ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ສັ່ງ​ໃຫ້​​ພັດ​ທະ​ນາ​ກອງ​ທັບ​ໃຫ້ທັນ​ສະ​ໄໝ​​ ເພື່ອ​ຮັບ​ມື​ກັບ​ອິດ​ທິ​ພົນ ​ທີ່ນັບ​ມື້​ນັບ​ເພີ້ມ​ຂຶ້ນ​ຂອງ​ຈີນ


(ພາບ​ໃນ​ແຟມ)- ທີ່​ສະ​ໜອງ​ໃຫ້ໂດຍກຳ​ລັງ​ທະ​ຫານອອ​ສ​ເຕ​ຣ​ເລຍ ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ​ຂອງກອງ​ທັບ​ເຮືອ​ລາດ​ຊະ​ອາ​ນາ​ຈັກ​ອອ​ສ​ເຕ​ຣ​ເລຍທີ່​ມີ 37 ລຳ​ເຂົ້າ​ຮ່ວມ​ການ​ຊ້ອມ​ລົບ Rim of the Pacific ໃນ​ປີ 2022.
(ພາບ​ໃນ​ແຟມ)- ທີ່​ສະ​ໜອງ​ໃຫ້ໂດຍກຳ​ລັງ​ທະ​ຫານອອ​ສ​ເຕ​ຣ​ເລຍ ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ​ຂອງກອງ​ທັບ​ເຮືອ​ລາດ​ຊະ​ອາ​ນາ​ຈັກ​ອອ​ສ​ເຕ​ຣ​ເລຍທີ່​ມີ 37 ລຳ​ເຂົ້າ​ຮ່ວມ​ການ​ຊ້ອມ​ລົບ Rim of the Pacific ໃນ​ປີ 2022.

ກອງທັບ​ ອອ​ສ​ເຕ​ຣ​ເລຍຈະ​ໄດ້​ຮັບ​ການ​ຫັນປ່ຽນ​ຢ່າງ​ວ່ອງ​ໄວ ​ເພື່ອ​ກຽມ​ຄວາມພ້ອມສຳ​ລັບການ​ຂັດ​ແຍ້ງ​ທີ່​ອາດ​ເກີດ​ຂຶ້ນໄດ້ ​ລະຫວ່າງ​ຈີນ​ກັບ​ສະ​ຫະ​ລັດ. ສະບັບ​ປິດ​ລັບ ​ຂອງບົດ​ທົບ​ທວນ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ໃຫຍ່ສະ​ບັບ​ນຶ່ງ ​ທີ່​ເຜີຍ​ແຜ່ອອກ ມາໃນ​ວັນ​ຈັນວານ​ນີ້ ​ໄດ້​ແນະນຳ​ໃຫ້​ອອສ​ເຕຣ​ເລຍ ​ຊື້​ລູກ​ສອນ​ໄຟ​ໄລຍະ​ໄກ ​ເພື່ອ​ຕ້ານ​ໄພ​ຂົ່ມຂູ່​ທີ່​ເພີ່ມ​ຂຶ້ນ​ຈາກ​ຈີນ ​ຕໍ່ “ການ​ປົກ​ຄອງຂອງ​ໂລກ​ທີ່​ອີງ​ໃສ່ລະບຽບ​ການ​ ໃນຂົງ​ເຂດ​ອິນ​ໂດ-​ປາຊີ​ຟິກ”. ບົດ​ລາຍ​ງານ​ນີ້ ຍົກ​ໃຫ້​ເຫັນ​ເຖິງ​ການ​ປັບ​ປຸງ​ທີ່ໃຫຍ່​ທີ່​ສຸດຂອງ​ກອງທັບ​ອອ​ສເ​ຕຣ​ເລຍ​ ໃນ​ຮອບ​ຫຼາຍ​ທົດ​ສະ​ວັດ. Phil Mercer ມີລາຍງານ ຈາກນະ​ຄອນ​ຊິດ​ນີ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ການ​ທົບ​ທວນ​ຄືນ​ດ້ານ​ປ້ອງ​ກັນ​ປະ​ເທດ​ບໍ່​ໄດ້​ລະ​ບຸ​ວ່າ​ ຈີນ​ເປັນ​ໄພ​ຂົ່ມ​ຂູ່​ໂດຍ​ກົງ​ຕໍ່​ອອ​ສ ເຕ​ຣ​ເລຍ. ​ແຕ່​ມັນໄດ້​ເຕືອນ​ວ່າ ການ​ຂະ​ຫຍາຍ​ຕົວ​ຂຶ້ນ ດ້ານການ​ທະຫານ​ຢ່າງ​ວ່ອງ​ໄວ​ຂອງ​ປັກ​ກິ່ງ ​ແລະ​ຄວາມ​ທະ​ເຍີທະ​ຍານ​ຂອງ​ປະ​ເທດນັ້ນ​ ໃນ​ທະ​ເລ​ຈີນ​ໃຕ້ ​ເປັນ​ໄພ​ຂົ່ມ ຂູ່​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ອອສ​ເຕຣ​ເລຍ.

ລາຍ​ງານ​ນີ້ກ່າວ​ວ່າ “ຄວາມ​ເປັນ​ໄປ​ໄດ້ຂອງ​ການ​ປະ​ທະ​ກັນຢ່າງ​ໃຫຍ່ ​ໃນ​ພາກ​ພື້ນ… ໄດ້ເປັນ​ໄພ​ຂົ່ມ​ຂູ່​ໂດຍ​ກົງ ​ຕໍ່​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ.”

ບົດທົບທວນນີ້ ຍັງໃຫ້ລາຍລະອຽດກ່ຽວກັບຄວາມເປັນ​ຫ່​ວງ​ທີ່ວ່າກໍາລັງປ້ອງກັນປະ ເທດອອສເຕຣເລຍ ບໍ່ໄດ້​ຖືກ​ປະ​ກອບດ້ວຍ "ລູກສອນໄຟໃນ​ຍຸກ​ທັນ​ສະ​ໄໝ" ຂອງ ສົງຄາມ ແລະອອ​ສ​ເຕ​ຣ​ເລຍກໍບໍ່ໄດ້ຖືກປົກປ້ອງໂດຍການທີ່ຢູ່ໂດດດ່ຽວໃນ​ດ້ານພູມສາດຂອງຕົນອີກຕໍ່​ໄປ​ແລ້ວ.

ບົດ​ລາຍ​ງານ​ນີ້​ ແມ່ນ​ຜົນງານ​ທີ່​ຜະ​ລິດ​ໂດຍ​ອະດີດ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອອ​ສ​ເຕຣເລຍ, ທ່ານ​ສ​ເຕັ​ຟ​ເຟັນ ສ​ມິດ (Stephen Smith) ​ແລະ ອະດີດ​ຜູ້​ບັນຊາ​ການ​ກອງ​ທັບ​ຂອງປະ​ເທດ, ທ່ານ​ແອນ​ກັ​ສ ຮຸ​ສ​ຕັນ (Angus Houston). ມັນຮຽກຮ້ອງ​ໃຫ້​ຍົກ​ລະດັບ​ຖານ​ທັບ​ທະຫານຕ່າງໆ ​ຢູ່​ພາກ​ເໜືອຂອງ​ອອ​ສເ​ຕຣ​ເລຍ ​ແລະມີການ​ລົງທຶນ​ເພີ່ມໃນ​ດ້ານ​ລູກ​ສອນ​ໄຟ​ຍິງໄລຍະ​ໄກ.

ນອກ​ນັ້ນ​ແລ້ວ ມັນຍັງ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ຍຸ​ຕິ ​ການ​ຄາດ​ຄະ​ເນທີ່​ມີ​ມາ​ແຕ່​ດົນ​ນານ​ທີ່​ຄິດວ່າ ອອ​ສເ​ຕຣ​ເລຍ ຈະ​ມີ​ຄຳ​ເຕືອນ​ເປັນ​ທົດ​ສະ​ວັດເພື່ອໃຫ້​ກະກຽມ​ຮັບ​ມື​ກັບ ຄວາມ​ຂັດ​ແຍ້ງ​ໂດຍ​ກົງ.

ໂດຍກ່າວ​ຕໍ່ພວກ​ນັກ​ຂ່າວ​ໃນ​ວັນ​ຈັນ​ວານ​ນີ້ ​ທີ່​ນະ​ຄອນຫລວງ​ແຄນ​ເບີ​ຣາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອອ​ສເ​ຕຣ​ເລຍ, ທ່ານ​ແອນ​ໂທ​ນີ ອາລ​ບາ​ນີ​ສ (Anthony Albanese) ກ່າວ​ວ່າ ກອງ​ທັບຂອງ​ປະ​ເທດ​ຊາດ ​ຈຳ​ເປັນ​ຕ້ອງ​ກຽມ​ພ້ອມ ​ສຳ​ລັບບັນ​ຫາ​ທ້າ​ທາຍ​ສະ​ໄໝ​ໃໝ່.

ທ່ານ​ກ່າວ​ດັ່ງ​ນີ້ “ພວກ​ເຮົາ​ປະ​ເຊີນ​ກັບ​ສະ​ຖາ​ນະ​ການທີ່ມີ​ຄວາມ​ທ້າ​ທາຍ​ທາງ​ຍຸດ​ທະ​ສາດຫລາຍທີ່​ສຸດ​ ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງເປັນ​ຕົ້ນ​ມາ ​ທັງ​ໃນ​ພາກ​ພື້ນ​ຂອງ​ພວກ​ເຮົາ​ ແລະ​ທີ່ຈິງ​ແທ້ທັງ​ໃນ​ທົ່ວ​ໂລກ. ເພາະ​ສະ​ນັ້ນ ພວກເຮົາລົງທຶນໃສ່​ການ​ສ້າງ​ຂີດຄວາມສາມາດຂອງພວກເຮົາ, ແລະພວກເຮົາກໍາລັງລົງທຶນໃນການພົວພັນ ຂອງພວກເຮົາ ເພື່ອສ້າງປະເທດອອ​ສ​ເຕ​ຣເລຍທີ່ປອດໄພກວ່າແລະສ້າງພາກພື້ນທີ່ຫມັ້ນຄົງ ແລະຈະເລີນຮຸ່ງເຮືອງຫລາຍ​ຂຶ້ນ.”

ການທົບທວນກຳລັງປະກອບອາວຸດຂອງອອສເຕຣເລຍ ຍັງໄດ້ເຕືອນວ່າ ການປ່ຽນ ແປງຂອງດິນຟ້າອາກາດ ເຮັດ​ໃຫ້ມີຄວາມສ່ຽງ “ຢ່າງລົ້ນເຫຼືອ” ຕໍ່ຄວາມອາດສາມາດ ໃນການປ້ອງກັນປະ​ເທດ ເນື່ອງຈາກວ່າອອສເຕຣເລຍ ແລະປະເທດອື່ນໆ ເພີ້ມ​ທະ​ວີ ການເພິ່ງພາອາ​ໄສ​ຕໍ່ການທະຫານໃນການບັນເທົາໄພພິບັດ ແລະການຊ່ວຍເຫຼືອດ້ານ ມະນຸດສະທຳ​ຫລາຍ​ຂຶ້ນ.

ລັດຖະບານໃນແຄນ​ເບີ​ຣາກ່າວວ່າ ຕົນມີແຜນທີ່ຈະໃຊ້ເງິນ 12.6 ຕື້ໂດລາ ໃ​ສ່​ໃນ​ສິ່ງ​ທີ່ແນະນໍາຢູ່ໃນ ບົດລາຍງານ ປ້ອງກັນປະເທດທີ່​ວ່ານີ້.

ຍັງ​ບໍ່​ທັນ​ມີ​ຄຳ​ເຫັນ​ໃດໆ​ມາ​ຈາກ​ປັກ​ກິ່ງເທື່ອ. ການ​ພົວ​ພັນ​ຂອງ​ປະ​ເທດນີ້ ກັບ​ອອ​ສ​ເຕ​ຣ​ເລຍ ​ໄດ້​ຊຸດ​ໂຊມ​ລົງ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ຍ້ອນ​ການ​ພິ​ພາດ​ທາງ​ດ້ານການ​ທູດ​ ແລະ​ການ​ຄ້າ​ຕ່າງໆ​. ​ແຕ່​ການ​ເລືອກ​ຕັ້ງໃນ​ເກືອບ 1 ປີ​ຜ່ານ​ມາ ທີ່​ໄດ້​ເລືອກ​ເອົາລັດຖະບານ​ມາ​ຈາກພັກ​ຝ່າຍ​ຊ້າຍ​ ຢູ່​ໃນ​ແຄນ​ເບີ​ຣາ​ ໄດ້ເຮັດ​ໃຫ້​ເຫັນ​ວ່າ ຄວາມ​ເຄັ່ງ​ຕຶງ​ຂອງ​ສອງ​ຝ່າຍ​ໄດ້​ຜ່ອນຄາຍ​ລົງ, ​ໂດຍ​ສະ​ເພາະ​ຫລັງ​ຈາກ​ທ່ານ​ນາຍົກລັດຖະມົນຕີອາ​ລ​ບາ​ນີ​ສ​ ໄດ້​ພົບ​ປະ​ກັບ​ທ່ານສີ ຈິ້ນ​ຜິງ, ປະທານ​ປະ​ເທດ​ຈີນ ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ສາກົນ​ທີ່​ອິນ​ໂດ​ເນ​ເຊຍ​ໃນ​ເດືອນ​ພະຈິກ​ທີ່​ຜ່ານ​ມາ.

ກ່ອນ​ໜ້າ​ນີ້​ ທ່ານ​ອາລ​ບາ​ນີສ ​ໄດ້​ເນັ້ນ​ໜັກ​ວ່າ ​ເຖິງ​ແມ່ນ​ການ​ພົວພັນທີ່​ດີ​ຂຶ້ນກັບ​ຈີນ, ຄູ່ຄ້າ​ລາຍໃຫຍ່​ທີ່​ສຸດ​ຂອງ​ອອສເຕ​ຣ​ເລຍ ຈະ​ມີ​ຄວາມ​ສຳຄັນກໍ​ຕາມ ແຕ່ປະ​ເທດທັງ​ສອງ ​ແນ່ນອນ ຍັງມີສິ່ງ​ທີ່ບໍ່​ເຫັນ​ດີ ​ເຫັນ​ພ້ອມນຳ​ກັນ​ໃນ​ຫຼາຍ​ເລື້ອງ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG