ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຮງແຮມນຶ່ງ ໃນບາງກອກ ໃຊ້ສາລ່າຍ Spirulina ປຸງອາຫານຂອງຕົນ (ສະໄລດ໌/ວີດີໂອ ລາວ-ອັງກິດ)


Bangkok Hotel Takes Algae from Rooftop to Buffet
please wait

No media source currently available

0:00 0:03:14 0:00
ລິງໂດຍກົງ

ອາຫານຢ່າງນຶ່ງ ໃນລາຍການອາຫານບຸຟເຟ່ ປະຈໍາໂຮງແຮມ Novotel ທີ່ຜະສົມສາລ່າຍ ຫຼື Spirulina ຊຶ່ງເປັນອາຫານບໍາລຸງ ຮ່າງກາຍ ທີ່ກໍາລັງນິຍົມກັນ.

ຊັ້ນ​ດາດ​ຟ້າ​ຂອງ​ໂຮງ​ແຮມ​ແຫ່ງ​ນຶ່ງ ​ໃນ​ນະຄອນຫລວງ​ ບາງກອກ​
ຂອງ​ໄທ ​ໄດ້​ກາຍ​ມາ​ເປັນ​ບ່ອນ​ເພາະ​ປູກ​ສາ​ລ່າຍ​ນໍ້າ​ຈືດສໍາລັບ​ໃຊ້​
ເປັນ​ອາຫານ ຊຶ່ງ​ພວກ​ທີ່​ສະໜັບ​ສະໜຸນ​ເອີ້ນ​ວ່າ ​ເປັນ​ອາຫານ​ທີ່​ດີ​
ເລີດ ຫຼື super food ສໍາລັບ​ທັງ​ພວກ​ປະ​ເທດ​ທີ່​ຈະ​ເລີ​ນ​ແລ້ວ​ແລະ​
ພວກ​ປະ​ເທດ​ພວກ​ພັດທະນາ. Steve Herman ຜູ້​ສື່​ຂ່າວ​ວີ​ໂອ​ເອ
ສົ່ງ​ລາຍ​ງານ​ມາ​ຈາກບາງກອກ. ຊຶ່ງ ທອງປານຈະ​ນໍາມາສະ​ເໜີ​
ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ລິງໂດຍກົງ

ເບິ່ງວີດີໂອລາຍງານນີ້ ເປັນພາສາລາວ:


ພໍ່​ຄົວຄົນ​ນຶ່ງ​ຢູ່ໂຮງ​ແຮມ​ແຫ່ງ​ນຶ່ງໃນ​ບາງກອກ ກໍາລັງຜະສົມ​ສ່ວນ​ປຸງ​ແຕ່ງອາຫານ​ທີ່​ຜິດ​
ທໍາ​ມະ​ດາໃສ່​ໃນ​ອາຫານ​ຫຼາຍ​ຊະນິດ ​ທີ່​ຈະ​ນໍາ​ອອກ​ໄປ​ວາງ​ໄວ້​ເທິງ​ໂຕະ​ອາຫານບຸ​ຟ​ເຟ່ ຂອງ​ໂຮງ​ແຮມ.

ສ່ວນປຸງ​ແຕ່ງອາຫານ​ທີ່​ວ່າ​ນີ້ກໍ​ຄືສາ​ລ່າຍ​ spirulina (ສະປາຍຣູລິນາ) ອັນເປັນ​ພືດ​ພັນ​
ທີ່​ໃຫ້​ຄຸນຄ່າ​ທາງ​ອາຫານຫຼາຍ ທີ່​ເກັບ​ກ່ຽວ​ມາ​ຈາກ​ຖັງ​ເພາະ​ປູກ ຢູ່​ເທິງ​­­ຊັ້ນ​ດາດ​ຟ້າ​ຂອງ
ໂຮງ​ແຮມ 27 ຊັ້ນ ຢູ່​ຄຸ້ມສະ​ຢາມສະ​ແຄວ ​ໃນ​ນະຄອນຫລວງບາງກອກ ຫລື​ກຸງ​ເທບ ນັ້ນເອງ.

ທ່ານ Manuel Reymondin ຜູ້​ຈັດການ​ໂຮງ​ແຮມ Novotel ຢູ່​ຄຸ້ມ​ Siam Square ຢືນຢັນ​ວ່າ ສາ​ລ່າຍ​ທີ່​ວ່າ​ນີ້ ທັງ​ສົ່ງ​ເສີມ​ສຸຂະພາບ​ແລະ​ເປັນ​ແຫຼ່ງທົດ​ແທນ​ຂອງ​ໂປຣຕີນ.

ທ່ານ Reymondin ​ເວົ້າ​ວ່າ “​ມັນ​ເປັນ​ພືດ​ພັນ​ທີ່ຊ່ວຍເພີ່ມ​ພະລັງ​ໃຫ້​ເຮົາແທນ​ກາ​
ເຟ​ໄດ້​ເປັນ​ຢ່າງ​ດີ. ສໍາລັບ​ຜູ້​ທີ່​ບໍ່​ມັກ​ກິນ​ຊີ້ນ​ຫຼາຍ ຄື​ພວກ​ທີ່​ມັກ​ກິນ​ຜັກຫຼາຍກ່ວາ​
ນັ້ນ ສາ​ລ່າຍ​ນີ້​ແມ່ນ​ຊ່ວຍ​ໄດ້​ຫຼາຍ ​ເພາະວ່າ​ເຮົາ​ສາມາດ​ບໍລິ​ໂພ​ກສາ​ລ່າຍ
spirulina ນີ້ ​ແທນ​ໂປຣຕີນ​ໄດ້ ຢ່າງ​ງ່າຍໆ.”


ຫ້ອງນວດສະ​ປາ​ຂອງ​ໂຮງ​ແຮມ ກໍອາ​ໄສ​ຄຸນສົມບັດຕໍ່ຕ້ານ​ອາ​ການ​ອັກ​ເສບຂອງ​ສາ​ລ່າຍ​
ສີຂຽວອົມ​ສີຟ້າ​ນີ້ ​ໂດຍ​ໃຊ້​ເຮັດ mask ສໍາລັບທາໜ້າ ​ເພື່ອ​ເຮັດ​ໃຫ້​ໜ້າ​ອ່ອນ​ນຸ່ມ ​ແລະ​ສົດ​ຊື່ນ.

ນອກ​ນັ້ນ​ແລ້ວ ພວກໂຮງໝໍນັງ​ໄດ້​ເອົາສາ​ລ່າຍ spirulina ນີ້ໃຫ້​ພວກ​ຄົນ​ເຈັບ​ ທີ່ກໍາລັງຮັບ
ການ​ປິ່ນປົວດ້ວຍການ​ສາຍ​ແສງ​ ຫຼື​ພວກຄົນ​ເຈັບ​ອື່ນໆ​ ທີ່​ມີ​ບັນຫາ​ກິນ​ອາຫານແບບປົກກະຕິ
​ບໍ່ໄດ້ນັ້ນ ຍ້ອນ​ວ່າ​ສາ​ລ່າຍ​ດັ່ງ​ກາວ​ນີ້ ອຸດົມ​ສົມ​ມູນ​ດ້ວຍ​ ໄວ​ຕາ​ມິນ​ຊີ cyanobac terium ​
ແລະຊ່ວຍ​ໃຫ້ຍ່ອຍ​ອາຫານ​ໄດ້​ງ່າຍ​ຂຶ້ນ.

​ໂຄງການ​ປູກ​ສາ​ລ່າຍ spirulina ຢູ່​ເທິງ​ຊັ້ນ​ດາດ​ຟ້າ ຍັງໄດ້​ກາຍ​ເປັນປັດ​ໄຈ​ຫຼັກ ສໍາລັບ​
ພາລະ​ຮັບຜິດຊອບ​ຕໍ່​ສັງຄົມ​ຂອງ​ບໍລິສັດ Accor ​ທີ່​ເປັນ​ບໍລິສັດແມ່​ຂອງ​ໂຮງ​ແຮມ Novotel ນັ້ນ​ນໍາ.

Reymondin ​ເວົ້າ​ວ່າ: “ມັນ​ເປັນ​ຜະລິ​ດຕະພັນ​ ທີ່​ຄົນ​ຫຼົງ​ຮັກ​ໄດ້​ງ່າຍໆ ຄື​ ເວລາ​ເຮົາ​
ເຫັນ​ມັນ ​ເຮົາ​ກໍ​ຄິດ​ຢາກ​ຊິ​ມລອງ​ເບິ່ງ​ໂລດ ດັ່ງ​ທີ່​ພວກ​ເຮົາ​ເປັນກ່ອນ​ ພວກ​ເຮົາ​ຈະ​
ເລີ່​ມ​ໂຄງການ​ປູກ​ສາ​ລ່າຍ​
ສະ​ປາຍຣູລີ​ນາ ນີ້ ພວກ​ເຮົາ​ສ່ວນ​ຫຼາຍ​ບໍ່​ຮູ້ວ່າ​ ​ມັນ​ແມ່ນ​
ຫຍັງ​ແທ້.”


ບໍລິສັດ ​Energaia ຊຶ່ງ​ເປັນ​ວິ​ສາ​ຫະກິດ​ທ້ອງ​ຖິ່ນທີ່ຫາ​ກໍ​າ​ໄລແລະ​ຫາ​ກໍ​ຕັ້ງ​ຂຶ້ນ​ໃໝ່ ​ໄດ້
ແນະ​ນໍາ​ສາ​ລ່າຍ spirulina ​ນີ້ ​ໃຫ້​ທາງ​ໂຮງ​ແຮມ ດ້ວຍ​ເຫັນ​ວ່າ​ມັນ​ສາມາດ​ປູກ​ໄດ້​ ຢູ່​ໃນ
ໃຈກາງ​ເມືອງ​ຫຼວງ​ບາງກອກ ຊຶ່ງ​ເປັນສະພາບ​ແວດ​ລ້ອມ​ທີ່​ແຕກ​ຕ່າງ​ກັນ​ຫຼາຍ​ຈາກແຫຼ່ງນໍ້າ
ທໍາ​ມະ​ຊາດບ່ອນ​ເກີດ​ແຕ່​ໂບ ຮານ​ຂອງ​ມັນ. ຄັ້ງ​ນຶ່ງ​ ສາ​ລ່າຍທີ່​ວ່ານີ້​ແມ່ນ​ມີຢ່າງ​ຫຼວງຫຼາຍ ​
ຢູ່​ຕາມ​ບຶງ​ໜອງ​ບໍ່​ເທົ່າ​ໃດ​ແຫ່ງ ຢູ່ໃນບໍ່​ເທົ່​າ​ໃດ​ປະ​ເທດ ເຊັ່ນປະ​ເທດ ​Chad ​ໃນ​ອາຟຣິກາ ​
ແລະໃນປະ​ເທດມຽນມາ ​ກັບ ​ເມັກ​ຊິ​ໂກ.

​ເວລາ​ນີ້ ຍັງ​ບໍ່​ທັນມີ​ປະ​ເທດໃດ​ທີ່​ຜະລິດ​ສາ​ລ່າຍ ​spirulina ​ນີ້​ອອກ​ຂາຍຢ່າງ​ຂະໜານ​
ໃຫຍ່ໃນ​ລະດັບ​ໂລກ. ​ຈີນ ​ແລະ​ອິນ​ເດຍ ​ເປັນ​ສອງ​ປະ​ເທດ​ທີ່ປູກ​ສາ​ລ່າຍ​ລາຍ​ໃຫຍ່​ທີ່​ສຸດ​
ຕິດຕາມມາ​ດ້ວຍ ​ໄທ ​ແລະ​ສະຫະລັດ.

​ຢູ່​ໃນ​ບາງກອກນັ້ນ ສາ​ລ່າຍ​ທີ່​ວ່າ​ນີ້​ ປູກ​ແລະຈະເລີ​ນງອກ​ງາມ​ດີ ​ຢູ່​ໃນ​ຖັງປະຕິ​ກອນ​ຊີວະ​
ພາບທີ່​ເປັນພະ​ລາສຕິກ​ທີ່​ອອກ​ແບບ​ໂດ​ຍຊາ​ວອາ​ເມຣິກັນ Derek Blitz ລະບົບ​ເພາະ
ປູກດັ່ງກ່າວ​ນີ້ ​ແມ່ນອາໄສ​ແສງຕາ​ເວັນເປັນ​ຫຼັກ ຄື​ໃຊ້​ແສງຕາ​ເວັນ​ຜະສົມເຂົ້າກັບ​ພະລັງ
ງານເຄມີ ​ມີ​ລະບົບ​ນໍ້າ​ດ່າງ ​ໄຫຼ​ໝຸນ​ວຽນທົ່ວ​ໝົດ​ທຸກ​ຖັງ​ເພາະ​ປູກ ​ແລະ​ເອົາ​ເຊື້ອ​ສາ​ລ່າຍ​
ໃນ​ປະລິມານນ້ອຍ​ໆລົງ​ໄປ​ເພາະ​ໄວ້. ​ເຊື້ອ​ສາ​ລ່າຍ​ນີ້​ແມ່ນ​ເອົາ​ມາຈາກ​ແຫຼ່ງຜະສົມ​ພືດ
ພັນ​ແຫ່ງ​ນຶ່ງ​ໃນ​ບາງກອກ ໂດຍເກັບ​ໄວ້​ຢູ່​ໃນ​ຫຼອດແກ້ວທົດ​ລອງ ຂະນະ​ທີ່​ລໍາລຽງ​ມາ.

ຫຼັງ​ຈາກ​ໃຊ້​ເວລາ​ສຶກສາ​ຄົ້ນຄວ້າ​ແລະ​ພັດທະນາມາ​ໄດ້​ຫຼາຍ​ປີ ​ໂດຍ​ໄດ້​ໃຊ້ນັກ​ຊີວະ​ວິທະຍາ
ສີ່​ຄົນ​ນັ້ນ ບັດນີ້ ບໍລິສັດ Energaia ​ແມ່ນ​ຜະລິດ​ສາ​ລ່າຍ ອອກ​ຂາຍ​ໃນ​ປະລິມານ 80 ຫາ 100 ກິ​ໂລ​ໃນ​ແຕ່ລະອາທິດ ​ໂດຍ​ໃຊ້​ພື້ນ​ທີ່ ກວ້າງ 130 ​ແມັດ​ມົນທົນ ຢູ່​ເທິງ​ຊັ້ນ​ດາ​ດຟ້າຂອງ
​ໂຮງ​ແຮງ Novotel.


ຊັ້ນ​ດາດ​ຟ້າ ຂອງ​ພວກ​ຕຶກ​ສູງໆ​ຫຼາຍຊັ້ນ​ນັ້ນ ແມ່ນ​ເໝາະ​ສົມ​ສໍາລັບ​ປູກ​ພືດພັນ​ຊະ​ນີດນີ້​ຫຼາຍ
ຄື​ມັນເປັນ​ພື້ນ​ທີ່ທີ່​ມີຫຼາຍ​ແລະ​ບໍ່​ແພງ ​ແລະ​ແສງ​ຕາ​ເວັນ ​ພ້ອມ​ທັງຄວາມຮ້ອນ​ທີ່​ມີ​ຢ່າງຫຼວງ
ຫຼາຍ ຢູ່​ໃນຕົວ​ເມືອງຄື​ບາງກອກ​ນັ້ນ ​ໝາຍຄວາມວ່າ ​ພືດ​ນີ້​ຈະ​ເຕີບ​ໃຫຍ່​ໄວ.

ທ່ານ Blitz ​ເວົ້າ​ວ່າ: “ຂະນະ​ນີ້​ພວກ​ເຮົາ​ກໍ​ກໍາລັງ​ຕິດ​ຕໍ່​ທາ​ບທາມພວກໂຮງ​ແຮມ
ແລະ​ອົງການ​ອື່ນໆ ທີ່​ມີ​ຊັ້ນ​ດາດ​ຟ້າ​ເປົ່າ​ວ່າງ ຊຶ່ງ​ວ່າ​ພວກ​ເຮົາ​ສາມາດໃຊ້​ພື້ນ​ທີ່​
ເປົ່າ​ວ່າງ​ນັ້ນ​ຜະລິດ​ອາ​ຫານ​ທີ່​ ມີ​ປະ​ໂຫຍ​ດຕໍ່​ຮ່າງກາຍ​ໄດ້​ຢູ່​ໃນຕົວ​ເມືອງ​ສໍ​າລັບ
​ຊາວ​ເມືອງ​ ​ແລະ​ອົງການ​ນັ້ນ​ກໍ​ຈະ​ສາມາດ​ໄດ້​ຮັບ​ຜົນປະ​ໂຫຍ​ດຈາກ​ມັນ ​ເພື່ອ​
ຊົມ​ໃຊ້​ຢູ່​ພາຍ​ໃນ​ວົງ​ການ​ທຸລະ​ກິດ​ຂອງ​ພວກເຂົາ​ເຈົ້າ​ເອງ ພ້ອມ​ທັງ​ຄວາມ​ຮູ້​ສຶກ
ຂອງ​ມະຫາຊົນ ທີ່ວ່າ​ພວກ​ເຂົາ​ເຈົ້າ​ກໍາລັງເຮັດ ບາງສິ່ງ​ທີ່​ດີໆຂຶ້ນມາ.”


​ສາ​ລ່າຍ ສະ​ປາຍຣູລີ​ນາ ທີ່​ມີ​ລັກສະນະ​ຄື​ເທົານັ້ນ ​ຕ້ອງການ​ນໍ້າ​ຫຼໍ່ລ້ຽງ​ໜ້ອຍກວ່າ​ພືດ​ພັນ​
ທົ່ວ​ໄປ ​ແລະນອກ​ນັ້ນ​ແລ້ວ ຍັງ​ມີ​ຄວາມ​ໄດ້​ປຽບ​ອີກ ຄື​ສາມາດ​ປູກຢູ່​ໃນ​ບ່ອນ ທີ່​ບໍ່​ແມ່ນໜ້າ
ດິນ​ທໍ​າມະ​ຊາດ​ໄດ້.

ບໍລິສັດ Energaia ຊຶ່ງ​ຄາດ​ວ່າ​ອີກ​ບໍ່​ດົນ​ຈະ​ໃຊ້​ຊັ້ນ​ດາດ​ຟ້າ​ອີກ​ສອງແຫ່ງຢູ່​ໃນ​ບາງກອກ ​
ປູກ​ສາ​ລ່າຍ​ນີ້ ​ມີ​ຄວາມຕັ້ງ​ໃຈຈະຂະຫຍາ​ຍ​ໃຫ້ກວ້າງ​ອອກ​ໄປກາຍກວ່າຢູ່​ໃນ​ເມືອງ​ຫຼວງ​ຂອງ​ໄທ​ ອີກ.

ທ່ານ Blitz ​ອະທິບາຍ​ເລຶ່ອງນີ້​ຕໍ່​ໄປ​ອີກ​ວ່າ “ພວກເຮົາ​ສາມາດ​ເອົາ ​ລະບົບເພາະ​ປູກ​
ໃນ​ຖັງນີ້ ມາຕຽມ​ໄວ້​ ພ້ອມ​ທີ່​ຈະເອົາ​ໄປ​ແຫ່ງ​ຫົນ​ໃດ​ກໍ​ໄດ້ ​ແລະເປີດ​ໂອກາດ​ໃຫ້​ບັນ
ດາ​ອົງການ​ຕ່າງໆ ນໍາ​ໃຊ້ເທັກ​ໂນ​ໂລ​ຈີ່​ອັນ​ນີ້ຂອງພວກ​ເຮົາ ​ໄປ​ພັດທະນາ​ອາຫານ
​ຢູ່​ພາຍໃນ​ປະຊາຄົມຂອງ​ພວກ​ເຂົາເຈົ້າ ທີ່​ຂາດ​ແຄນ​ຢູ່​ແລ້ວ​ນັ້ນ.”


ຜົນ​ການ​ຄົ້ນຄວ້າ​ຊີ້​ແນະ​ວ່າ ສາ​ລ່າຍອາດ​ມີ​ຄຸນຄ່າ​ທີ່​ສາມາດຊ່ວຍ​ພວກ​ເຈັບ​ປ່ວຍ ຍ້ອນ​
ພະຍາດ​ໂຣຄາຫຼາຍຊະນິດ​ໄດ້ ຊຶ່ງ​ໂຮມ​ທັງໂຣກພູມ​ແພ້ຕ່າງໆ ​ແລະ​ໂຣກຂໍ້ຕໍ່ອັກ​ເສບ ຫຼື
ປະດົງ. ​ແຕ່​ວ່າ ຄ່າ​ໃຊ້​ຈ່າຍ​ໃນ​ການ​ຜະລິດ​ສາ​ລ່າ​ຍ​ໃນ​ປັດຈຸບັນ​ນີ້ ​ແມ່ນສູງເກີນ​ກວ່າຈະ​
ຜະລິດ​ອາຫານ​ທີ່ເປັນ​ປະ​ໂຫຍ​ດຕໍ່​ຮ່າງ ກາຍນີ້ ​ໃນລາຄາ​ຖືກໆ​ໄດ້ ​ສໍາລັບພວກ​ຄົນ​ສ່ວນ​
ຫຼາຍ​ຢູ່​ໃນ​ປະ​ເທດ​ພວມ​ພັດ ທະນາ​ນັ້ນ.

ຢູ່​ໃນ​ບາງກອກ ສາ​ລ່າຍ spirulina ສົດ ປະລິມານ 100 ກຣາມ ຫຼື​ນຶ່ງ​ຂີດ ມີລາຄາ 5 ​
ໂດ​ລ່າ ຫຼື​ປະມານ ສີ່​ສິບ​ພັນ​ກີບ ຊຶ່ງ​ໝາຍ​ຄວາມ​ວ່າ ​ມີ​ແຕ່ພວກ​ຄົນ​ມີ​ເງິນ​ເທົ່າ​ນັ້ນ​ຈຶ່ງ​ຈະ​
ສາມາດ​ຊື້​ສາ​ລ່າຍ​ນີ້ ໄປບໍລິ​ໂພ​ກເປັນ​ອາຫານ​ເສີມ​ ທີ່​ມີ​ຄຸນຄ່າທາງ​ໂພຊະ​ນາ​ການ​ໄດ້.
XS
SM
MD
LG