ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ອອສເຕຣເລຍ ຈະຢ້ຽມຢາມ ສະຫະລັດ ຫຼັງຈາກການເດີນທາງໄປ ອິນເດຍ


ແຟ້ມພາບ - ປະທານາທິບໍດີ ໂຈ ໄບເດັນ, ຂວາ, ຈັບມືກັບນາຍົກລັດຖະມົນຕີ ອອສເຕຣເລຍ ແອນໂທນີ ອາລບານີສ ໃນລະຫວ່າງກອງປະຊຸມສຸດຍອດ ກຸ່ມຜູ້ນຳສີ່ປະເທດ ຫຼື Quad ຢູ່ທີ່ພະຣາຊະວັງ ຄານເຕ (Kantei Palace), ວັນທີ 24 ພຶດສະພາ 2022, ໃນນະຄອນຫຼວງໂຕກຽວ.
ແຟ້ມພາບ - ປະທານາທິບໍດີ ໂຈ ໄບເດັນ, ຂວາ, ຈັບມືກັບນາຍົກລັດຖະມົນຕີ ອອສເຕຣເລຍ ແອນໂທນີ ອາລບານີສ ໃນລະຫວ່າງກອງປະຊຸມສຸດຍອດ ກຸ່ມຜູ້ນຳສີ່ປະເທດ ຫຼື Quad ຢູ່ທີ່ພະຣາຊະວັງ ຄານເຕ (Kantei Palace), ວັນທີ 24 ພຶດສະພາ 2022, ໃນນະຄອນຫຼວງໂຕກຽວ.

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ໃນໄວໆນີ້ ຈະເດີນທາງມາຍັງສະຫະລັດ ເພື່ອພົບປະກັບປະທານາທິບໍດີ ໂຈ ໄບເດັນ ທ່າມ ກາງລາຍງານຕ່າງໆທີ່ວ່າ ທັງສອງຜູ້ນຳ ຈະເປີດເຜີຍລາຍລະອຽດ ຂອງສົນທິ ສັນຍາປ້ອງກັນປະເທດສາມຝ່າຍ ລະ​ຫວ່າງ ອອສເຕຣເລຍ ອັງກິດ ແລະ ສະ ຫະລັດ ທີ່ໄດ້ຖືກປະກາດຄັ້ງທຳອິດໃນປີ 2021.

ນາຍົກລັດຖະມົນຕີ ອາລບານີສ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນວັນພຸດມື້ນີ້ ກ່ອນທີ່ທ່ານຈະອອກເດີນທາງ ໄປຍັງອິນເດຍ ວ່າ ທ່ານຈະເດີນທາງມາສະຫະລັດ ຫຼັງຈາກການເດີນທາງຢ້ຽມຢາມປະເທດເອເຊຍໃຕ້ນີ້ ໄລຍະສາມວັນ. ແຕ່ທ່ານບໍ່ໄດ້ຢືນຢັນຕໍ່ລາຍງານ ໜັງສືພິມ The Sydney Morning Herald ທີ່ວ່າ ທ່ານ ທ່ານໄບເດັນ ແລະນາຍົກລັດຖະມົນຕີອັງກິດ ຣີຊີ ຊູນາກ ຈະພົບປະກັນ ໃນນະຄອນແຊນດີເອໂກ ໃນວັນຈັນໜ້າ ເພື່ອເປີດເຜີຍລາຍລະອຽດຂອງສົນທິສັນຍາ.

ການຮ່ວມມືໃໝ່ດັ່ງກ່າວ ທີ່ຮູ້ຈັກກັນໂດຍຊື່ຫຍໍ້ວ່າ AUKUS ຈະອະນຸຍາດໃຫ້ສາມປະເທດ ແບ່ງປັນຂໍ້ມູນແລະຄວາມຊຳນານນຳກັນໄດ້ງ່າຍຂຶ້ນໃນຂະແໜງ ເທັກໂນໂລຈີທີ່ສຳຄັນເຊັ່ນວ່າ ປັນຍາປະດິດຫຼື artificial intelligence, ເທັກໂນໂລຈີດ້ານໄຊເບີ, ເທັກໂນໂລຈີຄວນທຳ (quantum technologies), ລະບົບໃຕ້ນ້ຳ ແລະສັກກະຍະພາບໃນການໂຈມຕີວິໄສໄກ. ສັນຍາດັ່ງກ່າວ ຍັງລວມທັງ ການສ້າງຝຸງເຮືອດຳນ້ຳພະລັງນິວເຄລຍ ໃຫ້ແກ່ອອສເຕຣເລຍ.

ບັນດານັກວິເຄາະກ່າວວ່າ ສົນທິສັນຍາສາມຝ່າຍ ເປັນຄວາມພະຍາຍາມໂດຍພັນທະມິດຕາເວັນຕົກ ເພື່ອຕ້ານຢັນ ການມີໜ້າຂອງກອງທັບຈີນ ທີ່ມີທ່າທີຮຸກຮານຫຼາຍຂຶ້ນນັບມື້ ຢູ່ໃນຂົງເຂດປາຊີຟິກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG