ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ອອສເຕຣເລຍ ຄົນໃໝ່ ເລີ້ມຕົ້ນເດີນທາງຢ້ຽມຢາມ ອິນໂດເນເຊຍ


ນາຍົກລັດຖະມົນຕີອອສເຕຣເລຍ ສະແດງປະຕິກິລິຍາ ຫຼັງຈາກໄດ້ສາບານບັນດາລັດຖະມົນຕີໃນຄະນະລັດຖະບານຂອງທ່ານ ຢູ່ທີ່ລັດຖະສະພາໃນນະຄອນຫຼວງແຄນເບີຣາ ຂອງອອສເຕຣເລຍ, ວັນທີ 1 ມິຖຸນາ 2022.
ນາຍົກລັດຖະມົນຕີອອສເຕຣເລຍ ສະແດງປະຕິກິລິຍາ ຫຼັງຈາກໄດ້ສາບານບັນດາລັດຖະມົນຕີໃນຄະນະລັດຖະບານຂອງທ່ານ ຢູ່ທີ່ລັດຖະສະພາໃນນະຄອນຫຼວງແຄນເບີຣາ ຂອງອອສເຕຣເລຍ, ວັນທີ 1 ມິຖຸນາ 2022.

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານິສ ໄດ້ເດີນທາງໄປຮອດນະຄອນຫຼວງຈາກາຕາ ໃນວັນອາທິດວານນີ້ ເພື່ອເລີ້ມຕົ້ນການຢ້ຽມຢາມອິນໂດເນເຊຍ ເປັນເວລາສາມວັນ ຫຼັງຈາກທີ່ທ່ານໄດ້ສັນ​ຍາ​ຄວາມ​ຕັ້ງ​ໃຈ ທີ່ຈະໃຫ້ການຮ່ວມມືຢ່າງເລິກເຊິ່ງຂຶ້ນຕື່ມລະຫວ່າງທັງສອງປະເທດ ອີງຕາມລາຍງານຂອງອົງການຂ່າວ ເອແອັຟພີ.

ການຢ້ຽມຢາມໃນຄັ້ງນີ້ ເປັນການເດີນທາງເພື່ອການຮ່ວມມືສອງຝ່າຍເທື່ອທຳອິດຂອງທ່ານ ນັບຕັ້ງແຕ່ໄດ້ສາບານໂຕເຂົ້າຮັບຕຳແໜ່ງ ເປັນນາຍົກລັດຖະມົນຕີຂອງອອສເຕຣເລຍ ຄົນທີ 31 ໃນວັນທີ 23 ພຶດສະພາທີ່​ຜ່ານ​ມາ.

ທ່ານອາລບານິສ ພ້ອມກັບບັນດາລັດຖະມົນຕີໃນຄະນະລັດຖະບານຂອງທ່ານ ຈຳນວນນຶ່ງຕິດຕາມມາດ້ວຍ ລວມທັງລັດຖະມົນຕີການຕ່າງປະເທດ ທ່ານນາງເພັນນີ ວ໋ອງ ແມ່ນມີກຳນົດທີ່ຈະພົບປະກັບປະທານາທິບໍດີ ໂຈໂກ ວີໂດໂດ ໃນວັນຈັນມື້ນີ້.

ທ່ານອາລບານິສ ໄດ້ກ່າວໃນບົດຖະແຫລງຂ່າວທີ່ໄດ້ນຳອອກເຜີ່ຍແຜ່ກ່ອນໜ້າການອອກເດີນທາງ ວ່າ “ອິນໂດເນເຊຍ ເປັນນຶ່ງໃນປະເທດເພື່ອນບ້ານທີ່ໃກ້ຊິດຂອງພວກເຮົາ ຊຶ່ງເປັນເຫດຜົນທີ່ຂ້າພະເຈົ້າໄດ້ໝັ້ນໝາຍທີ່ຈະໄປຢ້ຽມຢາມ ໄວທີ່ສຸດເທົ່າທີ່ເປັນໄປໄດ້.”

ທ່ານກ່າວອີກວ່າ “ຂ້າພະເຈົ້າຫວັງວ່າ ຈະສ້າງສາຍສຳພັນຂອງພວກເຮົາຂຶ້ນຕື່ມ ລວມທັງການຟື້ນຟູສາຍສຳພັນທາງດ້ານການຄ້າຂອງພວກເຮົາ ແລະສົ່ງເສີມການຮ່ວມມືທາງດ້ານສະພາບອາກາດ, ພື້ນຖານໂຄງລ່າງ ແລະພະລັງງານ.”

ທ່ານນາງວ໋ອງ ກ່ອນໜ້ານີ້ ໄດ້ສະເໜີແນະວ່າ ລັດຖະບານໃໝ່ຂອງອອສເຕຣເລຍ ຄວນໃຫ້ບູລິມະສິດຍິ່ງຂຶ້ນຕໍ່ເຂດເອເຊຍຕາເວັນອອກສຽງໃຕ້ ແລະໂດຍສະເພາະປະເທດອິນໂດເນເຊຍ.

ທ່ານສະກັອດ ມໍຣີສັນ ເປັນນາຍົກລັດຖະມົນຕີອອສເຕຣເລຍ ຄົນສຸດທ້າຍ ທີ່ໄດ້ໄປຢ້ຽມຢາມອິນໂດເນເຊຍ ໃນປີ 2019.

ໃນການຖະແຫລງຂ່າວເມື່ອວັນພະຫັດຜ່ານມາ ຜູ້ອຳນວຍການຮັບຜິດຊອບເຂດເອເຊຍຕາເວັນອອກ ແລະປາຊີຟິກ ຂອງກະຊວງການຕ່າງປະເທດອິນໂດເນເຊຍ ໄດ້ໃຫ້ຂໍ້ສັງເກດວ່າ ມັນໄດ້ກາຍເປັນປະເພນີສຳລັບນາຍົກລັດຖະມົນຕີຂອງອອສເຕຣເລຍ ທີ່ຫາກໍຖືກເລືອກໃໝ່ທັງຫຼາຍ ເລືອກເອົາເສດຖະກິດທີ່ໃຫຍ່ສຸດຂອງເຂດເອເຊຍຕາເວັນອອກສຽງໃຕ້ ໃຫ້ເປັນນຶ່ງໃນບັນດາປະເທດທີ່ຈະໄປຢ້ຽມຢາມກ່ອນໝູ່.

ທ່ານແຊນໂຕ ດາຣໂມຊູມາຣໂຕ (Santo Darmosumarto) ໄດ້ກ່າວວ່າ ການເຈລະຈາ ຈະເພັ່ງເລັງໃສ່ເລື້ອງການຟື້ນຟູເສດຖະກິດຫຼັງໂຄວິດ ແລະຂໍ້ຕົກລົງຄູ່ພາຄີດ້ານເສດຖະກິດແບບກວມລວມຮອບດ້ານ ລະຫວ່າງອິນໂດເນເຊຍກັບອອສເຕຣເລຍ--ອັນເປັນຂໍ້ຕົກລົງດ້ານການຄ້າ ທີ່ໄດ້ຮັບການອະນຸມັດແລ້ວ ໃນປີ 2020 ທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດຢ່າງເຕັມສ່ວນ ຍ້ອນການລະບາດຂອງພະຍາດໂຄວິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Australia's Prime Minister Anthony Albanese arrived in Jakarta Sunday to begin a three-day visit to Indonesia after pledging his intention to deepen cooperation between the two countries.

The visit is his first bilateral trip since being sworn in as Australia's 31st prime minister on May 23.

Albanese, accompanied by several cabinet ministers including Foreign Minister Penny Wong, is scheduled to meet President Joko Widodo on Monday.

"Indonesia is one of our closest neighbors, which is why I committed to visiting as soon as possible", Albanese said in a press release before the trip.

"I look forward to building our ties further, including to revitalize our trade relationship and promote climate, infrastructure and energy cooperation," he said.

Wong had previously suggested Australia's new government would give greater priority to Southeast Asia, and Indonesia in particular.

Scott Morrison was the last Australian prime minister to visit Indonesia in 2019.

In a press briefing Thursday, the Indonesian foreign ministry's director of East Asia and the Pacific noted it had become a tradition for newly elected Australian prime ministers to choose Southeast Asia's largest economy as one of their first countries to visit.

Santo Darmosumarto said the talks would focus on post-Covid economic recovery and the Indonesia-Australia Comprehensive Economic Partnership Agreement -- a trade deal ratified in 2020 that has not been fully implemented due to the pandemic.

XS
SM
MD
LG