ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາຂອງອອສເຕຣເລຍ ກວດສອບກ່ຽວກັບຜົນກະທົບຂອງມົດແດງໄຟ


ແຟ້ມຮູບ-ມົດແດງໄຟ ສະແດງໃຫ້ເຫັນເຖິງການເກາະຕິດກັນໃນເຫດການນໍ້າຖ້ວມຈາກແມ່ນໍ້າ ວິກສເບີກ (Vicksburg), ລັດມິດຊີຊິບປີ, ວັນທີ 13 ມີນາ 2018. ເຈົ້າໜ້າທີ່ອອສເຕຣເລຍ ກໍາລັງກວດສອບເບິ່ງປະສິດທິພາບຂອງຜົນກະທົບ ຈາກການຮຸກຮານຂອງມົດແດງໄຟ, ເຊິ່ງຄົ້ນພົບຄັ້ງທໍາອິດໃນນະຄອນບຣິສແບນ, ປະເທດອອສເຕຣເລຍ ໃນປີ 2001.
ແຟ້ມຮູບ-ມົດແດງໄຟ ສະແດງໃຫ້ເຫັນເຖິງການເກາະຕິດກັນໃນເຫດການນໍ້າຖ້ວມຈາກແມ່ນໍ້າ ວິກສເບີກ (Vicksburg), ລັດມິດຊີຊິບປີ, ວັນທີ 13 ມີນາ 2018. ເຈົ້າໜ້າທີ່ອອສເຕຣເລຍ ກໍາລັງກວດສອບເບິ່ງປະສິດທິພາບຂອງຜົນກະທົບ ຈາກການຮຸກຮານຂອງມົດແດງໄຟ, ເຊິ່ງຄົ້ນພົບຄັ້ງທໍາອິດໃນນະຄອນບຣິສແບນ, ປະເທດອອສເຕຣເລຍ ໃນປີ 2001.

ການ​ສອບ​ສວນ​ຂອງບັນດາສະມາຊິກສະພາ​ລັດຖະບານ​ກາງ ໃນ​ອອສ​ເຕຣ​ເລຍ ກໍາລັງ​ກວດກາ​ເບິ່ງ​ໄພອັນຕະລາຍຈາກ​ມົດແດງ​ໄຟທີ່ເປັນສາຍພັນມາຈາກແຫ່ງອື່ນຂອງໂລກ. ບັນດາຜູ້ຊ່ຽວຊານກ່າວວ່າ ແມງໄມ້ທີ່ເປັນໄພຮຸກຮານ ສາມາດສັງຫານຄົນ ພ້ອມທັງສັດລ້ຽງ ແລະອາດຈະເປັນໄພອັນຕະລາຍຕໍ່ປະເທດອອສເຕຣເລຍ ຫຼາຍກ່ວາຝູງກະຕ່າຍ, ຄັນຄາກອ້ອຍ, ໝາຈອກ, ອູດ, ໝາປ່າ ແລະແມວປ່າ ລວມກັນ. ບັນດາ​ສະມາຊິກ​ສະພາ ໄດ້​ຈັດ​ກອງ​ປະຊຸມທົ່ວໄປຢູ່​ນະຄອນຫຼວງແຄນເບີຣາ​ ໃນ​ວັນ​ຈັນ​ວານ​ນີ້.

ມົດແດງໄຟ ມີຖິ່ນກຳເນີດຢູ່ໃນທະວີບອາເມລິກາໃຕ້ ແລະຄິດວ່າ ອາດຈະເຂົ້າມາໃນອອສເຕຣເລຍໂດຍຕູ້ຂົນສົ່ງຄອນເທັນເນີ້. ພວກມັນຖືກພົບຄັ້ງທຳອິດໃນນະຄອນບຣິສແບນ, ປະເທດອອສເຕຣເລຍ ໃນປີ 2001 ແຕ່ອາດຈະບໍ່ຖືກກວດພົບຢູ່ໃນປະເທດເປັນເວລາຫຼາຍປີ.

ພວກມັນໂຈມຕີແບບເປັນຝູງ. ບັນດາຜູ້ຊ່ຽວຊານກ່າວວ່າ ພວກມັນເປັນອັນຕະລາຍຕໍ່ຄົນ, ຕໍ່ສັດລ້ຽງໃນເຮືອນ, ຕໍ່ສັດລ້ຽງທົ່ວໄປ ແລະຕໍ່ສັດປ່າ. ມົດ ຈະລັອກຄາງກະໄຕຂອງພວກມັນໃສ່ຜິວໜັງຂອງຜູ້ເຄາະຮ້າຍ ແລ້ວປ່ອຍພິດຜ່ານປາຍແຫຼມຈາກໜ້າທ້ອງຂອງພວກມັນ. ການກັດຂອງພວກມັນ ເຮັດໃຫ້ເກີດອາການແສບຮ້ອນ, ເຊິ່ງເຮັດໃຫ້ມົດດັ່ງກ່າວນີ້ ມີຊື່ສຽງທີ່ເປັນຕາໜ້າຢ້ານຫຼາຍ.

ການສືບສວນຂອງລັດຖະສະພາໂດຍຄະນະກໍາມະການຮັບຜິດຊອບກິດຈະການຊົນນະບົດ ແລະພາກພື້ນ ແລະທີ່ອ້າງອີງການຂົນສົ່ງ ໃນນະຄອນຫຼວງແຄນເບີຣາ ກໍາລັງດໍາເນີນການສືບສວນກ່ຽວກັບຜົນກະທົບຕໍ່ສຸຂະພາບ, ຕໍ່ການກະສິກໍາ ແລະຕໍ່ສິ່ງແວດລ້ອມຂອງພວກເຂົາເຈົ້າ.

ມີຄວາມຂັດແຍ້ງກ່ຽວກັບຜົນກະທົບຂອງຄວາມພະຍາຍາມ ເພື່ອທໍາລາຍອານານິຄົມຂອງມົດເຫຼົ່ານັ້ນ.

ລັດຖະບານຂອງລັດຄວີນສ໌ແລນ ກ່າວວ່າ ໂຄງການຕ່າງໆໃນການກໍາຈັດມົດຂອງຕົນ ແມ່ນ "ຊັ້ນນຳຂອງໂລກ." ​ເຖິງ​ແມ່ນບັນດາ​ນັກວິຈານ​ໄດ້​ຢືນ​ຢັນ​ວ່າ ອອ​ສເ​ຕຣເ​ລຍ ໄດ້ຈັດການ​ກັບໄພ​ຂົ່ມຂູ່​ຢ່າງຜິດພາດກໍຕາມ. ສະພາກ່ຽວກັບການຮຸກ​ຮານຂອງສັດສາຍພັນມາຈາກແຫ່ງອື່ນຂອງໂລກ, ເຊິ່ງ​ເປັນ​ອົງການ​ສິ່ງ​ແວດ​ລ້ອມ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ, ຢືນຢັນວ່າ ເຈົ້າ​ໜ້າ​ທີ່​ອອສເ​ຕຣເ​ລຍ “ໄດ້ປະເມີນພວກ​ມົດແດງ​ໄຟຕ່ຳເກີນໄປ ມາ​ເປັນ​ເວລາ​ 20 ​ປີແລ້ວ ​ແລະບໍ່​ມີການ​ສະໜອງ​ທຶນໃຫ້ແກ່ພວກເຮົາ ເພື່ອຮັບຜິດຊອບຕໍ່​ພວກມັນ.”

ທ່ານນາງປາມ ສເວັບຊັນ (Pam Swepson), ອະດີດຜູ້ປະສານງານຊຸມຊົນ ແລະເປັນເຈົ້າໜ້າທີ່ນະໂຍບາຍຢູ່ໃນໂຄງການກໍາຈັດມົດແດງໄຟແຫ່ງຊາດ.

ທ່ານນາງກ່າວຕໍ່ສະຖານີໂທລະພາບຂອງອອສເຕຣເລຍ ວ່າ ພວກມົດທັງຫຼາຍນີ້ ຮ້າຍກາດທີ່ສຸດເລີຍ.

ທ່ານນາງ ສເວັບຊັນ ກ່າວວ່າ:

ພວກມັນເປັນນຶ່ງໃນສາຍພັນທີ່ຮຮ້າຍກາດທີ່ສຸດໃນໂລກ. ພວກມັນສາມາດຍ່າງ, ສາມາດບິນ, ແລະສາມາດລອຍນໍ້າໄດ້. ພວກ​ມັນ​ບໍ່​ເຄີຍ​ໄດ້​ຮັບ​ການກໍາຈັດ​ອອກ​ຈາກ​ປະ​ເທດ​ໃດ​ໆທີ່ພວກມັນບຸກ​ລຸກເຂົ້າໄປເລີຍ. ຖ້າລູກນ້ອຍຕົກເຂົ້າໄປໃນຮັງຂອງມັນ, ເຊິ່ງເບິ່ງຄືວ່າ ເປັນກອງຂີ້ຝຸ່ນ, ພວກມົດເຫຼົ່ານັ້ນ ຈະຫຸ້ມເຂົ້າມາຮຸກຮານ ແລະທັງກັດທັງຕອດຊໍ້າແລ້ວຊໍ້າອີກ, ແລະຖ້າໃຜຜູ້ນຶ່ງຫາກມີອາການພູມແພ້ຕໍ່ການຕອດຂອງພວກມັນ, ຜູ້ຄົນເຫຼົ່ານັ້ນ ສາມາດເຂົ້າສູ່ຂັ້ນແພ້ຢ່າງຮຸນແຮງ ແລະເສຍຊີວິດໄດ້.”

ການພິຈາລະນາຮັບຟັງຄວາມເຫັນຂອງລັດຖະບານກາງ ໃນວັນຈັນ ຢູ່ນະຄອນຫຼວງແຄນເບີຣາ ເຊິ່ງລວມມີການຍື່ນຄຳສະເຫນີຈາກສະຫະພັນຊາວນາແຫ່ງຊາດຂອງອອສເຕຣເລຍ, ບັນດານັກວິທະຍາສາດຂອງລັດຖະບານ ແລະບັນດາຜູ້ຕາງຫນ້າຈາກພະແນກກະສິກໍາ, ການປະມົງ ແລະປ່າໄມ້. ການ​ພິຈາລະນາຮັບຟັງຄວາມເຫັນສອງຄັ້ງໃນກ່ອນໜ້ານີ້ ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ອອ​ສເ​ຕຣເ​ລຍ.

ບັນດາສະມາຊິກສະພາ ຈະລາຍງານຜົນການຄົ້ນພົບຂອງພວກເຂົາເຈົ້າພາຍໃນວັນທີ 18 ເມສາ ນີ້.

ອອສເຕຣເລຍ ໄດ້​ມີ​ປະ​ສົບ​ການທີ່ເປັນໄພຫາຍະນະ ໃນການນໍາເຂົ້າ​ພວກຕົ້ນດອກໄມ້ ​ແລະ​ສັດ​ປ່າ​ຈໍາ​ນວນ​ນຶ່ງ​.

ໂຄງການກໍາຈັດມົດແດງໄຟແຫ່ງຊາດໄດ້ເຕືອນວ່າ "ມົດແດງໄຟ ມີປະສິດທິພາບໃນການສ້າງຄວາມເສຍຫາຍໃນແຕ່ລະປີຫຼາຍກວ່າ ພວກສັດຕູພືດທີ່ຮ້າຍແຮງລວມກັນທັງໝົດເຊັ່ນ: ແມວປ່າ, ໝາປ່າ, ໝາຈອກ, ອູດ, ກະຕ່າຍ ແລະຂີ້ຄັນຄາກອ້ອຍ."

ພວກປາທີ່ເປັນສາຍພັນ ແລະຫຍ້າສາຍພັນຕ່າງໆທີ່ມາຈາກທ້ອງຖິ່ນອື່ນ ຍັງເຮັດໃຫ້ເກີດຄວາມເສຍຫາຍຕໍ່ສິ່ງແວດລ້ອມຢ່າງໃຫຍ່ຫຼວງ.

ບັນດາ​ຜູ້​ຊ່ຽວຊານ​ກ່າວ​ວ່າ ມົດແດງ​ໄຟ​ຂະຫຍາຍ​ອານາ​ເຂດແດນ​ຂອງ​ມັນ​ ໃນອັນດາປະມານ 50 ຫາ 80 ກິ​ໂລ​ແມັດ​ຕໍ່​ປີຢູ່​ໃນ​ຈີນ ​ແລະ ​ສະຫະລັດ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG