ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອອສເຕຣເລຍ ເຊັນຂໍ້ຕົກລົງການຄ້າກັບ ອິນເດຍ


ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ສກັອດ ມໍຣິສສັນ ຢ້ຽມຢາມສະຖານທີ່ສ້າງສະໜາມບິນແຫ່ງໃໝ່ ໃນນະຄອນ ຊິດນີ. 28 ມີນາ, 2022.
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ສກັອດ ມໍຣິສສັນ ຢ້ຽມຢາມສະຖານທີ່ສ້າງສະໜາມບິນແຫ່ງໃໝ່ ໃນນະຄອນ ຊິດນີ. 28 ມີນາ, 2022.

ຂໍ້ຕົກລົງຄັ້ງປະຫວັດສາດ ລະຫວ່າງ ອິນເດຍ ກັບ ອອສເຕຣເລຍ ໄດ້ເຮັດໃຫ້ຜູ້ນຳທຸລະກິດຫຼາຍຄົນດີໃຈ, ແຕ່ອຸດສາຫະກຳຕ່າງໆ ທີ່ບໍ່ໄດ້ຖືກລວມຢູ່ໃນຂໍ້ຕົກລົງນັ້ນ ແມ່ນກຳລັງຮຽກຮ້ອງໃຫ້ລັດຖະບານ ແຄນເບີຣາ ສືບຕໍ່ການເຈ ລະຈາ. ຂໍ້ຕົກລົງຊົ່ວຄາວດັ່ງກ່າວ ທີ່ຖືກປະກາດໃນວັນເສົາທີ່ຜ່ານ ໄດ້ມີຂຶ້ນຫຼັງຈາກການເຈລະຈາດົນກວ່ານຶ່ງທົດສະວັດ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ ປະເທດ ອອສເຕຣເລຍ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ບັນດານັກວິເຄາະ ໄດ້ກ່າວວ່າ ອອສເຕຣເລຍ ແມ່ນກະຕືລືລົ້ນ ທີ່ຈະຫຼຸດຜ່ອນການເພິ່ງພາອາໄສ ຈີນ, ເຊິ່ງແມ່ນຄູ່ຮ່ວມການຄ້າ ທີ່ໃຫຍ່ທີ່ສຸດຂອງເຂົາເຈົ້າ ຫຼັງຈາກຄວາມເຄັ່ງຕຶງດ້ານການທູດເມື່ອສອງສາມປີທີ່ຜ່ານມາໄດ້ກໍ່ໃຫ້ ປັກກິ່ງ ວາງມາດຕະການລົງໂທດ ຕໍ່ສິນຄ້າ ອອສເຕຣເລຍ ຈຳນວນນຶ່ງ.

ຖ່ານຫີນ, ເຫຼົ້າໄວນ໌ ແລະ ສິນຄ້າອື່ນໆແມ່ນໄດ້ຖືກກະທົບໂດຍຂໍ້ຫ້າມຫຼາຍຢ່າງທີ່ຖືກນຳສະເໜີໂດຍພວກເຈົ້າ ໜ້າທີ່ ຈີນ. ຄວາມຂັດແຍ້ງນີ້, ເຊິ່ງສ່ວນນຶ່ງ, ໄດ້ເກີດມາຈາກການຮຽກຮ້ອງຂອງ ອອສເຕຣເລຍ ສຳລັບການສືບ ສວນອິດສະຫຼະ ກ່ຽວກັບ ຕົ້ນກຳເນີດຂອງ COVID-19. ປັກກິ່ງ ໄດ້ຕີຄວາມໝາຍ ການຮຽກ ຮ້ອງນີ້​ເປັນການຕຳໜິຕິຕຽນ ກ່ຽວກັບ ການຮັບມືກັບໄວຣັສທີ່ຖືກກວດພົບທຳອິດໃນເມືອງ ວູຫານ, ປະເທດ ຈີນ.

ຂໍ້ຕົກລົງກັບ ອິນເດຍ ແມ່ນຄວາມພະຍາຍາມ ໂດຍ ອອສເຕຣເລຍ ທີ່ຈະສ້າງ ສາຍພົວພັນດ້ານການຄ້າຂອງເຂົາເຈົ້າໃຫ້ຫຼາກຫຼາຍ.

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ສກັອດ ມໍຣິສສັນ ໄດ້ກ່າວວ່າລັດຖະ ບານຂອງທ່ານ ບໍ່ໄດ້ທໍລະຍົດຕໍ່ ຢູເຄຣນ ດ້ວຍການເຊັນຂໍ້ຕົກລົງການຄ້າ ກັບ ອິນເດຍ, ເຊິ່ງໄດ້ປະຕິເສດທີ່ຈະກ່າວປະນາມ ການບຸກລຸກຂອງ ຣັດເຊຍ.

ທ່ານ ມໍຣິສສັນ ໄດ້ກ່າວວ່າລັດຖະບານຂອງທ່ານໄດ້ປຶກສາຫາລື ກ່ຽວກັບ ສົງ ຄາມ ຢູເຄຣນ ກັບ ອິນເດຍ, ໂດຍກ່າວຕື່ມວ່າ ທ່ານບໍ່ໄດ້ຄິດວ່າ “ຈະມີໃຜສົງ ໄສຄຳໝັ້ນສັນຍາຂອງ ອອສເຕຣເລຍ ທີ່ຈະສະໜັບສະໜູນປະຊາຊົນແຫ່ງ ຢູ ເຄຣນ” ຫຼັງຈາກລັດຖະບານ ແຄນເບີຣາ ໄດ້ວາງມາດຕະການລົງໂທດ ຫຼາຍຢ່າງ ແລະ ໄດ້ຕົກລົງທີ່ຈະໜອງລູກສອນໄຟໃຫ້.

ຂໍ້ຕົກລົງການຄ້າດັ່ງກ່າວ ຈະຍົກ​ເລີກພາສີຫຼາຍກວ່າ 85 ເປີເຊັນ ຂອງສິນຄ້າສົ່ງອອກ ອອສເຕຣເລຍ ໄປຍັງ ອິນເດຍ, ລວມມີ ຖ່ານຫີນ, ຂົນສັດ ແລະ ທອງແດງ. ມັນຈະຄວບຄຸມຫຼາຍກວ່າ 95 ເປີເຊັນຂອງສິນຄ້າ ອິນເດຍ ທີ່ຖືກນຳເຂົ້າໂດຍ ອອສເຕຣເລຍ, ເຊັ່ນແຜ່ນແພ, ໜັງ ແລະ ເຄື່ອງປະດັບ.

ນາຍົກລັດຖະມົນຕີ ທ່ານ ສກັອດ ມໍຣິສສັນ ໄດ້ກ່າວໃນວັນເສົາທີ່ຜ່ານມາວ່າ ຂໍ້ຕົກລົງດັ່ງກ່າວ ຈະຂະຫຍາຍຄວາມຈະເລີນຮັ່ງມີຂອງ ອອສເຕຣເລຍ.

ທ່ານ ມໍຣິສສັນ ກ່າວວ່າ “ພວກເຮົາເປີດນຶ່ງໃນປະຕູເສດຖະກິດທີ່ໃຫຍ່ທີ່ສຸດຢູ່ ທີ່ນັ້ນ ກໍແມ່ນເພື່ອເປີດໃນໂລກມື້ນີ້. ພວກເຮົາໄດ້ເຮັດວຽກ ກ່ຽວກັບ ສິ່ງນີ້ມາຫຼາຍປີແລ້ວ. ໂດຍສະເພາະໃນສາມປີເຄິ່ງທີ່ຜ່ານມາ. ພວກເຮົາໄດ້ເປີດນຶ່ງໃນປະຕູເສດຖະກິດ ທີ່ໃຫຍ່ທີ່ສຸດໃນໂລກໃນ ອິນເດຍ.”

ແນວໃດກໍ່ຕາມ, ອຸດສາຫະກຳດ້ານກະສິກຳ ບາງຂະແໜງລວມມີ ຟາມນົມ, ໝາກຖົ່ວຂຽວ ແລະ ຊີ້ນງົວ ແມ່ນບໍ່ໄດ້ຖືກລວມຢູ່ໃນຂໍ້ຕົກລົງຊົ່ວຄາວນັ້ນ.

ທ່ານ ຣິກ ກລາດິກາວ, ປະທານຂອງສະພາອຸດສາຫະກຳນົມ ອອສເຕຣເລຍ ຫວັງວ່າຂໍ້ຕົກລົງການຄ້າເສລີຮອບດ້ານຈະຊ່ວຍເຫຼືອບັນດາເຈົ້າຂອງຟາມນົມ ໃນທ້ອງຖິ່ນ.

ທ່ານ ກລາດິກາວ ເວົ້າວ່າ “ບາງຢ່າງມັນຈະດີກວ່າການບໍ່ມີຫຍັງເຊື່ອມຕໍ່. ເຈົ້າບໍ່ຢາກຖືກປະຖິ້ມ ຈາກຂໍ້ຕົກລົງການຄ້າເສລີຢ່າງສິ້ນເຊີງ. ຍ້ອນແນວນັ້ນພວກເຮົາຈຶ່ງເຮັດເພື່ອມັນ,​ ສະນັ້ນມັນຈຶ່ງມີຜົນປະໂຫຍດຕໍ່ທັງສອງທາງ. ຂ້າພະເຈົ້າບໍ່ຢາກເຫັນຟາມນົມນັ້ນບໍ່ໄດ້ຫຍັງ.”

ທັງສອງປະເທດຈະສືບຕໍ່ເຮັດວຽກເພື່ອຂໍ້ຕົກລົງການຄາເສລີຢ່າງຄົບຖ້ວນ.

ອິນເດຍ ແມ່ນຄູ່ຮ່ວມການຄ້າທີ່ໃຫຍ່ທີ່ສຸດເປັນອັນດັບ 7 ຂອງ ອອສເຕຣເລຍ. ການຄ້າສອງທາງໃນສິນຄ້າ ແລະ ການບໍລິການມີມູນຄ່າ 18.3 ຕື້ໂດລາໃນປີ 2020.

ອ່ານລາຍງານນີ້ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG