ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂຈ ໄບເດັນ ແລະ ທ່ານສີ ຈິ້ນຜິງ ລົມກັນເປັນເທື່ອທໍາອິດ ນັບແຕ່ມີການເລືອກຕັ້ງ ຢູ່ໃນສະຫະລັດ ເປັນຕົ້ນມາ


ທຸງສະຫະລັດ ແລະທຸງຈີນເອົາປັກໄວ້ນໍາກັນຢູ່ເທິງລົດສາມລໍ້ຄັນນຶ່ງໃນນະຄອນປັກກິ່ງ, ວັນທີ 16 ກັນຍາ 2018.
ທຸງສະຫະລັດ ແລະທຸງຈີນເອົາປັກໄວ້ນໍາກັນຢູ່ເທິງລົດສາມລໍ້ຄັນນຶ່ງໃນນະຄອນປັກກິ່ງ, ວັນທີ 16 ກັນຍາ 2018.

ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ແລະ ປະທານປະເທດຈີນ, ທ່ານ ສີ ຈິ້ນຜິງໄດ້ໂອ້ລົມກັນທາງໂທລະສັບໃນຕອນແລງວັນພຸດວານນີ້ ເຊິ່ງເປັນການລົມກັນຄັ້ງທຳອິດລະຫວ່າງສອງທ່ານ ນັບຕັ້ງແຕ່ທ່ານ ໄບເດັນ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີສະຫະລັດໃນເດືອນພະຈິກທີ່ຜ່ານມາ.

ທ່ານ ໄບເດັນ “ໄດ້ຢືນຢັນເຖິງບູລິມະສິດຂອງທ່ານໃນການປົກປ້ອງຄວາມປອດໄພ, ຄວາມຈະເລີນຮຸ່ງເຮືອງ, ສຸຂະພາບ, ແລະວິຖີດໍາລົງຊີວິດຂອງປະຊາຊົນອາເມຣິກັນ, ແລະປົກປັກຮັກສາຂົງເຂດອິນໂດ-ປາຊີຟິກ ໃຫ້ເປັນເຂດ ທີ່ມີເສລີ ພາບ ແລະເປີດກວ້າງ”.

ຜູ້ນຳທັງສອງຍັງໄດ້ປຶກສາຫາລືກັນກ່ຽວກັບການແຜ່ລະບາດຂອງໄວຣັສໂຄໂຣນາ, ການປ່ຽນແປງຂອງດິນຟ້າອາກາດ, ແລະຄວາມເປັນໄປໄດ້ຂອງວໍຊິງຕັນແລະປັກກິ່ງໃນການປະຕິບັດຕາມສິ່ງທີ່ທຳນຽບຂາວອະທິບາຍວ່າຄວາມເປັນໄປໄດ້ໃນການດຳເນີນການ “ແບບອີງໃສ່ຜົນປະໂຫຍດໄດ້ຮັບ ແລະແທດ ເໝາະກັບຕົວຈິງ” ໃນການຄວບຄຸມອາວຸດ.

ແຕ່ບັນດາເຈົ້າໜ້າທີ່ກ່າວວ່າ, ທ່ານ ໄບເດັນຍັງຍຶດໝັ້ນໃນຫລາຍໆຂົງເຂດສຳ ຄັນທີ່ບໍ່ລົງລອຍກັນ.

ບົດບັນທຶກການສົນທະນາກັນກ່າວວ່າ "ປະທານາທິບໍດີໄບເດັນໄດ້ເນັ້ນໃຫ້ເຫັນເຖິງຄວາມກັງວົນ ທີ່ເປັນພື້ນຖານຂອງທ່ານ ກ່ຽວກັບການປະຕິບັດທາງດ້ານເສດຖະກິດແບບບັງຄັບ ແລະບໍ່ຍຸຕິທຳຂອງປັກກິ່ງ, ການປາບປາມຢູ່ໃນຮົງກົງ, ການລະເມີດສິດທິມະນຸດໃນເຂດຊິນຈຽງ, ແລະການກະທຳທີ່ຮຸນແຮງນັບມື້ນັບເພີ່ມຂຶ້ນໃນພາກພື້ນ, ລວມທັງຕໍ່ໄຕ້ຫວັນອີກດ້ວຍ,".

ໂທລະພາບແຫ່ງລັດຂອງຈີນກ່າວວ່າ ປະທານປະເທດສີ ໄດ້ກ່າວກັບທ່ານ ໄບເດັນວ່າ ການຮ່ວມມືສອງຝ່າຍແມ່ນທາງເລືອກດຽວໃນການແກ້ໄຂ ແລະຄຸ້ມຄອງຄວາມເຫັນທີ່ແຕກຕ່າງກັນຂອງພວກເພິ່ນ. ທ່ານສີ ໄດ້ຮຽກຮ້ອງໃຫ້ມີກົນໄກການສົນທະນາແບບສອງ-ຕໍ່-ສອງຄືນອີກ ເພື່ອສືບຕໍ່ຫຼີກລ້ຽງການເຂົ້າໃຈກັນຜິດໃດໆໝົດ.

ລາຍງານຂ່າວທາງໂທລະພາບຍັງກ່າວວ່າທ່ານ ສີ ໄດ້ກ່າວກັບທ່ານໄບເດັນວ່າ ທ່ານຫວັງວ່າ ສະຫະລັດຈະປະຕິບັດຢ່າງລະມັດລະວັງ ກ່ຽວກັບບັນຫາຕ່າງໆ ເຊັ່ນ: ໄຕ້ຫວັນ, ຮົງກົງແລະເຂດຊິນຈຽງ, ເຊິ່ງເປັນບັນຫາທີ່ພົວພັນເຖິງກິດຈະ
ການພາຍໃນຂອງຈີນ ແລະ "ອະທິປະໄຕ ແລະຜືນແຜນດິນອັນຄົບຖ້ວນ" ຂອງຕົນ.

ການໂທລະສັບດັ່ງກ່າວມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫລັງຈາກການເດີນທາງໄປຢ້ຽມ ຢາມທໍານຽບຫ້າແຈ ຄັ້ງທຳອິດຂອງທ່ານໄບເດັນ ໃນນາມເປັນຜູ້ບັນຊາການ ຊຶ່ງທ່ານໄດ້ສະແດງຮ່ອງຮອຍອອກມາວ່າ ຄະນະລັດຖະບານຂອງທ່ານກຽມ ພ້ອມທີ່ຈະຕໍ່ຕ້ານກັບປະເທດຈີນທີ່ກຳລັງຂະຫຍາຍຕົວຂຶ້ນຢູ່ນັ້ນ, ປະກາດການສ້າງຕັ້ງໜ່ວຍສະເພາະກິດໃຫ້ຮັບຜິດຊອບໃນການກວດກາພິຈາລະນາທຸກສິ່ງທຸກຢ່າງຄືນ ນັບແຕ່ຍຸດທະສາດຂອງສະຫະລັດແລະຄວາມສາມາດຂອງກອງກໍາລັງທະຫານ ໃນເລື້ອງເທັກໂນໂລຈີ ແລະການສືບລັບກ່ຽວກັບປັກກິ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG