ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສື່ມວນຊົນ ບັງກລາແດັສ ພິຈາລະນາຄວາມສ່ຽງ ສຳລັບນັກຂ່າວເພດຍິງ


TV Press Freedom Bangladesh Women -- USAGM
please wait

No media source currently available

0:00 0:02:24 0:00

ປະເທດ ບັງກລາແດັສ ກຳລັງເຫັນຕົວເລກຂອງນັກຂ່າວແມ່ຍິງຖືກຮາວີ ລົບກວນໂດຍພວກນັບຖືສາສະໜາທີ່ເຄັ່ງຄັດເພີ່ມຂຶ້ນ, ຈົນກໍ່ໃຫ້ເກີດຄວາມເປັນຫ່ວງດ້ານຄວາມປອດໄພ ສຳລັບນັກຂ່າວທີ່ອອກໄປປັດຕິບັດໜ້າທີ່. ນັກຂ່າວວີໂອເອ ຊານຈານາ ເຟຣອສ ມີລາຍງານເພີ່ມເຕີມ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ກຸ່ມຄົນໄດ້ຫຸ້ມລ້ອມ ແລະ ຮາວີລົບກວນສື່ມວນຊົນໃນລະຫວ່າງ ການປະທ້ວງໂດຍກຸ່ມນັບຖືສາສະ ໜາທີ່ເຄັ່ງຄັດ ຫຼື ກຸ່ມອິສລາມນິຍົມແນວທາງດັ້ງເດີມຈັດ.

ບັງກລາແດັສ ແມ່ນກຳລັງເຫັນເຫດການແບບນີ້ຫຼາຍຂຶ້ນ, ກໍ່ໃຫ້ບັນດານັກຂ່າວແມ່ຍິງ ແລະ ບັນດາຜູ້ບໍລິຫານຂ່າວຂອງເຂົາເຈົ້າຕ້ອງຄິດຄືນ ກ່ຽວກັບ ຄວາມປອດໄພສ່ວນຕົວ ແລະ ຄວາມສ່ຽງໃນການເຮັດຂ່າວບາງອັນ.

ໃນຕົ້ນປີນີ້, ສະມາຊິກຂອງກຸ່ມອິສລາມ ເຮຟາແຊັດ ອີ-ອິສລາມ ໄດ້ໂຈມຕີ ທ່ານນາງ ຣີບີນາ ອີສມິນ ຈາກໂທລະພາບ ກາຊີ ໃນລະຫວ່າງການປະທ້ວງຕໍ່ຕ້ານການຢ້ຽມຢາມຂອງນາຍົກລັດຖະມົນ ຕີ ອິນເດຍ ທ່ານ ນາເຣັນດຣາ ໂມດີ.

ທ່ານນາງ ຣີບີນາ ອີສມິນ, ນັກຂ່າວອາຊະຍະກຳໂທລະພາບ ກາຊີ ໄດ້ກ່າວວ່າ “ນັກເຄື່ອນໄຫວບາງຄົນໄດ້ຍ່າງມາຫາຂ້າພະເຈົ້າ ແລະ ຖາມວ່າເປັນຫຍັງຂ້າພະເຈົ້າຈຶ່ງນຸ່ງເຄື່ອງຜູ້ຊາຍ. ຂ້າພະ ເຈົ້າບໍ່ຢາກພົວພັນໃນການຖຽງກັນໃນເວລານັ້ນ, ເພາະວ່າຂ້າພະເຈົ້າເປັນຫ່ວງຊີວິດຂອງຂ້າພະ ເຈົ້າ ເຖິງແມ່ນວ່າຂ້າພະເຈົ້າຈະໃສ່ເສື້ອກັນລູກປືນກໍຕາມ. ເຂົາເຈົ້າຕຳໜິທີ່ຂ້າພະເຈົ້າບໍ່ໄດ້ໃສ່ຜ້າຄຸມຫົວ.”

ມັນໄດ້ກາຍເປັນຄວາມຫຍຸ້ງຍາກສຳລັບນັກຂ່າວແມ່ຍິງໃນ ບັງກລາແດັສ ທີ່ຈະເອົາຊີວິດລອດ, ອີງຕາມການກ່າວຂອງທ່ານນາງ ນາເດຍ ຊາມີນ, ນັກຂ່າວ ອາຊະຍະກຳສຳລັບຊ່ອງ 71.

ທ່ານນາງ ນາເດຍ ກ່າວວ່າ “ປົກກະຕິແລ້ວນັກຂ່າວແມ່ຍິງຈະຖືກພິຈາລະນາວ່າບໍ່ສຳຄັນຫຼາຍປານ ໃດ. ມີໜ້ອຍຄົນໃນສື່ມວນຊົນຂອງ ບັງກລາແດັສ ໄດ້ຫຼີກລ່ຽງຈາກຄວາມຄິດນັ້ນ. ເຈົ້າໜ້າທີ່ສື່ມວນຊົນຫຼາຍຄົນແມ່ນພູມໃຈທີ່ຈະເວົ້າວ່າອົງການເຂົາເຈົ້າບໍ່ໄດ້ຈ້າງແມ່ຍິງ.”

ນັກຂ່າວເພດຍິງແມ່ນກຳລັງເຮັດວຽກໄດ້ດີ, ແລະ ການອຸທິດຕົນ ແລະ ຄວາມເປັນມືອາຊີບ ແມ່ນກຳລັງຜັກດັນພວກເຂົາເຈົ້າໄປຂ້າງໜ້າ, ອີງຕາມການກ່າວຂອງທ່ານ ຊາຄິລ ອາເມັດ, ຫົວໜ້າຂ່າວສຳລັບຊ່ອງ 71. ແຕ່ທ່ານ ອາເມັດ ເວົ້າວ່າທ່ານເປັນຫ່ວງ ກ່ຽວກັບ ຄວາມສ່ຽງຂອງການຖືກໂຈມຕີຢູ່ໃນສະໜາມ.

ທ່ານ ຊາຄິລ ອາເມັດ ໄດ້ກ່າວວ່າ “ຂ້າພະເຈົ້າຕ້ອງຄິດຫຼາຍຄັ້ງກ່ອນທີ່ຈະແຕ່ງໃຫ້ແມ່ຍິງເຮັດວຽກທີ່ມີຄວາມສ່ຽງ. ແມ່ນກະທັ້ງ 5 ປີກ່ອນເຂົາເຈົ້າສາມາດທີ່ຈະຮັບມືກັບວຽກປະເພດທີ່ວ່ານີ້ ໄດ້ຢ່າງງ່າຍດາຍກໍຕາມ, ແຕ່ດຽວນີ້ເຫດການແມ່ນໄດ້ປ່ຽນແປງຫຼາຍ. ຄວາມເປັນຫ່ວງຂອງຂ້າພະເຈົ້າກໍແມ່ນຜົນກະທົບຕະຫຼອດຊີວິດ ຈາກການໂຈມຕີຂອງກຸ່ມຄົນຕໍ່ນັກຂ່າວເພດຍິງ.”

ເລື່ອງຄວາມສ່ຽງໃນການແຕ່ງນັກຂ່າວເພດຍິງໄປເຮັດລາຍງານບາງອັນແມ່ນໄດ້ສົ່ງຜົນກະທົບ ໃນການຕໍ່ສູ້ເພື່ອຄວາມເທົ່າທຽມກັນ, ອີງຕາມການກ່າວຂອງນັກຂ່າວ ທ່ານນາງ ອິສຣັດ ຈາຮານ ເອີມີ (Ishrat Jahan Urmi).

ທ່ານນາງ ອິສຣັດ ຈາຮານ ອີມີ, ນັກຂ່າວອາວຸໂສຈາກໂທລະພາບ DBC ໄດ້ກ່າວວ່າ “ເວລາທີ່ແມ່ຍິງໄດ້ຖືກໂຈມຕີທາງຮ່າງກາຍ ແລະ ໄດ້ຮັບບາດເຈັບທີ່ເປັນໄພຕໍ່ຊີວິດນັ້ນແລ້ວເຂົາເຈົ້າຈະຕໍ່ສູ້ເພື່ອສິດທິທີ່ເທົ່າທຽມໄດ້ແນວໃດ? ຂ້າພະເຈົ້າຄິດວ່າເຫດການທີ່ວ່ານີ້ ແມ່ນກຳລັງຍຸແຍ່ໃຫ້ແມ່ຍິງຢຸດຕໍ່ສູ້ເພື່ອສິດທິຂອງເຂົາເຈົ້າ.”

ເຖິງແມ່ນຈະມີສິ່ງທ້າທາຍຫຼາຍຢ່າງກໍຕາມ, ນັກຂ່າວແມ່ຍິງໃນ ບັງກລາແດັສ ເວົ້າວ່າເຂົາເຈົ້າຈະເຮັດວຽກຕໍ່ໄປ ເພື່ອເອົາຊະນະການຕໍ່ສູ້ສຳລັບສິດທິທີ່ເທົ່າທຽມກັນຂອງເຂົາເຈົ້າ.

Bangladesh is seeing a rise in the number of female journalists being harassed by fundamentalist groups, raising security concerns for reporters out on assignment. VOA’s Sanjana Feroz has more.

Mobs surrounding and harassing media during protests by fundamentalist or Islamist groups.

Bangladesh is seeing more incidents like this, prompting female journalists and their news managers to rethink personal safety and the risk of covering some stories.

Earlier this year, members of the Hefazat e-Islam Islamist group attacked Gazi TV's Rubina Easmin during protests against a visit by Indian Prime Minister Narendra Modi.

“Some activists came to me and asked why I was dressed in men's clothes. I did not want to engage in any argument at that moment, fearing for my life even though I was wearing a bullet-proof vest. They complained that I was not wearing a veil.”

It is becoming difficult for women journalists in Bangladesh to survive, says Nadia Sharmeen, a crime reporter for Channel 71.

“Women journalists are usually seen as not so important. Very few media outlets in Bangladesh have moved away from that notion. Many media officials are proud to say that their organization does not hire women.”

Female journalists are doing good work, and dedication and professionalism are driving them forward, says Shakil Ahmed, head of news for Channel 71. But Ahmed says he worries about the risk of attack out in the field.

“I have to think multiple times before assigning a woman on a risky assignment. Even five years back they could easily cover these kinds of assignments but now the scenario has changed a lot. My worry is the lifelong impact a mob attack could have on a female reporter.”

The risk factor in assigning a female journalist to some stories is impacting the fight for equality, says journalist Ishrat Jahan Urmi.

“When women are being physically attacked and have life threatening injuries how can one fight for equal rights? I think these incidents are instigating women to stop fighting for their rights.”

Despite the challenges, women journalists in Bangladesh say they will keep working to win their fight for equality.

XS
SM
MD
LG