ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມັນແມ່ນການໄປສູ່ອະນາຄົດແບບຫວນຄືນຫຼັງ ສຳລັບການເລືອກຕັ້ງ ຂອງຣັດເຊຍ


ຜູ້ສະໜັບສະໜູນພັກຄອມມູນິສ ຢືນຢູ່ທາງຂ້າງອະນຸສາວະລີ
ຂອງທ່ານ ຄາລ ມາກສ໌ “Karl Marx,” ຊ້າຍ, ແລະ ຖືທຸງ
ໂຊວຽດ ແລະ ຮູບຂອງຜູ້ກໍ່ຕັ້ງໂຊວຽດ ທ່ານ ວລາດິເມຍ ເລນິນ ໃນລະຫວ່າງການເດີນຂະບວນລະນຶກເຖິງວັນຄົບຮອບ 100 ປີຂອງການປະຕິວັດ ໂບລເຊວິກ 1917, ນະຄອນຫຼວງ ມົສກູ, ຣັດເຊຍ. 7 ມັງກອນ, 2017.
ຜູ້ສະໜັບສະໜູນພັກຄອມມູນິສ ຢືນຢູ່ທາງຂ້າງອະນຸສາວະລີ ຂອງທ່ານ ຄາລ ມາກສ໌ “Karl Marx,” ຊ້າຍ, ແລະ ຖືທຸງ ໂຊວຽດ ແລະ ຮູບຂອງຜູ້ກໍ່ຕັ້ງໂຊວຽດ ທ່ານ ວລາດິເມຍ ເລນິນ ໃນລະຫວ່າງການເດີນຂະບວນລະນຶກເຖິງວັນຄົບຮອບ 100 ປີຂອງການປະຕິວັດ ໂບລເຊວິກ 1917, ນະຄອນຫຼວງ ມົສກູ, ຣັດເຊຍ. 7 ມັງກອນ, 2017.

ປະເທດ ຢູເຄຣນ ໄດ້ປະກາດໃນປີນີ້ ຢ່າງພາກພູມໃຈວ່າ ປະເທດຂອງຕົນຕອນນີ້
ແມ່ນບໍ່ມີອານຸສາວະລີຂອງຜູ້ນຳພັກ ໂບລເຊວິກ “Bolshevik” ທ່ານ ວລາດິເມຍ
ເລນິນ “Vladimir Lenin” ໃນເມືອງທີ່ຖືກຄວບຄຸມໂດຍລັດຖະບານ ທີ່ມີຖານທີ່ໝັ້ນ
ໃນນະຄອນຫຼວງ ກຽບ ອີກຕໍ່ໄປແລ້ວ. ແຕ່ໃນຂະນະທີ່ ຢູເຄຣນ ໄດ້ຫຍຸ້ງກັບການທັບ
ມ້າງຮູບປັ້ນຂອງທ່ານ ເລນິນ ແລະ ອານຸສາວະລີຂອງຜູ້ນຳພັກຄອມມູນິສ ຄົນອື່ນໆນັ້ນ,
ວິລະບູລຸດ ໂຊວຽດ ແມ່ນບໍ່ເຄີຍໄດ້ຮັບຄວາມນິຍົມໃນປະເທດທີ່ຕັ້ງຢູ່ໃກ້ກັບ ຣັດເຊຍ
ນັ້ນ.

ອານຸສາວະລີຂອງທ່ານ ເລນິນ ໄດ້ຖືກສ້າງຂຶ້ນໃນທົ່ວປະເທດ. ຜູ້ມີຊື່ສຽງພັກຄອມມູນິສ
ຄົນອື່ນໆກໍໄດ້ຮັບຄວາມເຄົາລົບດ້ວຍ, ລວມທັງຫົວໜ້ານັກສືບຄອມມູນິສ ທ່ານ ເຟລິກສ໌
ເຊີຊິນສກີ “Felix Dzerzhinsky,” ເຊິ່ງແມ່ນຜູ້ກໍຕັ້ງອົງການສືບລັບ KGB, ຜູ້ທີ່ຖືກຕັ້ງ
ສາຍາ “ເພັດຊະຄາດ ທີ່ເຕັມໃຈ” ຂອງທ່ານ ເລນິນ.

ທ່ານ ເຊີຊິນສກີ ຄັ້ງນຶ່ງໄດ້ຂຽນວ່າ “ພວກເຮົາສະໜັບສະໜູນການກໍ່ການຮ້າຍ ນີ້ຕ້ອງຖືກ
ຍອມຮັບຢ່າງເປີດເຜີຍ. ການກໍ່ການຮ້າຍແມ່ນຄວາມຈຳເປັນຢ່າງແທ້ຈິງ ໃນເວລາຂອງ
ການປະຕິວັດ. ເປົ້າ ໝາຍຂອງພວກເຮົາ ແມ່ນເພື່ອຕໍ່ສູ້ກັບສັດຕູຂອງລັດຖະບານໂຊວຽດ
ແລະ ຈັດລະບຽບການດຳລົງຊີວິດໃໝ່.”

ຄວາມອາໄລອາວອນ ທີ່ໂຊວຽດ ເຄີຍນຳໃຊ້ ເພື່ອຮັກສາກຸ່ມຄົນ ໃນພັກ ທີ່ປະກອບມີ ຄົນ
ຮັບໃຊ້ຄອມມູນິສເກົ່າທີ່ຄຽດແຄ້ນ, ນັກໂທດລັດຖະບານທີ່ອຶດຫິວ ແລະ ພວກຊາດນິຍົມ
ປີກຂວາທີ່ຕຳໜິຄວາມອ່ອນແອຂອງກອງທັບ ຣັດເຊຍ. ແຕ່ມັນໄດ້ຖືກແຜ່ກະຈາຍອອກ
ຢ່າງກວ້າງຂວາງ ແມ່ນກະທັ້ງໃນກຸ່ມພວກໄວໜຸ່ມ ທີ່ສັນລະເສີນອະດີດ ແລະ ຜູ້ນໍາ ຣັດ
ເຊຍ ທ່ານ ວລາດິເມຍ ປູຕິນ “Vladimir Putin” ກໍບໍ່ປາກົດວ່າຈະຄັດຄ້ານຫຍັງ.

ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ, ຄວາມເສຍໃຈສຳລັບການລົ້ມລະ ລາຍຂອງ ສະຫະພາບ
ໂຊວຽດ ແມ່ນຍັງຄົງມີສູງຢູ່, ດ້ວຍປະຊາຊົນເກືອບເຄິ່ງນຶ່ງ ຍັງຄົງຄິດຮອດອະດີດ ແລະ
ໂສກເສົ້າກັບການສິ້ນສຸດລົງ ຂອງສະຫະພາບໂຊວຽດ, ອີງຕາມການສຳຫຼວດຄວາມຄິດ
ເຫັນທີ່ສູນ Leveda.

ການສຳຫຼວດໃນປີ 2017 ໂດຍອົງການສຳຫຼວດຄວາມຄິດເຫັນໄດ້ຄົ້ນພົບວ່າ ປະຊາຊົນ
ຣັດເຊຍ 47 ເປີເຊັນ ເຫັນດ້ວຍກັບທ່ານ ໂຈເຊັຟ ສຕາລິນ “Joseph Stalin,” ທັງບຸກຄະ
ລິກະພາບ ແລະ “ທັກສະໃນການບໍລິຫານ” ຂອງທ່ານ, ແມ່ນກະທັ້ງທີ່ທ່ານມີມູນເຊື້ອບ້າ
ເລືອດກໍຕາມ. ບັນດານັກປະຫວັດສາດໄດ້ຄາດຄະເນວ່າ ຄວາມຮັບຜິດຊອບຂອງທ່ານ
ສະຕາລິນ ສຳລັບການຕາຍຂອງຄົນນັ້ນແມ່ນຫຼາຍກວ່າທ່ານ ອາດອຟ໌ ຮິດເລີ “Adolf
Hitler.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG