ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີການຕ່າງປະເທດຂອງອອສເຕຣເລຍ ສະແດງມຸມມອງສໍາຄັນ ສໍາລັບສັນຕິພາບຢູ່ໃນຂົງເຂດ ອິນໂດ-ປາຊີຟິກ


ແຟ້ມ-ລັດຖະມົນຕການຕ່າງປະເທດຂອງອອສເຕຣເລຍ ທ່ານນາງເພັນນີ ວອງ ກ່າວປາໄສຢູ່ທີ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 77 ຢູ່ທີ່ສໍານັກງານໃຫຍ່ ໃນນະຄອນນິວຢອກ, ວັນທີ 23 ກັນຍາ 2022.
ແຟ້ມ-ລັດຖະມົນຕການຕ່າງປະເທດຂອງອອສເຕຣເລຍ ທ່ານນາງເພັນນີ ວອງ ກ່າວປາໄສຢູ່ທີ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 77 ຢູ່ທີ່ສໍານັກງານໃຫຍ່ ໃນນະຄອນນິວຢອກ, ວັນທີ 23 ກັນຍາ 2022.

ລັດຖະມົນຕີກະຊວງການຕ່າງປະເທດຂອງອອສເຕຣເລຍ ທ່ານນາງເພັນນີ ວອງ ໄດ້ສັງເຂບກ່ຽວກັບຄວາມປາດຖະໜາຂອງລັດຖະບານທ່ານນາງ ທີ່ຈະ “ຫຼີກລ້ຽງສົງຄາມ ແຕ່ຍັງຄົງຮັກສາສັນຕິພາບ” ໃຫ້ຄົງຢູ່ ໃນພູມິພາກ ອິນໂດ-ປາຊີຟິກ ແຫ່ງນີ້. ທ່ານນາງວອງ ໄດ້ກ່າວປາໄສຢູ່ທີ່ສະໂມສອນການຂ່າວແຫ່ງຊາດ ໃນນະຄອນຫຼວງແຄນເບີຣາ, ໂດຍກ່າວວ່າ ອອສເຕຣເລຍ ຕ້ອງການເຮັດໃຫ້ໝັ້ນໃຈວ່າ ມີ “ຄວາມດຸ່ນດ່ຽງກັນທາງດ້ານຍຸດທະສາດ” ຢູ່ໃນຂົງເຂດເອເຊຍ ເຊິ່ງເປັນບ່ອນທີ່ “ບໍ່ມີຜູ້ໃດເປັນຜູ້ຄວບຄຸມ, ແລະບໍ່ມີຜູໃດຖືກຄວບຄຸມ.” ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານນາງເພັນນີ ວອງ ກ່າວໃນມື້ວັນຈັນທີ່ຜ່ານມານີ້ວ່າ ອອສເຕຣເລຍ ບໍ່ຕ້ອງການໃຫ້ມີການແຂ່ງຂັນກັນ ລະຫວ່າງ ສະຫະລັດ ແລະ ຈີນ ຈົນ “ເຖິງຂັ້ນອາຊີບ ໄປສູ່ຄວາມຂັດແຍ້ງກັນ.”

ທ່ານນາງວອງ ໄດ້ເຕືອນວ່າ ຈີນ ຍັງສືືບຕໍ່ “ຍົກລະດັບທາງກອງທັບຂອງຕົນໃຫ້ທັນສະໄໝ ໃນຄວາມໄວ ແລະລະດັບ ທີ່ບໍ່ເຄີຍເຫັນຢູ່ໃນໂລກມາກ່ອນ ເປັນເວລາເກືອບນຶ່ງສັດຕະວັດ ໂດຍຂາດຄວາມແຈ່ມແຈ້ງ ຫຼື ແລະການຄ້ຳປະກັນພຽງເລັກນ້ອຍເທົ່ານັ້ນ ກ່ຽວກັບຈຸດປະສົງທາງດ້ານຍຸດທະສາດຂອງຕົນ.”

ລັດຖະມົນຕີການຕ່າງປະເທດຂອງອອສເຕຣເລຍ ຍັງໄດ້ໃຫ້ລາຍລະອຽດ ກ່ຽວກັບຜົນທີ່ຕິດຕາມມາແບບບໍ່ມີຄວາມກ້ຳເກິ່ງຂອງ “ມາດຕະການບີບບັງຄັບທາງດ້ານການຄ້າ, ການແຊກແຊງທາງການເມືອງ” ແລະການປ່ຽນແປງຮູບຮ່າງຂອງ “ກົດລະບຽບລະຫວ່າງປະເທດ.” ຢ່າງໃດກໍຕາມ, ຍັງບໍ່ມີການເວົ້າເຖິງໂດຍສະເພາະເຈາະຈົງຕໍ່ ຈີນ ຢ່າງຈິງຈັງ ຢູ່ໃນຂໍ້ຄວາມສໍາຄັນ ຫຼື ຂໍ້ຈໍາກັດຕ່າງໆທາງດ້ານການຄ້າຕໍ່ຈີນ ໃນຄວາມເຫັນດັ່ງກ່າວເລີຍ ຫຼື ກ່ຽວກັບຂໍ້ຈຳກັດດ້ານການຄ້າຕ່າງໆ ທີ່ປັກກິ່ງ ໄດ້ວາງອອກຕໍ່ສິນຄ້າສົ່ງອອກຫຼາຍຢ່າງຂອງອອສເຕຣເລຍ ເນື່ອງຈາກຄວາມເຄັ່ງຕຶງທາງດ້ານການທູດ ທີ່ແກ່ຍາວມາຈົນຮອດປີ 2017.

ທ່ານນາງວອງ ກ່າວຕໍ່ບັນດາຜູ້ທີ່ເຂົ້າມາຮ່ວມຟັງຢູ່ໃນນະຄອນຫຼວງແຄນເບີຣາ ກ່ຽວກັບຄວາມກັງວົນຂອງທ່ານນາງ ສຳລັບ ໄຕ້ຫວັນ, ເຊິ່ງຈີນ ຖືວ່າ ເປັນແຂວງນຶ່ງ ທີ່ບໍ່ສາມາດຄວບຄຸມໄດ້ ທີ່ອາດຢຶດເອົາມາດ້ວຍກຳລັງ.

“ໃນມື້ນີ້ ຂ້າພະເຈົ້າຕ້ອງການເວົ້າກັບພວກທ່ານກ່ຽວກັບວິທີທີ່ພວກເຮົາຈະຕ້ອງຫຼີກລ້ຽງຈາກສົງຄາມ ໂດຍຍັງຄົງຮັກສາສັນຕິພາບ, ແລະຍິ່ງໄປກວ່ານັ້ນ ແມ່ນວິທີທີ່ພວກເຮົາຈະປ່ຽນແປງພູມິພາກ ທີ່ສະທ້ອນໃຫ້ເຫັນຜົນປະໂຫຍດຂອງປະເທດຊາດພວກເຮົາ, ແລະຜົນປະໂຫຍດທີ່ພວກເຮົາມີຮ່ວມກັນຢູ່ໃນພູມິພາກແຫ່ງນີ້. ຜົນປະໂຫຍດເຫຼົ່ານັ້ນ ນອນຢູ່ໃນພູມິພາກທີ່ດໍາເນີນງານຕາມກົດລະບຽດ, ບັນທັດຖານ ແລະມາດຕະຖານ ເຊິ່ງປະເທດທີ່ໃຫຍ່ກວ່າ ຈະບໍ່ເປັນຜູ້ກໍານົດສະຕາກໍາຂອງປະເທດທີ່ນ້ອຍກວ່າ.”

ທ່ານນາງວອງ ກ່າວວ່າ ລັດຖະບານແຄນເບີຣາ ໄດ້ “ຫຼຸດຜ່ອນຄວາມເຄັ່ງຕຶງ ກ່ຽວກັບຄວາມຂັດແຍ້ງທີ່ອາດຈະເກີດຂຶ້ນ ໃນຂະນະດຽວກັນ ກໍໄດ້ກົດດັນປະເທດອື່ນໆເພີ້ມຂຶ້ນ ໃຫ້ດໍາເນີນການໃນທິດທາງອັນດຽວກັນ.”

ເຊິ່ງທ່ານນາງວອງ ເວົ້າວ່າ “ສົງຄາມ ເນື່ອງຈາກໄຕ້ຫວັນ ອາດຈະເປັນໄພຫາຍະນະຕໍ່ທັງໝົດ. ພວກເຮົາຮູ້ວ່າ ມັນຈະບໍ່ມີຜູ້ໃດເປັນຜູ້ຊະນະທີ່ແທ້ຈິງ, ແລະພວກເຮົາຮູ້ວ່າ ການຮັກສາສະພາບທີ່ເປັນຢູ່ໃນປັດຈຸບັນນີ້ ແມ່ນຢູ່ເໜືອກວ່າທາງເລືອກອື່ນໆໃດ.”

ຈົນເຖິງຂະນະນີ້, ຍັງບໍ່ມີປະຕິກິລິຍາຕອບກັບໃດໆ ຈາກລັດຖະບານປັກກິ່ງ ຕໍ່ຄໍາເຫັນຕ່າງໆຂອງທ່ານນາງວອງ.

ຄວາມສໍາພັນລະຫວ່າງສອງປະເທດອິນໂດປາຊີຟິກແຫ່ງນີ້ ເລີ້ມຊຸດໂຊມລົງໃນປີ 2017 ກ່ຽວກັບຄວາມກັງວົນທີ່ເພີ້ມຂຶ້ນ ສໍາລັບຂໍ້ກ່າວຫາທີ່ວ່າ ຈີນ ເຂົ້າແຊກແຊງຕໍ່ກິດຈະການພາຍໃນຂອງອອສເຕຣເລຍ.

ເຊິ່ງຕາມມາດ້ວຍການບໍ່ຕົກລົງເຫັນດີກ່ຽວກັບເລື້ອງຂອງ ໄຕ້ຫວັນ, ສິດເສລີພາບໃນການເດີນເຮືອຢູ່ໃນຂົງເຂດທະເລຈີນໃຕ້, ແລະຈຸດເລີ້ມຕົ້ນຂອງການລະບາດພະຍາດໂຄວິດ-19 ເຊິ່ງກວດພົບຄັ້ງທໍາອິດຢູ່ໃນປະເທດຈີນ.

ຢ່າງໃດກໍຕາມ, ລັດຖະບານເປັນກາງອ່ຽງຊ້າຍຂອງອອສເຕຣເລຍ ທີ່ໄດ້ຮັບການເລືອກຕັ້ງເກືອບນຶ່ງປີທີ່ຜ່ານມາ ໄດ້ຮ່ວມມືກັນພະຍາຍາມທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງກັບ ຈີນ, ເຊິ່ງເປັນປະເທດພາຄີທາງການຄ້າທີ່ໃຫຍ່ທີ່ສຸດຂອງອອສເຕຣເລຍ.

ໃນຊ່ວງຕົ້ນເດືອນນີ້, ລັດຖະບານແຄນເບີຣາ ຕົກລົງເຫັນດີທີ່ຈະໂຈະການຟ້ອງຮ້ອງຂອງຕົນກັບອົງການການຄ້າໂລກ ຫຼື WTO ກ່ຽວກັບການລົງໂທດທາງດ້ານພາສີນຳເຂົ້າຂອງຈີນ ຕໍ່ເຂົ້າບາເລ່ຂອງອອສເຕຣເລຍ, ເຊິ່ງ ປັກກິ່ງ ກໍເຫັນດີທີ່ຈະມີການທົບທວນຄືນ.

ບັນດາເຈົ້າໜ້າທີ່ຂອງອອສເຕຣເລຍ ກ່າວວ່າ ພວກເຂົາເຈົ້າມີຄວາມໝັ້ນໃຈວ່າ ຈີນ ຈະຍົກເລີກພາສີນໍາເຂົ້າສິນຄ້າດັ່ງກ່າວ, ໂດຍມີຄວາມຫວັງຫຼາຍຂຶ້ນວ່າ ຂໍ້ຈໍາກັດຕ່າງໆກ່ຽວກັບການສົ່ງອອກ ເຊິ່ງລວມທັງເຫຼົ້າວາຍ, ກໍຈະສິ້ນສຸດລົງເຊັ່ນດຽວກັນ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG