ຊາວຟີລິບປິນ ໄດ້ພາກັນຕີຂໍ້ຄວາມສົ່ງຫາກັນ ຢູ່ໃນໂທລະສັບມືຖືຂອງພວກເຂົາເຈົ້າ
ເພື່ອປຸກລະດົມການປະທ້ວງຕໍ່ຕ້ານ ປະທານາທິບໍດີ ໂຈເຊັບ ແອັສຕຣາດາ. ຄວາມ
ພະຍາຍາມດັ່ງກ່າວ ໄດ້ຂະຫຍາຍວົງກວ້າງອອກ ພາຍໃນບໍ່ເທົ່າໃດຊົ່ວໂມງ ກາຍເປັນ
ການປະຕິວັດທີ່ເປັນ “ພະລັງຂອງປະຊາຊົນ” ທີ່ໄດ້ກົດດັນ ທ່ານ ແອັສຕຣາດາ ໃຫ້ລົງ
ຈາກຕຳແໜ່ງ.
ອັນນັ້ນ ແມ່ນໄດ້ເກີດຂຶ້ນເມື່ອປີ 2001. ນັບຕັ້ງແຕ່ນັນມາ ເທັກໂນໂລຈີ ໄດ້ສ້າງຂຶ້ນມາ
ພວກໂທລະສັບ “ສະຫຼາດ” ທີ່ມີພະລັງເພີ້ມຂຶ້ນຢ່າງຫຼວງຫຼາຍ ທີ່ສາມາດເຊື່ອໂຍງເຂົ້າ
ກັບອິນເຕີແນັດ ເຊິ່ງສະໜອງການເຂົ້າຫາຂ່າວສານໄດ້ ໃນທັນທີ ແລະ ເຊື່ອມຕໍ່ປະຊາ
ຊົນເຂົ້າກັນ ໂດຍຜ່ານສື່ສັງຄົມ.
ໃນການຮັບມືກັບສະພາບການດັ່ງກ່າວ ພວກເຈົ້າໜ້າທີ່ໃນປະເທດຕ່າງໆ ແມ່ນໄດ້ທຳ
ການຕໍ່ສູ້ເພື່ອຄວບຄຸມ ອັນທີ່ພວກປະຊາຊົນຂອງປະເທດທັງຫຼາຍເຫຼົ່າ ນັ້ນ ເຫັນວ່າ
ແລະ ໄດ້ຍິນກັນວ່າ ໂດຍມີເປົ້າໝາຍ ຂອງການຈຳກັດການບໍ່ເຫັນດີເຫັນພ້ອມ ແລະ
ຕັດ“ອຳນາດຂອງປະຊາຊົນ” ຫຼາຍຂຶ້ນຕັ້ງແຕ່ຫົວທີ ແລ້ວຍຶດເອົາຄືນ.
ທ່ານ ອາຣນອດ ໂຟຣເຊ ຫົວໜ້າສຳນັກງານພາກພື້ນອາຟຣິກາ ຈາກນັກຂ່າວບໍ່ມີພົມ
ແດນ ໄດ້ກ່າວວ່າ “ໃນເບື້ອງຕົ້ນ ມັນແມ່ນພວກນັກຂ່າວ ຜູ້ທີ່ໄດ້ຖືກຂົ່ມຂູ່ ແລະ ມັນ
ແມ່ນສື່ມວນຊົນ ທີ່ໄດ້ຖືກຍົກເລີກ. ແຕ່ບັດນີ້ ພວກເຈົ້າໜ້າທີ່ ແມ່ນກີດກັ້ນ ຂໍ້ມູນບໍ່
ໃຫ້ຖືກແຜ່ຂະຫຍາຍອອກໄປ ໃນອິນເຕີແນັດ.”
ທ່ານ ໂຟຣເຊ ໄດ້ບອກ ວີໂອເອ ພະແນກອາຟຣິກາ ພາສາອັງກິດ ວ່າ “ມັນ ຈະແຈ້ງ
ແລ້ວວ່າ ເປັນຄວາມພະຍາຍາມ ທີ່ຈະປິດປາກປິດສຽງ ການວິພາກວິຈານ ແລະຂໍ້ມູນ
ການຕິຕຽນ.”
ຈາກ ຈີນ ຈົນເຖິງ ອາຟຣິກາ ແລະ ຣັດເຊຍ ຮອດ ຕາເວັນອອກກາງ ປະເທດທັງຫຼາຍ
ເຫຼົ່ານີ້ ໄດ້ໃຊ້ຄວາມໝັ້ນຄົງແຫ່ງຊາດ ເປັນເລື້ອງຂໍ້ແກ້ໂຕ ສຳລັບ ການຮັບຜ່ານກົດໝາຍ
ທີ່ຄຸມເຄືອ ເພື່ອຕໍ່ຕ້ານ “ການຍຸແຍ່ຕໍ່ຕ້ານລະບຽບຂອງສາທາລະນະ” ຫຼື ແມ່ນກະທັງ
ການປ່ອຍຂ່າວຕິສິນນິນທາ. ພວກເຂົາເຈົ້າ ໄດ້ເຮັດໃຫ້ ເວັບໄຊ້ເຊັ່ນ ເຟສບຸກ ແລະ
ກູໂກລ ແນ່ໃຈວ່າ ໃຫ້ເອົາເນື້ອຫາຕ່າງໆ ທີ່ພວກເຂົາເຈົ້າຖືວ່າ ບໍ່ເໝາະສົມ ນັ້ນ ອອກ.