ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໄຟ​​ປ່າ ຢູ່ອອ​ສ​ເຕ​ຣ​ເລຍ ພວມ​ຂົ່ມ​ຂູ່ ນະ​ຄອນ​ຫຼວງ​ແຄນ​ເບີ​ຣາ


ພາບ​ຖ່າຍ​​ຈາກ​ດາວ​ທຽມ ສະ​ແດງ​ໃຫ້​ເຫັນໄຟ​ໄຟ​ປ່າ​ຢູ່ລັດນິວ​ຊາວ​ເວ​ລ​ສ໌ (New South Wales) ປະ​ເທດອອ​ສ​ເຕ​ຣ​ເລຍ ວັນ​ທີ 12 ມັງ​ກອນ 2020.
ພາບ​ຖ່າຍ​​ຈາກ​ດາວ​ທຽມ ສະ​ແດງ​ໃຫ້​ເຫັນໄຟ​ໄຟ​ປ່າ​ຢູ່ລັດນິວ​ຊາວ​ເວ​ລ​ສ໌ (New South Wales) ປະ​ເທດອອ​ສ​ເຕ​ຣ​ເລຍ ວັນ​ທີ 12 ມັງ​ກອນ 2020.

ດິນ​ແດນ​ໃນ​ເຂດ​ນະ​ຄອນ​ຫຼວງ​ຂອງອອ​ສ​ເຕ​ຣ​ເລຍ ຕົກ​ຢູ່​ພາຍ​ໃຕ້​ພາ​ວະ​ສຸກ​ເສີນຂະ​ນະ
​ທີ່​ໄຟ​ປ່າ​ຂະ​ໜາດ​ໃຫຍ່ ​ທີ່ພວມ​ລຸກ​ໄໝ້​ຢູ່​ທາງ​ໃຕ້​ນະ​ຄອນ​ຫຼວງ​ແຄນ​ເບີ​ຣາໄດ້​ມີ​ການ
ຕິດ​ຕາມ​ແລະ​ການ​ເຕືອນ​ເພີ້ມ​ຕື່ມ.

ຫົວ​ໜ້າ​ປົກ​ຄອງ​ເຂດ​ນະ​ຄອນ​ຫຼວງ​ຂອງອອ​ສ​ເຕ​ຣ​ເລຍ ກ່າວ​ວ່າ ເຂດ​ຊານ​ເມືອງ ທາງ
​ກ້ຳ​ໃຕ້​ຂອງ​ນະ​ຄອນ​ແຄນ​ເບີ​ຣາ ປະ​ເຊີນ​ກັບ​ການ​ຂົ່ມ​ຂູ່​ກ່ອນ​ໝູ່​ໝົດ.

ທ່ານ​ແອນດ​ຣູ ບາ ຫົວ​ໜ້າ​ປົກ​ຄອງ​ເຂດ​ນະ​ຄອນ​ຫຼວງ​ແຄນ​ເບີ​ຣາ​ຂອງອອ​ສ​ເຕ​ຣ​ເລຍ
ກ່າວ​ວ່າ “ເຂດ​ນະ​ຄອນ​ຫຼວງໃນ​ເວ​ລານີ້ ກຳ​ລັງ​ປະ​ເຊີນ​ໜ້າ​ກັບການ​ຂົ່ມ​ຂູ່ ຈາກໄຟ​ປ່າ
​ທີ່​ຮ້າຍ​ແຮງ​ທີ່​ສຸດ ນັບ​ແຕ່​ໄດ້​ເກີດ​ໄຟ​ໄໝ້​ທີ່​ສ້າງ​ຄວາມ​ເສຍ​ຫາຍ​ໜັກທີ່​ສຸດ​ໃນ​ປີ 2003.
ການ​ປະ​ສົມ​ປະ​ສາ​ນ​ລະ​ຫວ່າງ​ຄວາມ​ຮ້ອນ​ຈັດ ລົມ ແລະ​ດິນທີ່​ແຫ້ງ​ແລ້ງ ຈະ​ເຮັດ​ໃຫ້​
ເຂດ​ຊານ​ເມືອງ​ກ້ຳ​ໃຕ້​ຂອງ​ນະ​ຄອນ​ຫຼວງ​ແຄນ​ເບີ​ຣາ​ຕົກຢູ່​ໃນ​ຄວາມ​ສ່ຽງ ໃນ​ໄລ​ຍະ
​ສອງ​ສາມ​ເມືອງ​ຂ້າງ​ໜ້ານີ້.”

ໃນ​ລະ​ຫວ່າງ​ການ​ປະ​ຊຸມ​ຂອງ​ປະ​ຊາ​ຄົມ​ນັ້ນ ປະ​ຊາ​ຊົນ​ທີ່​ຢາກ​ຮູ້​ເລື້ອງ​ໃນ​ເມືອງ​ທາ​ວາ
ຊຶ່ງ​ຢູ່​ທາງ​ໃຕ້​ຂອງ​ນະ​ຄອນ​ຫຼວງ​ແຄນ​ເບີ​ຣາ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງວ່າ ນັບ​ແຕ່
​ໄດ້​ເກີດ​ໄຟ​ໄໝ້​ເມື່ອ​ປີ 2003 ຢູ່​ທີ່ນັ້ນ ກໍ​ບໍ່​ໄດ້​ມີ​ການ​ຄຸ້ມ​ຄອງ​ດິນ​ຢ່າງພຽງ​ພໍ.

ເຈົ້າ​ໜ້າ​ທີ່​ໄດ້​ສົ່ງ​ພວກ​ດັບ​ໄຟ​ທີ່​ມາ​ຈາກ​ເຂດ​ອື່ນ​ຂອງອອ​ສ​ເຕ​ຣ​ເລຍໄປ​ຊ່ວຍ​ພວກ​ດັບ​
ໄຟ​ໃນ​ເຂດ​ທ້ອງ​ຖິ່ນ ໃນ​ໄລ​ຍະ​ສອງ​ສາມມື້​ຂ້າງ​ໜ້ານີ້.

The Australian Capital Territory (ACT) is under a state of emergency as a large fire burning near the south of Canberra increased to watch and act alert.

The Chief Minister of the Capital area said the suburbs south of Canberra face the earliest threat.


"The ACT (Australian Capital Territory) is now facing the worst bushfire threat since the devastating fires of 2003. The combination of extreme heat, wind and dry landscape will place suburbs in Canberra's south at risk in the coming days."

During a community meeting, anxious residents in Tharwa, south of Canberra, expressed concern that since the bushfires of 2003 there has not been enough land management.

Authorities have deployed extra crews from other parts of Australia to assist local firefighters during the next few days.

XS
SM
MD
LG