບ ອາວຸດເພື່ອຢູເຄຣນ. ຫຼາຍໆຄົນພາກັນເຫັນໂອກາດທີ່ຈະເຮັດໃຫ້ປະເທດເປັນອິດ ສະຫຼະຈາກການປົກຄອງແບບຜະເດັດການ.

ຢູ່ທີ່ສະໜາມຝຶກແອບ ຢູ່ໃນປະເທດໂປແລນແຫ່ງນີ້, ອາສາສະໝັກກໍາລັງຮຽນການຕໍ່ສູ້ຄັ້ງທໍາອິດຂອງພວກເຂົາເຈົ້າ. ອະດີດເຈົ້າໜ້າທີ່ຕໍາຫຼວດຊາວໂປແລນ ເຊິ່ງປັດຈຸບັນໄດ້ປ່ຽນມາເປັນເຈົ້າຂອງທຸລະກິດ ແລະຄູ່ຮ່ວມທະຫານທີ່ເຄີຍຜ່ານສົງຄາມ ໄດ້ຝຶກແອບໃຫ້ປະຊາຊົນຊາວເບລາຣຸສທີ່ພາກັນລົງຊື່ສະໝັກເຂົ້າມາເປັນທະຫານໃໝ່ ຫຼືທີ່ຮູ້ໃນອີກຊື່ນຶ່ງວ່າ “ປາຮອນຢາ.” ລຸນຫຼັງທີ່ຝຶກຊ້ອມມາເປັນເວລານຶ່ງອາທິດຢູ່ໃນ ໂປແລນ, ບັນດາອາສາສະໝັກເຫຼົ່ານັ້ນໄດ້ຖືກຍົກ ຍ້າຍເຂົ້າໄປໃນຖານທັບຢູ່ໃນຢູເຄຣນ ສໍາລັບການຝຶກແອບທີ່ເຂັ້ມແຂງຂຶ້ນກວ່າເກົ່າເປັນເວລາຫຼາຍເດືອນຢູ່ນະທີ່ນັ້ນ.

ຫົວໜ້າກົມທະຫານຄາດຫວັງວ່າ ມີຢູ່ປະມານ 40 ຄົນລົງຊື່ສະໝັກເຂົ້າມາໃນແຕ່ລະເດືອນ ແລະຈໍານວນໂຕເລກກໍຍັງຈະເພີ້ມຂຶ້ນເລື້ອຍໆຢ່າງຕໍ່ເນື່ອງ.

ທ່ານວາດິມ ໂປຣໂກປຽບ (Vadim Prokopiev), ຜູ້ກໍ່ຕັ້ງກອງທະຫານປາຮອນຢາ ກ່າວເປັນພາສາອັງກິດວ່າ:

“ພວກເຂົາເຈົ້າເປັນຊາວເບລາຣຸສທີ່ມີແຮງຈູງໃຈສູງ. ພວກເຂົາເຈົ້າມີພຽງສອງເປົ້າໝາຍເທົ່ານັ້ນ, ເປົ້າໝາຍທີນຶ່ງ ແມ່ນເພື່ອຊ່ວຍເຫຼືອອ້າຍນ້ອງຂອງພວກເຂົາເຈົ້າ, ອ້າຍນ້ອງຂອງພວກເຮົາທີ່ຢູ່ໃນ ຢູເຄຣນ ເນື່ອງຈາກວ່າພວກເຮົາມີສັດຕູອັນດຽວກັນ.”

ພວກອາສາສະໝັກ ແມ່ນມີຄວາມເດັດດ່ຽວໃນການຕັດສິນໃຈທີ່ຈະໄດ້ຮັບປະສົບການຈາກການຕໍ່ສູ້. ທ້າວອັນເດຣ (Andrey) ກ່າວວ່າຄອບຄົວຂອງລາວແມ່ນອາໄສຢູ່ໃນເບລາຣຸສ ແລະລາວໄດ້ຂໍບໍ່ໃຫ້ເປີດເຜີຍໃບໜ້າຂອງລາວເພື່ອຄວາມປອດໄພໃນຫຼາຍເຫດຜົນ.

ທ້າວອັນເດຣ, ສະມາຊິກຂອງກອງກໍາລັງ ປາຮອນຢາ ກ່າວເປັນພາສາອັງກິດວ່າ:

“ມັນບໍ່ແມ່ນພຽງແຕ່ສົງຄາມຢູ່ໃນຢູເຄຣນ ເທົ່ານັ້ນ. ນີ້ແມ່ນສົງຄາມທັງໝົດຂອງ ໂລກແຫ່ງເສລີແລະປະເທດເບລາຣຸສກໍເຊັ່ນດຽວກັນ ເນື່ອງຈາກເບລາຣຸສຢູ່ພາຍໃຕ້ການປົກຄອງ ຂອງລະບອບຜະເດັດການ ມາເປັນເວລາເກືອບ 30 ປີ, ມັນເຈັບປວດສໍາລັບພວກເຮົາຫຼາຍ, ສໍາລັບປະຊາຊົນຊາວເບລາຣຸສທີ່ຕ້ອງການເປັນອິດສະຫຼະ, ແລະຄວາມປາດຖະໜາຂອງພວກເຮົາ ຄວາມຝັນຂອງພວກເຮົາຫຼັງຈາກຄວາມຜ່າຍແພ້ຂອງປູຕິນ, ພວກເຮົາຫວັງວ່າ ລະບອບການປົກຄອງຂອງລູກາເຊັນໂກ ກໍຈະຖືກທໍາລາຍລົງເຊັ່ນກັນ.”

ສໍາລັບທ້າວກິຣີລ (Kirill), ຜູ້ທີ່ໄດ້ໜີອອກມາຈາກເບລາຣຸສມາເປັນເວລາຫຼາຍປີແລ້ວ, ກ່າວວ່າ ການຕໍ່ສູ້ໃນຄັ້ງນີ້ ກໍເພື່ອອິດສະຫຼະພາບເຊັ່ນກັນ. ລາວເລີ້ມຕົ້ນຊ່ວຍເຫຼືອ ຢູເຄຣນ ໂດຍການຊື້ເຄື່ອງມືທາງທະຫານ ແລະກໍເຫັນແຈ້ງວ່າ ລາວຍັງມີການຕໍ່ສູ້ອັນຍິ່ງໃຫຍ່ຢູ່ປະເທດບ້ານເກີດທີ່ຈະຕ້ອງໄດ້ສະໜັບສະໜຸນ.

ທ້າວກິຣີລ, ສະມາຊິກກອງກໍາລັງ ປາຮອນຢາ ກ່າວເປັນພາສາອັງກິດວ່າ:

“ແຕ່ ຈາກນັ້ນຂ້ອຍກໍເຫັນວ່າ ພວກເຮົາມີທະຫານອາສາສະໝັກຊາວເບລາຣຸສ ແລະພວກເຂົາເຈົ້າກໍບໍ່ມີເຄື່ອງມືທີ່ດີພໍ, ດັ່ງນັ້ນ ພວກເຮົາຈຶ່ງໄດ້ຕັດສິນໃຈຊ່ວຍ ເຫຼືອພວກເຂົາ, ພວກເຮົາເລີ້ມສົ່ງອຸປະກອນຕ່າງໆໄປໃຫ້ພວກເຂົາເຈົ້າ.”

ທ້າວກິຮີລມີຄວາມຫວັງທີ່ຈະສະແດງໃຫ້ເຫັນວ່າ ປະຊາຊົນຊາວເບລາຣຸສຫຼາຍໆຄົນ, ເຊິ່ງຕ່າງຈາກ ລູກາເຊັນໂກ, ແມ່ນບໍ່ສະໜັບສະໜຸນຕໍ່ການຮຸກຮານຂອງປູຕີນແຕ່ຢ່າງໃດເລີຍ, ເຊິ່ງລາວໄດ້ກ່າວວ່າ:

“ນັ້ນ ແມ່ນຂໍ້ອ້າງທີ່ຜິດຂອງພວກເຮົາຕໍ່ປະຊາຊົນຊາວຢູເຄຣນ, ເນື່ອງຈາກວ່າ ປັດຈຸບັນນີ້ ພວກເຮົາຖືໜັງສືຜ່ານແດນຂອງຊາວເບລາຣຸສ, ພວກເຮົາເປັນສັດຕູກັບເຂົາເຈົ້າ ຍ້ອນວ່າປະເທດຂອງພວກເຮົາ ເຊິ່ງທຸກມື້ນີ້ແມ່ນຖືກຄວບຄຸມໂດຍຜະເດັດການລູກາເຊັນໂກ, ແລະການຍິງອາວຸດໂຈມຕີຫຼາຍໆບ້ານ ເມືອງຕ່າງໆ ຢູໃນ ຢູເຄຣນ ແມ່ນມາຈາກດິນແດນຂອງເບລາຣຸສ, ມີພຽງທາງດຽວເທົ່ານັ້ນ ພວກເຮົາຕ້ອງໃຫ້ຄວາມຊ່ວຍເຫຼືອແກ່ປະເທດຢູເຄຣນແລະປະຊາຊົນຂອງພວກ ເຂົາເຈົ້າໃຫ້ຫຼາຍເທົ່າທີ່ພວກເຮົາສາມາດຊ່ວຍໄດ້ ໃນການຕໍ່ສູ້ກັບການຮຸກຮານຂອງຣັດເຊຍ.”

