ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ້າຫຼວງໃຫຍ່ ສປຊ ຮຽກຮ້ອງໃຫ້ມີການປ່ຽນແປງ ເພື່ອສິ້ນສຸດ ການຈຳແນກເຊື້ອຊາດ ຜິວພັນ ຢ່າງເປັນລະບົບ ມາຫຼາຍລຸ້ນຄົນ


ຜູ້ປະທ້ວງຖືກປ້າຍທີ່ອ່ານວ່າ "Racism Kills" ຫຼື ການຈຳແນກເຊື້ອຊາດຜິວພັນເຮັດໃຫ້ຄົນຕາຍ ໃນລະຫວ່າງການປະທ້ວງຊີວິດຄົນຜິວດຳກໍສຳຄັນ ໃນນະຄອນຫຼວງ ເບີລິນ, ປະເທດ ເຢຍຣະມັນ. 2 ກໍລະກົດ, 2021.
ຜູ້ປະທ້ວງຖືກປ້າຍທີ່ອ່ານວ່າ "Racism Kills" ຫຼື ການຈຳແນກເຊື້ອຊາດຜິວພັນເຮັດໃຫ້ຄົນຕາຍ ໃນລະຫວ່າງການປະທ້ວງຊີວິດຄົນຜິວດຳກໍສຳຄັນ ໃນນະຄອນຫຼວງ ເບີລິນ, ປະເທດ ເຢຍຣະມັນ. 2 ກໍລະກົດ, 2021.

ຫົວໜ້າດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດ ທ່ານນາງ ມິແຊລ ບາເຊີເລ ໄດ້ຮຽກຮ້ອງໃຫ້ມີການດຳເນີນການ ແລະ ເອົາມາດຕະການທີ່ໜັກແໜ້ນ ເພື່ອສິ້ນສຸດການຈຳແນກເຊື້ອຊາດຜິວພັນຢ່າງເປັນລະບົບ ແລະ ຄວາມຮຸນແຮງດ້ານເຊື້ອຊາດຜິວພັນຕໍ່ຄົນອາຟຣິກັນ ແລະ ຜູ້ທີ່ມີເຊື້ອ ສາຍອາຟຣິກາ. ຂ້າຫຼວງໃຫຍ່ດັ່ງກ່າວໄດ້ສະເໜີຄຳແນະນຳຫຼາຍຄັ້ງເພື່ອແກ້ໄຂບັນຫາພວກນີ້ໃນລາຍງານຕໍ່ສະພາສິດທິມະນຸດສະຫະປະຊາຊາດ. ນັກຂ່າວ ວີໂອເອ ລີຊາ ສໄລນ໌ ມີລາຍງານຈາກນະຄອນເຈນີວາ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ລາຍງານດັ່ງກ່າວໄດ້ຖືກມອບໝາຍໂດຍສະພາສິດທິມະນຸດເມື່ອນຶ່ງປີທີ່ຜ່ານມາຫຼັງຈາກການສັງ ຫານຜູ້ຊາຍອາເມຣິກັນ ເຊື້ອສາຍອາຟຣິກາ ທ້າວ ຈອຣດຈ໌ ຟລອຍດ໌ ໃນລະຫວ່າງການຄວບຄຸມຕົວ ຂອງຕຳຫຼວດ, ຢູ່ລັດ ມິນເນໂຊຕ້າ ຂອງ ສະຫະລັດ.

ຂ້າຫຼວງໃຫຍ່ ບາເຊີເລ ໄດ້ເອີ້ນການຄາດຕະກຳທ້າວ ຟລອຍດ໌ ວ່າເປັນຈຸດທີ່ຮ້າຍແຮງ. ທ່ານນາງເວົ້າວ່າມັນໄດ້ປ່ຽນແປງຄວາມສົນໃຈຂອງໂລກຕໍ່ການລະເມີດສິດທິມະນຸດທີ່ມີເປັນປະຈຳຕໍ່ຄົນ ອາຟຣິກັນ ແລະ ຜູ້ທີ່ມີເຊື້ອສາຍອາຟຣິກາ.

ລາຍງານດັ່ງກ່າວໄດ້ສະໜອງວິໄສທັດຮອບດ້ານ ກ່ຽວກັບ ຄວາມບໍ່ເທົ່າທຽມ, ການເຮັດໃຫ້ບໍ່ມີຄວາມສຳຄັນ ແລະ ການຂາດໂອກາດຕ່າງໆທີ່ໄດ້ເຮັດໃຫ້ປະຊາຊົນເຊື້ອສາຍ ອາຟຣິກາ ບໍ່ມີອຳ ນາດ, ຕິດຄ້າງໃນຄວາມທຸກຍາກ ແລະ ຕົກເປັນຜູ້ເຄາະຮ້າຍຈາກລະບົບຂອງສັງຄົມທີ່ບໍ່ຍຸຕິທຳ.

ລາຍງານນັ້ນ ໄດ້ເພັ່ງເລັງໃສ່ເຫດການທີ່ຮ້າຍແຮງເຖິງຊີວິດໂດຍສີມືຂອງຕຳຫຼວດ ຫຼືເຈົ້າໜ້າທີ່ບັງ ຄັບໃຊ້ກົດໝາຍ. ທ່ານນາງ ບາເຊີເລ ກ່າວວ່າຫ້ອງການຂອງທ່ານນາງໄດ້ຮັບຂໍ້ມູນ ກ່ຽວກັບ ຄົນ ອາຟຣິກັນ ແລະ ຜູ້ທີ່ມີເຊື້ອສາຍອາຟຣິກາ ເສຍຊີວິດຢ່າງໜ້ອຍ 190 ຄົນ. ທ່ານນາງໄດ້ກ່າວຢໍ້າວ່າ 98 ເປີເຊັນ ໄດ້ເກີດຂຶ້ນໃນ ຢູໂຣບ, ອາເມຣິກາ ລາຕິນ ແລະ ທະວີບອາເມຣິກາເໜືອ.

ທ່ານນາງເວົ້າວ່າມັນໄດ້ມີຄວາມລົ້ມແຫຼວທີ່ໃຫຍ່ຫຼວງຢ່າງສະໝໍ່າສະເໜີໃນການນຳເອົາຄວາມຍຸ ຕິທຳມາສູ່ທຸກກໍລະນີພວກນີ້.

ທ່ານນາງ ບາເຊີເລ ໄດ້ກ່າວວ່າ “ມັນມີຄຳອະທິບາຍທີ່ສຳຄັນທີ່ໄດ້ເຮັດໃຫ້ການເສຍຊີວິດທີ່ກ່ຽວ ຂ້ອງກັບຕຳຫຼວດສະດຸດຕາ: ມີການບັງຄັບໃຊ້ກົດລະບຽບຕໍ່ການ ກະທຳຜິດທີ່ນ້ອຍ, ການກັກລົດຢູ່ຫົນທາງ ແລະ ການຢຸດ ແລະ ຄົ້ນຫາຕ່າງໆ, ການແຊກແຊງຂອງພວກເຈົ້າໜ້າບັງຄັບໃຊ້ກົດໝາຍດັ່ງກັບຜູ້ຕອບສະໜອງເຫດການສຸກເສີນໃນວິກິດການດ້ານສຸຂະພາບຈິດ ແລະ ການປະຕິບັດການຕຳຫຼວດພິເສດໃນຮູບແບບຂອງ “ສົງຄາມຢາເສບຕິດ” ຫຼື ການປະຕິບັດການທີ່ກ່ຽວຂ້ອງກັບແກັ່ງອາຍະຊະກຳ. ນອກຈາກນັ້ນ, ພວກເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍແມ່ນບໍ່ຄ່ອຍຈະຖືກນຳມາລົງໂທດສຳລັບການລະເມີດສິດທິມະນຸດ ແລະອາຊະຍະກຳຕໍ່ປະຊາຊົນທີ່ມີເຊື້ອສາຍອາຟຣິກາ.”

