ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລົດ​ໄຖ ​ທີ່​ບໍ່​ມີ​ຄົນ​ຂັບ ອາດ​ສົ່ງ​ສັນ​ຍານ ​ໃຫ້​ຮູ້​ວ່າ ຈະ​ມີ​ການ​ປ່ຽນ​ແປງ​ ໃນ​ວິ​ທີ​ທີ່​ຄົນ​ເຮົາເຮັດ​ການ​ປູກ​ຝັງ


Autonomous Tractors May Signal Changes in Farming
please wait

No media source currently available

0:00 0:02:00 0:00

ລົດ​ໄຖ​ທີ່​ບໍ່​ມີ​ຄົນ​ຂັບອາດ​ສົ່ງ​ສັນ​ຍານ ​ໃຫ້​ຮູ້​ວ່າ ຈະ​ມີ​ການ​ປ່ຽນ​ແປງ​ໃນ​ວິ​ທີ ​ທີ່​ຄົນ​ເຮົາເຮັດ​ການ​ປູກ​ຝັງ

ຊາວກະສິກອນໃນທົ່ວປະເທດ ແລະທົ່ວໂລກອາດມີມື້ນຶ່ງທີ່​ຈະ​ໄດ້ອອກຈາກບ່ອນທີ່​ຖືກຈຳກັດ​ໃຫ້​ຢູ່​ກັບລົດໄຖຂອງ ເຂົາເຈົ້າໄປ ແລະໃຊ້ລົດ ໄຖນາທີ່​ແລ່ນແບບອັດຕະໂນມັດ ໂດຍ​ມີ​ການຄວບ​ຄຸມຈາກທາງໄກໂດຍຜ່ານແອັບພ​ລີ​ເຄ​ຊັນ. ແຕ່ຊາວກະສິກອນ ທີ່​ມີ​ຟາມ​ຂະ​ໜາດໃຫຍ່ ແລະນ້ອຍຈະຍິນ​ດີທີ່ຈະໃຫ້​ຄວາມໄວ້ວາງໃຈຕໍ່ເທັກໂນໂລຈີ ຫລື ບໍ? Julie Taboh ນັກ​ຂ່າວ​ວີ​ໂອ​ເອມີ​ລາຍ​ລະ​ອຽດກ່ຽວ​ກັບ​ເລື້ອງນີ້ເພີ່ມ​ເຕີມ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເທັກໂນໂລຈີໃນ​ອຸດ​ສາ​ຫະ​ກໍາດ້ານ​ກະ​ສິ​ກໍາ​ ໄດ້​ມີ​ວິ​ວັດ​ທະ​ນາ​ການ​ຢ່າງ​ວ່ອງ​ໄວ​.

ອີກບໍ່​ດົນ, ຊາວກະສິກອນກໍອາດຈະສາມາດເລີ້​ມ​ໃຊ້ລົດໄຖນາ ທີ່ບໍ່ມີຄົນຂັບ ອອກໄປ​ແລ່ນຢູ່​ໃນ​ທົ່ງ ຫລື​ສວນຕະ​ຫລອດ 24 ຊົ່ວໂມງຕໍ່ມື້ໄດ້​ແລ້ວ ຂະນະທີ່ເຂົາເຈົ້າຄວບຄຸມ ແລະຕິດຕາມກວດກາມັນຢູ່​ທາງໄກໂດຍຜ່ານແອັບພ​ລີ​ເຄ​ຊັນ.

ທ່ານ​ອີ​ຈີ​ໂນ ກາ​ຟີ​ເຣ​ໂອ (Igino Cafiero) ເປັນຫົວ​ໜ້າ​ຜູ້​ບໍ​ລິ​ຫານ ຫລື CEO ແລະຜູ້ກໍ່ຕັ້ງບໍລິສັດແບ​ ແຟ​ລັກ ໂຣ​ໂບ​ຕິກສ໌ (Bear Flag Robotics) ທີ່ເປັນ ສາ​ຂາຂອງບໍລິສັດຈອນ​ເດຍ (John Deere)-ຊຶ່ງເປັນບໍລິສັດ ສະຫະລັດ ທີ່ຜະລິດອຸ​ປະ​ກອນ​ດ້ານ​ກະ​ສິ​ກໍາ​. ທ່ານໄດ້ໂອ້ລົມກັບ VOA ຜ່ານທາງ Skype ວ່າ:

ທ່ານກາ​ຟີ​ເຣ​ໂອ ຈາກ​ບໍ​ລິ​ສັດ Bear Flag Robotics ກ່າວຜ່ານທາງ Skype ວ່າ:
“ເມື່ອ​ປະ​ເທດ​ນີ້ ​ຖືກ​ສ້າງ​ຕັ້ງ​ຂຶ້ນມາ​ໃໝ່ໆ ​ປະ​ມານ 50 ​ເປີ​ເຊັນຂອງຄົນ​ອາ​ເມ​ຣິ​ກັນ​ເປັນ​ຊາວ​ນາ​ຊາວ​ສວນ ແລະ​ໃນ​ປັດ​ຈຸ​ບັນ​ນີ້​ ແມ່ນມີໜ້ອຍ​ກວ່າ 1​ ເປີ​ເຊັນ ທີ່​ເຮັດ​ເຊັ່ນ​ນັ້ນ. ແລະເພາະ​ສະ​ນັ້ນ, ອັນນີ້​ ແມ່ນ​ການ​ມອບ​ເຄື່ອງ​ມື​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ເພື່ອ​ໃຫ້​ເຂົາ​ເຈົ້າເຮັດ​ວຽກ​ມີ​ປະ​ສິດ​ທິ​ຜົນຫລາຍ​ຂຶ້ນກວ່າ​ເກົ່າ.”

ລົດໄຖແບບ​ອັດ​ຕະ​ໂນ​ມັດໃຫມ່ຈາກບໍ​ລິ​ສັດ John Deere ແມ່ນໃຊ້ສາຍ​ຕາ​ຂອງຄອມພິວເຕີ, ປັນຍາປະດິດ ຫລື AI, ແລະ GPS ເພື່ອກຽມ​ດິນ ແລະປູກ ພືດ​ຢູ່ໃນ​ທົ່ງກວ້າງ​ໃຫຍ່ໂດຍບໍ່ມີ​ການ​ຢຸດເລີຍ. ແຕ່ຊາວກະສິກອນທັງໃຫຍ່ ແລະນ້ອຍຈະຍິນດີໃຫ້​ຄວາມໄວ້ວາງໃຈຕໍ່ລົດໄຖທີ່ຂັບດ້ວຍໂຕ​ມັນເອງແບບ​ອັດ​ຕະ​ໂນ​ມັດເພື່ອເຮັດວຽກໃຫ້​ມັນແລ້ວຫລືບໍ?

ທ້າວ​ດັກ ນີມ​ສ໌ (Doug Nimz), ຊຶ່ງ​ເປັນຊາວສວນລຸ້ນທີ 4 ຈາກບໍ​ລິ​ສັດ ບ​ລູ​ເອີດ (Blue Earth) ໃນ​ລັດ​ມີ​ເນ​ໂຊ​ຕາ ແມ່ນຜູ້​ນຶ່ງໃນກຸ່ມ​ຄົນ​ທຳ​ອິດ ທີ່ໄດ້ທົດ ລອງ​ໃຊ້ລົດໄຖນາແບບອັດຕະໂນມັດຂອງ John Deere ເພື່ອຊ່ວຍໃຫ້​ລາວ ປູກສາລີ ແລະຖົ່ວເຫຼືອງໃນປະມານ 800 ເຮັກຕາ.

ລາວເລົ່າ​ສູ່​ຟັງດັ່ງ​ນີ້: “ຂ້ອຍສາມາດກວດ ເບິ່ງລະດັບນໍ້າມັນ, ຂ້ອຍສາມາດກວດເບິ່ງແອັບ​ພ​ລີ​ເຄ​ຊັນ ເພື່ອເບິ່ງວ່າ ຍັງ​ເນື້ອ​ທີ່ທົ່ງຫຼາຍປານໃດ, ຖ້າມີສິ່ງໃດ​ສິ່ງ​ນຶ່ງຢູ່ໃນທົ່ງ​ນັ້ນ ທີ່ມັນບໍ່ ແນ່ໃຈ ລົດໄຖກໍຈະຢຸດແລ່ນ ແລະແຈ້ງເຕືອນ ໃຫ້ຂ້ອຍຮູ້; ອັນນີ້ແມ່ນສິ່ງໃດ​ສິ່ງ​ນຶ່ງທີ່ຂ້ອຍສາມາດອອກໄປໃສ​ກໍໄດ້ບໍ?”

ການ​ປ້ອນ​ຂໍ້​ມູນໃຫ້ກ້ອງຖ່າຍອອກ​ທາງວີ​ດິ​ໂອ​ແບບສົດເຮັດໃຫ້ຊາວກະສິກອນ ສາມາດເບິ່ງທົ່ງນາໄດ້ທຸກເວລາ. ແກ່ນພືດແມ່ນຖືກ​ເອົາໄປປູກລົງ​ໃສ່​ດິນຢ່າງ​ເໝາະ​ເຈາະແມ້ນ​ຢຳ. ເຊັ່ນດຽວກັນ, ເທັກໂນໂລຈີໃນ​ການ "ເບິ່ງ ແລະພົ່ນ" ຂອງລົດໄຖກໍສີດຢາຂ້າຫຍ້າໃຫ້​ຖືກ​ບ່ອນ​ທີ່ຕ້ອງການນັ້ນ​ຢ່າງ​ແມ້ນ​ຢຳ ຊຶ່ງຊ່ວຍ​ໃຫ້ປະ​ຢັດເງິນໃນ ຂະນະທີ່ມີຜົນປະໂຫຍດຕໍ່ສິ່ງແວດລ້ອມ, ອີງ​ຕາມບໍລິສັດດັ່ງ​ກ່າວ​ເວົ້າ.

ແຕ່ຜົນປະໂຫຍດອັນໃຫຍ່ຫລວງທີ່ສຸດທີ່ອາດ​ມີນັ້ນ​ ຊາວກະສິກອນຈຳ​ນວນ​ນຶ່ງເວົ້າວ່າ ມັນຈະເປັນການປະຢັດ ເວລາໄດ້.

ນາງ​ຊາ​ຣາ ຣັກ​ເຄີ (Sarah Rachor) ເປັນຊາວກະສິກອນລຸ້ນທີ 4 ທີ່ປູກຫົວ​ມັນ​ບີດເຮັດ​ນ້ຳຕານ, ເຂົ້າເບ​ລ ແລະ ຖົ່ວເຫຼືອງຢູ່ໃນຟາມນ້ອຍໆ ຂອງນາງ ໃນລັດ​ມອນ​ຕາ​ນາ.

ນາງ​ຊາ​ຣາ ຣັກ​ເຄີກ່າວຜ່ານທາງ Skype ວ່າ: "ຄວາມແຕກຕ່າງທີ່ໃຫຍ່ຫຼວງລະຫວ່າງສິ່ງທີ່ຂ້ອຍມີໃນປັດຈຸບັນຊຶ່ງ​ແມ່ນລົດໄຖ ນາທີ່ຂັບເຄື່ອນດ້ວຍ GPS ຂອງຂ້ອຍ ເມື່ອ​ທຽບ​ໃສ່ກັບລົດໄຖນາແບບອັດຕະ ໂນມັດຢ່າງເຕັມ ສ່ວນນັ້ນ ໂດຍ​ລວມ​ແລ້ວແມ່ນການໃຊ້ເວລາ. ຂ້ອຍ​ສາ​ມາດເຮັດ​ສວນ​ໃນ​ເນື້ອ​ທີ່​ດິນກວ້າງ​ກວ່າ ​ແລະມີ​ປະ​ສິດ​ທິ​ພາບ​ຫຼາຍ​ຂຶ້ນ ​ເນື່ອງ​ຈາກມີ​ການ​ຍົກ​ລະ​ດັບ​ທັງ​ຫມົດ​ເຫຼົ່າ​ນີ້ ​ໃນດ້ານ​ເທັກ​ໂນ​ໂລ​ຈີ.”

ທ້າວ​ນີ​ມສ໌ກ່າວ​ມ້ວນ​ທ້າຍ​ວ່າ: "ຊາວກະສິກອນ​ມັກ​ຈະ​ເປັນ​ຄົນ​ເຮັດ​ວຽກ​ໃຊ້​ວິ​ທີດັ້ງ​ເດີມ, ແຕ່ຂ້ອຍມີຄວາມຮູ້ສຶກວ່າ ເມື່ອເຂົາເຈົ້າລອງ​ໃຊ້ມັນແລ້ວ ເຂົາ​ເຈົ້າກໍ​ຈະກັບມາຍອ​ມ​ຮັບ​ມັນຫລາຍ.”

ລົດ​ໄຖ​ນາ​ແບບ​ອັດ​ຕະ​ໂນ​ມັດ​ຂອງ​ບໍ​ລິ​ສັດ John Deere ຈະຜະ​ລິດ​ອອກ​ມາ​ໃຫ້​ຊາວ​ນາຊາວ​ສວນ​ໄດ້ໃຊ້​ໃນທ້າຍ​ປີນີ້.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ​ຢູ່ລຸ່ມນີ້:

Farmers across the country and around the world might one day leave the confines of their tractor cabs and operate autonomous tractors remotely through an app. But will farmers, big and small, be willing to trust the technology? VOA’s Julie Taboh has more.

Technology in the agricultural industry is quickly evolving.

Soon, farmers may be able to launch a driverless tractor out in the field to run 24 hours a day, while they control and monitor it remotely through an app.

Igino Cafiero is the CEO and founder of Bear Flag Robotics, a subsidiary of John Deere – a U.S. firm that manufactures farming equipment. He spoke with VOA via Skype.))

Igino Cafiero, Bear Flag Robotics via Skype: “When this country was founded about 50% of Americans were farmers and now it's less than 1%. And so this is about giving tools to farmers to be more productive.”

The new autonomous tractor from John Deere uses computer vision, artificial intelligence, and GPS to till and plant a field without stopping. But will farmers, big and small, be willing to trust self-driving tractors to get the job done?

Doug Nimz, a fourth-generation farmer from Blue Earth, Minnesota, was one of the first people to test a John Deere autonomous tractor to help him raise about 800 hectares of corn and soybeans.
Doug Nimz, Farmer: “I can check the fuel level, I can check the app to see how much of the field is left, if there was something in the field that it wasn't sure about, the tractor will stop and alert me; Is this something I can go around?”

Live camera feeds allow the farmer a view of the field at any time. Seeds are precisely planted. Likewise, the tractor’s “see and spray” technology sprays herbicides exactly where needed, saving money while benefiting the environment, the company says.

But the biggest potential benefit, some farmers say, will be the time saved.

Sarah Rachor, ((like Rocker)) is a fourth-generation farmer who grows sugar beets, wheat, and soybeans on her little farm in Montana.

Sarah Rachor, Farmer via Skype: “The big difference between what I currently have with my GPS-driven tractor versus a fully autonomous tractor is mostly time. I can farm more land and be more efficient because of all these upgrades in technology.”

Doug Nimz, Farmer: “Farmers are fairly traditional, but I have a feeling that once they try it, they will become very accepting of it.”

The John Deere autonomous tractors will be available to farmers.

XS
SM
MD
LG