ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ບັງ​ກ​ລາ​ແດັ​ສຖືກຕ້ອງ​ຕິ ກ່ຽວ​ກັບ​ແຜນ​ການ​ຈະ​ນຳ​ໃຊ້​ກົດ​ໝາຍ ທີ່​​ໂຕ້​ແຍ້ງ ດ້ວຍ​ກົດ​ໝາຍ​ທີ່​ຖື​ວ່າ ​ກົດ​ຂີ່​ເທົ່າໆ​ກັນ


ຕຳ​ຫຼວດ​ບັງ​ກ​ລາ​ແດັ​ສ ແລະ​ພວກ​ນັກ​ເຄື່ອນ​ໄຫວ​ຈາກ​ພັກ​ຊາດ​ນິ​ຍົມບັງ​ກ​ລາ​ແດັ​ສ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ ປະ​ທະ​ກັນ​ທີ່ Habiganj ເມື່ອ​ວັນ​ທີ 19 ສິງ​ຫາ 2023.
ຕຳ​ຫຼວດ​ບັງ​ກ​ລາ​ແດັ​ສ ແລະ​ພວກ​ນັກ​ເຄື່ອນ​ໄຫວ​ຈາກ​ພັກ​ຊາດ​ນິ​ຍົມບັງ​ກ​ລາ​ແດັ​ສ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ ປະ​ທະ​ກັນ​ທີ່ Habiganj ເມື່ອ​ວັນ​ທີ 19 ສິງ​ຫາ 2023.

ພວກນັກ​ເ​ຄື່ອນ​ໄຫວ​ເພື່ອ​ສິດ​ທິ​ມະ​ນຸດ ແລະບັນ​ດາ​ຜູ້ນຳ​ພັກ​ການ​ເມືອງ​ຝ່າຍ​ຄ້ານ​ໃນ​ບັງ​ກ​ລາ​ແດັ​ສ ໄດ້​ສະ​ແດງ​ຄວາມ​ເປັ​ນ​ຫ່ວງ​ກັງ​ວົນ ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ທາງ​ໄຊ​ເບີ້ ໂດຍ​ກ່າວ​ວ່າ ມັນ​ເປັນມາດ​ຕະການ​ກົດ​ຂີ່ ​ບໍ່​ຕ່າງ​ຫຍັງ​ ກັບ​ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ທາງ​ດີ​ຈີ​ຕອ​ລ​ ທີ່​ມີ​ຢູ່​ໃນ​ເວ​ລານີ້ ທີ່​ກົດ​ໝາຍ​ດັ່ງ​ກ່າວ​ຈະ​ນຳ​ມາ​ໃຊ້​ແທນນັ້ນ.

ພວກ​ນັກ​ເຄື່ອນ​ໄຫວ ພ້ອມ​ກັບ​ພວກ​ນັກ​ຂ່າວ ແລະ​ບັນ​ດາ​ພັກ​ຝ່າຍ​ຄ້ານ ໄດ້​ຮຽກ​ຮ້ອງ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ​ໃຫ້​ຍົກ​ເລີກ​ກົດ​ໝາຍ ຊຶ່ງ​ໄດ້​ຮັບ​ການ​ຕ້ອງ​ຕິ​ຢ່າງ ກວ້າງ​ຂວາງວ່າ ເປັນ​ກົດ​ໝາຍ​ທີ່​ຮາ​ວີ​ລົບ​ກວນ​ ແລະ​ປິດ​ປາກ​ປິດ​ສຽງ​ ພວກ​ຄັດ​ຄ້ານ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ກົດ​ໝາຍ​ ທ່ານ​ອະ​ນີ​ສຸ​ລ ຮັກ (Anisul Hug) ​ກ່າວ​ໃນ​ວັນ​ທີ 7 ສິງ​ຫາ​ຜ່ານ​ມານີ້​ວ່າ ລັດ​ຖະ​ບານ​ຈະໃຊ້ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ທາງ​ໄຊ​ເບີ້ (CSA) ​ແທນ​ກົດ​ໝາຍ DSA “ຊຶ່ງ​ຈະ​ເປັນ​ຜົນ​ດີ” ສຳ​ລັບ​ປະ​ຊາ​ຊົນ.

“ພວກ​ເຮົາ​ບໍ່​ໄດ້​ຍົກ​ເລີກ ​ກົດ​ໝາຍ DSA ແຕ່​ພວມ​ທຳ​ການ​ປັບ​ປຸງ. ຫຼາຍໆ​ວັກ​ຂອງ​ກົດ​ໝາຍນີ້ ຊຶ່ງ​ບໍ່​ສາ​ມາດປະ​ກັນ​ໂຕ​ໄດ້​ແຕ່​ກ່ອນ (ໃນ DSA) ຈະ​ສາ​ມາດ​ປະ​ກັນ​ໂຕ​ໄດ້​ໃນ​ເວ​ລານີ້ (ໃນ CSA). ເພື່ອ​ຢຸດ​ເຊົາ​ໃນ​ການ​ນຳ​ໃຊ້​ທີ່​ບໍ່​ຖືກ​ຕ້ອງ​ແລະ​ລະ​ເມີດ​ຕໍ່​ກົດ​ໝາຍ DSA ພວກ​ເຮົາ​ໄດ້​ປ່ຽນ​ຊື່ມັນ. ໂດຍ​ການ​ຊັ່ງ​ຊາ​ຕີ​ລາ​ຄາ​ຮ່າງ​ກົດ​ໝາຍ​ທີ່​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຖືກ​ຕ້ອງນັ້ນ ພວກ​ເຮົາ​ໄດ້​ຕັ້ງ​ຊື່​ຂອງ​ມັນ​ວ່າ ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ທາງ​ໄຊ​ເບີ້” ທ່ານອະ​ນີ​ສຸ​ລ ​ຮັກ​ ກ່າວ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG