ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ສູງ​ສຸດ ບັງ​ກລາ​ແດັ​ສ ​ຕັດສິນເຫັນພ້ອມ ໃຫ້ປະຫານຊີວິດ ຜູ້ນຳ​ພັກ​ອິສລາມ


ທ່ານ Mir Quashem Ali, ຜູ້ນຳ​ອະ​ວຸ​ໂສ​ຂອງພັກສາສະໜາ​ອິສລາມ ພັກ Jamaat-e-Islami ສະແດງອອກເຖິງໄຊຊະນະ ທີ່ເຂົ້າໄປຍັງ ລົດຕຳຫຼວດ ຫຼັງຈາກທີ່ສານ​ສູງ​ສຸດ​ຕັດສິນ​ປະຫານ
ຊີວິດອາ​ຊະ​ຍາ​ກຳ​ສົງຄາມ​ ໃນ Dhaka, ບັງ​ກລາ​ແດັ​ສ, 2 ພະຈິກ, 2014.
ທ່ານ Mir Quashem Ali, ຜູ້ນຳ​ອະ​ວຸ​ໂສ​ຂອງພັກສາສະໜາ​ອິສລາມ ພັກ Jamaat-e-Islami ສະແດງອອກເຖິງໄຊຊະນະ ທີ່ເຂົ້າໄປຍັງ ລົດຕຳຫຼວດ ຫຼັງຈາກທີ່ສານ​ສູງ​ສຸດ​ຕັດສິນ​ປະຫານ ຊີວິດອາ​ຊະ​ຍາ​ກຳ​ສົງຄາມ​ ໃນ Dhaka, ບັງ​ກລາ​ແດັ​ສ, 2 ພະຈິກ, 2014.

ສານ​ສູງ​ສຸດ​ຂອງບັງ​ກລາ​ແດັ​ສ ​ໄດ້​ປະຕິ​ເສດຕໍ່​ການຂໍ​ອຸທອນ
ໂດຍຜູ້ນຳ​ອະ​ວຸ​ໂສ​ຂອງພັກສາສະໜາ​ອິສລາມ ໂດຍເຫັນພ້ອມກັບ
ຄຳຕັດສິນ​ໃຫ້​ປະຫານຊີວິດ​ຍ້ອນ​ການກໍ່​ອາ​ຊະ​ຍາ​ກຳ​ສົງຄາມ​
ໃນລະຫວ່າງສົງຄາມ ເພື່ອຄວາມເປັນເອກກະລາດຂອງປະເທດ
ເມື່ອປີ 1971 ກັບ​ປາ​ກິ​ສຖານ.

ຫົວໜ້າຜູ້​ພິພາກສາ​ສານ​ສູງ​ສຸດ​ ທ່ານ Surendra Kumar
Sinha
​ໄດ້​ປະກາດກ່ຽວ​ການ​ຕັດສິນ​ດັ່ງກ່າວ ຕໍ່ທ່ານ Mik
Quasem Ali
​ໃນວັນ​ອັງຄານ​ມື້​ນີ້.

ທ່ານ Mik Quasem Ali ໄວ 63 ປີ ເປັນນຳ​ຂອງພັກ Jamaat-
e-Islami
​ແລະ​ໄດ້​ຖືກພົບເຫັນວ່າມີຄວາມຜິດ ​ໃນ​ປີ 2014 ​ໃນຄວາມຜິດ 8 ກະ​ໂທ​ງ ຊຶ່ງ​ຮວມທັງ ການ​ລັກ​ພາ​ຕົວ​ຊາຍ​ໜຸ່ມຄົນນຶ່ງ​ແລະ​ການ​ສັງຫານ​ຊາຍໜຸ່ມຄົນນີ້ ໂດຍໃຊ້ການທໍ
ລະມານ.

ບັງ​ກລາ​ແດັ​ສ ກ່າວ​ວ່າ ພວກຮ່ວມມືຢູ່ໃນທ້ອງຖິ່ນ ແລະທະຫານ​ປາ​ກິ​ສຖານ ​ໄດ້ສັງຫານ 3 ລ້ານ​ຄົ​ນ ​ໃນ​ຂະນະ​ທີ່​ຕໍ່ສູ້​ເພື່ອຄວາມເປັນ​ເອກະລາດ ຊຶ່ງທາງ​ພັກ Jamaat-e-Islami ຄັດ​ຄ້ານນັ້ນ.

ພວກ​ຜູ້ນຳ​ພັກສາສະໜາ​ອິສລາມຫລາຍຄົນ​ແມ່ນ​ໄດ້​ຖືກ​ປະຫານຊີວິດໄປແລ້ວຍ້ອນ ກໍ່ອາຊະ
ຍາກຳສົງຄາມ. ພັກ Jamaat-e-Islami ​ແລະພັກຊາດນິຍົມບັງ​ກລາ​ແດັ​ສ ຊຶ່ງເປັນພັກຝ່າຍ
ຄ້ານ ​ໄດ້​ຕຳ​ນິຕິ​ຕຽນ​ສານ​ຂອງລັດຖະບານນັ້ນ​ວ່າ ມີຈຸດປະສົງໃນ​ທາງ​ການ​ເມືອງ.

XS
SM
MD
LG