ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ​ອາ​ເບະ ​ຢ້ຽມຢາມ​ ທຳນຽບຂາວ ​ກ່ອນ​ການພົບປະ ລະຫວ່າງ ​ປ. ທຣຳ ​ແລະ ທ່ານກິມ


​​​​ນາຍົກລັດຖະມົນຕີ​ຍີ່ປຸ່ນ ທ່ານ​ຊິນ​ໂຊ ອາ​ເບະ ຖະແຫຼງ ຕໍ່ພວກນັກຂ່າວ ທີ່ບ້ານພັກຂອງທ່ານ ຢູ່ໂຕກຽວ, ວັນທີ 6 ພຶດສະພາ, 2018, ກ່ອນທີ່ຈະອອກເດີນທາງ ມາຍັງສະຫະລັດ.
​​​​ນາຍົກລັດຖະມົນຕີ​ຍີ່ປຸ່ນ ທ່ານ​ຊິນ​ໂຊ ອາ​ເບະ ຖະແຫຼງ ຕໍ່ພວກນັກຂ່າວ ທີ່ບ້ານພັກຂອງທ່ານ ຢູ່ໂຕກຽວ, ວັນທີ 6 ພຶດສະພາ, 2018, ກ່ອນທີ່ຈະອອກເດີນທາງ ມາຍັງສະຫະລັດ.

ນາຍົກລັດຖະມົນຕີ​ຍີ່ປຸ່ນ ທ່ານ​ຊິນ​ໂຊ ອາ​ເບະ ທຳ​ການ​ຢ້ຽມຢາມ​ທຳນຽບຂາວ​
ໃນ​ວັນ​ພະຫັດ ​ມື້​ນີ້ ​ເພື່ີອສະ​ແດງ​ອອກ​ຕໍ່​ທ່ານ​ທຣຳ ໃຫ້ມອງ​ເຫັນຄວາມສຳຄັນ
ໃນຜົນ​ປະ​ໂຫຍ​ດຂອງຍີ່ປຸ່ນ ກ່ອນ​ໜ້າ​ກອງ​ປະຊຸມ​ສຸດ​ຍອດຂອງ​ທ່ານ​ທຣຳ ​
ໃນ​ເດືອນ​ໜ້າ​ນີ້ ກັບ​ຜູ້ນຳເກົາ​ຫຼີ​ເໜືອ ກິມ ຈົງ​ ອຶນ.

​ຜູ້ນຳສະຫະລັດ ​ແລະ​ຜູ້ນຳ​ຍີ່ປຸ່ນ ມີ​ໝາຍ​ກຳໜົດ​ທີ່​ຈະ​ໂອ້​ລົມ​ສົນທະນາກັນ ​ເປັນ​ເວ​ລາ
2 ຊົ່ວ​ໂມງ ​ແລະ​ຈັດກອງ​ປະຊຸ​ມຖະ​ແຫຼ​ງຂ່າວ​ຮ່ວມ​ກັນ.

ກ່ອນ​ທີ່​ຈະ​ອອກເດີນທາງ​ມາວໍ​ຊີງ​ຕັນນັ້ນ ທ່ານ​ອາ​ເບະ ຍັງ​ໄດ້​ກ່າວ​ວ່າ ລັດຖະບານ
​ຂອງ​ທ່ານ ຕ້ອງການ​ທີ່​ຈະ​ເຫັນ​ຄວາມກ້າວໜ້າ ໃນການ​ຈຳກັດ​ໂຄງການ​ນິວ​ເຄລຍ ​
ແລະ​ໂຄງ ການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງເກົາຫຼີເໜືອ ​ແລະ​ທ່າ​ນຕ້ອງການ ​
ໃຫ້​ທ່ານ​ທຣຳ ​ໂອ້​ລົມ​ກັບ​ທ່ານ​ກິ​ມ ​ເລື້ອງ​ພວກ​ສັນຊາດ​ຍີ່ປຸ່ນ ທີ່​ໄດ້​ຖືກ​ລັກ​ພາ​ຕົວ​ໄປ
​ໂດຍ​ເກົາຫຼີ​ເໜືອ ​ໃນ​ຊຸມ​ປີ 1970 ​ແລະ 1980 ພຸ້ນ.

ສ່ວນປະເທດ​ທີ່ສຳຄັນ​ອື່ນໆ ​ໃນ​ຂົງ​ເຂດ ຕ່າງ​ກໍໄດ້​ມີ​ສຽງຫຼາຍ​ກວ່າ ​ໃນ​ກອງ​ປະຊຸມ
​ສຸດ​ຍອດຂອງ​ທ່ານ​ທຣຳ ​ກັບ​ ກິມ ​ທີ່​ສິງກະ​ໂປ. ພວກ​ຜູ້ນຳ​ຂອງ​ຈີນ ​ແລະ​ເກົາຫຼີ​ໃຕ້
​ໄດ້​ພົບ​ປະກັນ ກັບ​ທ່ານ​ກິມ ສອງ​ຄັ້ງ​ແລ້ວ ​ນອກຈາກການ​ປຶກສາ​ຫາລື ກັບ​ລັດຖະບານ​
ຂອງ​ທ່ານ​ທຣຳ. ທ່ານ​ອາ​ເບະ ​ໄດ້ໃຫ້​ສັນຍານວ່າ ທ່ານ​ແມ່ນ​ເປີດ​ກວ້າງ​ຕໍ່​ການ​ໂອ້​ລົມ
​ສົນທະນາ​ກັບ​ທ່ານ​ກິມ, ກໍຕໍ່ເມື່ອ ການ​ພົບ​ປະກັນ​ນີ້ ຈະເປັນການ​ຊ່ອຍພວກ​ທີ່​ຖືກ
​ລັກ​ພາ​ຕົວ​ໄປ​ນັ້ນ.

ກ່ອນ​ໜ້າ ​ກອງ​ປະຊຸມ​ສຸດ​ຍອດລະຫວ່າງ​ທ່ານ​ທຣຳ ​ກັບ​ ກິມ ທີ່​ສິງກະ​ໂປ, ພວກ​ຜູ້ນຳ
​ຂອງ​ຈີນ ​ແລະ​ເກົາຫຼີ​ໃຕ້ ໄດ້​ພົບ​ປະກັນ ກັບ​ທ່ານ​ກິມ ສອງ​ຄັ້ງ​ແລ້ວ ​ໃນ​ຂະນະ​ທີ​
ທ່ານ​ອາ​ເບະ ​ໄດ້​ສົ່ງ​ສັນຍານວ່າ ທ່ານ​ແມ່ນ​ເປີດ​ກວ້າງ ຕໍ່​ການ​ໂອ້​ລົມ​ສົນທະນາ​ທີ່​ວ່າ​ນີ້, ​
ແຕ່​ກໍຍັງ​ບໍ່​ທັນ​ມີ​ຫຍັງ​ເກີດ​ຂຶ້ນ​ເທື່ອ.

ນອກນັ້ນຍັງເບິ່ງ​ຄື​ວ່າ ທ່ານ​ອາ​ເບະ ຈະ​ຫາລືກ່ຽວກັບເລື້ອງ​ການ​ຕັດສິນ​ໃຈ​ຂອງ​
ທ່ານ​ທຣຳ ​ໃນ​ການ​ຂຶ້ນ​ພາສີເຫຼັກ​ກ້າ​ແລະ​ອາ​ລູມີ​ນຽມ​ຫວ່າງ​ມໍ່ໆ​ມາ​ນີ້ ທີ່​ມັນ​ໝາຍ​
ເຖິງ​ການ​ປົກ​ປ້ອງ​ພວກ​ຄົນ​ງານອາ​ເມຣິກັນ. ບັນດາພັນທະ​ມິ​ດສະຫະລັດ ທີ່​ຮວມມີ
ຍີ່ປຸ່ນ ​ໄດ້​ປະຕິ​ເສດ​ຕໍ່​ການ​ເອົາ​ມາດ​ຕະການ​ດັ່ງກ່າວ ​ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ຜ່ອນຜັນ.

ທ່ານ​ອາ​ເບະ ​ໄດ້​ກ່າວ​ວ່າ ການ​ຈຳກັດ​ຮັດ​ແຄບ​ທາງ​ການ​ຄ້າ ​ແມ່ນ​ບໍ່​ມີ​ປະ​ໂຫຍ​ດ.

ການ​ຄ້າ ​ແມ່ນ​ມີທ່າທາງວ່າ ຈະ​ເປັນ​ຫົວ​ຂໍ້​ສຳຄັນ ເວລາທ່ານ​ທຣຳ ​ແລະ​ທ່ານ​ອາ​ເບະ
​ເຂົ້າຮ່ວມກັບ​ພວກ​ຜູ້ນຳ ​ໃນ​ກອງ​ປະຊຸ​ມສຸດ​ຍອດກຸ່ມ G7 ​ໃນ​ສັບປະດາ​ນີ້ ທີ່​ປະ​ເທດ
​ກາ​ນາ​ດາ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG