ນະຄອນ ເວນິສ ແຫ່ງອິຕາລີ ກັບ ເມືອງ New Orleans ແຫ່ງ ສະຫະລັດ ບໍ່ໄດ້ແມ່ນພຽງແຕ່ສອງເມືອງເທົ່ານັ້ນ ທີ່ຄ່ອຍໆຈົມລົງໄປໃນນ້ຳ. ປະຊາກອນເກືອບ 10 ລ້ານຄົນໃນຕົວເມືອງ ນະຄອນຫຼວງ ບາງກອກ ຕອນນີ້ ແມ່ນພວມຕ້ອງໄດ້ປະເຊີນໜ້າກັບຄຳເຕືອນທີ່ວ່າເມືອງຂອງຕົນອາດຈະກາຍເປັນເມືອງຮ້າງໃນ ອີກສອງສາມທົດສະວັດຂ້າງໜ້ານີ້. ນັກຂ່າວ ວີໂອເອ Steve Herman ລາຍງານມາຈາກ ບາງກອກ ເຊິ່ງ ພຸດທະສອນ ຈະນຳ ລາຍລະອຽດມາສະເໜີທ່ານ.
ນາງ ວິຈິຕຣີ ພວງສິຣິ ມີຄວາມຮູ້ສຶກວ່າລາວພວມຈະຈົມລົງນ້ຳ. ລາວເຄີຍໄດ້ມີປະສົບການແນວນັ້ນມາແລ້ວ ຢູ່ບ້ານເຮືອນຂອງລາວ ບ່ອນທີ່ລາວໄດ້ອາໄສຢູ່ມາຕະຫຼອດ 44 ປີ. ມີຮອຍແຕກແຫງຢູ່ຫົນທາງທີ່ປູບໍ່ສະໝ່ຳສະເໝີ ແລະ ກຳແພງຄອງນ້ຳເຂດຄຸ້ມຂອງລາວ ທີ່ກຳລັງ ຊຸດລົງ ແມ່ນເປັນຂໍ້ພິສູດຢ່າງຈະແຈ້ງວ່າ ຊະຕາກຳດັ່ງກ່າວຈະບໍ່ສາມາດ ຫຼີກລ່ຽງ ໄດ້.
ນາງ ວິຈິຕຣີ ກ່າວວ່າ “ຂ້ອຍບໍ່ຮູ້ວ່າຊິເຮັດແນວໃດ. ຈະມີໃຜສາມາດ ຊ່ວຍພວກເຮົາ ໄດ້? ຂ້ອຍບໍ່ຮູ້.”
ນັກຂ່າວວີໂອເອ Steve Herman ກ່າວວ່າ “ນີ້ແມ່ນເຂດທີ່ຈະຈົມນ້ຳໄວ ທີ່ສຸດຂອງ ບາງກອກ, ທຸກໆປີມັນຈະຈົມລົງນ້ຳສອງ ຊັງຕີແມັດ, ສອງເທົ່າອັດຕາສະເລ່ຍ ປົກກະຕິຂອງພື້ນທີ່ທັງໝົດໃນນະຄອນຫຼວງ, ເຊິ່ງຕັ້ງຢູ່ເທິງຊັ້ນຂອງດິນໜຽວອ່ອນ.”
ທ່ານ ສົມສັກ ກ້ອງຜີງ ອາສາສະໝັກຂອງຊຸມຊົນກ່າວວ່າ “ຖ້າທ່ານຂີ່ເຮືອຍາວຢູ່ຄອງນ້ຳ ທ່ານຈະສາມາດສັງເກດເຫັນວ່າ ມັນຈະເປັນຮູໂວບແນວໃດ. ບັນດາຕຶກທັງຫຼາຍກຳລັງຈົມລົງຍ້ອນວ່າມັນບໍ່ໄດ້ຖືກສ້າງຂຶ້ນຢູ່ເທິງຖານພື້ນດິນທີ່ແຂງ.”
ທ່ານ ສົມສັກ ກອງປີງ ກ່າວເປັນເຊີງຕະຫຼົກແກມຈິງຈັງເຄິ່ງໜຶ່ງວ່າ ຖ້າເຮົາກັບມາສຳພາດລາວຢູ່ບ່ອນນີ້ອີກໃນ 20 ປີຂ້າງໜ້າ ລະດັບນ້ຳອາດຈະສູງຂຶ້ນຮອດບ່າຂອງລາວກໍເປັນໄດ້.
ສາເຫດຫຼັກຂອງມັນກໍແມ່ນການເພີ່ມຂຶ້ນຂອງລະດັບນ້ຳທະເລ, ການດູດນ້ຳໃຕ້ດິນອອກເກີນ ຂະໜາດ ແລະ ການກໍ່ສ້າງຕຶກສູງໃໝ່ໆຫຼາຍຕຶກ.
ຄວາມຈະເລີນຮຸ່ງເຮືອງດ້ານການກໍ່ສ້າງທີ່ຫຼູຫຼາທີ່ສ້າງເງິນໄດ້ກຳໄລສູງ ສືບຕໍ່ຢ່າງບໍ່ຫຼຸດໜ້ອຍລົງ, ອັນເປັນການກະທຳທີ່ບໍ່ມີເຫດຜົນຕໍ່ຄົນທີ່ສົ່ງສັນຍານເຕືອນເຖິງໄພນ້ຳຖ້ວມ.
ອາຈານ ມະຫາວິທະຍາໄລ ຈຸລາລົງກອນ ທ່ານ ສຸຊາດ ຄູນທະນະກູນວົງ ກ່າວວ່າ “ຖ້າເຮົາບໍ່ລົງມືເຮັດຫຍັງ, ທຸກຄົນກໍຈະສູນເສຍຊີວິດ. ເພາະວ່າ ຖ້າພື້ນດິນມັນເອງຈົມລົງ ລາຄາຂອງດິນກໍຈະຫຼຸດລົງເຊັ່ນກັນ.”
ແຜນການໜຶ່ງແມ່ນພວມຮຽກຮ້ອງໃຫ້ໃຊ້ຈ່າຍເງິນນັບເປັນ ພັນໆລ້ານໂດລາ ເພື່ອຄ້ຳຈູນນະຄອນຫຼວງດັ່ງກ່າວເຊິ່ງຖືກນ້ຳຖ້ວມເປັນປະຈຳດ້ວຍກຳແພງກັ້ນນ້ຳທະເລ. ເຖິງແມ່ນວ່າຈະເຮັດດ້ວຍຄວາມພະຍາຍາມທີ່ມີຄ່າໃຊ້ຈ່າຍສູງນັ້ນກໍຕາມ, ແຕ່ທຳມະຊາດ ໃນທີ່ສຸດ ກໍຍັງຈະສາມາດຍຶດເອົາທຸກສິ່ງທຸກຢ່າງ ທີ່ຄົນເຮົາໄດ້ເຮັດໄດ້ສ້າງຂຶ້ນມາ ໃສ່ເທິງດິນດອນໜອງນ້ຳທີ່ນອນຢູ່ບ່ອນຕ່ຳນັ້ນ ຄືນມາ.