ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວອອສເຕຣເລຍມີ​ກຳ​ນົດຈະໄປ ປ່ອນບັດຢູ່ໃນ​ການເລືອກຕັ້ງ ທີ່​ມີ​ຄະ​ແນນ​ສູ​ສີ​ກັນ​ ໃນ​ວັນ​ເສົານີ້


ຜູ້​ປ່ອນ​ບັດພາກ​ັນໄປຫາຫ້ອງ​ທີ່​ຈັດໄວ້​ກ່ອນ​ການປ່ອນບັດ​ເລືອກ​ຕັ້ງໃນນະ​ຄອນ Sydney, ອອສເຕຣເລຍ, ວັນ​ທີ 20 ພຶດ​ສະ​ພາ, 2022.
ຜູ້​ປ່ອນ​ບັດພາກ​ັນໄປຫາຫ້ອງ​ທີ່​ຈັດໄວ້​ກ່ອນ​ການປ່ອນບັດ​ເລືອກ​ຕັ້ງໃນນະ​ຄອນ Sydney, ອອສເຕຣເລຍ, ວັນ​ທີ 20 ພຶດ​ສະ​ພາ, 2022.

ຊາວອອສເຕຣເລຍຈະໄປປ່ອນບັດ​ເລືອກ​ຕັ້ງໃນວັນເສົາມື້ອື່ນ ຫຼັງຈາກມີການໂຄສະນາຫາສຽງເປັນເວລາ 6 ອາທິດ ທີ່ໄດ້ສຸມໃສ່ໄພເງິນເຟີ້ ທີ່​ໄດ້​ຮັບ​ການ​ກະ​ຕຸ້ນ​ຈາກການລະບາດ​ຢ່າງ​ໜັກຂອງພະ​ຍາດ, ການປ່ຽນແປງຂອງດິນຟ້າອາກາດ ແລະຄວາມຢ້ານກົວວ່າ ​ຖານ​ທັບຂອງຈີນ ຈະຖືກສ້າງຕັ້ງຂຶ້ນ ຢູ່ບໍ່ເກີນ 2,000 ກິໂລແມັດ ນອກຝັ່ງທະ​ເລຂອງອອສເຕຣເລຍ, ອີງ​ຕາມ​ອົງ​ການ​ຂ່າວ (AP).

ລັດ​ຖະ​ບານ​ປະ​ສົມ ຫົວອະນຸລັກນິຍົມ ຂອງນາຍົກລັດຖະມົນຕີສກອດ ມໍ​ຣິ​ສັນ (Scott Morrison) ກໍາລັງຫາທາງດຳ​ລົງ​ຕຳ​ແໜ່ງ​ທີ່​ມີອາຍຸການສາມປີນັ້ນ ຄືນ​ອີກເປັນ​ສະ​ໄໝທີສີ່ ທີ່ຫາ​ຍາກ.

​ທ່ານໄດ້ເລີ້ມໂຄສະນາຫາສຽງໃນເດືອນເມສາຜ່ານ​ມາໂດຍການຮຽກຮ້ອງໃຫ້ຜູ້ລົງຄະແນນສຽງ ຍຶດຫມັ້ນກັບລັດຖະບານທີ່ເຮັດ​ໃຫ້ຈໍານວນຜູ້ເສຍຊີວິດຈາກ ການລະບາດຂອງ​ພະ​ຍາດຢູ່​ໃນ​ລະ​ດັບຕ່ໍາສຸດສຳ​ລັບ​ປະ​ເທດ​ທີ່​ມີເສດຖະກິດຮັ່ງ​ມີ ແທນທີ່ຈະໄປສ່ຽງເລືອກ​ເອົາພັກແຮງງານທີ່​ນິ​ຍົມ​ສາຍກາງອຽງຊ້າຍນັ້ນ.

ການເລືອກຕັ້ງໃນ​ຕອນຕົ້ນ ຢູ່​ໃນທ້າຍປີກາຍນີ້ ແມ່ນໄດ້ມີການຄາດຄະ​ເນ​ກັນ ຢ່າງກວ້າງຂວາງວ່າ ​ທ່ານ​ມໍ​ຣິ​ສັນ ຄາດຫວັງວ່າ ຈະໄດ້ເກັບກ່ຽວເອົາທຶນທາງດ້ານການເມືອງ ທີ່ເກີດ​ມາຈາກຄວາມສໍາເລັດຂອງລັດຖະ ບານທ່ານໃນການ ສະກັດກັ້ນການແຜ່ລະບາດຂອງ COVID-19 ໃນປີທໍາອິດ​ຫລັງ​ການລະບາດຢ່າງ​ໜັກຂອງ​ພະ​ຍ​າດໄດ້​ເລີ້ມ​ຂຶ້ນນັ້ນ.

ແຕ່ຊື່ຫຼິ້ນຂອງທ່ານ “ສ​ໂກ​ໂມ” ("ScoMo") ໄດ້ຖືກປ່ຽນໂດຍພວກ​ຕຳ​ໜິ​ວິ​ຈານ​ທ່ານ​ມາເປັນ “ສ​ໂລ​ໂມ” ("SloMo") ເມື່ອ 1 ປີກ່ອນ ໃນເວລາທີ່ການເລີ້ມ​ຕົ້ນ​ສັກຢາວັກຊີນຂອງອອ​ສ​ເຕ​ຣ​ເລຍຊັກ​ຊ້າກ່ອນ​ກຳ​ນົດ​ເປັນ​ເວ​ລາຫຼາຍເດືອນ.

ທ່ານ Scott Morrison (ຂວາ), ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ແລະ​ທ່ານ Anthony Albanese, ຜູ້​ນຳ​ຝ່າຍ​ຄ້ານ ຈັບ​ມື​ກັນກ່ອນ​ຈະ​ມີ​ການ​ໂຕວາ​ທີ​ຂອງ​ພວກ​ຜູ້​ນຳໃນ​ນະ​ຄອນ Sydney, ວັນ​ທີ 11 ພຶດ​ສະ​ພາ, 2022.
ທ່ານ Scott Morrison (ຂວາ), ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ແລະ​ທ່ານ Anthony Albanese, ຜູ້​ນຳ​ຝ່າຍ​ຄ້ານ ຈັບ​ມື​ກັນກ່ອນ​ຈະ​ມີ​ການ​ໂຕວາ​ທີ​ຂອງ​ພວກ​ຜູ້​ນຳໃນ​ນະ​ຄອນ Sydney, ວັນ​ທີ 11 ພຶດ​ສະ​ພາ, 2022.

ອອສເຕຣເລຍ​ໄດ້​ບັນ​ທຶກ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຈາກ​ພະ​ຍາດ​ໂຄວິດ-19 ໃນ​ປີ​ນີ້​ຫຼາຍກວ່າ​ສອງ​ເທົ່າ​ຕົວ ​ຂອງ​ຈຳ​ນວນ​ຢູ່ໃນ​ໄລ​ຍະ 2 ປີ​ທຳ​ອິດ​ຂອງ​ການລະ​ບາດ ນັ້ນ. ປະມານ 8,000 ຄົນໄດ້ເສຍຊີວິດຍ້ອນ COVID-19 ໃນຈໍານວນປະຊາ ກອນຂອງອອ​ສ​ເຕ​ຣ​ເລຍ 26 ລ້ານຄົນ. ມີພຽງແຕ່ 2,239 ຄົນເທົ່າ​ນັ້ນ ທີ່ເສຍ ຊີວິດໃນປີ 2020 ແລະ 2021. ສາຍ​ພັນ​ຕ່າງໆ ຂອງເຊື້ອໄວຣັສທີ່ສາ​ມາດແຜ່​ເຊື້ອໄປ​ຕິດ​ຄົນຫຼາຍຂຶ້ນໄດ້ເຮັດໃຫ້ສະຖິຕິຜົນ​ງານ​ດ້ານການຄວບ​ຄຸມ​ການລະບາດຂອງ​ພະ​ຍາດຂອງລັດຖະບານເສຍຫາຍ.

ລັດຖະບານໄດ້ປ່ຽນກົດລະບຽບການລົງຄະແນນສຽງໃນວັນສຸກມື້ນີ້ ເພື່ອໃຫ້ປະຊາຊົນຫຼາຍພັນຄົນທີ່ຕິດເຊື້ອ COVID-19 ເມື່ອບໍ່ດົນມານີ້ ສາມາດລົງຄະ ແນນສຽງທາງໂທລະສັບໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG