ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ແອນໂທນີ ອາລບານີສ ໄດ້ພົບປະກັບປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຢູ່ກອງປະຊຸມສາກົນ G-20 ໃນເກາະ ບາຫຼີ, ປະເທດ ອິນໂດເນເຊຍ. ລັດຖະບານ ແຄນເບີຣາ ຫວັງວ່າ ຈີນ ຈະສິ້ນສຸດມາດຕະການລົງໂທດທາງເສດຖະກິດຫຼັງຈາກຄວາມເຄັ່ງຕຶງທາງການທູດຫຼາຍປີ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ການປະຊຸມຂອງທ່ານ ແທນໂທນີ ອາລບານີສ ກັບທ່ານ ສີ ຈິ່ນຜິງ ໃນວັນອັງຄານທີ່ຜ່ານມາແມ່ນຄັ້ງທຳອິດທີ່ຜູ້ນຳ ອອສເຕຣເລຍ ໄດ້ຈັດການເຈລະຈາຢ່າງເປັນທາງການ ກັບປະທານປະເທດ ຈີນ ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ.
ນັບຕັ້ງແຕ່ນັ້ນມາ, ສາຍພົວພັນແມ່ນໄດ້ “ແຂງກະດ້າງ,” ອີງຕາມຜູ້ຊ່ຽວຊານ, ຍ້ອນຄວາມຂັດແຍ້ງທາງການທູດ ແລະ ການຄ້າທີ່ມີລາຍຊື່ຍາວຢຽດ.
ມັນໄດ້ມີການກ່າວຫາ ກ່ຽວກັບ ການແຊກແຊງໂດຍ ຈີນ ໃນການເມືອງພາຍໃນຂອງ ອອສເຕຣເລຍ ແລະ ການສອດແນມທາງຄອມພິວເຕີ. ປັກກິ່ງ ໄດ້ປະຕິເສດຢ່າງແຮງຕໍ່ການກ່າວຫາຕ່າງໆ ແລະ ຕໍ່ມາໄດ້ກ່າວຫາ ແຄນເບີຣາ ກ່ຽວກັບ “ໂຣກປະສາດຕໍ່ຕ້ານຈີນ.”
ສາຍພົວພັນສອງຝ່າຍດັ່ງກ່າວຈະປະສົບຄວາມເສຍຫາຍຂຶ້ນຕື່ມ ຍ້ອນຄວາມເປັນຫ່ວງຂອງ ອອສເຕຣເລຍ ກ່ຽວກັບ ປະຫວັດດ້ານສິດທິມະນຸດຂອງ ຈີນ ໃນແຂວງ ຊິນຈຽງ, ປະຊາທິປະໄຕໃນ ຮົງກົງ ແລະ ຄວາມທະເຍີທະຍານຂອງເຂົາເຈົ້າໃນທະເລຈີນໃຕ້ ແລະ ມະຫາສະໝຸດປາຊີຟິກ.
ການຮຽກຮ້ອງໂດຍ ອອສເຕຣເລຍ ກ່ຽວກັບ ການກວດກາ ໂຄວິດ-19 ຂອງໂລກ ແລະ ຕົ້ນກຳເນີດຂອງມັນໄດ້ເຮັດໃຫ້ຈີນຄຽດແຄ້ນ, ເຊິ່ງໄດ້ພິຈາລະນາມັນເປັນການຕິຕຽນ ກ່ຽວກັບ ການຮັບມືກັບໂຣກລະບາດຂອງເຂົາເຈົ້າ.
ໃນການກ່າວຕໍ່ນັກຂ່າວຫຼັງຈາກການປະຊຸມຂອງທ່ານກັບປະທານປະເທດ ສີ ນັ້ນ, ນາຍົກລັດຖະມົນ ອອສເຕຣເລຍ ທ່ານ ແອນໂທນີ ອາລບານີສ ໄດ້ກ່າວວ່າການເຈລະຈາແມ່ນເປັນແງ່ບວກ.
ທ່ານ ອາລບານີສ ກ່າວວ່າ “ມັນເປັນການປຶກສາຫາລືທີ່ເປັນແງ່ບວກ ແລະ ສ້າງສັນ ແລະ ຂ້າພະເຈົ້າຮູ້ສຶກຍິນດີທີ່ມັນຖືກຈັດຂຶ້ນ. ພວກເຮົາຮູ້ວ່າ ຈີນ ແມ່ນຄູ່ຮ່ວມການຄ່າທີ່ໃຫຍ່ທີ່ສຸດຂອງ ອອສເຕຣເລຍ. ມັນມີມູນຄ່າຫຼາຍກວ່າ ຍີ່ປຸ່ນ, ສະຫະລັດ ແລະ ສາທາລະນະລັດ ເກົາຫຼີ ຮວມເຂົ້າກັນ. ສະນັ້ນ, ມັນຈຶ່ງເປັນສາຍພົວພັນທີ່ສຳຄັນສຳລັບ ອອສເຕຣເລຍ.”
ບັນດາຜູ້ຊ່ຽວຊານໄດ້ກ່າວວ່າ ການເຈລະຈາຂອງທ່ານ ອາລບານີສ ກັບທ່ານ ສີ ຢູ່ນອກກອງປະຊຸມ G-20 ໃນເກາະບາຫຼີ, ປະເທດ ອິນໂດເນເຊຍ ນັ້ນແມ່ນບໍ່ມີຄວາມເປັນໄປໄດ້ທີ່ຈະສົ່ງຜົນໃຫ້ສາຍພົນພັນຜ່ອນຄາຍລົງ, ແຕ່ໄດ້ກ່າວວ່າມັນເປັນການເລີ່ມຕົ້ນທີ່ເປັນແງ່ບວກ.
ລັດຖະມົນຕີກະຊວງການເງິນ ທ່ານ ຈິມ ຊາລເມີສ໌ (Jim Charlmers) ໄດ້ກ່າວຕໍ່ໂທລະພາບ ABC ໃນວັນອັງຄານທີ່ຜ່ານມາວ່າ ແຄນເບີຣາ ຢາກມີສາຍພົວພັນທີ່ເປີດກວ້າງ ແລະ ແຂງແກ່ນກັບ ຈີນ.
ທ່ານ ຊາລເມີສ໌ ໄດ້ກ່າວວ່າ “ພວກເຮົາບໍ່ທຳທ່າວ່າພວກເຮົາບໍ່ມີຄວາມຕ່າງຫຍັງຫຼາຍຢູ່ນີ້. ມັນມີຄວາມແຕກຕ່າງທີ່ໃຫຍ່ລະຫວ່າງປະເທດຂອງພວກເຮົາ ແລະ ພວກເຮົາຈະເວົ້າຂຶ້ນເພື່ອຜົນປະໂຫຍດຂອງປະເທດຂອງເຮົາບ່ອນທີ່ມັນມີຄວາມຈຳເປັນ. ແຕ່ພວກເຮົາເຊື່ອວ່າການພົວພັນແມ່ນສຳຄັນ.”
ຈີນແມ່ນຄູ່ການຄ້າທີ່ມີຄ່າທີ່ສຸດຂອງ ອອສເຕຣເລຍ. ມາດຕະການລົງໂທດ ຈີນ ໄດ້ເຮັດໃຫ້ບັນດາຜູ້ສົ່ງອອກເຂົ້າເບຼ, ໄວນ໌ ແລະ ສິນຄ້າຂອງ ອອສເຕຣເລຍ ເສຍຫາຍຫຼາຍລ້ານໂດລາ.
ບັນດານັກວິເຄາະໄດ້ກ່າວວ່າສາຍພົວພັນທາງການທູດສອງຝ່າຍແມ່ນມີຄວາມເປັນໄປໄດ້ວ່າຈະເຄັ່ງຕຶງ ຍ້ອນການເປັນພັນທະມິດທາງທະຫານ ທີ່ໃກ້ຂອງ ອອສເຕຣເລຍ ກັບ ສະຫະລັດ. ແນວໃດກໍ່ຕາມ, ເຂົາເຈົ້າໄດ້ກ່າວວ່າການມີສາຍພົວພັນທີ່ຈິງໃຈ ແລະ ໝັ້ງຄົງຫຼາຍຂຶ້ນ ພ້ອມກັບການພົວພັນຫຼາຍກວ່າເກົ່າຈະເປັນປະເທດຕໍ່ທັງສອງຝ່າຍ.