ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ້າຍ​ປະ​ທ້ວງ ໄດ້ຖືກ​ລອກ​ອອກ​ໄປ ໃນ​ຂະ​ນະ​ທີ່​ຈີນ ​ຮັກ​ສາສະ​ພາບ​ການ​ ບໍ່​ໃຫ້​ມີຄົນອອກ​ປາກ​ ອອກ​ສຽງໄດ້


ຜູ້ຄົນ​ພາກັນ​ຂີ່​ລົດ​ຈັກ​ຜ່ານ​ທາງສີ່​ແຍກຢູ່​ໃກ້​ຂົວທີ່​ມີ​ການ​ສະ​ແດງ​ໃຫ້​ເຫັນ​ວີ​ດິ​ໂອທີ່​ປາ​ກົດ​ວ່າ​ມີ​ຄວັນ ແລະ​ມີ​ປ້າຍ​ໂຄ​ສະ​ນາ​ປະ​ທ້ວງ​ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 13 ຕຸ​ລາ, 2022.
ຜູ້ຄົນ​ພາກັນ​ຂີ່​ລົດ​ຈັກ​ຜ່ານ​ທາງສີ່​ແຍກຢູ່​ໃກ້​ຂົວທີ່​ມີ​ການ​ສະ​ແດງ​ໃຫ້​ເຫັນ​ວີ​ດິ​ໂອທີ່​ປາ​ກົດ​ວ່າ​ມີ​ຄວັນ ແລະ​ມີ​ປ້າຍ​ໂຄ​ສະ​ນາ​ປະ​ທ້ວງ​ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 13 ຕຸ​ລາ, 2022.

ສາມ​ມື້​ກ່ອນ​ພັກ​ຄອມ​ມີວ​ນິ​ສ​ຈີນຈະ​ຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 20 ນັ້ນ ຜູ້​ຊາຍ​ອາຍຸ 48 ປີ​ ຄົນ​ນຶ່ງ​ໄດ້​ເອົາ​ປ້າຍ​ໂຄ ສະນາປະ​ທ້ວງແຂວນ​ໃສ່​ຂົວ​ຊີ​ທົງ​ຂອງ​ນະ​ຄອນ​ຫລວງປັກ​ກິ່ງ ​ຊຶ່ງ​ມີ​ຂໍ້ຄວາມ​ທີ່​ອ່ານ​ອອກ​ໄດ້​ຈາກຄົນ​ທີ່​ຢູ່​ໃນ​ເສັ້ນທາງ​ຄົມມະນາຄົມ​ທີ່​ມີ​ຄວາມ​ແອ​ອັດ​ທີ່​ສຸດ​ຂອງ​ເມືອງນັ້ນ.

ປ້າຍ​ໂຄສະນາ​ທີ່​ຂຽນ​ດ້ວຍ​ມື ​ໄດ້​ຮຽກຮ້ອງ​ໃຫ້​ນັກ​ສຶກສາ ​ແລະ ຄົນ​ງານ​ປະ​ທ້ວງ ​ແລະ​ປົດ “ທ່ານ​ສີ ຈິ້ນ​ຜິງ ຜູ້ຜະ​ເດັດການ​ ​ແລະ​ຜູ້​ທໍລະຍົດຕໍ່​ປະ​ເທດ” ອອກ​ຈາກ​ຕຳ​ແໜ່ງ.

ຫຼັງຈາກນັ້ນ, ທ່ານ​ເພັງ ລີ​ຟາ (Peng Lifa), ທີ່ມີຊື່ຢູ່​ສື່​ສັງ​ຄົມອອນໄລນ໌ ແມ່ນ ເພັງ ໄຊ​ຊູ (Peng Zaizhou) ໄດ້ທ້າທາຍປະທານປະເທດຈີນ, ທ່ານສີ ຈິ້ນ​ຜີງ ໂດຍ​ຮ້ອງຂຶ້ນໂດຍຜ່ານລໍາໂພງດັງໆ​ວ່າ "ພວກເຮົາຢາກກິນອາຫານ, ພວກເຮົາຕ້ອງການເສລີພາບ, ພວກເຮົາຕ້ອງການລົງຄະແນນສຽງ!"

ສື່ມວນຊົນສາກົນໄດ້ໄປ​ເອົາ​ຂ່າວການປະທ້ວງໃນວັນທີ 13 ຕຸລາ ຂອງທ່ານເພັງ, ແຕ່ສື່ມວນຊົນທາງການຂອງຈີນ ຍັງມິດງຽບ ແລະເຈົ້າຫນ້າທີ່ກໍາລັງພະຍາຍາມສິ້ງ​ຊອມ​ຕິດ​ຕາມການອ້າງອີງທາງອອນໄລນ໌ເຖິງມັນ, ແທນທີ່ຈະສຸມ​ໃສ່ກອງປະຊຸມພັກ ທີ່ຈັດຂຶ້ນໃນທຸກໆຫ້າປີ. ກອງ​ປະ​ຊຸມ​ຄັ້ງ​ນີ້ ​ຄາດ​ວ່າ​ຈະ​ມີການ​ເລືອກ ໃຫ້​ທ່ານ​ສີ​ ຈິ້ນ​ຜິງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່ ​ພັກ​ຄອມ​ມີວ​ນິສ​ຈີນ ເປັນ​ສະ​ໄໝ​ທີ​ສາມ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນທ່ານ​ນຶ່ງ ​ເມື່ອ​ຖືກ​ຖາມ​ກ່ຽວ​ກັບ​ການ​ປະ​ທ້ວງ​ ຢູ່​ກອງ​ປະຊຸມ​ລາຍ​ງານຂ່າວ​ປະຈຳ​ວັນ ​ໃນ​ວັນ​ທີ 14 ຕຸລາ​ນີ້ ກ່າວ​ວ່າ ນາງ​ບໍ່​ຮູ້​ຫຍັງ​ກ່ຽວ​ກັບ​ເລື້ອງ​ນີ້ເລີຍ.​

ແຕ່​ຂ່າວ​ການ​ປະ​ທ້ວງ​ຂອງ​ທ່ານເພັງ ໄດ້​ແຜ່​ລາມ​ອອກ​ໄປ​ໃນ​ຈີນ, ​ແລະ​ປ້າຍການ​ປະ​ທ້ວງອັນ​ອື່ນໆ​ກໍ​ໄດ້​ປາກົດ​ອອກ​ມາ. ແຕ່ຢ່າງໃດກໍຕາມ ເນື່ອງຈາກຄວາມຫນາແຫນ້ນຂອງກ້ອງວົງ​ຈອນປິດໃນປະເທດຈີນ, ສ່ວນໃຫຍ່ປ້າຍ​ເຫລົ່າ​ນັ້ນ ໄດ້ຖືກພົບເຫັນຢູ່ໃນຫ້ອງນ້ໍາສາທາລະນະແລະສະຖານທີ່ທີ່ບໍ່ມີການຕິດຕາມຂອງ​ກ້ອງໂທລະພາບວົງຈອນປິດ.

ຜູ້ຊົມໃຊ້ສື່​ສັງ​ຄົມ​ວີ​ແຊັດ (WeChat) ຫຼາຍຄົນໄດ້ຖືກຫ້າມຊົ່ວຄາວ ຫຼືຖາວອນຈາກເວທີສໍາລັບເອົາ​ຮູບ ຫລື​ຂໍ້ຄວາມຂອງປ້າຍໂຄສະນາ​ລົງ ຫຼືເອົາ​ໄປລົງ​ຄືນ. ເຈົ້າ​ໜ້າ​ທີ່​ໄດ້ປິດກັ້ນ​ຄຳ​ເວົ້າ​ນັບ​ບໍ່​ຖ້ວນ ​ທີ່​ຖື​ວ່າ​ມີ​ຄວາມ​ລະ​ອຽດ​ອ່ອນ, ລວມ​ທັງ "ຂົວຊີທົງ," "ການນັດ​ຢຸດ​ງານ​" ແລະ "ນັກ​ຕໍ່​ສູ້." ​ເກືອບ​ວ່າໄດ້​ມີການ​ເອົາ​ກອງ​ຮັກສາ​ຄວາມ​ປອດ​ໄພ ​ເພີ່ມ​ຂຶ້ນພາຍ​ໃນ​ຄືນນັ້ນ​ເລີຍ ​ເພື່ອ​ເຝົ້າຕິດ​ຕາມ​ຂົວ​ຂ້າມ​ຖະ​ໜົນຢູ່​ທົ່ວ​ນະຄອນຫຼວງປັກ​ກິ່ງຕະ​ຫລອດ​ເວ​ລາ.

ຜູ​້ຊາຍ​ຈີນ​ຄົນ​ນຶ່ງ​ຢືນ​ຢູ່​ຜູ້​ດຽວ ເພື່ອ​ຕັນ​ລົດ​ຖັງ​ຂອງ​ຈີນ​ບໍ່​ໃຫ້​ມຸ້ງ​ໜ້າ​ໄປທາງ​ຕາ​ເວັນ​ອອກ ຢູ່​ຖະ​ໜົນ Cangan ຂອງ​ປັກ​ກິ່ງໃນ​ຈະ​ຕຸ​ລັດ​ທຽນ​ອັນ​ເໝິນ, ວັນ​ທີ 5 ມິ​ຖຸ​ນາ, 1989.
ຜູ​້ຊາຍ​ຈີນ​ຄົນ​ນຶ່ງ​ຢືນ​ຢູ່​ຜູ້​ດຽວ ເພື່ອ​ຕັນ​ລົດ​ຖັງ​ຂອງ​ຈີນ​ບໍ່​ໃຫ້​ມຸ້ງ​ໜ້າ​ໄປທາງ​ຕາ​ເວັນ​ອອກ ຢູ່​ຖະ​ໜົນ Cangan ຂອງ​ປັກ​ກິ່ງໃນ​ຈະ​ຕຸ​ລັດ​ທຽນ​ອັນ​ເໝິນ, ວັນ​ທີ 5 ມິ​ຖຸ​ນາ, 1989.

ຢ່າງຫນ້ອຍຜູ້ຊາຍຄົນນຶ່ງ ພ້ອມທີ່ຈະເຂົ້າມາຊ່ວຍທ່ານ​ເພັງ. ທ່ານໂມ ຊຽວ​ຜິງ (Mo Shaoping), ທະນາຍຄວາມປະຈຳນະຄອນຫລັງປັກກິ່ງ ທີ່ເຮັດ​ວຽກເປັນທະນາຍ ຄວາມປ້ອງກັນຜູ້ຕຳໜິຕິຕຽນລັດຖະບານຈີນ ແລະຜູ້ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ, ທ່ານຫລີວ ຊຽວ​ໂບ (Liu Xiaobo) ກ່າວຕໍ່ວີໂອເອພາສາ ຈີນກາງ ວ່າ ທ່ານຈະເປັນຕົວແທນຂອງທ້າວເພັງ ຖ້າຄອບຄົວຂອງທ່ານເພັງຂໍ​ຮ້ອງ.

ອ່ານ​ຂ່າວນີ້​ເພ​ີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG