ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອອສເຕຣເລຍ ເພີ້ມການປ້ອງກັນເຂດຊາຍແດນ ລຸນຫຼັງມີການປ່ຽນແປງດ້ານວີຊາ


ແຟ້ມຮູບ-ສະມາຊິກທະຫານເຮືອຂອງອອສເຕຣເລຍຄົນນຶ່ງ ຢືນຢູ່ເທິງກໍາປັ່ນ HMAS Adelaide, ວັນທີ 10 ຕຸລາ 2017, ໃນນະຄອນຫຼວງມະນິລາ, ປະເທດຟີລິບປິນ.
ແຟ້ມຮູບ-ສະມາຊິກທະຫານເຮືອຂອງອອສເຕຣເລຍຄົນນຶ່ງ ຢືນຢູ່ເທິງກໍາປັ່ນ HMAS Adelaide, ວັນທີ 10 ຕຸລາ 2017, ໃນນະຄອນຫຼວງມະນິລາ, ປະເທດຟີລິບປິນ.

ເຮືອບິນ ແລະກໍາປັ່ນສອດແນມຂອງກອງທັບອອສເຕຣເລຍຈໍານວນນຶ່ງ ໄດ້ຖືກສົ່ງໄປຍັງ​ເຂດນ່ານນໍ້າ ທາງພາກເໜືອຂອງປະເທດ ເພື່ອເພີ້ມຄວາມພະ ຍາຍາມໃນການປ້ອງກັນຊາຍແດນ. ການດໍາເນີນງານດັ່ງກ່າວ ມີຂຶ້ນທ່າມກາງການເຕືອນ ຈາກພັກຝ່າຍຄ້ານຫົວອະນຸລັກນິຍົມວ່າ ການປ່ຽນ​ນະ​ໂຍ​ບາຍວີຊາຂອງລັດຖະບານ ສໍາລັບຜູ້ອົບພະຍົບ ໃນອາທິດນີ້ ອາດຈະເຮັດໃຫ້ມີ​ການເລີ້ມ ລັກລອບຂົນຄົນເຂົ້າເມືອງຄືນ​ອີ​ກ. ຟີລ ເມີເຊີ ມີລາຍງານກ່ຽວກັບເລື້ອງນີ້ ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ຈະ​ນຳ​ເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ນັບແຕ່ປີ 2013 ເປັນຕົ້ນມາ, ກອງທັບເຮືອອອສເຕຣເລຍ ໄດ້ລາກເຮືອຜູ້ອົບພະຍົບຫຼືປ່ຽນ​ທິດ​ທາງເຮືອຂອງພວກເຂົາເຈົ້າທີ່ພະຍາຍາມແລ່ນເຂົ້າມາໃນເຂດ ນ່ານນໍ້າຂອງອອສເຕຣເລຍພາຍໃຕ້ການ​ປະ​ຕິ​ບັດງານ​ປ້ອງ​ກັນອະທິປະໄຕ​ເຂດ​ຊາຍແດນຂອງລັດຖະບານ.

ຄວາມພະຍາຍາມຂອງອົງປະກອບທາງທະຫານຮ້ອງວ່າ ການປະຕິບັດງານຂັ້ນເດັດຂາດ.

ການເພີ້ມການປະຕິບັດໜ້າທີ່ຂອງກໍາປັ່ນລາດຕະເວນ ແລະເຮືອບິນສອດແນມ ມີຂຶ້ນໃນລະຫວ່າງທີ່ລັດຖະບານເປັນກາງອຽງຊ້າຍ ໄດ້ອອກວີ​ຊາ​ຊົ່ວ​ຄາວ​ໃຫ້ອົບພະຍົບປະມານ 19,000 ຄົນສາມາດອາໄສຢູ່ຖາວອນໄດ້ພາຍໃຕ້ກົດໝາຍໃໝ່.ເພື່ອໃຫ້ມີຄຸນວຸດທິພຽງພໍ, ຜູ້ອົບພະຍົບ ຈະຕ້ອງເດີນ​ທາງ​ໄປ​ຮອດອອສເຕຣເລຍ ໃນມື້ກ່ອນເລີ້ມຕົ້ນ ການປະຕິບັດງານ​ປ້ອງ​ກັນອະທິປະໄຕເຂດຊາຍແດນ.

ຫົວໜ້າ​ກະ​ຊວງ​ປ້ອງ​ກັນ​ປະ​ເທດໄດ້ໃຫ້ການຢືນຢັນວ່າ ກອງທັບກໍາລັງສະເໜີໃນສິ່ງທີ່ຮ້ອງວ່າ “ການສະໜັບສະໜຸນ​ເພີ້ມ​ຂຶ້ນ” ​ໃນຄວາມພະຍາຍາມ ສໍາລັບການຂັດຂວາງເຮືອຕ່າງໆ ທີ່ຈະ​ແລ່ນເຂົ້າມາໃນນ່ານນໍ້າຂອງດິນແດນທາງພາກເໜືອປະເທດອອສເຕຣເລຍ.

ສະມາຊິກສະພາຝ່າຍຄ້ານກ່າວວ່າ ການປ່ຽນ​ນະ​ໂຍ​ບາຍວີຊາໃໝ່ ​ຍິ່ງຈະເປັນການຊຸກ​ຍູ້ໃຫ້ຜູ້ລີ້ໄພ ພະຍາຍາມເຂົ້າມາອອສເຕຣເລຍໂດຍທາງທະເລ ແລະຍິ່ງຈະ “ເພີ້ມໂອກາດເຮັດໃຫ້ມີພວກລັກລອບຂົນຄົນເຂົ້າເມືຶອງຫຼາຍຂຶ້ນ.”

ສະມາຊິກສະພາຫົວອະນຸລັກນິຍົມ ທ່ານເດວິດ ແວນ ໄດ້​ຖາມເຈົ້າໜ້າທີ່ລະດັບສູງຂອງກອງທັບເຮືອ ກ່ຽວກັບການປະຕິບັດງານໃໝ່ຂອງກອງທັບເຮືອລາດຊະອານາຈັກອອສເຕຣເລຍ ຫຼື RAN ຢູ່ໃນການສອບສວນຂອງລັດຖະສະພາ ໃນນະຄອນຫຼວງແຄນເບີຣາ ເມື່ອວັນພຸດທີ່ຜ່ານມາ.

ທ່ານເດວິດ ແວນ ກ່າວວ່າ:

RAN ໄດ້ອອກຄໍາສັ່ງເຖິງແຫຼ່ງຊັບພະຍາກອນໂດຍກົງ ຈາກການດໍາເນີນງານຢູ່ໃນພູມິພາກ ເພື່ອສະໜອງການປະຕິບັດງານທີ່ເດັດຂາດ ລຸນຫຼັງທີ່ລັດຖະບານໄດ້ມີການປ່ຽນແປງກ່ຽວກັບວີຊາແລ້ວບໍ?”

ໃນການຕອບຄໍາຖາມຂ້າງເທິງນັ້ນ, ພົນເຮືອໂທ ເດວິດ ຈອນສັນ ກ່າວວ່າ ກອງກໍາລັງປ້ອງກັນປະເທດຂອງອອສເຕຣເລຍ ຫຼື ADF ກໍາລັງຈັດສົ່ງແຫຼ່ງຊັບພະຍາກອນເພີ້ມເຕີມ, ເຊິ່ງ ທ່ານເດວິດ ຈອນສັນ ກ່າວວ່າ:

“ໂດຍລວມແລ້ວ, ກອງກໍາລັງປ້ອງ​ກັນ​ປະ​ເທດ, ແລະສະມາຊິກສະພາສູງ ກໍາລັງເພີ້ມໃນສິ່ງທີ່ຈໍາເປັນ ເພື່ອສະໜັບສະໜຸນຕໍ່ການປະຕິບັດງານ​ປ້ອງ​ກັນອະທິ ປະໄຕເຂດຊາຍແດນ. ນັ້ນມີຢູ່ສໍາລັບລັດຖະບານ ເພື່ອຈ້າງ​ພະ​ນັກ​ງານ ADF ໃນທິດທາງຂອງພວກເຂົາເຈົ້າ ແລະໃນປັດຈຸບັນນີ້ ພວກເຮົາກໍກໍາລັງ​ສະ​ໜອງການສະໜັບສະໜຸນເພີ້ມ​ຂຶ້ນຢູ່.”

ການປະຕິບັດງານກ່ຽວກັບ​ປົກ​ປ້ອງອະທິປະໄຕ​ເຂດຊາຍແດນ ໄຕ້ຖືກຕ້ອງຕິໂດຍກຸ່ມສົ່ງເສີມສິດທິມະນຸດ. ແຕ່ໃນວີດີໂອອັນໃໝ່ ທີ່ໄດ້​ນຳ​ອອກ​ເຜີຍ​ແຜ່ໃນ ສື່ສັງຄົມອອນລາຍນັ້ນ ພົນເຮືອຕີ ຈັສຕິນ ຈອນ ກ່າວວ່າ ມາດຕະການປ້ອງກັນຊາຍແດນທີ່ເຂັ້ມງວດ ຈະຍັງຄົງດໍາເນີນຕໍ່ໄປ, ເຊິ່ງທ່ານໄດ້ກ່າວວ່າ:

“ແມ່ນໃຜກໍຕາມທີ່ພະຍາຍາມເຂົ້າມາປະເທດອອສເຕຣເລຍໂດຍທາງເຮືອ ແບບບໍ່ຖືກກົດໝາຍ ຈະຕ້ອງກັບຄືນໄປປະເທດ ທີ່ພວກເຂົາເຈົ້າເດີນທາງອອກມາ, ກັບຄືນໄປປະເທດບ້ານເກີດຂອງພວກເຂົາເຈົ້າ ຫຼື ຖືກໂອນໄປໃນດິນແດນທີ່ເປັນປະເທດດໍາເນີນການ. ຖ້າເຈົ້າພະຍາຍາມເດີນທາງເຂົ້າມາທາງທະເລແບບບໍ່ຖືກກົດໝາຍ ເຈົ້າຈະບໍ່ໄດ້ຕັ້ງຖິ່ນຖານຢູ່ໃນອອສເຕຣເລຍ. ໂອກາດຂອງຄວາມສໍາເລັດພວກເຈົ້າ ຈະເຫຼືອພຽງສູນເທົ່ານັ້ນ.”

ລັດຖະມົນຕີເພື່ອການພັດທະນາລະຫວ່າງປະເທດ ແລະຂົງເຂດປາຊີຟິກ ທ່ານແພັດ ຄອນຣອຍ ບອກກັບສະຖານີໂທລະພາບຂອງອອສເຕຣເລຍ ໃນວັນພະ ຫັດວານນີ້ວ່າ ລັດຖະບານ ຈະຍັງຄົງປິດຮັບເຮືອຂອງຜູ້ອົບພະຍົບຕໍ່ໄປ, ເຊິ່ງ ທ່ານແພັດ ຄອນຣອຍ ກ່າວວ່າ:

“ນະໂຍບາຍຂອງພວກເຮົາ ຍັງຄົງຄືກັນ ກັບນະໂຍບາຍຂອງລັດຖະບານຊຸດກ່ອນ ເມື່ອມັນມີການດໍາເນີນງານກ່ຽວກັບຈຸດນີ້. ເຮືອທຸກໆລໍາຈະຕ້ອງໄດ້ຕ່າວຄືນໄປ ຫຼື ກັບຄືນໄປ. ມັນບໍ່ມີໂອກາດສໍາລັບໃຜກໍຕາມທີ່ກໍາລັງເດີນທາງມາປະເທດນີ້, ທີ່ຈະໄດ້ຕັ້ງຖິ່ນຖານໃໝ່ຢູ່ໃນປະເທດນີ້ ຖ້າພວກເຂົາເຈົ້າບໍ່ມີວີຊາທີ່ຖືກຕ້ອງຕາມກົດໝາຍ ໃນເວລາເດີນທາງເຂົ້າປະເທດແຫ່ງນີ້.”

ອອສເຕຣເລຍ ໄດ້ຈ່າຍເງິນໃຫ້ແກ່ສອງປະເທດ ໃນຂົງເຂດມະຫາສະໝຸດປາຊີຟິກ ເພື່ອກັກໂຕຜູ້ຂໍລີ້ໄພ ແລະບັນດາຜູ້ອົບພະຍົບ ທີ່ພະຍາຍາມເຂົ້າມາປະ ເທດອອສເຕຣເລຍໂດຍທາງເຮືອ.

ຂໍ້ຕົກລົງກັບປະເທດປາປົວນິວກີເນຍ ສິ້ນສຸດລົງໃນປີ 2021, ແຕ່ຜູ້ອົບພະຍົບທັງໝົດ 60 ຄົນ ຍັງຄົງຖືກໂຕ ຢູ່ເທິງເກາະນ້ອຍໆຂອງປະເທດ ນາອູຣູ ຢູ່.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG