ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອອ​ສ​ເຕ​ຣ​ເລຍ​ຖືກ​ຮຽກ​ຮ້ອງ​ ໃຫ້​ປົກ​ປ້ອງ​ສິດ​ຂອງ​ແຮງ​ງານ​ເຄື່ອນ​ທີ່​ ຈາກ​​ເຂດມະ​ຫາ ສະ​ໝຸດ​ປາ​ຊີ​ຟິກ


ພວກປະທ້ວງຫລາຍຮ້ອຍຄົນພາກັນໂຮມຊຸມນຸມຢູ່ນອກຫ້ອງການ ພະແນກຄົນເຂົ້າເມືອງໃນນະຄອນຊິດນີ ຂອງອອສເຕຣເລຍ, ວັນທີ 12 ສິງຫາ, 2019
ພວກປະທ້ວງຫລາຍຮ້ອຍຄົນພາກັນໂຮມຊຸມນຸມຢູ່ນອກຫ້ອງການ ພະແນກຄົນເຂົ້າເມືອງໃນນະຄອນຊິດນີ ຂອງອອສເຕຣເລຍ, ວັນທີ 12 ສິງຫາ, 2019

ອອ​ສ​ເຕ​ຣ​ເລຍກຳ​ລັງ​ເພີ່ມ​ຈຳ​ນວນ​ແຮງ​ງານ​ເຄື່ອນ​ທີ່ ທີ່ປະ​ເທດ​ດັ່ງ​ກ່າວ​ຈະ​ນຳ​ເຂົ້າມາ ​ຈາກ​ໝູ່​ເກາະ​ປາ​ຊີ​ຟິກນັ້ນຂຶ້ນ​ເປັນ​ສອງ​ເທົ່າ​ ເພື່ອ​ແກ້​ໄຂ​ການ​ຂາດ​ແຄນ​ແຮງ​ງານ​ຊຳ​ເຮື້ອ​ໃນ​ຂະ​ແໜງ​ກະ​ສິ​ກຳ​ຂອງ​ຕົນ. ​ແຕ່​ພວກ​ນັກປຸກ​ລະ​ດົມ ​ເຊື່ອ​ກັນວ່າການ​ລັກເງິນຄ່າ​ຈ້າງ ​ແລະ​ການ​ຂູດ​ຮີດ​ແມ່ນ​ມີ​ຢູ່​ໃນ​ໂຄງການທີ່​ວ່ານີ້. Phil Mercer ມີລາຍງານມາຈາກ Sydney ຊຶ່ງ​ບົວ​ສະ​ຫວັນ​ຈະ​ນຳ​ມ​າ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ໃນແຕ່ລະປີມີປະຊາຊົນຫຼາຍພັນຄົນ ທີ່​ມາຈາກໝູ່ເກາະປາຊີຟິກຖືກນຳເຂົ້າ ໄປ ຍັງອອ​ສ​ເຕ​ຣ​ເລຍເພື່ອເຮັດວຽກໃນຟາມເພື່ອເກັບໝາກໄມ້ ແລະຜັກ ຢູ່ພາຍ ໃຕ້ໂຄງການແຮງງານເຄື່ອນທີ່.

​ແຕ່​ເຖິງ​ຢ່າງໃດ​ກໍ​ຕາມ, ບັນດາ​ຜູ້​ສະໜັບສະໜູນ​ໂຄງ​ການໄດ້​ໂຕ້​ຖຽງ​ວ່າການ​ຂູດ ​ຮີດ​ແຮງ​ງານ​ຕ່າງປະ​ເທດ​ທີ່​ດ້ອຍ​ໂອກາດ​ແມ່ນ​ມີ​ຢ່າງ​ກວ້າງຂວາງ.

ທະນາຍຄວາມຂອງນະ​ຄອນ​ຊິດ​ນີ, ທ່ານສ​ຕວາດ ແລວິດ (Stewart Levitt) ກໍາລັງຮວບຮວມ​ເອົາການຟ້ອງຮ້ອງຟ້ອງ ​ຕໍ່ລັດຖະບານອອ​ສ​ເຕ​ຣ​ເລຍ ເພື່ອຂໍຄ່າເສຍຫາຍໃນໂຄງການດັ່ງກ່າວ.

ທ່ານ​ກ່າວ​ວ່າ ພວກ​ຍົກ​ຍ້າຍ​ຖິ່ນ​ຖານ​ຊົ່ວ​ຄາວ​ຫລາຍ​ຄົນ​ຖືກ​ບັງ​ຄັບ​ໃຫ້​ຢູ່​ໃນ​ທີ່​ພັກ​ທີ່​ລຳ​ບາກ ແລະ​ໄດ້​ຮັບ​ຄ່າ​ຈ້າງ​ຕ່ຳ​ກວ່າ​ອັດ​ຕາ​ທີ່​ຄວນ​ໄດ້​ຮັບ.

ທ່ານແລວິດກ່າວ​ວ່າ​: “ເຂົາເຈົ້າຢູ່ໃນສະ​ພາບທີ່ລະເມີດສົນທິສັນຍາແຮງງານສາກົນທີ່ອອ​ສ​ເຕ​ຣ​ເລຍໄດ້ ເຂົ້າເປັນພາຄີນັ້ນ. ໃບເກັບເງິນຂອງພວກເຂົາເຈົ້າ ຊີ້ໃຫ້ເຫັນວ່າເຖິງແມ່ນ ພວກເຂົາເຮັດວຽກ 40-50 ຊົ່ວໂມງຕໍ່ອາທິດ ໃນສະພາບທີ່ຮ້ອນເອົ້າ ແລະລຳ​ບາກ​ຢ່າງໜັກ​ກໍ​ຕາມ ໃນຫຼາຍໆກໍລະນີພວກເຂົາ​ໄດ້ຮັບ​ເງິນ​ກັບ​ໄປເຮືອນຫນ້ອຍກວ່າ 300 ໂດ​ລາອອ​ສ​ເຕ​ຣ​ເລຍຕໍ່ອາທິດ."

​ແຕ່​ວ່າເຈົ້າໜ້າ​ທີ່ກໍ​ໄດ້ອະ​ທິ​ບາຍ​ເຖິງ​ເຫດ​ຜົນເພື່ອປົກ​ປ້ອງການ​ປະຕິບັດ​ລະບຽບ​ການ​ທີ່​ຄວບ​ຄຸມ​ໂຄງການ​ດັ່ງກ່າວ.

ທ່ານ​ຟີ​ລ ເບ​ຣ​ຊ​ໂຊ (Phil Brezzo) ​ເປັນ​ຜູ້​ຊ່ວຍ​ວຽກ​ກຳ​ມາ​ທິການ​ຢູ່​ກອງ​ກຳ​ລັງ​ຊາຍ​ແດນ​ອອ​ສ​ເຕ​ຣ​ເລຍ. ທ່ານ​ໄດ້​ບອກ​ກັບ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ຂອງອອ​ສ​ເຕ​ຣ​ເລຍ​, ຊຶ່ງ​ເປັນ​ສະ​ຖາ​ນີວິທະຍຸ​ກະຈາຍສຽງ​ຂອງ​ປະ​ເທດນັ້ນ​ວ່າ ການ​ປະ​ພຶດຜິດ​ຕໍ່ພວກ​ຄົນ​ງານເຄື່ອນ​ທີ່ບໍ່​ແມ່ນ​ເລື່ອງ​ທີ່ມັກ​ມີ​ຢູ່​ທົ່ວ​ໄປ.

ທ່ານກ່າວ​ວ່າ​ "ກຳ​ລັງ​ປ້ອງ​ກັນຊາຍແດນອອ​ສ​ເຕ​ຣ​ເລຍບໍ່ເຊື່ອວ່າ ມີການຂູດຮີດ ແລະການລັກຄ່າແຮງ​ງານຢ່າງກວ້າງຂວາງ ພາຍໃນໂຄງການແຮງງານຕາມລະດູການ, ຫຼືໂຄງການແຮງງານໃນ​ຂົງ​ເຂດປາຊີຟິກ. ແຕ່ກໍ​ຄື​ກັນກັບໂຄງການຈ້າງງານສ່ວນໃຫຍ່, ມີບາງກໍລະນີທີ່​ໃນ​ຈຳ​ນວນນ້ອຍໆທີ່ວ່າພວກນາຍຈ້າງບໍ່ໄດ້ປະຕິບັດຕາມ ພັນທະຂອງເຂົາເຈົ້າ."

ໂຄງ​ການ​ດັ່ງ​ກ່າວ​ ອະ​ນຸ​ຍາດ​ໃຫ້​ຄົນ​ງານ​ຈາກ​ປະ​ເທດທີ່​ຢູ່​ຕາມ​ເກາະຕ່າງໆ ​ສາ​ມາດເຂົ້າໄປ​ເຮັດ​ວຽກ​ຢູ່​ໃນ​ຂົງ​ເຂດວຽກທີ່ຕ້ອງ​ການ​ຝີ​ມື​ຕໍ່າ​ແລະວຽງທີ່ຕ້ອງ​ການຝີ​ມືພໍ​ປານ​ກາງ​ໃນ​ຫລາຍພາກສ່ວນ​ຂອງຂົງ​ເຂດ​ຂອງ​ອອ​ສເຕຣເລຍ​ໄດ້​ເຖິງ 3 ປີ​. ປະເທດທີ່ເຂົ້າຮ່ວມໂຄງ​ການນີ້ລວມມີ ຟີຈີ, ປາປົວນິວກີນີ, ຊາມົວ, ຕີມໍຕາເວັນອອກ ແລະວານູອາຕູ.

ໂດຍ​ທີ່​ມີນັກເດີນທາງ ທີ່​ບໍ່ມີ​ລາຍ​ໄດ້​ສູງ ທີ່ມັກເຮັດວຽກທີ່​ມີ​ຝີ​ມືຕໍ່າ ແລະບໍ່ຕ້ອງ​ການທັກສະສູງ ຖືກກັກກັນ​ບໍ່​ໃຫ້ເຂົ້າປະເທດອອ​ສ​ເຕ​ຣ​ເລຍໄດ້ ຍ້ອນຂໍ້ຈຳກັດຢູ່ຊາຍແດນທີ່​ກ່ຽວ​ຂ້ອງກັບ COVID-19 ບັນດາກຸ່ມສະ​ແຫວງ​ຫາ​ການ​ສະ​ໜັບ​ສະ​ໜຸນ ຫລືລອບບີ້ດ້ານກະສິກຳກຳລັງຮຽກຮ້ອງໃຫ້ລັດຖະບານອະນຸຍາດ ໃຫ້ຄົນງານຊົ່ວຄາວ ຈາກຂົງ​ເຂດ​ມະ​ຫາ​ສະ​ໝຸດປາຊີຟິກ ເຂົ້າ​ມາ​ປະ​ເທດເພີ່ມຂຶ້ນ ເພື່ອປ້ອງກັນບໍ່ໃຫ້ພືດ​ຜົນຕ້ອງ​ເສຍ​ຫາຍ​ໄປ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG