ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດຖະມົນຕີການຕ່າງປະເທດ ຂອງ ອອສເຕຣເລຍ ເດີນທາງໄປປັກກິ່ງ ເພື່ອການຢ້ຽມຢາມ ທາງດ້ານການທູດ


ແຟ້ມ-ລັດຖະມົນຕີກະຊວງການຕ່າງປະເທດອອສເຕຣເລຍ ທ່ານນາງເພັນນີ ວອງ ໃນນະຄອນຫຼວງວິລລິງຕັນ, ປະເທດນິວຊີແລນ, ວັນທີ 16 ມິຖຸນາ 2022.
ແຟ້ມ-ລັດຖະມົນຕີກະຊວງການຕ່າງປະເທດອອສເຕຣເລຍ ທ່ານນາງເພັນນີ ວອງ ໃນນະຄອນຫຼວງວິລລິງຕັນ, ປະເທດນິວຊີແລນ, ວັນທີ 16 ມິຖຸນາ 2022.

ລັດຖະມົນຕີກະຊວງການຕ່າງປະເທດຂອງອອສເຕຣເລຍ ທ່ານນາງເພັນນີ ວອງ ໄດ້ນັ່ງເຮືອບິນໄປປະເທດຈີນໃນວັນອັງຄານທີ່ຜ່ານມານີ້, ເຊິ່ງເປັນສັນຍານ ຂອງ​ການ​ປັບ​ປຸງຄວາມສໍາພັນ ທະວີພາຄີ. ທີ່ຜ່ານມາ ເຄີຍມີຄວາມຂັດແຍ້ງກັນລະຫວ່າງ ລັດຖະບານປັກກິ່ງແລະລັດຖະບານແຄນເບີຣາ ກ່ຽວກັບບັນຫາທາງພູມສາດການເມືອງ ແລະຈຸດເລີ້ມຕົ້ນຂອງພະຍາດໂຄວິດ-19. ຟີລ ເມີເຊີ ມີລາຍງານເລື້ອງນີ້ ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ຈະ ນໍາເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ຄວາມສໍາພັນລະຫວ່າງອອສເຕຣເລຍ ແລະຈີນ ໄດ້​ຊຸມ​ໂຊມ​ລົງ ມາເປັນເວລາຫຼາຍປີ.

ມີຄວາມບໍ່ລົງລອຍກັນກ່ຽວກັບເລື້ອງປະຊາທິປະໄຕຢູ່ໃນຮົງກົງ, ດ້ານສິດທິມະນຸດຢູ່ໃນແຂວງຊິນຈຽງຂອງຈີນ ແລະບັນຫາໄຕ້ຫວັນ.

​ເພື່ອ​ເປັນການຕອບໂຕ້, ຈີນໄດ້ນໍາໃຊ້ຂໍ້ຈຳ​ກັດ​ ກ່ຽວ​ກັບສິນຄ້າປະເພດຕ່າງໆຂອງອອສເຕຣເລຍ ລວມທັງເຫຼົ້າວາຍ ແລະເຂົ້າບາ​ເລ່.

ປັກກິ່ງໄດ້ຖືກກ່າວຫາວ່າ ໃຊ້ການບີບບັງຄັບທາງດ້ານເສດຖະກິດ, ໃນຂະນະທີ່​ຈີນ​ກ່າວ​ອ້າງວ່າ ອອສເຕຣເລຍ “ເປັນໂຣກປະສາດທີ່ຕໍ່ຕ້ານຈີນ.”

ການເດີນທາງໄປຢ້ຽມຢາມປັກກິ່ງ ໃນອາທິດນີ້ ຂອງລັດຖະມົນຕີກະຊວງການຕ່າງປະເທດອອສເຕຣເລຍ ທ່ານນາງເພັນນີ ວອງ, ເປັນອີກສັນຍານນຶ່ງທີ່ໄດ້ຊີ້ໃຫ້ເຫັນວ່າຄວາມເຄັ່ງຕຶງດັ່ງກ່າວນັ້ນ ກໍາລັງຫຼຸດຜ່ອນລົງ. ທ່ານນາງວອງ ຈະພົບກັບຄູ່ຕຳ​ແໜ່ງຂອງທ່ານນາງ ທ່ານຫວັງ ຢີ. ການຢ້ຽມຢາມດັ່ງກ່າວນີ້ມີຂຶ້ນໃນຊ່ວງເວລາດຽວກັນກັບການສະເຫຼີມສະຫຼອງຄວາມສໍາພັນທາງການທູດຂອງທັງສອງປະເທດ ຄົບຮອບ 50 ປີ.

ນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານແອນໂທນີ ອາລບານີສ ກ່າວຢູ່ໃນຖະແຫຼງການ ເມື່ອວັນຈັນທີ່ຜ່ານມານີ້ ໃນຂະນະທີ່ອອສເຕຣເລຍ ພະຍາຍາມຊອກສະແຫວງຫາສະ​ຖຽນ​ລະ​ພາບ ແລະຄວາມໝັ້ນຄົງກັບຈີນ ເຊິ່ງເປັນຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງຕົນ, ກໍ່ອາດຈະມີຄວາມຂັດແຍ້ງກັນເຊັ່ນກັນ.

ທ່ານວີລລຽມ ສໂຕລທ໌ (William Stoltz), ຜູ້ອໍານວຍການທາງດ້ານນະໂຍ ບາຍ ຢູ່​ທີ່​ສະ​ຖາ​ບັນ​ຄວາມ​ໝັ້ນ​ຄົງ​ ມະຫາວິທະຍາໄລແຫ່ງຊາດອອສເຕຣເລຍ ບອກກັບ VOA ວ່າ ລັດຖະບານແຄນເບີຣາກໍາລັງມອງຫາຄວາມຊື່ສັດພ້ອມໆກັນກັບຄວາມສໍາພັນທີ່​ເຂັ້ມ​ແຂງກັບລັດຖະບານປັກກິ່ງ, ເຊິ່ງທ່ານກ່າວວ່າ:

“ມັນກໍາລັງເປັນບາງສິ່ງທີ່ອອສເຕຣເລຍ, ສະຫະລັດ ແລະບັນດາປະເທດປະຊາ ທິປະໄຕເສລີອື່ນໆຈະບໍ່ສາມາດຕົກລົງເຫັນດີກັບຈີນ ໄດ້, ແຕ່ສິ່ງນັ້ນ ບໍ່ຈໍາເປັນຕ້ອງກວມເອົາຄວາມສໍາພັນທັງໝົດ, ແລະຖ້າພວກເຮົາມີລັກສະນະຂອງຄວາມສະຫງົບ ແລະຈະແຈ້ງ ພ້ອມທັງມີເຈດຕະນາໃນການສົນທະນາກັບ ຈີນ, ສິ່ງຕ່າງໆເຫຼົ່ານີ້ ຄືບັນຫາທີ່ພວກເຮົາສາມາດດໍາເນີນງານກັບພວກເຈົ້າ, ແລະສິ່ງຕ່າງໆທັງຫຼາຍເຫຼົ່ານີ້ທີ່ພວກເຮົາບໍ່ສາມາດປະຕິບັດໄດ້, ນັ້ນ ຢ່າງໜ້ອຍກໍແມ່ນພື້ນຖານສໍາລັບຄວາມເຄັ່ງຕຶງ ໃຫ້ຢູ່ໃນຈຸດທີ່ຕໍ່າກວ່າກໍານົດ ເພື່ອຫາທາງອອກໃນການກໍສ້າງຄວາມສໍາພັນ.”

ໃນເດືອນພຶດສະພາຜ່ານ​ມາ, ປະເທດອອສເຕຣເລຍ ໄດ້ເລືອກເອົາພັກລັດຖະ ບານແຮງງານ ທີ່​ເປັນ​ກາງ​ອຽງ​ຊາຍ, ເຊິ່ງພວກເຂົາເຈົ້າ ໄດ້ພະຍາຍາມຟື້ນຟູຄວາມສໍາພັນ ກັບຄູ່​ການຄ້າທີ່ສໍາຄັນທີ່ສຸດຂອງປະເທດ.

ໃນເດືອນພະຈິກຜ່ານ​ມານີ້, ທ່ານອາລບານີສ ໄດ້ພົບກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ຢູ່ນອກກອງປະຊຸມສຸດຍອດ ກຸ່ມ G-20 ທີ່ເກາະບາຫຼີ ປະເທດອິນໂດເນເຊຍ.

ຄັ້ງສຸດທ້າຍ, ທີ່ລັດຖະມົນຕີອອສເຕຣເລຍໄປຢ້ຽມຢາມຈີນ ຄືອະດີດລັດຖະມົນ ຕີກະຊວງການຄ້າ ທ່ານ​ໄຊ​ມອນ ເບີ​ມິງ​ແຮມ ໄດ້ເດີນທາງໄປຢ້ຽມຢາມຈີນ ໃນເດືອນພະຈິກ ປີ 2019.

ລັດຖະມົນຕີກະຊວງການຕ່າງປະເທດ ວອງ ກ່າວໃນວັນອັງຄານທີ່ຜ່ານມາວ່າ ການເດີນທາງໄປຢ້ຽມຢາມປັກກິ່ງຂອງທ່ານນາງອາດຈະບໍ່ແກ້ໄຂບັນຫາຕ່າງໆລະຫວ່າງທັງສອງປະເທດ ໃນທັນທີທັນໃດໄດ້. ທ່ານນາງຍັງໄດ້ກ່າວອີກວ່າ ທ່ານນາງຈະຜັກດັນໃຫ້ຍົກເລີກການລົງໂທດທາງດ້ານການຄ້າ ແລະຊຸກຍູ້ໃຫ້ປ່ອຍໂຕປະຊາຊົນຊາວອອສເຕຣເລຍ ທີ່ຖືກກັກຂັງຢູ່ໃນປັກກິ່ງ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG