ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະດິດ ລົດຖີບ ເຮັດດ້ວຍໄມ້ໄຜ່ ໃນຟີລີປິນ (ວີດິໂອ)


ກໍາມະກອນເອົາລົດຖີບທີ່ເຮັດດ້ວຍໄມ້ໄຜ່ ທີ່ລູກຄ້າສັ່ງ ແຂວນໄວ້ໃນໂຮງງານ ຜະລິດລົດຖີບຢູ່ໃນເມືອງ Victoria, Tarlac, ທາງພາກເໜືອຂອງກຸງມະນີລາ ໃນວັນທີ 12 ມັງກອນ 2011.
ກໍາມະກອນເອົາລົດຖີບທີ່ເຮັດດ້ວຍໄມ້ໄຜ່ ທີ່ລູກຄ້າສັ່ງ ແຂວນໄວ້ໃນໂຮງງານ ຜະລິດລົດຖີບຢູ່ໃນເມືອງ Victoria, Tarlac, ທາງພາກເໜືອຂອງກຸງມະນີລາ ໃນວັນທີ 12 ມັງກອນ 2011.
ລົດຖີບ ສາມາດຫລຸດຜ່ອນຄວາມທຸກຈົນ ແລະອະນຸລັກສິ່ງ
ແວດລ້ອມ ໄປພ້ອມໆກັນໄດ້ບໍ່ຢູ່ໃນຟີລິບປິນ? ນັກປະກອບ
ທຸລະກິດສັງຄົມຢູ່ທີ່ນັ້ນເວົ້າວ່າ ລົດຖີບທີ່ທັນສະໄໝຊະນິດ
ນຶ່ງຂອງລາວ ຊຶ່ງເຮັດດ້ວຍໄມ້ໄຜ່ທີ່ປູກຢູ່ໃນທ້ອງຖິ່ນສາມາດ
ເຮັດໄດ້ແນວນັ້ນແທ້. Jason Strother ຜູ້ ສື່ຂ່າວວີໂອເອມີ
ລາຍງານເລື້ອງນີ້ມາຈາກກຸງມະນີລາ ກ່ຽວກັບບໍລິສັດ ທີ່ຊື່ວ່າ
Bambikes ຊຶ່ງບົວສະຫວັນຈະນໍາລາຍລະອຽດມາສະເໜີ
ທ່ານໃນອັນດັບຕໍ່ໄປ:


ທ່ານ Bryan Benitez McClelland ມີຄວາມຫລົງໄຫຼກ່ຽວກັບ
ລົດຖີບ. ເໝືອນກັນກັບຄົນອື່ນໆທີ່ອອກໄປຫາຫົນທາງຂອງເມືອງ
Makati, ຊາຍອາເມຣິກັນ ເຊື້ອສາຍຟີລິບປິນ ອາຍຸ 29 ປີ ຄົນນີ້
ຂີ່ລົດຖີບ ແຕ່ວ່າລົດຂອງລາວແມ່ນເຮັດດ້ວຍໄມ້ໄຜ່. ທ່ານ Bryan Benitez McClelland ຈາກບໍລິສັດ Bambikes ເວົ້າວ່າ:

“ເອີ, ໄມ້ໄຜ່ເປັນວັດຖຸທີ່ໜ້າເຫລືອເຊື່ອຫລາຍ. ຢູ່ໃນອານາຈັກຂອງຕົ້ນໄມ້ນັ້ນ ມັນໃຫຍ່ໄວຫລາຍອີ່ຫລີ ແລະກໍດູດຊຶມເອົາທາດ ຄາບອນໄດອັອກໄຊ໌ ໄດ້ຕັ້ງ
ຫລາຍໂຕນ. ຈາກມຸມມອງອັນນັ້ນ ມັນເປັນຊັບພະຍາກອນທີ່ສາມາດນໍາໃຊ້
ຄືນໃໝ່ໄດ້ດີອີຫລີ. ແລະສະນັ້ນ ຢູ່ໃນລະດັບປະຕິບັດ ມັນເປັນໂຄງສ້າງທີ່
ເປັນລໍາແກວ່ງໄກວໄປມາ ທີ່ມີສຽງສະໜັ່ນແບບທໍາມະຊາດ ຊຶ່ງດູດຊຶມເອົາສຽງ
ລົມກັນ ແລະສຽງ ຟົດນັນຢູ່ຕາມທ້ອງຖະໜົນ ແລະເຮັດໃຫ້ການຂີ່ນຸ້ມນວນດີ”


ເບິ່ງວີດິໂອກ່ຽວກັບເລື້ອງນີ້:




ໃນປີ 2010 ທ່ານ McClelland ໄດ້ຕັ້ງບໍລິສັດ Bambikes ຂຶ້ນມາ ຊຶ່ງເປັນບໍລິສັດທີ່ນຳເອົາ
ໄມ້ໄຜ່ທີ່ປູກໃນເຂດທ້ອງຖິ່ນ ມາຜະລິດໃຫ້ເປັນ ໂຄງຮ່າງຂອງລົດຖີບ.

ບໍລິສັດເຮັດລົດຖີບ Bambikes ຕັ້ງຢູ່ເຂດຊົນນະບົດໃນເມືອງ Victoria ຊຶ່ງໄກຈາກເຂດ
ເທດສະບານນະຄອນມະນີລາ 130 ກິໂລແມັດ.

ຢູ່ທີ່ນັ້ນ ໄມ້ໄຜ່ແມ່ນເກັບກ່ຽວມາຈາກສວນ ແລະຈາກປ່າ. ກໍາມະກອນຂອງບໍລິສັດ Bambike ຕັດ, ແຊ່ ແລະປຸງແຕ່ງວັດຖຸໃຫ້ເປັນໂຄງຮ່າງຂອງລົດຖີບເປັນການສະເພາະ.

ຜະລິດຕະພັນທີ່ເຮັດສໍາເລັດແລ້ວ ແມ່ນມີລາຄາຂ້ອນຂ້າງແພງ. ມັນເລີ້ມ ແຕ່ປະມານ 1 ພັນ 200 ໂດລາຂຶ້ນໄປ. ແຕ່ທ່ານ McClelland ເວົ້າ ວ່າ ກໍາໄລສ່ວນໃຫຍ່ແມ່ນໄດ້ເອົາ
ກັບຄືນໄປໃຫ້ແກ່ປະຊາຄົມທຸກຈົນພວກ ນີ້. ທ່ານ McClelland ເວົ້າອີກວ່າ:

“ພວກເຮົາສາມາດທີ່ຈະຜະລິດລົດຖີບ ເຮັດດ້ວຍໄມ້ໄຜ່ ທີ່ໄດ້ຮັບການຮັບຮອງ
ລະດັບໂລກ ສຳລັບຂາຍ ໃນຂະ ນະທີ່ຮັກສາວຽກເຮັດງານທໍາໄວ້ໃນປະເທດ ຢູ່ໃນເຂດຊົນນະບົດຂອງ ແຂວງເພື່ອວ່າກໍາມະກອນຈະສາມາດຢູ່ກັບຄອບ
ຄົວຂອງເຂົາເຈົ້າແລະ ມີວຽກເຮັດງານທໍາທີ່ເປັນປະໂຫຍດຫລາຍ.”


ຫລາຍຄົນໃນຈໍານວນປະຊາຊົນທີ່ອາໄສຢູ່ໃນເຂດເທດສະບານ ທີ່ມີ 60 ພັນຄົນແຫ່ງ
ນັ້ນ ແມ່ນເຮັດນາປູເຂົ້າ ແຕ່ວ່າ ບໍ່ແມ່ນວຽກງານ ທີ່ເຮັດໄດ້ ຕະຫລອດປີ.

ທ່ານ McClelland ແລະເຈົ້າເມືອງ Victoria ທ່ານ Candido Guiam ເຫັນວ່າການ
ເຮັດວຽກງານຮ່ວມກັນ ແມ່ນຕ່າງຝ່າຍ ຕ່າງໄດ້ ຮັບຜົນປະໂຫຍດ. ພວກຊາວນາຂອງ
ເມືອງ Victoria ບາງຄົນກໍປູກ ໄມ້ໄຜ່ໂດຍການນຳໄປຊໍາ ຫລືການຫວ່ານແກ່ນ. ທ່ານ Guiam ເຈົ້າເມືອງ Victoria ເວົ້າວ່າ:

“ສະນັ້ນ ອັນນີ້ເປັນໂຄງ ການທົດແທນອີກແບບນຶ່ງ ທີ່ພວກເຮົາສາມາດສະໜອງ
ວຽກງານໃຫ້ແກ່ ປະຊາຊົນ. ພວກເຂົາເຈົ້າປູກ, ຕັດ, ເຂົາເຈົ້າຜະລິດໜໍ່ພັນໄມ້
ໄຜ່ ເພື່ອ ນຳໄປຊໍາ ພວກເຮົາຈ່າຍເຂົາເຈົ້າ 15 ເປໂຊ ຊຶ່ງນັບວ່າເປັນລາຍໄດ້ດີ ສົມຄວນ ສໍາລັບເຂົາເຈົ້າ. ສິ່ງທີ່ດີກໍຄືພາຍຫລັງທີ່ໄດ້ໜໍ່ພັນໄມ້ໄຜ່ແລ້ວ ພວກ
ເຂົາເຈົ້າກໍເອົາກັບຄືນໄປ ປູກໄວ້ ຢູ່ເດີ່ນບ້ານຂອງເຂົາເຈົ້າ. ແລະ ຫວັງວ່າໃນ
ສາມປີ ພວກເຂົາເຈົ້າຈະສາມາດຕັດມັນໄປຂາຍເອົາເງິນໄດ້.”


ທ່ານ Bryan Benitez McClelland ໄປຢ້ຽມຢາມບ່ອນປູກໄມ້ໄຜ່ແຫ່ງ ນຶ່ງທີ່ທາງເມືອງ ໄດ້ໃຫ້ການສະໜັບສະໜູນ. ທ່ານກ່າວວ່າ ພາຍໃນສອງ ສາມປີ ຕົ້ນໄຜ່ເຫຼົ່ານີ້ ກໍຈະແກ່ພໍທີ່ຈະຕັດໄດ້. ທ່ານ McClelland ກ່າວເພີ້ມວ່າ:

“ໄມ້ໄຜ່ເປັນວັດຖຸກໍ່ສ້າງທີ່ຂຽວທີ່ ສຸດໃນໂລກຢ່າງແນ່ນອນ. ໄມ້ໄຜ່ແມ່ນແຂງຄື
ກັນກັບເຫລັກ ຖ້າຫາກ ເຮົາໃຊ້ຖືກຊະນິດຂອງມັນ. ມັນທົນທານຫລາຍ, ແຂງ
ຫລາຍ, ແລະ ກໍສາມາດທີ່ຈະໝັ້ນໜຽວໄດ້ຕາມຄວາມຕ້ອງການຂອງໂຄງ
ລົດຖີບ.”


ທ່ານ McClelland ກ່າວມ້ວນທ້າຍວ່າ ໄມ້ໄຜ່ ສາມາດໃຊ້ສ້າງໄດ້ຫລາຍຢ່າງ ນອກເໜືອ
ໄປຈາກໂຄງລົດຖີບແລ້ວ. ທ່ານຫວັງວ່າ ບໍລິສັດ Bambikes ຫາກໍ່ເລີ້ມທໍາການປະຕິວັດ
ກັບໄມ້ໄຜ່ ຢູ່ຟີລິບປິນ.
XS
SM
MD
LG