ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ວ່າການທະນາຄານ ແຫ່ງຊາດ ຍອມຮັບວ່າ ທະນາຄານໃນ ລາວ ໄດ້ຮັບເງິນໂອນຈາກຕ່າງປະເທດພຽງ 103 ລ້ານໂດລາ ຕໍ່ເດືອນ


ເງິນກີບລາວ.
ເງິນກີບລາວ.

ຜູ້ວ່າການທະນາຄານແຫ່ງຊາດຍອມຮັບວ່າ ທະນາຄານໃນ ລາວ ໄດ້ຮັບເງິນໂອນຈາກຕ່າງປະ ເທດເຂົ້າມາໃນລາວພຽງ 103 ລ້ານໂດລາຕໍ່ເດືອນ ເພາະເງິນທຶນສ່ວນໃຫຍ່ຈະຕ້ອງໃຊ້ເພື່ອຊຳລະໜີ້ເງິນກູ້ຕ່າງປະເທດ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງຊາດ ຖະແຫລງຍອມຮັບວ່າ ລາຍຮັບສ່ວນ ໃຫຍ່ທີ່ໄດ້ຈາກການສົ່ງສິນຄ້າລາວອອກໄປຕ່າງປະເທດໃນແຕ່ລະເດືອນນັ້ນ ຈະຕ້ອງນຳໃຊ້ສຳລັບຊຳລະຄືນໜີ້ເງິນກູ້ຈາກຕ່າງປະເທດເປັນດ້ານຫລັກ ຈຶ່ງເຮັດໃຫ້ມີເງິນຕາຕ່າງປະເທດຜ່ານລະບົບທະນາຄານເຂົ້າມາວໃນລາວ ຄິດເປັນມູນຄ່າສະເລ່ຍພຽງ 103 ລ້ານໂດລາຕໍ່ເດືອນເທົ່ານັ້ນ ດັ່ງທີ່ ທ່ານສອນໄຊ ໄດ້ໃຫ້ການຢືນຢັນວ່າ:

“ປະມານ 103 ລ້ານໂດລາຕໍ່ເດືອນ ແລະພວກເຮົາຕ້ອງໄດ້ຮັບຮູ້ການລົງທຶນ ໂດຍກົງຈາກຕ່າງປະ ເທດປະກອບມີ 2 ພາກສ່ວນຄືການລົງທຶນຮູບແບບຮ່ວມຮຸ້ນແລະການກູ້ຢືມຈາກພາຍນອກເຂົ້າມາລົງທຶນ ຄືການລົງທຶນສ້າງເຂື່ອນສ່ວນໃຫຍ່ ຈະແມ່ນແບບທີ່ເຂົາເຈົ້າ ໄດ້ກູ້ຢືມຈາກຕ່າງປະເທດ ລະເຮັດໃຫ້ທາງລັດຖະບານ ກໍຄືກະຊວງທີ່ກ່ຽວຂ້ອງໄດ້ອະນຸຍາດໃຫ້ເຂົາເຈົ້າໄດ້ໄປຊຳລະສະສາງຢູ່ຕ່າງປະເທດ ອັນນີ້ ກະເປັນສາເຫດນຶ່ງທີ່ພາຍຫລັງໄດ້ຮັບລາຍຮັບແຕ່ລະປີຫັ້ນ ເງິນຈະບໍ່ຂ້າມປະເທດເຮົາ.”

ທັງນີ້ ລັດຖະບານລາວ ມີຄວາມຕ້ອງການດ້ານທຶນສຳຮອງເງິນຕາຕ່າງປະເທດ ຄິດເປັນມູນຄ່າບໍ່ຕ່ຳກວ່າ 4,000 ລ້ານໂດລາໃນແຕ່ລະປີ ຫາກແຕ່ກໍສາມາດປະຕິບັດຕົວຈິງໄດ້ພຽງ 50 ເປີເຊັນ ກໍຄືສາມາດແລກປ່ຽນເງິນຕາຕ່າງປະເທດຈາກບັນດາຜູ້ສົ່ງອອກສິນຄ້າລາວໄປຕ່າງປະເທດໄດ້ໃນມູນຄ່າ 2,000 ລ້ານໂດລາຕໍ່ປີ ຈຶ່ງເຮັດໃຫ້ລັດຖະບານລາວ ຕ້ອງປະເຊີນກັບບັນຫາຂາດແຄນທຶນສຳ ຮອງເງິນຕາຕ່າງປະເທດ ໃນມູນຄ່າເຖິງ 2,000 ລ້ານໂດລາ ໂດຍມີສາເຫດມາຈາກການຂາດດຸນການຄ້າຕ່າງປະເທດເປັນສຳຄັນ.

ທາງດ້ານ ທະນາຄານພັດທະນາເອເຊຍ ຫຼື ADB ຄາດການວ່າ ລັດຖະບານລາວ ຈະຕ້ອງປະເຊີນກັບບັນຫາຂາດດຸນບັນຊີເງິນຕາຕ່າງປະເທດເຖິງ 9.4 ເປີເຊັນຂອງຍອດຜະລິດຕະພັນລວມພາຍ ໃນ ຫຼື GDP ໃນປີ 2020 ຊຶ່ງຈະເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ເຫຼືອບໍ່ເຖິງ 1,000 ລ້ານໂດ

ລາ ຫຼື ເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປເທດໄດ້ ບໍ່ເຖິງ 2 ເດືອນ ດ້ວຍເຫດນີ້ ລັດຖະບານລາວ ຈຶ່ງໄດ້ມີມະຕິເຫັນຊອບແລະມອບໝາຍວໃຫ້ກະຊວງການເງິນ ເປັນພາກສ່ສວນຮັບຜິດຊອບໃນການເຈລະຈາກັບສະຖາບັນການເງິິນສາກົນ ແລະປະເທດເຈົ້າໜີ້ ເພື່ອຂໍເລື່ອນການຊຳລະໜີ້ເງິນກູ້ແລະດອກເບ້ຍຄືນໃຫ້ກັບເຈົ້າໜີ້ໃນປີ 2020 ເປັນກໍລະນີພິເສດ ເພາະວ່າ ການລະບາດຂອງໄວຣັສ Covit-19 ດັ່ງກ່າວ ຮວມເຖິງການອອກພັນທະບັດລັດຖະບານ ເພື່ອລະດົມທຶນທັງພາຍໃນແລະຈາກຕ່າງປະເທດອີກດ້ວຍ.

ໂດຍຫລ້າສຸດ ລັດຖະບານລາວ ກໍໄດ້ມອບໝາຍໃຫ້ທະນາຄານຫແຫ່ງຊາດ ດຳເນີນການຈັດຈຳ ໜ່າຍພັນທະບັດລັດຖະບານໃນມູນຄ່າລວມ 1,700 ຕື້ກີບ ໃນຊ່ວງເດືອນພຶດສະພາ-ມິຖຸນາ 2020 ທີ່ຜ່ານມາ ໂດຍໄດ້ກຳນົດຜົນຕອບແທນເປັນດອກເບ້ຍໄວ້ເຖິງ 6 ອັດຕາດ້ວຍລາຄາຈຳໜ່າຍພັນ ທະບັດໜ່ວຍລະ 1 ລ້ານກກີບ.

ການອອກພັນທະບັດຂອງລັດຖະບານລາວ ຄັ້ງຫລ້າສຸດນີ້ ຖືເປັນຄັ້ງທີ 5 ນັບແຕ່ເດືອນສທັນວາ 2018 ແຕ່ກໍຖືເປັນຄັ້ງທີ 4 ທີ່ຈຳໜ່າຍເປັນພັນທະບັດສະກຸນເງິນກີບ ໂດຍ 3 ຄັ້ງກ່ອນໜ້າທີ່ເປັນພັນທະບັດສະກຸນເງິນກີບ ກໍຄືພັນທະບັດທີ່ມີມູນຄ່າ 1,000 ຕື້ກີບ ໃນເດືອນທະວາ 2018 ກັບ 714.87 ຕື້ກີບ ເມື່ອເດືອນກຸມພາ 2019 ແລະ 1,700 ຕື້ກີບໃນເດືອນກັນຍາ 2019 ສ່ວນອອກພັນະບັດເປັນເງິນໂດລາສະຫະລັດ ຄັ້ງທຳອິດເມື່ອວັນສທີ 1-31 ຕຸລາ 2019 ນັ້ນ ກໍມີມູນຄ່າລວມ 500 ລ້ານໂດລາສະຫະລັດ.

ສ່ວນຜູ້ຊ່ຽວຊານດ້ານການເງິນຂອງທະນາຄານໂລກປະຈຳລາວ ຢືນຢັນວ່າ ລັດຖະບານລາວ ຕ້ອງປະເຊີນກັບສະພາວະການເປັນໜີ້ພາກລັດຖະບານເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍເຫັນໄດ້ໃນປີ 2016 ທີ່ຖືເປັນປີທຳອິດທີ່ໜີ້ສິນຂອງລັດຖະບານລາວ ມີມູນຄ່າລວມທີ່ເກີນກວ່າ 60 ເປີເຊັນຂອງ GDP ແລະເພີ້ມຂຶ້ນເປັນ 70 ເປີເຊັນຂອງ GDP ໃນປີ 2019 ທັງຄາດວ່າຈະເພີ້ມຂຶ້ນເປັນເກີນກວ່າ 75 ເປີເຊັນຂອງ GDP ໃນປີ 2020 ຫຼືຄິດເປັນໜີ້ສະສົມໃນມູນຄ່າລວມເກີນກວ່າ 14,445 ລ້ານໂດລານັ້ນເອງ.

XS
SM
MD
LG