ທ້າວກິຣີລ ກໍຄືກັນກັບຄົນອື່ນໆ, ທີ່ໄດ້ຮັບແຮງບັນດານໃຈຈາກການປະທ້ວງຢູ່ໃນເບລາຣຸສເມື່ອສອງປີກ່ອນ. ເມື່ອຫວນເວລາກັບຄືນໄປ, ໃນຕອນນັ້ນ ພວກເຂົາເຈົ້າປະທ້ວງແບບສັນຕິ, ແລະຜູ້ປະທ້ວງກໍບໍ່ໄດ້ກະກຽມຕໍ່ການປາບປາມທີ່ຮຸນແຮງຈາກກອງກໍາລັງຜະເດັດການຂອງລູກາເຊັນໂກ.

ປັດຈຸບັນນີ້, ພວກທີ່ເປັນຝ່າຍຄ້ານ ກໍາລັງດໍາເນີນການເພື່ອຄວາມພ້ອມໃນການຕໍ່ສູ້ກັບ ລູກາເຊັນໂກ.

ຜູ້ນໍາພັດຖິ່ນຂອງເບລາຣຸສ ໄດ້ຮັບຮອງເອົາກອງກໍາລັງ ປາຮອນຢາ ໃນເດືອນແລ້ວນີ້. ທ່ານນາງສວຽດລານາ ຊິຄານູສກາຢາ (Sviatlana Tsikhanouskaya), ແມ່ຍິງທີ່ຫຼາຍໆຄົນເຊື່ອວ່າ ເປັນຜູ້ຊະນະຢ່າງແທ້ຈິງຢູ່ໃນການເລືອກຕັ້ງປີ 2020 ຂອງປະຊາຊົນຊາວເບລາຣຸສ, ຢູ່ໃນທວິດເຕີ້ໄດ້ມີການ ອ້າງວ່າເປັນ “ຖານທັບສໍາລັບ ກອງທັບໃໝ່ຊາວເບລາຣຸສທີ່ມີຝືມື.”

ຫົວໜ້າໜ່ວຍ ວາດິມ ໂປຣໂກປຽບ, ມອງເຫັນວ່າ ການຮັບຮອງດັ່ງກ່າວນັ້ນ ເປັນບາດກ້າວທໍາອິດໃນການປົດປ່ອຍເບລາຣຸສຈາກ ລູກາເຊັນໂກ.

ວາດິມ ໂປຣໂກປຽບ, ຜູ້ກໍ່ຕັ້ງກອງກໍາລັງປາຮອນຢາ ກ່າວເປັນພາສາອັງກິດວ່າ:

“ຂ້ອຍຄິດວ່າ ມັນເຖິງເວລາແລ້ວ, ຄວາມເປັນຜູ້ນໍາຂອງພວກເຮົາ, ຜູ້ນໍາທາງການເມືອງຂອງພວກເຮົາທີ່ຖືກເນລະເທດໜີ ນໍາໃຊ້ມາດຕະການທີ່ຮຸນແຮງ ແລະເດັດດ່ຽວຫຼາຍຂຶ້ນ. ຖ້າປະຊາຊົນຊາວຢູເຄຣນຫາກມອງເຫັນພະລັງ ແລະຄວາມສາມາດພຽງພໍ, ຂ້ອຍຄິດວ່າ ການການຮັບຮູ້ໂດຍລັດຖະບານພັດຖິ່ນ ແມ່ນເປັນການປະຕິບັດງານທີ່ດີ ແລະເຂັ້ມແຂງ.”

ລາວກ່າວວ່າ ກອງກໍາລັງຂອງລາວ ແມ່ນກໍາລັງຂະຫຍາຍໂຕຂຶ້ນ ແລະໃນອີກບໍ່ດົນ, VOA ໄດ້ຮຽນຮູ້ວ່າ ຜູ້ຝຶກແອບທີ່ມີປະສົບການຫຼາຍຄົນ ລວມເຖິງກອງກໍາລັງນັກລົບເກົ່າຂອງສະຫະລັດ ຈະເຂົ້າຮ່ວມນໍາກັນຕໍ່ສູ້ຂອງພວກເຂົາເຈົ້າ.

Since the start of the Russian invasion of Ukraine, Belarus has been a launching pad for Russian force. Now thousands of Belarusians who in 2020 stood up to the forces of their longtime ruler Alexander Lukashenko have decided to fight for Ukraine, forming Belarusian units and battalions on Polish territory. VOA’s Myroslava Gongadze has an exclusive look inside the training ground for Belarusian regiment known as “Pahonya” in Poland.

Since the start of the Russian invasion of Ukraine, Belarus has been a launching pad for Russian forces. Hundreds of missiles have been fired from Belarusian territory and assault units have been prepared for ground operation in Ukraine. Russian troops that attacked the Ukrainian capital came from Belarusian territory, as did resupply lines. But thousands of Belarusians, who in 2020 stood up to the forces of their longtime ruler Alexander Lukashenko, decided to fight for Ukraine, forming Belarusian units and battalions on Polish territory. VOA’s Myroslava Gongadze got an exclusive look inside the training ground for Belarusian regiment known as “Pahonya” in Poland.]]

Critics say Belarus has become an accomplice in Putin’s war on Ukraine. But many Belarusians, who held peaceful protests in 2020 against their longtime ruler, Alexander Lukashenko, have decide to take up arms for Ukraine. Many see an opportunity to free their country from dictatorship.

At this training ground in Poland, volunteers are taking their first battle lessons. A former Polish police officer, now a business owner, and his war veteran partner are training Belarusians who signed up for new regiment known as “Pahonya.” After a week of training in Poland, the volunteers are transferred to a base in Ukraine for a more vigorous months-long exercise.

The regiment’s leader expects 40 people to sign up each month, and for the numbers to steadily grow.

Vadim Prokopiev, Pahonya Regiment Founder – MALE IN ENGLISH

“They are highly motivated Belarussians. They have only two targets. One target is to help their brothers, our brothers in Ukraine, because we have a common (enemy).”

The volunteers are resolute in their decision to gain combat experience. Andrey says his family is in Belarus and asked that his face not be shown for security reasons.

Andrey, Pahonya Regiment (in English)

“It's not only the war of Ukraine. This is a war of the whole free world and Belarus as well because Belarus is almost 30 years under dictatorship, and it's very painful for us for the Belarusian people who… really want to be free and our desire our dream after a defeat of Putin we hope that Lukashenko regime... will be destroyed as well.”

For Kirill, who left Belarus long ago, this fight is about freedom as well. He started helping Ukrainians buy military equipment and then realized he had a big battle at home to support.

Kirill, Pahonya Regiment – MALE IN ENGLISH

“But then I realized that we have some Belarusian military volunteers, and they are not very well-equipped, we decided to start helping them. We start to send them equipment.”

Kirill hopes to show that many Belarusian people, unlike Lukashenko, do not support Putin’s aggression.

Kirill, Pahonya Regiment – MALE IN ENGLISH

“That’s our guilty plea for the Ukrainian people because for now we are holding Belarusian passport. We are the enemies for them because our country, which is also occupied today by the tyrant Lukashenko and shelling from Belarus' territory to Ukrainian cities and villages, and only that way we should provide as much help as we can to Ukraine and their people in their fighting with the Russian aggression.”

Kirill like many, was inspired by protests in Belarus two years ago. Back then, their protest was peaceful, and protesters were not prepared for the brutality of Lukashenko’s forces.

Now, Lukashenko’s opponents are working to get ready for battle.

The Belarusian leadership in exile last month endorsed the Pahonya regiment. Sviatlana Tsikhanouskaya, the woman who is believed by many to be the rightful winner of Belarusians’ 2020 elections, on Twitter, referred to the unit as “a base for the new professional Belarusian army.”

The unit’s leader, Vadim Prokopiev, sees the endorsement as a first step toward freeing Belarus from Lukashenko.

Vadim Prokopiev, Pahonya Regiment Founder– MALE IN ENGLISH

“I think the time has come (for) that: Our leadership, our political leadership in exile take more desperate and more decisive measures. If Ukrainians will see enough potential and enough power, I think the recognition (by) a government in exile is a very good and strong move.”

His says his regiment is growing and soon, VOA has learned, some experienced trainers, including U.S. army veterans, will join the fight.

XS
SM
MD
LG