ເປັນເວລາສອງອາທິດ ຫຼື ດົນກວ່ານັ້ນ, ການຢືນຢັດຂອງ ຈີນ ຕໍ່ຄຳຖາມ ກ່ຽວກັບ ການເມືອງ ແລະ ນະໂຍບາຍຂອງເຂົາເຈົ້າແມ່ນກົງໄປກົງມາ ເຊິ່ງເຂົາເຈົ້າກ່າວວ່າ ມັນແມ່ນກິລາໂອລິມປິກ, ແລະ ພວກເຮົາບໍ່ເວົ້າ ກ່ຽວກັບ ສິ່ງທີ່ວ່ານີ້.
ແຕ່ມັນໄດ້ປ່ຽນແປງໃນວັນພະຫັດມື້ນີ້ຢູ່ກອງປະຊຸມຖະແຫຼງຂ່າວປະຈຳວັນທີ່ຖືກຈັດຂຶ້ນຢ່າງເປັນປະຈຳຄັ້ງສຸດທ້າຍ ຂອງຄະນະກຳມະການ ຜູ້ຈັດການແຂ່ງຂັນ ປັກກິ່ງໃນວັນພະຫັດມື້ນີ້, ສາມວັນກ່ອນກິລາດັ່ງກ່າວຈະສິ້ນສຸດລົງ. ການປະຕິ ເສດຢ່າງບໍ່ລົດລະ ແລະ ສຸພາບຮຽບຮ້ອຍທີ່ຈະຕອບຄຳຖາມແບບນັ້ນ ໄດ້ເປີດທາງໃຫ້ສະຖານະການທີ່ປົກກະຕິນັ້ນເກີດຂຶ້ນຢູ່ກອງປະຊຸມຖະແຫຼງຂ່າວ ດ້ວຍບັນດາເຈົ້າໜ້າທີ່ ຈີນ ໄດ້ຕອບຄຳຖາມຢ່າງໜັກແໜ້ນ ແລະ ເດັດຂາດ ກ່ຽວກັບ ສະຖານະການທີ່ລະອຽດອ່ອນທີ່ສຸດ ຂອງປະເທດນັ້ນ.
ເຂົາເຈົ້າໄດ້ກ່າວວ່າ ໄຕ້ຫວັນບໍ? ມັນແມ່ນພາກສ່ວນທີ່ແຍກອອກຈາກ ຈີນ ບໍ່ໄດ້. ປະຊາກອນ ວີເກີ ຂອງພາກພື້ນ ຊິນຈຽງ ບໍ? ເຂົາເຈົ້າບໍ່ໄດ້ຖືກບັງຄັບໃຫ້ອອກແຮງງານ. ອຳນາດອະທິປະໄຕຂອງ ຈີນ ບໍ? ມັນຈະຖືກໂຈມຕີບໍ່ໄດ້ຢ່າງສິ້ນເຊີງພາຍໃຕ້ກົດລະບຽບສາກົນ.
ໂຄສົກຍິງຂອງຄະນະກຳມະການຈັດການແຂ່ງຂັນ ທ່ານນາງ ຢານ ເຈຍຣົງ ໄດ້ກ່າວວ່າ “ສິ່ງທີ່ຂ້າ ພະເຈົ້າຢາກເວົ້າກໍແມ່ນວ່າມັນມີແຕ່ຈີນດຽວໃນໂລກນີ້.” ໂດຍເອີ້ນມັນວ່າ “ທ່າທີທີ່ເອົາຈິງເອົາຈັງ” ສຳລັບ ຈີນ. ທ່ານນາງໄດ້ອ້າງເຖິງການກ່າວອ້າງອື່ນໆ ກ່ຽວກັບ ການປະຕິບັດຂອງ ຈີນ ຕໍ່ສະພາບ ການດຳລົງຊີວິດຂອງຊາວ ວີເກີ ໃນພາກພື້ນ ຊິນຈຽງ ຢູ່ພາກຕາເວັນຕົກສຽງເໜືອວ່າ “ອີງໃສ່ຄຳຂີ້ຕົວະ.”
ມັນເປັນພຽງເລື່ອງຂອງເວລາ ກ່ອນທີ່ຫົວຂໍ້ທີ່ວ່ານີ້ຈະແຕກອອກ. ກ່ອນຮອດກິລາໂອລິມປິກນັ້ນມັນໄດ້ຖືກຄອບງຳໂດຍການຕໍ່ຕ້ານທາງການທູດທີ່ນຳໜ້າໂດຍ ສະຫະລັດ, ເຊິ່ງເພັ່ງເລັງໃສ່ປະຫວັດ ກ່ຽວກັບ ສິດທິມະນຸດຂອງ ຈີນ, ຈີນ ໄດ້ມີຄວາມມຸ່ງໝັ້ນທີ່ຈະຮັກສາຈຸດເພັ່ງເລັງທີ່ວ່ານີ້ໃສ່ກິລາ ແຕ່ກໍຍັງມີຄວາມມຸ່ງໝັ້ນຫຼາຍເຊັ່ນກັນທີ່ຈະປ້ອງກັນການຢືນຢັດຕໍ່ສາທາລະນະຂອງເຂົາເຈົ້າຢ່າງຈິງຈັງ. ໃນກອງປະຊຸມລາຍງານຢ່າງເປັນປະຈຳຄັ້ງສຸດທ້າຍຂອງເຂົາເຈົ້າກ່ອນກິລາດັ່ງກ່າວຈະປິດລົງໃນວັນອາທິດນີ້, ທ່ານນາງ ຢານ ແລະ ໂຄສົກກິລາໂອລິມປິກສາກົນ ທ່ານ ມາກ ອາດາມສ໌ ໄດ້ຖືກລຸມດ້ວຍຄຳຖາມຕ່າງໆ ກ່ຽວກັບ ໄຕ້ຫວັນ, ແຂວງ ຊິນຈຽງ ແລະ ຄວາມປອດໄພຂອງນັກກິລາເທັນນິສຈີນ ນາງ ເປັງ ຊວາຍ (Peng Shuai).
ຫຼັງຈາກຄຳຖາມ ກ່ຽວກັບ ລາຍງານທີ່ວ່າ ໄຕ້ຫວັນ ໄດ້ພະຍາຍາມທີ່ຈະບໍ່ເຂົາຮ່ວມພິທີເປີດກິລານັ້ນ, ທ່ານນາງ ຢານ ໄດ້ຖືກຂໍເວລາເພີ່ມເຕີມເພື່ອກ່າວເຖິງສະຖານະຂອງເກາະທີ່ປົກຄອງຕົນເອງນັ້ນ, ເຊິ່ງ ຈີນ ເຫັນວ່າເປັນເຂດແດນທີ່ມີອຳນາດອະທິປະໄຕ.
ທ່ານນາງ ຢານ ໄດ້ກ່າວວ່າ “ທ່ານ ມາກ, ຂ້າພະເຈົ້າຂໍເວົ້າເສີມໜ້ອຍນຶ່ງໄດ້ບໍ່? ແລະ ທ່ານນາງກໍໄດ້ສືບຕໍ່ເວົ້າວ່າ “ໄຕ້ຫວັນ ເປັນພາກສ່ວນທີ່ແຍກອອກບໍ່ໄດ້ຂອງ ຈີນ ແລະ ນີ້ແມ່ນກົດເກນສາກົນທີ່ຖືກຮັບຮູ້ເປັນຢ່າງດີ ແລະ ຖືກຮັບຮູ້ເປັນຢ່າງດີໃນປະຊາຄົມນານາຊາດ.” ທ່ານນາງໄດ້ກ່າວວ່າ “ພວກເຮົາມັກຈະຕໍ່ຕ້ານຄວາມຄິດຂອງການເຮັດໃຫ້ກິລາໂອລິມປິກເປັນເລື່ອງການເມືອງ.”