ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອ​ສ​ເຕ​ຣ​ເລຍ ລະ​ມັດ​ລະ​ວັງ ຄວາມ​ທະ​ເຍີ​ທະ​ຍານ ເພື່ອ​ຂະ​ຫຍາ​ຍ​ອິດ​ທິ​ພົນ​ຂ​ອງ​ຈີນ ຢູ່​ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ


​ແຟ້ມ - ລັດ​ຖະ​ມົນ​ຕີ​ອຸດ​ສາ​ຫະ​ກຳ​​ປ້ອງ​ກັນ​ປະ​ເທດອອ​ສ​ເຕ​ຣ​ເລຍ ພ້ອມ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​​ການ​ພັ​ດ​ທະ​ນາ​ລະ​ຫວ່າງ​ປະ​ເທດ ແລະ​ເຂດ​ປາ​ຊີ​ຟິກ ທ່ານ​ແພັດ ຄອນ​ຣອຍ ໄປ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຂອງ​ອາ​ຊຽນ ທີ່​ຈາ​ກາ​ຕ້າ ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ທີ 16 ພະ​ຈິກ 2023.
​ແຟ້ມ - ລັດ​ຖະ​ມົນ​ຕີ​ອຸດ​ສາ​ຫະ​ກຳ​​ປ້ອງ​ກັນ​ປະ​ເທດອອ​ສ​ເຕ​ຣ​ເລຍ ພ້ອມ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​​ການ​ພັ​ດ​ທະ​ນາ​ລະ​ຫວ່າງ​ປະ​ເທດ ແລະ​ເຂດ​ປາ​ຊີ​ຟິກ ທ່ານ​ແພັດ ຄອນ​ຣອຍ ໄປ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຂອງ​ອາ​ຊຽນ ທີ່​ຈາ​ກາ​ຕ້າ ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ທີ 16 ພະ​ຈິກ 2023.

ລັດ​ຖະ​ມົນ​ຕີ ​ກະ​ຊວງ​ພັດ​ທະ​ນາ​ລະ​ຫວ່າງ​ປະ​ເທດ ແລະ​ເຂດ​ປາ​ຊີ​ຟິກ​ຂອງອອ​ສ​ເຕ​ຣ​ເລຍ ທ່ານ​ແພັດ ຄອນ​ຣອຍ ໄດ້​ໄປ​ຢ້ຽມ​ຢາມ ​ປະ​ເທດ​ໝູ່​ເກາະ​ໝູ່ດອນ ນາວ​ຣູ ເພື່ອ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ດ້ານ​ຄວາມ​ໝັ້​ນ​ຄົງ ຫຼັງ​ຈາກ​ ສາ​ທາ​ລະ​ນະ​ລັດ​ທີ່​ນ້ອຍໆ​ດັ່ງ​ກ່າວ ໄດ້​ປ່ຽນ​ການ​ຮັບ​ຮູ້​ທາງ​ດ້ານ​ການ​ທູດ ​ຈາກໄຕ້​ຫວັນ ໄປ​ສູ່​ຈີນ. ອອ​ສ​ເຕ​ຣ​ເລຍ​ມີ​ຄວາມ​ເປັນ​ຫ່ວງ​ເພີ້ມ​ຂຶ້ນ​ວ່າ ປັກ​ກິ່ງ​ພວມ​ຫາ​ທາງ​ທີ່​ຈະ​ຂະ​ຫຍາຍ​ອິດ​ທິ​ພົນ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຕົນ​ຕື່ມ​ອີກ ​ຢູ່​ໃນຂົງ​ເຂດ. ນອກນັ້ນ ທ່ານ​ຄອນ​ຣອຍ ​ຍັງ​ໄດ້​ໄປ​ຢ້ຽມ​ຢາມ​ຕີ​ມໍ​ຕາ​ເວັນ​ອອກ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້. ຟິ​ລ ເມີ​ເຊີ ມີ​ລາຍ​ງານ​ຈາກ​ຊິດ​ນີ ຊຶ່ງ ​ໄພ​ສານ​ ຈະ​ນຳ​ເອົາ​ລາຍ​ລະ​ອຽດ ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ອອ​ສ​ເຕ​ຣ​ເລຍ​ຖື​ວ່າ ຕົນ​ເອງ​ເປັນ​ຜູ້​ຄຸ້ມ​ຄອ​ງ​ທາງ​ດ້ານ​ເສດ​ຖະ​ກິດ​ແລະ​ຄວາມ​ໝັ້ນ​ຄົງ ຢູ່​ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ.

ແຕ່​ຈີນ​ພວມ​ມີ​ຄວາມ​ທະ​ເຍີ​ທະ​ຍານ​ຫຼາຍຂຶ້ນທີ່​ຈະ​ຂະ​ຫຍາຍ​ຜົນ​ປະ​ໂຫຍດ​ຂອງ​ຕົນ​ ໃນບັນ​ດາ​ປະ​ເທດ​ໝູ່​ເກາະ​ໝູ່ດອນ​ເຫຼົ່າ​ນີ້.

ໃນ​ອາ​ທິດ​ທີ່​ຜ່ານ​ມານີ້ ທ່ານ​ແພັດ ຄອນ​ຣອຍ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພັດ​ທະ​ນາ​ລະ​ຫວ່າງ​ປະ​ເທດ​ແລະ​ເຂດ​ປາ​ຊີ​ຟິກ ຜູ້​ຊຶ່ງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ປະ​ເທດ​ນຳ​ດ້ວຍ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຕີ​ມໍ​ຕາ​ເວັນ​ອອກ​ ແລະປະ​ເທດໝູ່​ເກາະ​ໝູ່ດອນນາວ​ຣູ. ​ທ່ານ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ ການ​ເດີນ​ທາງ​ຂອງ​ທ່ານແມ່ນ “ເພື່ອ​ເສີມ​ຄວາມ​ເຂັ້ມ​ແຂງ​ຕື່ມ​ຂຶ້ນໃນ​ການ​ເປັນ​ພາ​ຄີ​ທີ່​ລົງ​ເລິກ ແລະມີ​ມາເປັນ​ເວ​ລາ​ດົນ​ນານ​ ກັບ​ຄູ່​ຮ່ວມ​ງານ​ທີ່​ໃກ້​ຊິດ​ທີ່​ສຸດ​ທັງ​ສອງ​ຂອງ​ພວກ​ເຮົາ.”

ໃນ​ມື້​ວັນ​ຈັນ​ແລ້ວ ທ່ານ​ຄອນ​ຣອຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ຊ່ວຍ​ເຫຼືອ​ໃນ​ດ້ານ​ຕຳ​ຫຼວດ​ແກ່​ຕີ​ມໍ​ຕາ​ເວັນ​ອອກ ຊຶ່ງ​ໃນ​ເມື່ອ​ກ່ອນ​ເຄີຍ​ເປັນ​ສ່ວນ​ນຶ່ງ​ຂອງ​ອິນ​ໂດ​ເນ​ເຊຍ ​ກ່ອນ​ທີ່​ຈະ​ກາຍ​ເປັນ​ປະ​ເທດ​ເອກ​ກະ​ລາດ. ເງິນ​ດັ່ງ​ກ່າວ​ຈະ​ຊ່ວຍ​ຕຳ​ຫຼວດ ​ຕີ​ມໍ​ຮັບ​ມື​ກັບ​ໄພ​ພິ​ບັດ​ທຳ​ມ​ະ​ຊາດ​ແລະ​ປາບ​ປາມ​ແກັ່ງ​ອາ​ຊະ​ຍາ​ກຳ​ຕ່າງໆ. ໃນ​ມື້​ວັນ​ພຸດ ລັດ​ຖະ​ມົນ​ຕີ​ຄອນ​ຣອຍ​ໄດ້​ໄປ​ຮ່ວມ​ສະ​ຫຼອງວັນ​ເອກ​ກະ​ລາດ ​ປີ 2024 ຂອງ​ນາວ​ຣູ ແລະ​ອີກ​ເທື່ອ​ນຶ່ງ​ໄດ້​ກ່າວ​ຊົມ​ເຊີຍ “ຄວາມ​ສຳ​ພັນ​ສອງ​ຝ່າຍ​ທີ່​ມີ​ມາຢ​ຢ່າງ​ເລິກ​ເຊິ່ງ.”

ທ່ານ​ເດີກ ແວນ ເດີ ຄ​ລີ (Dirk van der Kley) ​ເຈົ້າ​ໜ້າ​ທີ່​ຄົ້ນ​ຄວ້າ​ອະ​ວຸ​ໂສ ທີ່​ສະ​ຖາ​ບັນຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ອອ​ສ​ເຕ​ຣ​ເລຍ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ແຄນ​ເບີ​ຣາ​ແມ່ນ​ມີ​ຄວາມ​ກະ​ຕື​ລື​ລົ້ນ ​ທີ່​ຈະ​ຮັກ​ສາ​ອິດ​ທິ​ພົນ​ຂອງ​ຕົນ​ໄວ້​ຢູ່​ໃນ​ຂົງ​ເຂດ. ທ່ານ​ແວນ ເດີ ຄ​ລີ ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ພວກ​ເຮົາ​ເຄີຍ​ເປັນ​ອຳ​ນາດ​ທີ່​ນຳ​ໜ້າ​ທາງ​ດ້ານ​ເສດ​ຖະ​ກິດ​ແລະ​ຄວາມ​ໝັ້ນ​ຄົງ​ຢູ່​ໃນ​ຂົງ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ແລະ​ນັ້ນ ບາງ​ທີ​ອາດ​ຈະ​ຍັງ​ເປັນ​ຄວາມ​ຈິງ​ຢູ່ ແຕ່​ໃນ​ຂະ​ນະ​ດຽວ​ກັນ ກໍ​ມີ​ອີກ​ອຳ​ນາດ​ນຶ່​ພວມ​ມາ ​ຄືຈີນ ຊຶ່ງທີ່​ຈິງ​ແລ້ວ ອາດ​ຈະ​ມີຜົນ​ປະ​ໂຫຍດ​ທີ່​ແຕກ​ຕ່າງ​ໄປ​ຈາກ​ທີ່ອອ​ສ​ເຕ​ຣ​ເລຍ​ເຄີຍ​ມີ ມັນ​ບໍ່​ເປັນ​ເລື້ອງ​ແປກ​ເລີຍທີ່ອອ​ສ​ເຕ​ຣ​ເລຍ​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ກ່ຽວ​ກັບ​ສິ່ງນັ້ນໂດຍ​ສະ​ເພາະ​ແລ້ວ ເມື່ອ​ທ່ານໄດ້​ຍິນ​ເລື້ອງ ທ່ານ​ຄົງ​ຮູ້​ດີ ຂໍ້​ຕົກ​ລົງ​ດ້ານ​ຄວາມ​ໝັ້ນ​ຄົງ.”

ເມື່ອ​ຕົ້ນ​ເດືອນນີ້ ນາວ​ຣູ ຊຶ່ງ​ເປັນ​ສາ​ທາ​ລະ​ນະ​ລັດ​ນ້ອຍໆ​ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ດ້ານ​ການ​ທູດ​ກັບ​ຈີນ ແລະ​ຕັດ​ຄວາມ​ສຳ​ພັນ​ກັບໄຕ້​ຫວັນ.

ທ່ານ​ແວນ ເດີ ຄ​ລີ ກ່າວ​ວ່າ ຈີນ​ແມ່ນ​ມີ​ຄວາມ​ທະ​ເຍີ​ທະ​ຍານ​ເພີ້ມ​ຂຶ້ນ​ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ. ທ່ານ​ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ທ່ານ​ກຳ​ລັງ​ເວົ້າ​ກຽວ​ກັບ​ບັນ​ດາ​ປະ​ເທດ​ຈຳ​ນວນ​ນຶ່ງ ທີ່​ຢັ່ງ​ຢາຍ​ກັນ​ຢູ່​ຢ່າງ​ກະ​ຈັດ​ກະ​ຈາຍ​ຫ່າງ​ໄກ​ກັນ ໂດຍ​ມີ​ພົນ​ລະ​ເມືອງ​ຂ້ອນ​ຂ້າງ​ໜ້ອຍ ທີ່ມີ​ສະ​ພາບ​ຂ້ອນ​ຂ້າງ​ທຸກ​ຍາກ. ຈີນ​ພະ​ຍາ​ຍາມ​ທີ່​ຈະ​ຂະ​ຫຍາຍ​ອິດ​ທິ​ພົນ​ຂອງ​ຕົນ​ຢູ່​ໃນ​ຂົງ​ເຂດເພື່ອ​ໃຫ້​ຕົນ​ສາ​ມາດ​ຫຼໍ່​ຫຼອມ​ກົດ​ລະ​ບຽບ​ຂອງ​ໂລກ ແລະ​ບາງ​ທີອາດ​ມາພ້ອມ​ກັບ 3 ສິ່ງ​ນຳ​ດ້ວຍ. ທຳ​ອິດ​ແນ່ ນອນ​ແມ່ນ​ໄຕ້​ຫວັນ. ດັ່ງ​ນັ້ນ ເມື່ອ​ເຮົາ​ເວົ້າ​ເຖິງ​ຂົງ​ເຂດ ນີ້​ແມ່ນ​ນຶ່ງ​ໃນ​ຂົງ​ເຂດ​ໃໝ່​ພຽງ​ບໍ່​ເທົ່າ​ໃດ​ແຫ່ງຢູ່​ໃນ​ໂລກ ບ່ອນ​ທີ່​ທ່ານ​ຍັງ​ສາ​ມາດ​ມີ​ປະ​ເທດ ​ທີ່​ຮັບ​ຮູ້​ໄຕ້​ຫວັນ ແລະ​ບໍ່​ແມ່ນ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ຢູ່​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ອົງ​ການ​ລະ​ຫວ່າງ​ປະ​ເທດ​ອື່ນໆ.”

ທ່ານ​ແວນ ເດີ ຄ​ລີ ກ່າວ​ວ່າ ບັນ​ດາ​ປະ​ເທດ​ໝູ່​ເກາະ​ໝູ່ດອນ​ປາ​ຊີ​ຟິກ​ ສາ​ມາດ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຈີນ ໃນ​ທີ່​ປະ​ຊຸມ​ສາ​ກົນ ຮວມ​ທັງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ເຂົ້າ​ຂ້າງ​ກັບ​ປັກ​ກິ່ງ ໃນ​ການ​ແຂ່ງ​ຂັນ​ກັບ​ສະ​ຫະ​ລັດ ເພື່ອ​ຊ່ວງ​ຊິງ​ອິດ​ທິ​ພົນ​ໃນ​ໂລກ.

ອອ​ສ​ເຕ​ຣ​ເລຍ​ໄດ້​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ສ້າງ​ສະ​ເຖຍ​ລະ​ພາບ​ໃນ​ຄວາມ​ສຳ​ພັນ​ກັບ​ຈີນ ຊຶ່ງ​ເປັນ​ຄູ່​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງອອ​ສ​ເຕ​ຣ​ເລຍ ຫຼັງ​ຈາກ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ພຶດ​ສະ​ພາ​ປີ 2022 ຂອງ​ລັດ​ຖະ​ບານ​ທີ່​ເປັນ​ກາງ​ອຽງ​ຊ້າຍ​ຢູ່​ແຄນ​ເບີ​ຣາ.

ຄວາມ​ສຳ​ພັນ​ໄດ້​ຊຸດ​ໂຊມ​ລົງ ຍ້ອນ​ເລື້ອງ​ທີ່​ມາ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ບັນ​ຫາ​ພູມ​ສາດ​ການ​ເມືອງ ແລະ​ການ​ຂັດ​ແຍ້ງ​ໃນ​ດ້ານ​ການ​ຄ້າ​ອື່ນໆ.

ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທ່ານ​ແອນ​ໂທ​ນີ ອາ​ລ​ບາ​ນີ​ສ ໄດ້​ກ່າວ​ຢ້ຳວ່າ ແນວ​ໃດ​ກໍ​ຕາມ​ ປະ​ເທດ​ທັງ​ສອງ ​ຍັງ​ຈະ​ມີ​ການ​ບໍ່​ລົງ​ລອຍ​ກັນ ກ່ຽວ​ກັບ​ບັນ​ຫາ​ບາງ​ຢ່າງ​ຢູ່.

ພວກ​ນັກ​ວິ​ເຄາະ​ທຳ​ນາຍ​ວ່າ ການ​ແຂ່ງ​ຂັນ​ລະ​ຫວ່າງ​ປັກ​ກິ່ງ​ແລະ​ແຄນ​ເບີ​ຣາເພື່ອ​ຍາດ​ແຍ່ງ​ອິດ​ທິ​ພົນ ​ຢູ່​ໃນ​ເຂດ​ມະ​ຫາ​ສະ​ໝຸ​ດ​ປາ​ຊີ​ຟິກ ຈະ​ສືບ​ຕໍ່​ມີ​ຄວາມ​ຂຸ້​ນ​ຂ້ຽວ​ເພີ້ມ​ຂຶ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG