ທະຫານອີຣັກແລະພວກກະບົດ ຍັງສືບຕໍ່ປະທະກັນໃນວັນສຸກມື້ນີ້
ເພື່ອເຂົ້າຄວບຄຸມໂຮງກັ່ນນ້ຳມັນໃຫຍ່ ໃນຂະນະທີ່ສະຫະລັດ ກະ ກຽມຈະສົ່ງທີ່ປຶກສາທາງທະຫານໄປຊ່ອຍອີຣັກໃນສູ້ລົບກັບພວກ ຫົວຮຸນແຮງອິສລາມຊຸນນີ່.
ມີການສູ້ລົບກັນຢ່າງດຸເດືອດນັບແຕ່ວັນອັງຄານແລ້ວນີ້ເປັນຕົ້ນມາ
ເພື່ອເຂົ້າຄວບຄຸມບໍລິເວນທີ່ກວ້າງຂວາງຂອງໂຮງກັ່ນນ້ຳມັນ Beiji
ທີ່ຕັ້ງຢູ່ປະມານ 250 ຫລັກກິໂລແມັດ ຫ່າງຈາກນະຄອນຫຼວງແບັກ
ແດດ ຂຶ້ນໄປທາງເໜືອ. ມາຮອດ ວັນພະຫັດວານນີ້ ມີລາຍງານວ່າ ທັງສອງຝ່າຍຕ່າງກໍຄວບຄຸມບໍລິເວນສ່ວນນຶ່ງຂອງໂຮງງານນີ້.
ຄລິກເພື່ອຂະຫຍາຍ
ໃນເຫດການອີກດ້ານນຶ່ງນັ້ນ ກະຊວງການຕ່າງປະເທດສະຫະລັດ
ກ່າວວ່າ ພວກນັກລົບຂອງກຸ່ມ ISIL ເວລານີ້ໄດ້ເຂົ້າຄວບຄຸມໂຮງ ງານອາວຸດເຄມີແຫ່ງນຶ່ງ ຊຶ່ງເປັນຂອງມື້ລາງຜູ້ນຳອີຣັກ Saddam
Husseinທີ່ຖືກຂັບໄລ່ອອກຈາກອຳນາດນັ້ນ.
ທ່ານນາງ Jen Psaki ໂຄສົກກະຊວງການຕ່າງປະເທດ ກ່າວວ່າ
ສະຫະລັດຍັງມີຄວາມກັງວົນກ່ຽວກັບການເຂົ້າຍຶດເອົາສະຖານທີ່
ແຫ່ງໃດກໍຕາມ ຂອງກຸ່ມ ISIL ແຕ່ກໍເວົ້າວ່າ ໂຮງງານດັ່ງກ່າວນີ້ມີ
ທ່າທາງວ່າ ບໍ່ໄດ້ມີອາວຸດເຄມີ ທີ່ມີຄຸນຄ່າ ທາງທະຫານ ຢູ່ໃນຫັ້ນ
ເລີຍ. ທ່ານນາງກ່າວຢ້ຳວ່າ ມັນຈະເປັນການຍາກຫຼາຍຖ້າຫາກບໍ່ແມ່ນເປັນໄປບໍ່ໄດ້ເລີຍເພື່ອ ຂົນຍ້າຍຢ່າງປອດໄພວັດຖຸເຫລົ່ານີ້.
ໃນວັນພະຫັດວານນີ້ ປະທານາທິບບໍດີສະຫະລັດ ທ່ານບາຣັກ ໂອບາມາກ່າວວ່າ ທ່ານໄດ້ກະ ກຽມທີ່ຈະສົ່ງອຸບປະກອນເພີ້ມຕື່ມ ແລະທີ່ປຶກສາສະຫະລັດຫຼາຍເຖິງ 300 ຄົນ ໄປຊ່ອຍອີຣັກ ໃນການຕໍ່ສູ້ກັບພວກຫົວຮຸນແຮງ ທີ່ໄດ້ເຂົ້າຄວບຄຸມສ່ວນໃຫຍ່ ໃນພາກເໜືອຂອງອີຣັກ ແລ້ວ ນັ້ນ.
ໃນການຖະແຫຼງທີ່ທຳນຽບຂາວນັ້ນ ທ່ານໂອບາມາກ່າວວ່າ ສົງຄາມຂອງສະຫະລັດໃນອີຣັກ ທີ່ເລີ້ມຂຶ້ນໃນປີ 2003 ນັ້ນ ໄດ້ປະຮອຍແປ້ວອັນໃຫຍ່ໄວ້. ທ່ານໄດ້ປະຕິເສດ ກ່ຽວກັບຄວາມ ເປັນໄປໄດ້ ໃນການທີ່ຈະສົ່ງກຳລັງພາກພື້ນດິນ ກັບຄືນໄປຍັງອີຣັກ. ແຕ່ທ່ານກໍເວົ້າວ່າ ພ້ອມ ແລ້ວ ທີ່ຈະທຳການ ໃນອັນທີ່ທ່ານເອີ້ນວ່າ ການປະຕິບັດງານທາງທະຫານຖ້າຫາກມີຄວາມ ຈຳເປັນ ຊຶ່ງເປັນການເປີດຊ່ອງທາງໄວ້ ສຳລັບການໂຈມຕີ ທາງອາກາດ ທີ່ອາດມີຂຶ້ນ ຕໍ່ພວກ ຫົວຮຸນແຮງຊຸນນີ່.
ປະທານາທິບໍດີໂອບາມາກ່າວຕື່ມວ່າ “ກຳລັງສູ້ລົບຂອງອາເມຣິກາ ຈະບໍ່ໄປສູ້ລົບ ຢູ່ໃນອີຣັກ ອີກ. ພວກເຮົາບໍ່ມີຄວາມສາມາດທີ່ຈະແກ້ໄຂບັນຫານີ້ ໂດຍການສົ່ງທະຫານ ຈຳນວນຫຼາຍ ສິບພັນຄົນໄປ ແລະນຳໃຊ້ແບບທີ່ວ່າ ເລືອດເນື້ອແລະເງິນຄຳ ທີ່ໄດ້ນຳໃຊ້ໄປແລ້ວນັ້ນ ຢູ່ໃນ ອີຣັກ. ໃນທີ່ສຸດ ນີ້ແມ່ນສິ່ງທີ່ຈະຕ້ອງໄດ້ຮັບການແກ້ໄຂເອງ ໂດຍຊາວອີຣັກ.”
ທ່ານໂອບາມາ ຈະສົ່ງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໄປຍັງ ພາກຕາເວັນອອກກາງ ແລະຢູໂຣບ ເພື່ອເຈລະຈາຫາລືກັບພັນທະມິດ ຂອງສະຫະລັດ.
ທ່ານ Kerry ເອີ້ນກຸ່ມ ISIL ວ່າ ເປັນໄພຂົ່ມຂູ່ຕໍ່ທຸກໆຄົນຢູ່ໃນຂົງເຂດ ແຕ່ກໍເວົ້າວ່າ ຍັງບໍ່ມີຄຳ ຕອບທາງທະຫານໃດນຶ່ງ ຕໍ່ວິກິດການ ໃນອີຣັກເທື່ອ. ທ່ານເວົ້າວ່າ ການສ້າງຕັ້ງລັດຖະບານ ສາມັກຄີຊາດ ໂດຍໄວເທົ່າທີ່ຈະໄວໄດ້ ຈະເປັນບາດກ້າວທີ່ໃຫຍ່ທີ່ສຸດ ເພື່ອແກ້ໄຂບັນຫາດັ່ງ ກ່າວນີ້.

ພາບຫຼ້າສຸດ ຈາກ ອີຣັກ
1/12
Members of the Iraqi Special Operations Forces take their positions during clashes with the Islamic State of Iraq and the Levant in Ramadi, Iraq, June 19, 2014.
ເບິ່ງຕື່ມອີກ
Show less
2/12

3/12
A general view shows damaged houses after fighting in the city of Ramadi, Iraq, June 19, 2014.
ເບິ່ງຕື່ມອີກ
Show less
4/12
A member from the oil police force stands guard at Zubair oilfield in Basra, southeast of Baghdad, June 18, 2014.
ເບິ່ງຕື່ມອີກ
Show less
5/12
This June 17, 2014 image taken from video uploaded to a militant social media account shows Islamic State of Iraq and the Levant militants arriving at the oil refinery in Beiji, Iraq.
ເບິ່ງຕື່ມອີກ
Show less
6/12

7/12

8/12
Iraqi Shi'ite Turkmen families fleeing the violence in Tal Afar arrive in Shangal, a town in Nineveh province, Iraq, June 17, 2014.
ເບິ່ງຕື່ມອີກ
Show less
9/12
Mehdi Army fighters loyal to Shi'ite cleric Moqtada al-Sadr march during training in the holy city of Najaf, Iraq, June 16, 2014.
ເບິ່ງຕື່ມອີກ
Show less
10/12
Residents gather at governorate building of Nineveh province after the Islamic State of Iraq and the Levant took control in the city of Mosul, Iraq, June 16, 2014.
ເບິ່ງຕື່ມອີກ
Show less
Previous slide
Next slide