ບັນດານັກວິໄຈໃນ ອອສເຕຣເລຍ ໄດ້ພັດທະນາຢາທີ່ສາມາດປ່ຽນແປງການປິ່ນປົວຄົນເຈັບທີ່ເປັນໂຣກເບົາຫວານຫຼາຍລ້ານຄົນໃນທົ່ວໂລກ. ທີມງາມຊາວ ອອສເຕຣເລຍ ແມ່ນກຳລັງຮັບມືກັບນຶ່ງໃນຫຼາຍໂຄງການຄົ້ນຄວ້າ ທີ່ໄດ້ພັດທະນາຊະນິດທີ່ແຕກຕ່າງກັນຂອງສິ່ງທີ່ເອີ້ນວ່າ ອິນສຸຊິ ສະຫຼາດ, ລວມທັງໂຄງການອື່ນໆໃນ ສະຫະລັດ ແລະ ຈີນ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ສິ່ງທີ່ເອີ້ນວ່າ ອິນສຸລິນ ສະຫຼາດ ແມ່ນນອນຢູ່ໃນຮ່າງກາຍຂອງຄົນໄຂ້ທີ່ເປັນໂຣກເບົາຫວານ ແລະ ຈະຖືກນຳໃຊ້ໃນເວລາທີ່ມີຄວາມຕ້ອງການເທົ່ານັ້ນ.
ບັນດານັກຄົ້ນຄວ້າໃນ ສະຫະລັດ, ຈີນ ແລະ ອອສເຕຣເລຍ ແມ່ນກຳລັງອອກແບບການປິ່ນປົວທີ່ຮຽນແບບການຕອບສະໜອງແບບທຳມະຊາດຂອງຮ່າງກາຍ ເພື່ອປ່ຽນແປງນ້ຳຕານໃນເລືອດ, ຫຼື ນ້ຳຕານ, ລະດັບ ແລະ ຕອບສະໜອງໃນທັນທີ.
ເປົ້າໝາຍກໍແມ່ນເພື່ອຮັກສາລະດັບນ້ຳຕານໃຫ້ຢູ່ໃນລະດັບທີ່ປອດໄພ, ຫຼີກລ່ຽງນ້ຳຕານໃນເລືອດສູງເກີນຂອບເຂດ, ເຊິ່ງເອີ້ນວ່າ Hyperglycaemia, ແລະ ລະດັບນ້ຳຕານໃນເລືອດຕ່ຳເກີນຂອບເຂດ, ເຊິ່ງຮູ້ກັນດັ່ງກັບ Hypoglycaemia.
ການປິ່ນປົວໃໝ່ດັ່ງກ່າວແມ່ນຈະບໍ່ຮັກສາໂຣກເບົາຫວານເທົ່ານັ້ນ ແຕ່ສາມາດຫຼຸດຜ່ອນພາລະຕໍ່ຄົນໄຂ້ດ້ວຍ.
ບັນດານັກຄົ້ນຄວ້າ ອອສເຕຣເລຍ ກ່າວວ່າວິທີການນຳໃຊ້ອິນສຸລິນໃໝ່ຂອງເຂົາເຈົ້າຈະເປັນການສັກຢາໃຫ້ຄັ້ງນຶ່ງທຸກໆສາມວັນ.
ຄົນໄຂ້ໃນປັດຈຸບັນນີ້ຕ້ອງໄດ້ໃຊ້ອິນສຸລິນທຽມເຖິງ 10 ຄັ້ງຕໍ່ມື້.
ທ່ານ ຄຣິສຕອຟ ເຮັດຈມາຍເອີ ແມ່ນອາຈານສອນຢູ່ສູນກາງສຳລັບພະຍາດໃນເລືອດ ອອສເຕຣເລຍ ຢູ່ມະຫາວິທະຍາໄລ ໂມແນສ ແລະ ເປັນຜູ້ນຳໜ້າການຄົ້ນໃນການສຶກສາດັ່ງກ່າວ.
ທ່ານໄດ້ອະທິບາຍຕໍ່ໂທລະພາບ ABC ໃນວັນອັງຄານທີ່ຜ່ານມາວ່າເທັກໂນໂລຈີດັ່ງກ່າວເຮັດວຽກແນວໃດ.
ທ່ານ ເຮັດຈມາຍເອີ ກ່າວວ່າ “ອິນສຸລິນ ສະຫຼາດ ແມ່ນກຳລັງຕອບສະໜອບຕໍ່ລະດັບນ້ຳຕານໃນເລືອດ. ໃນກໍລະນີຂອງພວກເຮົາ ພວກເຮົາບໍ່ໄດ້ເຮັດໃຫ້ໂມເລກຸນຂອງອິນສຸລິນສະຫຼາດຢ່າງແທ້ຈິງ ແຕ່ພວກເຮົານຳເອົາອິນສຸລິນດັ່ງກ່າວເຂົ້າໃສ່ອານຸພາກຂະໜາດນ້ອຍ, ເຊິ່ງມີກົນໄກໃນຕົວທີ່ປ່ຽນກະແສໄຟຟ້າຂອງມັນຈາກບວກເປັນລົບ ເວລາທີ່ລະດັບນ້ຳຕານເພີ່ມຂຶ້ນ. ແລະ ນັ້ນແມ່ນເຄັດລັບທີ່ຊ່ວຍໃຫ້ເຮົາແນ່ໃຈໄດ້ວ່າມີອິນສຸລິນພຽງພໍ ແລະ ຖືກປ່ອຍອອກມາໃນຮູບແບບທີ່ສະຫຼາດ.
ອິນສຸລິນ ແມ່ນຊະນິດຂອງຮໍໂມນທີ່ຫຼຸດລະດັບນ້ຳຕານຢູ່ໃນເລືອດ. ນ້ຳຕານແມ່ນມາຈາກອາຫານທີ່ໃຫ້ພະລັງງານແກ່ພວກເຮົາ.
ໂຣກເບົາຫວານ ແມ່ນໂຣກທີ່ສົ່ງຜົນກະທົບຕໍ່ລະດັບນ້ຳຕານໃນເລືອດ ແລະ ປົກກະຕິແລ້ວຈະແຍກເປັນປະເພດ 1 ແລະ ປະເພດ 2, ເຊິ່ງມີຢູ່ທົ່ວໄປ. ຄົນໄຂ້ແມ່ນຈະມີຄວາມສ່ຽງສູງ ກ່ຽວກັບ ໂຣກຫົວໃຈວາຍ, stroke ແລະ ໄຕວາຍ.
ມະຫາວິທະຍາໄລ ໂມແນສ ໃນນະຄອນ ແມລເບິນ ແມ່ນສ່ວນນຶ່ງຂອງຄວາມພະຍາຍາມທົ່ວໂລກ ເພື່ອພັດທະນາອິນສຸລິນສະຫຼາດຊະນິດທີ່ແຕກຕ່າງກັນ. ມັນລວມມີທີມງານຈາກມະຫາວິທະຍາໄລ ສແຕນຝອດ ໃນສະຫະລັດ ແລະ ມະຫາວິທະຍາໄລ ເຊຈຽງ ໃນ ຈີນ. ແຕ່ລະໂຄງການຈະແນເປົ້າເພື່ອພັດທະນາອິນສຸລິນສະຫຼາດ ທີ່ດຳເນີນງານໄວກວ່າ ແລະ ແນ່ນອນກວ່າ ເພື່ອຊ່ວຍເຫຼືອຄົນໄຂ້ທີ່ເປັນໂຣກເບົາຫວານ ແລະ ຈະເລີ່ມການທົດລອງໄວເທົ່າທີ່ເປັນໄປໄດ້.
ອົງການອະນາໄມໂລກຄາດວ່າ ປະຊາຊົນປະມານ 422 ຄົນທົ່ວໂລກເປັນໂຣກເບົາຫວານ ແລະ ການເສຍຊີວິດຂອງ 1 ລ້ານ 5 ແສນຄົນແມ່ນເຊື່ອວ່າມີໂຣກເບົາຫວານຊຳເຮື້ອໂດຍກົງໃນແຕ່ລະປີ.
ອ່ານລາຍງານນີ້ເປັນພາສາອັງກິດ
So-called ‘smart insulin’ sits in the body of a diabetes patient and is activated only when it is needed.
Researchers in the U.S., China and Australia are designing treatments that imitate the body’s natural response to changing blood glucose, or sugar, levels and respond instantly.
The aim is to keep glucose levels within a safe range, avoiding excessively high blood glucose, which is called hyperglycaemia, and excessively low blood sugar levels, known as hypoglycaemia.
The new treatments are not cures for diabetes but could ease the burden on patients.
Australian researchers say their new insulin delivery method would offer one injection every three days.
Patients currently have to administer synthetic insulin up to ten times a day.
Christoph Hagemeyer is a professor at the Australian Center for Blood Diseases at Monash University and a lead researcher in the study.
He explained to the Australian Broadcasting Corp. Tuesday how the technology works.
“Smart insulin is responding to sugar levels in the blood. In our case we are not actually making the insulin molecule smart but we are loading the insulin onto a nano particle, which has a built-in mechanism that it changes its charge from positive to negative when the sugar levels go up. And that is the trick how we can ensure that there is enough insulin onboard and it is released in a smart manner.”
Insulin is a type of hormone that lowers the level of glucose in the blood. Glucose is a type of sugar from food that gives us energy.
Diabetes is a disease that affects glucose levels in the blood and is normally split into type 1 and type 2, the most common. Patients have a heightened risk of heart attack, stroke, and kidney failure.
Monash University in Melbourne is part of a global effort to develop different types of smart insulins. It includes teams at Stanford University in the United States and Zhejiang University in China. Each project aims to develop smart insulin to act faster and more accurately to help patients with diabetes and to start trials as soon as possible.
The World Health Organization has estimated that about 422 million people around the world have diabetes and that 1.5 million deaths are directly attributed to the chronic disease each year.
ຟໍຣັມສະແດງຄວາມຄິດເຫັນ