ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ຫວັງ​ທີ່​ຈະ​ພົບ​ປະ​ກັບ ທ່ານ​ສີ ຂອງ​ປະ​ເທດ​ຈີນ ທີ່ກອງ​ປະ​ຊຸມ​ສຸດຍອດ


ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທ່ານ​ແອນ​ໂທ​ນີ ອ​າ​ລ​ບາ​ນິ​ສ ກ່າວ​ລະ​ຫວ່າງກອງ​ປະ​ຊຸມກັບ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ສິງ​ກະ​ໂປ ທ່ານ​ລີ ຊຽນ ລຸງ ທີ່​ລັດ​ຖະ​ສະ​ພາ ໃນ​ນະ​ຄອນ​ແຄນ​ເບີ​ຣາ ວັນ​ອັງ​ຄານ ທີ 18 ຕຸ​ລາ 2022
ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທ່ານ​ແອນ​ໂທ​ນີ ອ​າ​ລ​ບາ​ນິ​ສ ກ່າວ​ລະ​ຫວ່າງກອງ​ປະ​ຊຸມກັບ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ສິງ​ກະ​ໂປ ທ່ານ​ລີ ຊຽນ ລຸງ ທີ່​ລັດ​ຖະ​ສະ​ພາ ໃນ​ນະ​ຄອນ​ແຄນ​ເບີ​ຣາ ວັນ​ອັງ​ຄານ ທີ 18 ຕຸ​ລາ 2022

ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທ່ານ​ແອນ​ໂທ​ນີ ອາ​ລ​ບາ​ນິ​ສ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ກອງ​ປະ​ຊຸມ​ສອງ​ຝ່າຍ​ ກັບ​ປະ​ທາ​ນ​ປະ​ເທດ​ຈີນ ທ່າ​ນ​ສີ ຈິນ​ຜິງ ຈະ​ເປັນ ​“ສິ່ງ​ໃນທາງບວກ” ຖ້າ​ຫາກສາ​ມາດ​ມີ​ການ​ຈັດ​ແຈງ​ຂຶ້ນ​ຢູ່ນອກກອງ​ປະ​ຊຸມ​ ສຸດຍອດ ບັນ​ດາ​ຜູ້​ນຳ ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ໃນ​ເດືອນ​ນີ້.

ທ່ານ​ອາ​ລ​ບາ​ນິ​ສ ໄດ້​ປ່ຽນຈາກເວົ້າ​ທີ່​ເປັນ​ກາງ ກ່ຽວ​ກັບ​ການ​ທີ່​ຈະ​ພົບ​ປະ​ເປັນ​ເທື່ອ​ທຳ​ອິດ​ຂອງ​ທ່ານກັບ​ຜູ້​ນຳ​ຈີນ ທີ່​ສະ​ເໜີ​ວ່າ​ຜູ້​ນຳ​ອອ​ສ​ເຕ​ຣ​ເລຍ ຄາ​ດ​ວ່າ​ ການ​ສົນ​ທະ​ນາຫາ​ລື​ຈະ​ມີ​ຂຶ້ນ.

ທ່ານ​ອາ​ລ​ບາ​ນິ​ສ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ເປັນ​ທີ່​ແຈ້ງ​ຂາວ​ວ່າ ການ​ສົນ​ທະ​ນາ​ເປັນ​ສິ່ງ​ທີ່​ດີ ແລະ​ເພາະ​ສະ​ນັ້ນ ​ຖ້າ​ຫາກ​ການ​ພົບ​ປະ​ໄດ້​ມີຈັດ​ແຈງ ກັບທ່ານ​ສີ ເວ​ລາ​ນັ້ນ ​ຈະ​ເປັນ​ສິ່ງ​ ໃນ​ທາງບວກ.”

ທ່ານ​ອາ​ລ​ບາ​ນິ​ສ ຈະເດີນ​ທາງ​ອອກ​ຈາກອອ​ສ​ເຕ​ຣ​ເລຍ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ​ເອ​ເຊຍ​ຕາ​ເວັນ​ອອກ​ຢູ່​ກຳ​ປູ​ເຈຍ ຕິດ​ຕາມ​ໂດຍກອງ​ປະ​ຊຸມ​ຂອງ​ກຸ່ມ​ຈີ 20 ​ໃນ​ອິນ​ໂດ​ເນ​ເຊຍ ຕໍ່​ມາ​ແມ່ນກອງ​ປະ​ຊຸ​ມ​ຮ່ວມ​ມື​ເສດ​ຖະ​ກິດ​ເອ​ເຊຍປາ​ຊິ​ຟິກ ​ຢູ່​ໃນ​ປະ​ເທດ​ໄທ.

ທ່ານ​ອາ​ລ​ບາ​ນິ​ສ ໄດ້ກ່າວ່າ ​ຫ້ອງ​ການ​ຂອງ​ທ່ານໄດ້​ກະ​ກຽມ “ຈັດ​ແຈງກອງ​ປະ​ຊຸມ” ​ກັບ “ບັນ​ດາ​ຜູ້​ນຳ​ ຕ່າງໆ” ​ຊຶ່ງ​ຈະ​ໄດ້​ມີ​ການປະ​ກາດ​ເວ​ລ​າ​ໃດລາຍ​ລະ​ອຽດ​ໄດ້​ເສັດ​ສິ້ນ.

ຄວາມ​ສຳ​ພັນ​ລະ​ຫ​ວ່າງ​ຈີນ​ກັບອອ​ສ​ເຕ​ຣ​ເລຍ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຮ່ອງ​ຮອຍ​ຂອງ​ຄວາມ​ອົບ​ອຸ່ນ​ຂຶ້ນ ນັບ​ແຕ່​ເດືອນ​ພຶດ​ສະ​ພາ ເວ​ລາພັກ​ແຮງ​ງານ​ທີ່​ເປັນ​ກາງ​ອຽງ​ຊ້າຍ ຂອງ​ທ່ານ​ອາ​ລ​ເບ​ນິ​ສ ​ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ​ເກົ້າ​ປີ. ​ປັກ​ກິ່ງໄດ້​ຜ່ອນ​ຜັນ​ການ​ຫ້າມ​ຕິດຕໍ່ລະ​ຫວ່າງລັດ​ຖະ​ມົນ​ຕີ ​ກັບ​ລັດ​ຖະ​ມົນ​ຕີ ​ໃນ​ທັນ​ທີ.

Australian Prime Minister Anthony Albanese said Wednesday a bilateral meeting with Chinese President Xi Jinping would be a “positive thing” if one can be arranged on the sidelines of one of the leaders’ summits to be held in Southeast Asia this month.

Albanese’s shift from neutral language about the prospects of his first meeting with the Chinese leader suggests the Australian leader expects that talks will take place.

“I’ve made it very clear that dialogue is a good thing, and so if a meeting is arranged with Xi, then that would be a positive thing,” Albanese told reporters.

Albanese leaves Australia on Friday for an East Asia Summit in Cambodia, followed by a Group of 20 meeting in Indonesia, then an Asia-Pacific Economic Cooperation forum meeting in Thailand.

Albanese said his office was organizing a “range of meetings” with “various leaders,” which would be announced when details were finalized.

China-Australia relations have shown signs of thawing since May when Albanese’s center-left Labor Party won elections for the first time in nine years. Beijing immediately relaxed a ban on minister-to-minister contacts.

XS
SM
MD
LG