ການສັງຫານທ້າວ ຈອຣດຈ໌ ຟລອຍດ໌ ແມ່ນຂໍ້ຍົກເວັ້ນທີ່ຫາໄດ້ຍາກ. ເຈົ້າໜ້າທີ່ຕຳຫຼວດ ເດເຣັກ ໂຊວິນ ເຊິ່ງການຄາດຕະກຳທ້າວ ຟລອຍດ໌ ຂອງລາວໄດ້ຖືກ ຖ່າຍໄວ້ໃນວິດີໂອ ແລະ ຖືກພົບເຫັນເປັນພະຍານໂດຍຫຼາຍລ້ານຄົນນັ້ນ, ໄດ້ ຖືກຕັດສິນວ່າມີຄວາມຜິດຕໍ່ອາຊະຍະກຳຂອງລາວ ແລະ ຖືກຕັດສິນຂັງຄຸກດົນກວ່າ 20 ປີ.

ໃນຖະແຫຼງການຜ່ານທາງວິດີໂອນັ້ນ, ນ້ອງຂອງທ້າວ ຟລອຍດ໌, ທ້າວ ຟີໂລນຽສ ເວົ້າວ່າລາວຍັງຮູ້ສຶກເຈັບປວດຢ່າງແຮງທີ່ໄດ້ເຫັນອ້າຍຂອງລາວເສຍຊີວິດ.

ທ້າວ ຟີໂລນຽສ ກ່າວວ່າ “ລາວໄດ້ຖືກທໍລະມານຈົນຕາຍໃນເວລາກາງແຈ້ງແສດໆ. ນັ້ນແມ່ນການປະຫານຊີວິດ ໃນຍຸກສະໄໝໃໝ່. ມັນຍາກທີ່ຮູ້ວ່າເຈົ້າສາມາດແລ່ນໜີຈາກຕຳຫຼວດ ແລະ ເຂົາເຈົ້າຍັງຈະຍິງເຈົ້າໃສ່ກາງຫຼັງໂດຍທີ່ເຮົາບໍ່ມີອາວຸດ. ເຈົ້າບໍ່ມີອາວຸດຫຍັງແຕ່ໃນເວລາດຽວກັນເຂົາເຈົ້າຍັງສາມາດຫຼຸດພົ້ນຈາກການກະທຳຜິດ.”

ເມື່ອພິຈາລະນາເຖິງຄວາມບໍ່ຍຸຕິທຳທີ່ຫຼວງຫຼາຍ ແລະ ກວ້າງຂວາງທີ່ວ່ານີ້, ຂ້າຫຼວງໃຫຍ່ ບາເຊີເລ ເວົ້າວ່າມັນມີຄວາມຈຳເປັນອັນຮີບດ່ວນທີ່ຈະຄັດຄ້ານມູນເຊື້ອການເປັນຂ້າທາດ ແລະ ພະຍາຍາມແກ້ໄຂຄວາມຍຸຕິທຳ.

ຄຳແນະນຳຂອງທ່ານນາງລວມມີການຮັບຮູ້ເຖິງກົດທຳມະດາຂອງການຈຳແນກເຊື້ອຊາດຜິວພັນຢ່າງເປັນລະບົບເພື່ອປ່ຽນແປງໂຄງຮ່າງຕ່າງໆ. ມັນຮຽກຮ້ອງໃຫ້ນຳເອົາພວກເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍມາຮັບຜິດຊອບສຳລັບການກໍ່ອາຊະຍະກຳຕ່າງໆ, ຮັບປະກັນສິດເສລີພາບໃນການປາກ ເວົ້າ ແລະການເຕົ້າໂຮມກັນຢ່າງສັນຕິໃນລະຫວ່າງການປະທ້ວງຕໍ່ຕ້ານການຈຳແນກເຊື້ອຊາດຜິວພັນ ແລະ ເອົາບາດກ້າວເພື່ອແກ້ໄຂອັນຕະລາຍຜ່ານມາດຕະການແກ້ໄຂທີ່ກວ້າງຂວາງ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG