ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກບິນຂອງອອສເຕຣເລຍ ໄດ້ຮັບຄໍາປຶກສາ ລຸນຫຼັງການປະຕິບັດພາລະກິດ ຢູ່ເໜືອຂົງເຂດທະເລຈີນໃຕ້


ແຟ້ມ-ເຮືອລົບ E-7A Wedgetail ຂອງກອງທັບອາກາດລາດຊະອານາຈັກອອກເຕຣເລຍ ບິນອອກຈາກເດີ່ນບິນ Perth, ປະເທດອອສເຕຣເລຍ, ວັນທີ 5 ເມສາ ປີ 2014.
ແຟ້ມ-ເຮືອລົບ E-7A Wedgetail ຂອງກອງທັບອາກາດລາດຊະອານາຈັກອອກເຕຣເລຍ ບິນອອກຈາກເດີ່ນບິນ Perth, ປະເທດອອສເຕຣເລຍ, ວັນທີ 5 ເມສາ ປີ 2014.

ຜູ້ບັນຊາການທະຫານອາກາດຂອງອອສເຕຣເລຍໄດ້ເປີດເຜີຍວ່າ ບັນດານັກບິນຂອງກອງທັບກໍາລັງໄດ້ຮັບຄໍາປຶກສາ ລຸນຫຼັງທີ່ພວກເຂົາເຈົ້າປະເຊີນໜ້າກັບເຮືອບິນລົບຂອງກອງທັບອາກາດຈີນ ຢູ່ເໜືອນ່ານຟ້າທະເລຈີນໃຕ້. ເຮືອບິນກອງທັບອອສເຕຣເລຍ ໄດ້ບິນຢູ່ເໜືອບໍລິເວນນ່ານຟ້າທີ່ມີຂໍ້ພິພາດມາເປັນເວລາຫຼາຍສິບປີ ແຕ່ເຈົ້າໜ້າທີ່​ອະວຸໂສຂອງອອສເຕຣເລຍ ກ່າວວ່າ ປັດຈຸບັນນີ້ ກອງ ທັບອາກາດຈີນ ມີພຶດຕິກໍາ ທີ່ເປັນອັນຕະລາຍຫຼາຍຂຶ້ນ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ພາຍໃຕ້ການປະຕິບັດງານ Gateway, ອອສເຕຣເລຍໄດ້ດໍາເນີນການກວດກາ ລາດຕະເວນທາງທະເລ ຢູ່ຂົງເຂດທາງພາກເໜືອ ຂອງມະຫາສະໝຸດອິນເດຍ ແລະທະເລຈີນໃຕ້.

ສ່ວຍຫຼາຍແລ້ວການລາດຕະເວນດັ່ງກ່າວແມ່ນການດໍາເນີນງານທີ່ເປັນປົກກະຕິ, ແຕ່ບາງຄັ້ງ ກໍພົບບັນກັບຫາເຊັ່ນກັນ. ໃນເດືອນພຶດສະພາປີ 2022, ເຮືອບິນລາດຕະເວນຂອງກອງທັບອາກາດອອສເຕຣເລຍ ໄດ້ຖືກຂັດຂວາງໂດຍເຮືອບິນກອງທັບອາກາດຂອງຈີນ ທີ່ປ່ອຍຂີ້ຝອຍອະລູມີນຽມອອກມາໃສ່, ເຊິ່ງມັນໄດ້ປິວເຂົ້າໄປສູ່ເຄື່ອງຈັກ ຂອງເຮືອບິນອອສເຕຣເລຍ. ໃນເວລານັ້ນ, ເຈົ້າໜ້າທີ່ ໃນນະຄອນຫຼວງແຄນເບີຣາ ໄດ້ກ່າວຫາລັດຖະບານປັກກິ່ງວ່າ ທຳການຂົ່ມຂູ່, ແຕ່
ໃນປັດຈຸບັນ ແຕ່ເຈົ້າໜ້າທີ່ກອງທັບອາກາດຂອງອອສເຕຣເລຍເຊື່ອວ່າ ການປະເຊີນໜ້າກັນໃນເວລານັ້ນ ອາດຈະເກີດຈາກການຄາດການທີ່ຜິດພາດໂດຍນັກບິນເຮືອບິນລົບ J-16 ຂອງຈີນ . ສ່ວນການປະເຊີນໜ້າອື່ນໆທີ່ບໍ່ໄດ້ລະບຸກັບກອງທັບຈີນ ແມ່ນໄດ້ລາຍງານໄປແລ້ວຕັ້ງແຕ່ເວລານັ້ນ.

ພົນອາກາດຕີ ດາເຣັນ ໂກລດີ ຂອງອອສເຕຣເລຍ ບອກກັບສະຖານີໂທລະ ພາບຂອງອອສເຕຣເລຍໃນວັນຈັນວານນີ້ວ່າ ມັນເປັນສິ່ງສໍາຄັນຫຼາຍທີ່ບັນດາ
​ນັກບິນຈະຕ້ອງໄດ້ຮັບການສອບຖາມຢ່າງລະອຽດໃນທິດທາງທີ່ເໝາະສົມ ລຸນຫຼັງການປະຕິບັດພາລະກິດທີ່ເຄັ່ງຕຶງດັ່ງກ່າວມານັ້ນ, ເຊິ່ງທ່ານໄດ້ກ່າວວ່າ:

“ສຸຂະພາບຈິດຂອງບັນດານັກບິນ ແລະປະຊາຊົນຂອງພວກເຮົາ ທີ່ຕ້ອງພົບກັບຫຼາຍໆສິ່ງ ເຊັ່ນ ການຂັດຂວາງ ຫຼືຄວາມທ້າທາຍຕ່າງໆທາງດ້ານວິທະຍຸ, ມັນ ສໍາຄັນຫຼາຍທີ່ພວກເຮົາເອົາພວກເຂົາເຈົ້າມາ, ພວກເຮົາລົມນໍາພວກເຂົາເຈົ້າກ່ຽວກັບປະສົບການທີ່ພວກເຂົາພົບ, ແລະພວກເຮົາຈະຊ່ວຍອັນໃດເຂົາໄດ້ແດ່ ກ່ຽວກັບບັນຫາທີ່ພວກເຂົາເຈົ້າໄດ້ປະສົບພົບພໍ້ມານັ້ນ.”

ທະເລຈີນໃຕ້ແມ່ນນອນຢູ່ໃນຂົງເຂດທາງພາກເໜືອຂອງປະເທດອອສເຕຣເລຍ. ເປັນເສັ້ນທາງທີ່ສໍາຄັນສໍາລັບການຂົນສົ່ງທາງເຮືອ ແລະກໍເປັນພູມິພາກ ທີ່ມີສະ ຖານະການຄວາມເຄັ່ງຕຶງເກີດຂຶ້ນມາເປັນເວລາຫຼາຍປີ. ຫຼາຍໆປະເທດ ພາກັນອ້າງເອົາ​ກຳ​ມະ​ສິດຂອງບັນດາເກາະດອນນ້ອຍໆ ແລະປະໂຫຍດຈາກແຫຼ່ງຊັບ ພະຍາກອນທາງທໍາມະຊາດຢູ່ໃນທະເລແຫ່ງນີ້. ໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມານີ້, ປັກກິ່ງ ໄດ້ມີ​ຄວາມ​ກ້າ​ຫານ​ຫຼາຍ​ຂຶ້ນຢູ່ໃນພູມິພາກດັ່ງກ່າວມານີ້.

ການລາດຕະເວນຂອງກອງທັບອາກາດອອສເຕຣເລຍ ເປັນສ່ວນນຶ່ງໃນຄວາມພະຍາຍາມຂອງລັດຖະບານແຄນເບີຣາ ທີ່ຈະສ້າງຕັ້ງ “ກົດ​ລະ​ບຽບ” ຍຸດທະສາດ ທີ່​ສາ​ມາດ​ປະ​ຕິ​ບັດ​ໄດ້ ຢູ່ໃນພູມິພາກອິນໂດ-ປາຊີຟິກ.

ຄວາມເຄັ່ງຕຶງຢູ່ໃນພູມິພາກແຫ່ງນີ້ ແມ່ນສ່ວນນຶ່ງຢູ່ໃນຄວາມສໍາພັນທາງການທູດທີ່ຊຸດໂຊມລົງລະຫວ່າງອອສເຕຣເລຍ ແລະ ຈີນ ໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ. ບັນຫາຄວາມຂັດແຍ້ງກ່ຽວກັບປະຊາທິປະໄຕທີ່ເກີດຂຶ້ນຢູ່ໃນຮົງກົງ, ບັນຫາທາງດ້ານສິດທິມະນຸດ ຢູ່ໃນແຂວງຊິນຈຽງຂອງຈີນ, ບັນຫາອະນາຄົດຂອງໄຕ້ ຫວັນ ແລະຄວາມທະ​ເຍີ​ທະ​ຍານຂອງລັດຖະບານປັກກິ່ງ ຢູ່ໃນທະເລຈີນໃຕ້.

ຢ່າງໃດກໍຕາມ, ລັດຖະບານເປັນກາງອ່ຽງຊ້າຍຂອງອອສເຕຣເລຍ ທີ່ໄດ້ຮັບໄຊ ຊະນະໃນການເລືອກຕັ້ງ ເມື່ອເດືອນພຶດສະພາປີ 2022 ທີ່ຜ່ານມາ, ມີຄວາມຕ້ອງການທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງ ກັບປະເທດຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງປະເທດຕົນ ໃຫ້ຫຼາຍທີ່ສຸດ.

ການປະຊຸມລະດັບສູງລະຫວ່າງເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານໃນບໍ່ເທົ່າໃດເດືອນທີ່ຜ່ານມານີ້ ໄດ້ສະແດງຄວາມໝາຍເປັນສັນຍານໃຫ້ເຫັນວ່າ ຄວາມຂັດແຍ້ງທາງການທູດໄດ້ຫຼຸດຜ່ອນລົງແລ້ວ. ແຕ່ບັນດານັກວິເຄາະເຊື່ອວ່າ ຈໍາເປັນຕ້ອງມີຄວາມລະມັດລະວັງ ກ່ຽວກັບຄວາມເປັນໄປໄດ້ໃນການປະເຊີນໜ້າທີ່ຮຸນແຮງທາງທະຫານ ຢູ່ໃນຂົງເຂດທະເລຈີນໃຕ້.

ມີການຄິດໄລ່ວ່າ ຈີນ ແມ່ນ​ປະ​ກອບ​ເປັນປະມານນຶ່ງສ່ວນສາມສໍາລັບການຄ້າໂລກຂອງອອສເຕຣເລຍ. ຂໍ້ມູນຂອງລັດຖະບານສະແດງໃຫ້ເຫັນວ່າ ການສົ່ງອອກທາງດ້ານສິນຄ້າ ແລະການບໍລິການຕ່າງໆຂອງອອສເຕຣເລຍໄປຈີນ ມີມູນຄ່າສູງເຖິງ 123 ຕື້ໂດລາໃນປີ 2020 ຫາປີ 2021.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG