ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັງກລາແດັສ ຢຸດເຊົາ ​ຊອກຄົ້ນ​ຫາ ​ຕາມຊາກ ຫັກພັງແລ້ວ (ສະໄລດ໌)


ພວກໜ່ວຍກູ້ໄພໄດ້ທໍາການຊອກຄົ້ນຫາຜູ້ທີ່ອາດລອດຊີວິດມາໄດ້
ຈາກຊາກຫັກພັງຂອງຕຶກ
ພວກໜ່ວຍກູ້ໄພໄດ້ທໍາການຊອກຄົ້ນຫາຜູ້ທີ່ອາດລອດຊີວິດມາໄດ້ ຈາກຊາກຫັກພັງຂອງຕຶກ
ບັນດາ​ເຈົ້າ​ໜ້າ​ທີ່​ Bangladesh ກ່າວ​ວ່າ​ພວກ​ຕົນ​ໄດ້​ຢຸດ
​ເຊົາ​ການ​ຊອກ​ຄົ້ນ​ຫາ ​ພວກ​ທີ່​ໄດ້​ຮັບ​ເຄາະຈາກ​ເຫດ​ຕຶກ​ພັງ​
ທີ່​ໄດ້​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍຊີວິດ 1,127 ຄົນນັ້ນ​ແລ້ວ.

ການ​ຊອກຄົ້ນ​ຫາ​ໃນ​ຕຶກ​ທີ່​ພັງ​ລົງ ຊຶ່ງ​ເປັນ​ທີ່​ຕັ້ງ​ຂອງ​ໂຮງງານ
​ອຸດສາຫະກໍາຕັດ​ຫຍິບ​ຫລາຍໆ​ແຫ່ງ ໃກ້ໆ​ກັບ​ນະຄອນຫຼວງ
Dhaka ນັ້ນ​ ໄດ້​ຍຸດຕິ​ລົງ​ໃນ​ວັນ​ອັງຄານ​ມື້​ນີ້.

ໃນ​ວັນ​ສຸກ​ແລ້ວນີ້ ພວກກູ້​ໄພ​ໄດ້​ພົບ​ເຫັນຜູ້​ເຄາະ​ຮ້າຍ​ແມ່ຍິງ
ຄົນ​ນຶ່ງ​ ທີ່​ຍັງ​ມີ​ຊີວິດ​ລອດ​ຢູ່ ຊຶ່ງ​ຜູ້ກ່ຽວ​ໄດ້​ຖືກ​ຕັນ​ຢູ່​ໃຕ້ຊາກ​ຫັກ
​ພັງ ເປັນ​ເວລາ 17 ​ມື້.

ລັດຖະບານ​ໄດ້​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້ ວ່າ​ຕົນ​ມີແຜນ​ທີ່​ຈະ​ຂຶ້ນ​ອັດຕາຄ່າ​ແຮງ​ງານ​ຕໍ່າ​ສຸດ
​ໃຫ້​ພວກ​ພະນັກງານ​ຕັດຫຍິບ ​ເພື່ອ​ຕອບ​ສະໜອງ​ການ​ປະ​ທ້ວງ ​ທີ່​ພົວພັນ​ກັບ​ເຫດ​ຕຶກ​ພັງ
​ໃນ​ເດືອນ​ແລ້ວ​ນັ້ນ.

​ອຸປະຕິ​ເຫດຕຶກ​ພັງ​ເມື່ອວັນ​ທີ 24 ເດືອນ​ເມສາ ຢູ່ໃກ້ໆ​ກັບ​ນະຄອນຫຼວງ Dhaka ນັ້ນ​ຈຸດ​
ຂະ​ນວນ​ໃຫ້​ມີ​ການເດີນ​ຂະ​ບວນເປັນ​ເວລາ​ຫລາຍ​ວັນ ຂອງ​ພວກ​ພະນັກງາ​ນຕັດຫຍິບ
ທີ່​ພາກັນປະ​ທ້ວງ ​ຄ່າແຮ​ງງານ​ຕໍ່າ​ແລະ​ສະພາ​ບການ​ທີ່​ຂີ້ຮ້າຍ ຢູ່​ບ່ອນເຮັດ​ວຽກ.

​ທາງ​ການ​ໄດ້​ຈັບ​ກຸມ ຢ່າງ​ນ້ອຍ 9 ຄົນ ​ທີ່​ກ່ຽວຂ້ອງ​ກັບອຸປະຕິ​ເຫດຕຶກ​ພັງ​ນີ້.

ທາງ​ການ​ຍັງ​ກ່າວ​ອີກ​ວ່າ ການ​ໃຊ້ເຄື່ອງຈັກ​ປັ່ນ​ໄຟໜັກໆຫຼາຍໆ​ເຄື່ອງ ຢູ່​ຊັ້ນ​ເທິງ​ຂອງ​ຕຶກ
ອາດໄດ້​ເປັນສາ​ເຫດ​ສ່ວນ​ນຶ່ງ​ຂອງອຸປະຕິ​ເຫດຄັ້ງ​ນີ້ ​ເພາະວ່າ​ໂຄງ​ສ້າງ​ຂອງຕຶກນັ້ນ​ແມ່ນ
ບໍ່​ໄດ້​ສ້າງຂຶ້ນ​ເພື່ອ​ຮອງຮັບ ​ນໍ້າໜັກ​ດັ່ງກ່າວ​ນີ້.

ລັດຖະບານ​ Bangladesh ກ່າວ​ວ່າ ​ໄດ້​ມີ​ການ​ປິດ​ໂຮງງານ​ອຸດສາຫະກໍາ​ຕັດຫຍິບ
​ເສື້ອຜ້າ 18 ​ແຫ່ງ ​ຍ້ອນ​ເຫດຜົນ​ດ້ານຄວາມ​ປອດ​ໄພ ​ຫຼັງ​ຈາກ​ເກີດ​ເຫດ​ຕຶກ​ພັງແລ້ວນັ້ນ.​

XS
SM
MD
LG