ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອອສເຕຣເລຍ ເອົາບາດກ້າວ ຕໍ່ທະຫານ ມຽນມາເພື່ອຕອບໂຕ້ ຕໍ່ການກໍ່ຄວາມຮຸນແຮງ ທີ່ເພີ່ມຂຶ້ນ


ຂະບວນນລົດຂອງທະຫານມຽນມາອອກາມາສະແດງໃຫ້ປວງຊົນຊົມເພື່ອສະເຫລີມສະຫລອງວັນຄົບຮອບ 72 ປີແຫ່ງການສ້າງຕັ້ງ ວັນກອງທັບ ໃນນະຄອນຫລວງເນປີດໍຂອງມຽນມາ, ວັນທີ 27 ມີນາ, 2017
ຂະບວນນລົດຂອງທະຫານມຽນມາອອກາມາສະແດງໃຫ້ປວງຊົນຊົມເພື່ອສະເຫລີມສະຫລອງວັນຄົບຮອບ 72 ປີແຫ່ງການສ້າງຕັ້ງ ວັນກອງທັບ ໃນນະຄອນຫລວງເນປີດໍຂອງມຽນມາ, ວັນທີ 27 ມີນາ, 2017

ອອສເຕຣເລຍໄດ້ເອົາບາດກ້າວຕໍ່ກຳລັງທະຫານຂອງມຽນມາໃນການຕອບໂຕ້ຕໍ່ການກໍ່ຄວາມຮຸນແຮງທີ່ເພີ່ມຂຶ້ນໃນປະເທດດັ່ງກ່າວ ຫລັງຈາກມີການໂຄ່ນລົ້ມ ລັດຖະບານທີ່ຖືກເລືອກຕັ້ງ ເປັນຕົ້ນມາ. Phil Mercer ມີລາຍງານຈາກນະຄອນຊິດນີ, ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ອອສເຕຣເລຍກ່າວວ່າ ຕົນມີຄວາມວິຕົກກັງວົນຢ່າງຍິ່ງ ຕໍ່ການປາບປາມການປະທ້ວງໃນມຽນມາ ນັບຕັ້ງແຕ່ຜູ້ນຳທີ່ໄດ້ຮັບການເລືອກຕັ້ງແບບປະຊາທິປະໄຕຂອງປະເທດ, ທ່ານນາງອອງຊານ ຊູ ຈີ ຖືກທະຫານປົດລົງຈາກຕໍາແໜ່ງ ໃນຕົ້ນເດືອນກຸມພາທີ່ຜ່ານມາ. ປະເທດດັ່ງກ່າວໄດ້ຮຽກຮ້ອງໃຫ້ກຳລັງຮັກສາຄວາມສະຫງົບຂອງມຽນມາ “ໃຊ້ຄວາມອົດກັ້ນ ແລະຫລີກລ້ຽງການໃຊ້ຄວາມຮຸນແຮງຕໍ່ພົນລະເຮືອນ.”

ການເດີນຂະບວນຂະໜາດໃຫຍ່ຂອງມະຫາຊົນ ໄດ້ຈັດຂຶ້ນໃນທົ່ວປະເທດທີ່ຕັ້ງ ຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ແຫ່ງນັ້ນ. ອົງການສະຫະປະຊາຊາດກ່າວວ່າ ມາຮອດປັດຈຸບັນນີ້ ມີຫຼາຍກວ່າ 50 ຄົນແລ້ວ ທີ່ຖືກຂ້າຕາຍ.

ເພື່ອເປັນການຕອບໂຕ້, ອອສເຕຣເລຍ ໄດ້ຕັດໂຄງການຊ່ວຍເຫລືອດ້ານປ້ອງກັນປະເທດ ໃນມຽນມາ ແລະໄດ້ກ່າວວ່າ ການຊ່ວຍເຫຼືອດ້ານມະນຸດສະທຳຈະນຳເອົາໄປໃຫ້ແກ່ປະຊາຊົນ.

ລັດຖະມົນຕີຕ່າງປະເທດ, ທ່ານນາງ ມາຣີສ ເພນ (Marise Payne) ກ່າວ ວ່າ:
“ພວກເຮົາໄດ້ເບິ່ງລັກສະນະຂອງໂຄງການຮ່ວມມື ດ້ານປ້ອງກັນຊາດສອງຝ່າຍທີ່ຈຳກັດ ທີ່ພວກເຮົາມີ ແລະອັນນັ້ນໄດ້ຖືກໂຈະໄວ້ແລ້ວ. ພວກເຮົາຍັງໄດ້ພິຈາ ລະນາເບິ່ງໂຄງການພັດທະນາ ແລະການສະໜັບສະໜູນດ້ານການພັດທະນາ ທີ່ພວກເຮົາໄດ້ສະໜອງໃຫ້ ແລະໄດ້ຫັນທິດອັນນັ້ນ ໂດຍສຸມໃສ່ຄວາມຕ້ອງການອັນຮີບດ່ວນຂອງບາງປະເທດ ທີ່ມີຄວາມສ່ຽງສູງ ແລະທຸກຍາກທີ່ສຸດໃນມຽນມາເຊິ່ງເປັນນຶ່ງໃນບັນດາປະເທດທີ່ທຸກຍາກທີ່ສຸດໃນກຸ່ມອາຊຽນ ຫລື ສະມາຄົມປະ ເທດເອເຊຍຕາເວັນອອກສຽງໃຕ້.”

ທ່ານນາງເພນ (Payne) ກ່າວອີກວ່າ ການຕັດສິນໃຈດັ່ງກ່າວໄດ້ມີຂຶ້ນ ຫຼັງຈາກ “ໄດ້ປຶກສາຫາລືກັນຢ່າງກວ້າງຂວາງ ກັບຄູ່ຮ່ວມມືສາກົນຂອງພວກເຮົາ, ໂດຍສະເພາະແມ່ນບັນດາປະເທດເພື່ອນບ້ານອາຊຽນຂອງພວກເຮົາ, ຍີ່ປຸ່ນ ແລະອິນເດຍ."

ແຄນເບີຣາ ຍັງມີຄວາມເປັນຫ່ວງ ຕໍ່ຄວາມປອດໄພຂອງທ່ານ ສອນ ເທີແນລ (Sean Turnell), ນັກວິຊາການອອສເຕຣເລຍອີກ ທີ່ໄດ້ເປັນຜູ້ຊ່ວຍທາງເສດ ຖະກິດທີ່ສຳຄັນແກ່ທ່ານນາງອອງຊານ ຊູ ຈີ, ຜູ້ນຳທີ່ແທ້ຈິງຂອງມຽນມາ.

ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງໄດ້ຮັບໄຊຊະນະຢ່າງ ຖ້ວມລົ້ນ ໃນການເລືອກຕັ້ງເມື່ອເດືອນພະຈິກຜ່ານມາ ໂດຍໄດ້ຮັບຄະແນນສຽງຫຼາຍກວ່າ 80 ເປີເຊັນ.

ທະຫານໄດ້ກັກຂັງທ່ານນາງອອງຊານ ຊູ ຈີ ແລະທ່ານ ເທແນລ (Turnell) ເປັນເວລາຫຼາຍກວ່ານຶ່ງເດືອນແລ້ວ ພ້ອມກັບຄົນອື່ນໆ.

ມຽນມາ, ເຊິ່ງເອີ້ນກັນອີກຊື່ນຶ່ງວ່າພະມານັ້ນ ໄດ້ຮັບເອກະລາດຈາກອັງກິດໃນປີ 1948. ມັນຖືກຄວບຄຸມໂດຍລັດຖະບານທະຫານ ທີ່ກົດທໍາການກົດຂີ່ ນັບແຕ່ປີ 1962 ເຖິງປີ 2011.

ລັດຖະບານທີ່ນຳພາໂດຍທ່ານນາງຊູຈີ ໄດ້ຂຶ້ນກໍາອຳນາດຢ່າງມີປະສິດທິຜົນ ຫຼັງຈາກການເລືອກຕັ້ງໃນປີ 2015 ຜ່ານມານັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸມນີ້

Australia has acted against Myanmar's military in response to the country's escalating violence following the toppling of the elected government.

Australia says it is gravely concerned about the repression of protests in Myanmar since the democratically elected leader Aung San Suu Kyi was ousted by the military in early February. It has urged Myanmar security forces “to exercise restraint and refrain from violence against civilians.”

Mass demonstrations have been held across the Southeast Asian country. The United Nations has said more than 50 people have been killed, so far.

In response, Australia has cut defense programs in Myanmar and has said humanitarian aid would be directed to the people.

“We have looked at the nature of the limited bilateral defense cooperation program we have had and that has been suspended," said Foreign Affairs Minister Marise Payne. "We have also looked at the development program and development support that we have provided and redirected that with an absolute focus on the immediate needs of some of the most vulnerable and poor in Myanmar, which is one of the poorest countries in ASEAN [Association of Southeast Asian Nations].”

Payne said the decision was made after “extensive consultations with our international partners, particularly our ASEAN neighbors, Japan and India.”

Canberra is also concerned for the safety of Sean Turnell, an Australian academic who has been a key economic aide to Myanmar’s de facto leader, Aung San Suu Kyi.

Her National League for Democracy party won a landslide victory in an election last November with more than 80% of the vote.

The military has detained Suu Kyi and Turnell for more than a month along with others.

Myanmar, also known as Burma, became independent from Britain in 1948. It was controlled by a repressive military government from 1962 to 2011.

A government effectively led by Suu Kyi came to power after elections in 2015.

XS
SM
MD
LG