ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກາ​ນ​ສູ້​ລົບ​ທີ່ດຸເດືອດ ທາງ​ພາກ​ຕາ​ເວັນ​ອອກ ໃນເມືອງຊີວີໂຣໂດເນັດສ໌ ຂອງຢູເຄຣນ ຍັງມີຢູ່​ຕໍ່​ໄປ


ພວກ​ອາ​ສາ​ສະ​ໝັກ ພາ​ກັນ​ສານ​ຈຕາ​ໜ່າງ​ກຳ​ບັ​ງແກ່​ທະ​ຫານ​ຢູ​ເຄ​ຣນ ຢູ່​ຫໍ​ສະ​ມຸດ ທາງ​ພາ​ກ​ຕາ​ເວັນ​ຕົກ​ຂອງ​ເມືອງ​ລິ​ບ ຢູ​ເຄ​ຣ ວັນ​ທີ 9 ພຶດ​ສະ​ພາ 2022
ພວກ​ອາ​ສາ​ສະ​ໝັກ ພາ​ກັນ​ສານ​ຈຕາ​ໜ່າງ​ກຳ​ບັ​ງແກ່​ທະ​ຫານ​ຢູ​ເຄ​ຣນ ຢູ່​ຫໍ​ສະ​ມຸດ ທາງ​ພາ​ກ​ຕາ​ເວັນ​ຕົກ​ຂອງ​ເມືອງ​ລິ​ບ ຢູ​ເຄ​ຣ ວັນ​ທີ 9 ພຶດ​ສະ​ພາ 2022

ການສູ້​ລົບກັຍ​ຢ່າງນອງ​ເລືອດລະຫວ່າງ​ຊາວ​ຢູ​ເຄ​ຣນ ແລະ​ຣັດ​ເຊເພື່ອ​ຄວບ​ຄຸມ​ເອົ​າເມືອງຊີ​ວີ​ໂຣ​ໂດ​ເນັດ​ສ໌ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ໄດ້​ເລີ້ມຄືນໃໝ່ ໃນ​ວັນ​ພະ​ຫັດ​ວານ​ນີ້.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂອ​ໂ​ລ​ດີ​ເຍ ເຊ​ເລັນ​ສ໌​ກີ ໄດ້​ຮ້ອງ​ການ​ສູ້​ລົບ​ສຳລັບ ເມືອງຊີ​ວີໂຣ​ໂດ​ເນັດ​ສ໌ ວ່າ “ເປັນນຶ່ງ​ໃນ​ຄວາມ​ຍາກ​ລຳ​ບາກ​ທີ່​ສຸດ” ​ຂອ​ງ​ສົງ​ຄາມ ໃນ​ຂະ​ນະ​ທີ່​ກ່າວ​ເນັ້ນໜັກເຖິງຄວາມ​ສຳ​ຄັນ ​ຢູ່​ໃນ​ເຂດດອນ​ບັ​ສ ຢູ່​ໃນຂົງ​ເຂດທາງພາກຕາ​ເວັນ​ອອກ ຊຶ່ງ​ຣັດ​ເຊຍ​ຫວັງ​ທີ່​ຈະ​ຍຶດ​ເອົາ ຫລັງ​ຈາກທີ່ໄດ້​ລົ້ມ​ແຫລວ​ໃນ​ຕອນ​ຕົ້ນ​ເມື່ອສາມ​ເດືອນ​ເຄິ່ງ​ຂອງ​ການ​ບຸກ​ລຸກ​ເພື່ອ​ໂຄນ​ລົ້ມ​ລັດ​ຖະ​ບານ ຫລື​ຄວບ​ຄຸມ​ເອົາ​ນະ​ຄອນ​ຫລວງ​ກິ​ຢິບ.

​ທ່ານ​ເຊ​ເລັ​ນ​ສ​ກີ ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ຜ່ານ​ທາງວີ​ດີ​ໂອ ໃນ​ຕອນ​ແລງ​ວັນ​ພຸດ​ຕໍ່​ເພື່ອນ​ຮ່ວມ​ຊາດ​ທີ່ຜ່ານ​ມາ​ວ່າ “ຢູ່​ໃນ​ຫລາຍໆ​ດ້ານ ຊະ​ຕາ​ກຳເຂດ​ດອນບັ​ສ​ຂອງ​ພວກ​ເຮົາ ກຳ​ລັງ​ຈະ​ຖືກຊີ້ຂາດ​ຢູ່​ທີ່​ນີ້. ​

ກອງກຳ​ລັງ​ຢູ​ເຄ​ຣນ​ໃນ​ວັນ​ພະ​ຫັດ​ວານ​ນີ້ ​ໄດ້​ອ້າງວ່າ ໄດ້ທຳ​ຄວາມ​ຄືບ​ໜ້າ ໃນ​ການ​ສູ້​ລົບ​ຢູ່​ຕາມ​ຖະ​ໜົນ​ຢ່າງ​ດຸ​ເດືອດ​ໃນ​ເມືອງຊີ​ວີໂຣ​ໂດ​ເນັດ​ສ໌ ແຕ່​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ຕ້ອງ​ການ​ປື​ນ​ໃຫຍ່​ເພີ້ມ ເພື່ອ​ໃຫ້​ທຽບ​ເທົ້າ​ກັບ​ອາ​ວຸ​ດ​ທີ່​ໃຫ​ຍ່ກວ່າ​ຂອງ​ຣັດ​ເຊຍ. ​ທັງ​ສອງ​ຝ່າຍ​ກ່າວ​ວ່າ​ ເຂົາ​ເຈົ້າໄດ້​ເຮັດ​ໃຫ້​ເກີດ​ການ​ເສຍ​ຊີ​ວິດ​ຈຳ​ນວນ​ຫລວງ​ຫລາຍ.

ເມືອງຊີ​ວີໂຣ​ໂດ​ເນັດ​ສ໌ ​ແລະ​ເມືອງ​ແຝດ ລິຊີ​ຈານສ໌ຄ (Lysychansk) ທີ່​ຢູ່​ກົງ​ກັນ​ຂ້າມ​ກັບ​ຝັ່ງ​ແມ່ນ້ຳ​ຂອງດອນ​ແນັດສ໌ ອັນເປັນ​ພາກ​ສ່ວນທີ່​ໝັ້ນແຫ່ງ​ສຸດ​ທ້າຍ​ຂອງ​ແຂວງ​ລູ​ຮານ ທີ່ເປັນຂົງ​ເຂດ​ ​ມົ​ສ​ກູ​ກ່າວໃນຕອນຕົ້ນ​ອາ​ທິດ​ນີ້ວ່າ ຕົນ​ໄດ້​ຄວບ​ຄຸມ​ເອົາ 97 ເປີ​ເຊັນ.

​ກຳ​ລັງ​ຣັດ​ເຊຍ​ໄດ້​ສຸມພະ​ລັງອາ​ວຸດທັງ​ໝົດ​ໃສ່ພື້ນທີ່​ເມືອງຊີ​ວີໂຣ​ໂດ​ເນັດ​ສ໌. ​ລັດ​ຖະ​ມົນ​ຕີສະ​ພາຄວ​າມ​ໝັ້ນ​ຄົງ​ຂອງ​ຢູ​ເຄ​ຣນ ທ່ານ​ໂອ​ເລັກ​ຊີ ດາ​ນິ​ລອ​ບ (Oleksiy Danilov) ໄດ້ກ່າວ​ຕໍ່​ນັກ​ຂ່​າວ​ຣອ​ຍ​ເຕີ​ ໃນ​ການ​ສຳ​ພາດ​.

ທ່ານ​ກ່າວ​ວ່າ “ເຂົາ​ເຈົ້າ​ບໍ່​ຈົ່ງ​ຄົນ​ເຂົາ​ເຈົ້າ ເຂົາ​ເຈົ້າ​ພຽງ​ແຕ່​ສົ່ງ​ພວກ​ຜູ້​ຊາຍ​ຄື​ກັນ​ກັບຍິງລູກ​ປືນ​ໃຫ​ຍ່ຖີ້ມ. ​ເຂົາ​ເຈົ້າ​ໂຈມ​ຕີ​ທະ​ຫານ​ພວກ​ເຮົາ ກາງ​ເວັນ ແລະ​ກາງ​ຄືນ.”

​ຜູ້​ບັນ​ຊາ​ການກອງ​ທັບປ້ອງ​ກັນ​ຊາດ ສ​ະ​ໂວ​ໂບ​ດາ​ຂອງ​ຢູ​ເຄ​ຣນ ທ່ານ​ເປ​ໂຕ​ຣ ກູ​ຊິກ (Petro Kusyk) ໄດ້​ກ່າວ​ຢູ່​ໃນ​ການ​ສຳ​ພາດ​ທາງ​ໂທ​ລະ​ພາບ​ວ່າ ຊາວ​ຢູ​ເຄ​ຣນ​ ໄດ້​ລໍ້​ເອົາ​ທະ​ຫານ​ຣັດ​ເຊຍ​ເຂົ້າ​ສູ່​ການ​ສູ້​ລົບ​ໃນຖະ​ໜົນ ເພື່ອ​ບໍ່ໃຫ້ຣັດ​ເຊຍ​ ທຳ​ຄວາມ​ຄືບ​ໜ້າ​ການ​ຍິງ​ປືນ​ໃຫຍ່​ເຂົ້າ​ໃສ່.

​ທ່ານ​ກ່າວ​ວ່າ ​ວັນ​ພຸດ ເປັນວັນທີ່ໄດ້​ຮັບ​ຜົນ​ສຳ​ເລັດ​ແກ່​ພວກ​ເຮົາ ພວກ​ເຮົາ​ໄດ້ເລີ້ມບຸກໂຈມຕີຕອບໂຕ້ ແລະ​ຢູ່​ໃນ​ບາງເຂດ​ ພວກ​ເຮົາ​ສາ​ມາດ​ໂຈມ​ຕີ​ເຂົາ​ເຈົ້າ​ ໃຫ້​ຖອ​ຍ​ຄືນ​ໄປ​ ນຶ່ງຫລື​ສອງເຂດ. ຢູ່​ແຫ່ງ​ອື່ນ ​ເຂົາ​ເຈົ້າ​ໂຈມ​ຕີ​ພວກ​ເຮົາ​ໃຫ້ຖອຍ​ຄືນ ​ພຽງ​ແຕ່ນຶ່ງ​ຕຶກຫຼັງນຶ່ງ​ ຫລື​ສອງ​ຫລັງ.

The bloody Ukrainian-Russian fight for control of Sievierodonetsk in eastern Ukraine raged anew Thursday.

Ukrainian President Volodymyr Zelenskyy called the battle for Sievierodonetsk “one of the most difficult” of the war, while highlighting its importance in the key eastern Donbas region, which Russia hopes to seize after failing early in its 3½-month invasion to topple his government or capture the capital, Kyiv.

"In many ways, the fate of our Donbas is being decided there,” Zelenskyy said in his Wednesday night video address to his countrymen.

Ukrainian forces claimed Thursday to have advanced in intense street fighting in Sievierodonetsk but said they needed more artillery to offset Russia's bigger arsenal. Both sides say they have inflicted large numbers of casualties.

Sievierodonetsk and its twin city, Lysychansk, on the opposite bank of the Donets River are the last Ukrainian-held parts of Luhansk province, a region Moscow said earlier this week it has 97% control of.

Russian forces are focusing all their firepower on the Sievierodonetsk area, Ukraine's Security Council Secretary Oleksiy Danilov told Reuters in an interview.

"They don't spare their people, they're just sending men like cannon fodder," he said. "They are shelling our military day and night."

The commander of Ukraine's Svoboda National Guard Battalion, Petro Kusyk, said in a television interview that Ukrainians were drawing Russians into street fighting to neutralize Russia's artillery advantage.

He said that Wednesday “was successful for us — we launched a counteroffensive, and in some areas, we managed to push them back one or two blocks. In others they pushed us back, but just by a building or two."

XS
SM
MD
LG