ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ສາຍສຳພັນ ຂອງອອສເຕຣເລຍ ກັບຈີນ ຊຸດໂຊມລົງ ໃນຂະນະທີ່ ປັກກິ່ງ ສອບສວນການນຳເຂົ້າເຫຼົ້າແວັງ ຈາກອອສເຕຣເລຍ


ຊວດເຫຼົ້າແວັງ Penfolds Grange, ຜະລິດໂດຍ Penfolds ຜູ້ຜະລິດແວັງຂອງອອສເຕຣເລຍ ແລະບໍລະສັດຜະລິດແວັງ Treasury Wine Estates ຂອງອອສເຕຣເລຍ ເປັນເຈົ້າຂອງ, ວາງຂາຍຢູ່ເທິງຊັ້ນວາງ.
ຊວດເຫຼົ້າແວັງ Penfolds Grange, ຜະລິດໂດຍ Penfolds ຜູ້ຜະລິດແວັງຂອງອອສເຕຣເລຍ ແລະບໍລະສັດຜະລິດແວັງ Treasury Wine Estates ຂອງອອສເຕຣເລຍ ເປັນເຈົ້າຂອງ, ວາງຂາຍຢູ່ເທິງຊັ້ນວາງ.

ຈີນໄດ້ເລີ້ມຕົ້ນການສືບສວນສອບສວນ ກ່ຽວກັບການຕໍ່ຕ້ານການທຸ້ມສິນຄ້າເຂົ້າຕະຫຼາດ
ໃນການນຳເຂົ້າເຫຼົ້າແວັງ ຂອງອອສເຕຣເລຍ ໃນຂະນະທີ່ຄວາມເຄັ່ງຕຶງ ທາງດ້ານການຄ້າ ລະຫວ່າງປັກກິ່ງກັບແຄນແບຣາ ຍັງສືບຕໍ່ເພີ້ມຄວາມເຂັ້ມຂຸ້ນຂຶ້ນ. ຟີລ ເມີເຊີ ລາຍງານມາຈາກນະຄອນຊິດນີ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະ ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອອສເຕຣເລຍ ເປັນໜີ້ບຸນຄຸນຕໍ່ຈີນ ສຳລັບຄວາມຮັ່ງມີຂອງຕົນ ເມື່ອບໍ່ດົນມານີ້ ຊຶ່ງຈີນເປັນຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງຕົນ. ເມື່ອປີກາຍນີ້ ການຄ້າຂາຍລະຫວ່າງສອງຝ່າຍ ມີມູນຄ່າ 170 ຕື້ໂດລາ ແຕ່ຮອຍແຕກແຫງກໍປາກົດອອກມາ ໃນສາຍສຳພັນທີ່ມີຄຸນຄ່າອັນນີ້.

ພວກຊາວກະສິກອນປູກຕົ້ນໝາກອະຫງຸ່ນຂອງອອສເຕຣເລຍ ຕົກຢູ່ໃນທ່າລຳ ບາກຍ້ອນຄວາມເຄັ່ງຕຶງດ້ານພູມສາດການເມືອງທີ່ເພີ້ມທະວີຂຶ້ນເລື້ອຍໆ. ສ່ວນພວກສົ່ງອອກເຫຼົ້າແວັງ ໄດ້ຖືກກ່າວຫາວ່າ ຕັດລາຄາຂອງພວກເຂົາເຈົ້າລົງ ແລະຮັບເອົາສ່ວນແບ່ງຂອງຕະຫຼາດ ຈາກບັນດາບໍລິສັດ ໃນທ້ອງຖິ່ນຂອງຈີນ. ການກວດສອບກ່ຽວກັບການທຸ້ມສິນຄ້າລົງສູ່ຕະຫຼາດ ໄດ້ຖືກຂໍຮ້ອງໂດຍສະມາຄົມເຄື່ອງດື່ມເຫຼົ້າຂອງຈີນ. ການກວດສອບນີ້ ຈະພິຈາລະນາເບິ່ງວ່າ ພວກບໍລິສັດຂອງອອສເຕຣເລຍ ໄດ້ຮັບເງິນອຸດໜຸນຊ່ອຍເຫຼືອຈາກລັດຖະບານ ຫຼືບໍ່.

ແຄນແບຣາ ໄດ້ຢືນຢັດວ່າ ການຂາຍເຫຼົ້າແວັງໃຫ້ແກ່ຈີນ ໃນລາຄາທີ່ເປັນທຳ ແລະບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ພວກເຂົາເຈົ້າ ໄດ້ໃຫ້ການຮ່ວມມືຢ່າງເຕັມສ່ວນກັບການສືບສວນສອບສວນດັ່ງກ່າວ.

ລັດຖະມົນຕີການຄ້າ ທ່ານສາຍມອນ ເບີມິງແຮມ ກ່າວວ່າ ພວກຜະລິດເຫຼົ້າແວັງຂອງອອສເຕຣເລຍ ບໍ່ໄດ້ເຮັດຫຍັງຜິດ.

ທ່ານເບີມິງແຮມ ເວົ້າວ່າ “ພວກເຮົາເຫັນວ່າ ການສະເໜີແນະເຫຼົ່ານີ້ເຮັດໃຫ້ໜັກໃຈຢ່າງເລິກເຊິ່ງ ແລະສັບສົນແທ້ໆເລີຍ. ເຫຼົ້າແວັງຂອງອອສເຕຣເລຍ ບໍ່ໄດ້ຮັບການອຸດໜຸນໃດໆເລີຍ ມັນໄດ້ຂາຍໃນລາຄາເທົ່າກັບ ຫຼືຕ່ຳກວ່າສິ່ງອື່ນໃດນອກ ເໜືອໄປຈາກອັດຕາໃນຕະຫຼາດໂລກ. ແນ່ນອນເຫຼົ້າແວັງຂອງອອສເຕຣເລຍໃນ ຊ່ວງເຄິ່ງປີທຳອິດນີ້ ໄດ້ພິສູດມັນເອງວ່າ ເຫຼົ້າແວັງໄດ້ຂາຍໃນລາຄາ ທີ່ແພງທີ່ສຸດອັນດັບສອງ ໃນຕະຫຼາດຂອງຈີນ.”

ການສືບສວນສອບສວນ ມີຂຶ້ນທ່າມກາງເລື້ອງຂອງຂໍ້ຂັດຂ້ອງລະຫວ່າງປັກກິ່ງກັບແຄນແບຣາ ຫຼັງຈາກທີ່ລັດຖະບານອອສເຕຣເລຍໄດ້ຮຽກຮ້ອງໃຫ້ນາໆຊາດສືບສວນສອບສວນ ເບິ່ງຕົ້ນກຳເນີດຂອງພະຍາດ COVID-19 ຊຶ່ງໄດ້ປາກົດຂຶ້ນມາຄັ້ງທຳອິດຢູ່ໃນເມືອງວູຫານຂອງຈີນ ເມື່ອທ້າຍເດືອນມັງກອນປີກາຍນີ້.

ຈີນເມື່ອມໍ່ໆມານີ້ ໄດ້ວາງພາສີອາກອນຕໍ່ເຂົ້າບາເລ ຂອງອອສເຕຣເລຍ ໂຈະການນຳເຂົ້າຊີ້ນງົວບາງຢ່າງ ແລະກ່າວຕໍ່ພວກນັກສຶກສາຊາວຈີນ ແລະພວກນັກທ່ອງທ່ຽວວ່າ ມັນບໍ່ປອດໄພ ທີ່ຈະເດີນທາງາໄປຍັງອອສເຕຣເລຍ ຍ້ອນຂໍ້ກ່າວຫາກ່ຽວກັບເລື້ອງການແບ່ງແຍກເຊື້ອຊາດ. ຈີນ ກໍຍັງເປັນຜູ້ຕ້ອງສົງໄສກ່ຽວກັບການເປັນຜູ້ບົງການໃນການໂຈມຕີທາງໄຊເບີ ຕໍ່ສະຖາບັນຕ່າງໆຂອງອອສເຕຣເລຍ ຊຶ່ງຂໍ້ກ່າວຫາຕ່າງໆນັ້ນ ປັກກິ່ງໄດ້ປະຕິເສດຢ່າງແຂງຂັນ.

ແຕ່ ທ່ານແມັດຕ໌ ຄານາຫວັນ ສະມາຊິກສະພາໃນນະຄອນຫຼວງແຄແບຣາ ກ່າວຫາຈີນ ໃນການບີບບັງຄັບທາງດ້ານເສດຖະກິດ.

ທ່ານຄານາຫວັນ ກ່າວວ່າ “ມັນເປັນຮູບແບບຂອງພຶດຕິກຳທີ່ພວກເຮົາເຫັນຈາກຈີນ ແລະຂ້າພະເຈົ້າບໍ່ຄຶດວ່າ ພວກເຂົາສາມາດເປັນຄູ່ຮ່ວມທຸລະກິດທີ່ເຊື່ອຖືໄດ້ ອີກຕໍ່ໄປ ໃນວິທີທີ່ພວກເຂົາປະພຶດນັ້ນ ແລະ ຂ້າພະເຈົ້າຄຶດວ່າ ນັກທຸລະກິດຂອງອອສເຕຣເລຍໝົດທຸກຄົນ ຕ້ອງໄດ້ລະມັດລະວັງແທ້ໆ ກ່ຽວກັບວ່າ ພວກເຂົາເຈົ້າຈະປະເຊີນກັບສິດອຳນາດຂອງຈີນ ຫຼາຍຊ່ຳໃດ ຊຶ່ງພຶດຕິກຳຂອງພວກເຂົາເຈົ້ານັ້ນ ແມ່ນເປັນການຂົ່ມຂູ່ ແລະການກົດດັນທີ່ເພີ້ມຂຶ້ນນັບມື້.”

ຈີນໄດ້ຢືນຢັດວ່າ ການສືບສວນສອບສວນ ກ່ຽວກັບການຕໍ່ຕ້ານທຸ້ມສິນຄ້າລົງຕະຫຼາດ ຂອງເຫຼົ້າແວັງອອສເຕຣເລຍ ຈະດຳເນີນການໄປຢ່າງ “ເປັນທຳ ແລະຖືກຕ້ອງ ອີງຕາມກົດໝາຍ.” ໂຄສົກກະຊວງການຕ່າງປະເທດ ໄດ້ປະຕິເສດຕໍ່ ຂໍ້ສະເໜີແນະວ່າ ມັນມີຈຸດປະສົງທາງການເມືອງ.

ໃນຂະນະທີ່ ຄວາມເຄັ່ງຕຶງລະຫວ່າງສອງຝ່າຍເພີ້ມສູງຂຶ້ນ ບັນດານັກວິເຄາະ ຢ້ານວ່າ ສິນຄ້າແຮ່ເຫຼັກທີ່ມີກຳໄລງາມ ແລະການສົ່ງອອກຖ່ານຫີນ ຂອງອອສເຕຣເລຍ ອາດຈະຖືກກະທົບ ໃນຂັ້ນຕໍ່ໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG