ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່ ເບ​ລາ​ຣຸ​ສ ກ່າວ​ວ່າ ປະ​ເທດ​ຕາ​ເວັນ​ຕົກ​ເຮັດ​ໃຫ້​ເຮົາ​ບໍ່​ມີ​ທາງ​ເລືອກ ແຕ່​ເຮັດ​ໃຫ້​ສົ່ງ​ອາ​ວຸດ​ນິວ​ເຄ​ລຍ


ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ແລະ ປະ​ທາ​ນາ​ທິ​ບໍ​ດີ ເບ​ລາ​ຣຸ​ສ ທ່ານ ອາ​ເລັກ​ແຊນ​ເດີ ລູ​ຄາ​ເຊັນ​ໂກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຢູ່​ວັງ ເຄ​ຣັມ​ລິນ, ມົ​ສ​ກູ, ຣັດ​ເຊຍ, 6 ເມ​ສາ 2023. Sputnik/Mikhail Klimentyev/Kremlin via REUTERS
ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ແລະ ປະ​ທາ​ນາ​ທິ​ບໍ​ດີ ເບ​ລາ​ຣຸ​ສ ທ່ານ ອາ​ເລັກ​ແຊນ​ເດີ ລູ​ຄາ​ເຊັນ​ໂກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຢູ່​ວັງ ເຄ​ຣັມ​ລິນ, ມົ​ສ​ກູ, ຣັດ​ເຊຍ, 6 ເມ​ສາ 2023. Sputnik/Mikhail Klimentyev/Kremlin via REUTERS

ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ເຮັດ​ໃຫ້ ເບ​ລາ​ຣຸ​ສ ບໍ່​ມີ​ທາ​ງ​ເລືອກ​ແຕ່​ຖືກສົ່ງ​ອາ​ວຸດ​ນິວ​ເຄ​ລຍ​ຍຸດ​ທະ​ວິ​ທີ​ຂອງ ຣັດ​ເຊຍ ໄປ​ໃຫ້ ແລະ ​ລະ​ວັງ “ບໍ່​ໃຫ້​ຂ້າມ​ເສັ້ນ​ສີ​ແດງ” ໃນ​ບັນ​ຫາ​ທາງ​ດ້ານ​ຍຸດ​ທ​ະ​ສາດ​ທີ່​ສຳ​ຄັນ, ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ເບ​ລາ​ຣຸ​ສ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້.

ທ່ານ ອາ​ເລັກ​ແຊນ​ເດີ ໂວ​ລ​ໂຟ​ວິ​ຈ໌, ເລ​ຂາ​ທິ​ການ​ລັດ​ຂອງ​ສະ​ພາ​ຄວາມ​ໝັ້ງ​ຄົງ ເບ​ລາ​ຣຸ​ສ ໄດ້​ກ່າວ​ວ່າ​ມັນ​ມີ​ເຫດ​ຜົນ​ທີ່​ອາ​ວຸດ​ຕ່າງໆ​ຖືກ​ຖອນ​ອອກມາຫຼັງ​ຈາກ​ການ​ລົ້ມ​ລະ​ລາຍ​ຂອງ​ສະ​ຫະ​ພາບ​ໂຊ​ຫວຽດ​ໃນ​ປີ 1991 ໃນ​ຂະ​ນະ​ທີ່ ສະ​ຫະ​ລັດ ໄດ້​ສະ​ໜອງ​ການ​ຮັບ​ປະ​ກັນ​ດ້ານ​ຄວາມ​ປອດ​ໄພ ແລະ ບໍ່​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ໃສ່.

ອົງ​ການ​ຂ່າວ Belta ໄດ້​ກ່າວ​ຢ້ຳ​ຄຳ​ເວົ້າ​ຂອງ​ທ່ານ ໂວ​ລ​ໂຟ​ວິ​ຈ໌ ໃນ​ການ​ໃຫ້​ສຳ​ພາດ​ຕໍ່​ໂທ​ລະ​ພາບ​ລັດ​ຖະ​ບານ​ວ່າ “ມື້ນີ້, ທຸກ​ຢ່າງ​ແມ່ນ​ໄດ້​ພັງ​ລົງ. ທຸກ​ຄຳ​ສັນ​ຍາ​ແມ່ນ​ໄດ້​ຫາຍ​ໄປ​ຢ່າງ​ຖາ​ວອນ.”

ປະ​ເທດ ເບ​ລາ​ຣຸ​ສ, ທີ່​ຖືກ​ນຳ​ພາ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເລັກ​ແຊນ​ເດີ ລູ​ຄາ​ເຊັນ​ໂກ​ ນັບ​ຕັ້ງ​ແຕ່​ປີ 1994 ນັ້ນ, ແມ່ນ​ພັນ​ທະ​ມິດ​ທີ່​ແຂງ​ແກ່ນ​ທີ່​ສຸດ​ຂອງ ຣັດ​ເຊຍ ໃນ​ບັນ​ດາ​ອະ​ດີດ​ປະ​ເທດສະ​ຫະ​ພາບ​ໂຊ​ຫວຽດ​ນັ້ນ ແລະ ໄດ້​ອະ​ນຸ​ຍາດ​ໃຫ້​ເຂດ​ແດ​ນ​ຂອງ​ເຂົາ​ເຈົ້າ​ຖືກ​ໃຊ້​ເພື່ອ​ດຳ​ເນີນ​ການ​ບຸກ​ລຸກ ຢູ​ເຄ​ຣນ ຂອງວັງ​ເຄ​ຣັມ​ລິນ ໃນ​ເດືອນ​ກຸມ​ພາ 2022.

ຣັດ​ເຊຍ ໄດ້​ດຳ​ເນີນ​ໄປ​ໜ້າ​ດ້ວຍ​ການ​ຕັດ​ສິນ​ໃຈ​ທີ່​ຈະ​ສົ່ງ​ອາ​ວຸດ​ນິວ​ເຄ​ລຍ​ຍຸດ​ທ​ະ​ວິ​ທີ​ໄປ​ເຂດ​ແດນ​ຂອງ ເບ​ລາ​ຣຸ​ສ ໃນ​ອາ​ທິດ​ທີ່​ຜ່​ານ​ມາ ທີ່​ແນ​ເປົ້າ​ຈະ​ບັນ​ລຸ​ຄວາມ​ໄດ້​ປຽບ​ທີ່​ສະ​ເພາະ​ເຈາະ​ຈົງ​ຢູ່ສະ​ໜາມ​ລົບ.

ຣັດ​ເຊຍ ກ່າວ​ວ່າ “ການ​ປະ​ຕິ​ບັດ​ການ​ພິ​ເສດ​ທາງ​ທະ​ຫານ” ຂອງ​ເຂົາ​ເຈົ້າ​ໃນ ຢູ​ເຄ​ຣນ ແມ່ນ​ແນ​ເປົ້າ​ໃສ່​ການ​ຕອບ​ໂຕ້​ສິ່ງ​ທີ່​ເຂົາ​ເຈົ້າ​ກ່າວ​ວ່າ​ເປັນ​ການ​ຜັກ​ດັນ​ໂດຍ “ປະ​ເທດ​ຕາ​ເວັນ​ຕົກ​ໂດຍ​ລວມ” ທີ່​ຈະ​ເຮັດ​ສົງ​ຄາມທີ່​ຖືກ​ຍຸ​ແຍ່​ໂດຍ​ມະ​ຫາ​ອຳ​ນາດ​ທີ່​ສຳ​ຄັນ ແລະ ເຮັດ​ໃຫ້ ມົ​ສ​ກູ ໄດ້​ຮັບ​ຄວາມ​ຜ່າຍ​ແພ້.

ທ່ານ ໂວ​ລ​ໂຟ​ວິ​ຈ໌ ກ່າວ​ວ່າ “ການ​ສົ່ງ​ອາ​ວຸດ​ນິວ​ເຄ​ລຍ​ຍຸດ​ທ​ະ​ວິ​ທີ​ໄປ​ເຂດ​ແດນ​ຂອງ ເບ​ລາ​ຣຸ​ສ ແມ່​ນ​ນຶ່ງ​ໃນ​ບາດ​ກ້າວ​ຕ່າງໆ​ຂອງ​ການ​ຍັງ​ຢັ້ງ​ທາງ​ຍຸດ​ທະ​ສາດ. ຖ້າ​ມັນຍັງ​ຄົງ​ມີ​ເຫດ​ຜົນ​ໃດໆ​ໃນ​ບັນ​ດ​າ​ຫົວ​ໜ້າ​ຂອງ​ນັກ​ການ​ເມືອງ​ຕາ​ເວັນ​ຕົກ, ແນ່ນອນ, ເຂົາ​ເຈົ້າ​ຈະ​ບໍ່​ຂ້າ​ມ​ເສັ້ນ​ສີ​ແດງນີ້.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG