ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຄນເບີຣາ ຕ້ອງ​ຕິ ການຕັດສິນໂທດປະຫານ ຕໍ່ນັກຂຽນຂ່າວຊາວອອສເຕຣເລຍ ເຊື້ອສາຍຈີນ ໃນປັກກິ່ງ


ເຈົ້າໜ້າທີ່ເຮັດໜ້າທີ່ເປັນຕໍາຫຼວດ ຢືນຢູ່ດ້ານນອກສະຖານທູດຶຶສເຕຣເລຍໃນນະຄອນປັກກິ່ງ, ວັນທີ 5 ກຸມພາ 2024.
ເຈົ້າໜ້າທີ່ເຮັດໜ້າທີ່ເປັນຕໍາຫຼວດ ຢືນຢູ່ດ້ານນອກສະຖານທູດຶຶສເຕຣເລຍໃນນະຄອນປັກກິ່ງ, ວັນທີ 5 ກຸມພາ 2024.

ທ່ານຢາງ ເຮັງຈຸນ (Yang Hengjun) ນັກຂຽນຊາວອອສເຕຣເລຍ ໄດ້ຖືກຕັດສິນລໍ​ຖ້າ​ຮັບ​ໂທດປະຫານຊີວິດໂດຍສານຂອງຈີນ. ທ່ານ​ໄດ້​ຖືກ​ຈັບແລະ​ຖືກ​ກ່າວ​ຫາ​ວ່າດໍາເນີນການ​ສອດ​ແນມ​ເມື່ອ 5 ປີ​ກ່ອນ. ມາຮອດປັດຈຸບັນຍັງ​ບໍ່​ທັນ​ມີການສະແດງຄວາມເຫັນ​ຢ່າງ​ເປັນ​ທາງ​ການ ຈາກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່ຽວ​ກັບ​ການ​ຕັດສິນ​ດັ່ງກ່າວນີ້. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອອສເຕຣເລຍ ທ່ານນາງເພັນນີ ວອງ ກ່າວ​ວ່າ ການ​ຕັດ​ສິນຂອງ​ສານ​ຈີນ ​ແມ່ນ "ເປັນ​ທີ່​ໜ້າ​ກັງ​ວົນ​ໃຈ" ແລະ "ເປັນຕາຢ້ານຫຼາຍ." ທ່ານ​ນາງ​ກ່າວ​ວ່າ ທ່ານນາງ​ໄດ້​ຮຽກ​ໂຕ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈໍານະຄອນຫຼວງແຄນເບີຣາ ເຂົ້າ​ພົບ ເພື່ອໃຫ້ຄຳ​ອະ​ທິ​ບາຍ.

ເຈົ້າ​ໜ້າ​ທີ່​ອອສເຕຣເລຍກ່າວ​ວ່າ ການ​ຕັດ​ສິນ​ໂທດ​ປະ​ຫານ​ຊີ​ວິດ​ຂອງ​ນັກ​ຂຽນ ແລະນັກ​ເຄື່ອນ​ໄຫວ ທ່ານຢາງ ເຮັງຈຸນ ອາດ​ຈະ​ຖືກຜ່ອນ​ໂທດ​ລົງ​ມາ​ເປັນ​ຈຳ​ຄຸກ​ຕະຫຼອດ​ຊີ​ວິດ ຫຼັງ​ຈາກ​ໄດ້​ຮັບ​ໂທດ​ສອງ​ປີ ເນື່ອງຈາກມີ​ການ​ປະ​ພຶດທີ່​ດີ.

ທ່ານຢາງ, ຜູ້ທີ່ຂຽນຂ່າວທາງອອນລາຍ ກ່ຽວກັບວຽກງານຂອງຈີນ, ໄດ້ປະຕິ ເສດສະ​ເໝີ​ມາຕໍ່ຂໍ້ກ່າວຫາຈາ​ລະ​ກຳ, ເຊິ່ງການກ່າວຫາຕໍ່ທ່ານ​ທີ່​ສະ​ເພາະ​ເຈາະ​ຈົງ​ນັ້ນບໍ່ໄດ້ຖືກເປີດເຜີຍຕໍ່ສັງຄົມຮູ້. ປະຊາຊົນຊາວ​ອອສເຕຣເລຍເຊື້ອສາຍ​ຈີນຄົນນີ້ປະຕິ​ເສດ​ວ່າ​ ບໍ່ໄດ້​ເປັນ​ສາຍ​ລັບ​ຂອງ ອອສເຕຣເລຍ​ ຫຼື ​ສະຫະລັດ.

ໃນການກ່າວຖະ​ແຫຼງຢູ່ນະຄອນຫຼວງແຄນເບີຣາ​ໃນ​ວັນ​ຈັນ​ວານ​ນີ້, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານນາງ ວອງ ກ່າວ​ວ່າ ອອສເຕຣເລຍ ຈະຍັງຄົງ​ສືບ​ຕໍ່​ຮ້ອງ​ຂໍ​ໃຫ້​ປ່ອຍ​ຕົວ​ນັກ​ຂຽນຜູ້ນີ້, ເຊິ່ງທ່ານນາງກ່າວວ່າ:

“ລັດຖະບານອອເຕຣເລຍ ໄດ້ສະໜັບສະໜູນ ທ່ານ ດຣ. ຢາງ ກັບ ຈີນ ໃນທຸກໂອກາດ ແລະໃນລະດັບທີ່ສູງສຸດ. ພວກ​ເຮົາ​ໄດ້​ຮຽກຮ້ອງ​ ຢ່າງ​ສະ​ເໝີ​ຕົ້ນ​ ສະ​ເໝີ​ປາຍ​ກ່ຽວ​ກັບ​ມາດຕະຖານ​ດ້ານ​ຍຸຕິ​ທຳ, ຄວາມ​ຍຸດຕິ​ທຳ​ຕາມ​ລະບຽບ​ການ ແລະການ​ປະຕິບັດດ້ານ​ມະນຸດສະທຳ​ຕໍ່ ດຣ. ຢາງ, ​ໂດຍ​ສອດຄ່ອງ​ກັບ​ມາດ​ຕະ ຖານ​ສາກົນ ​ແລະ ຂໍ້ຜູກມັດ​ທາງ​ກົດໝາຍ​ຂອງ​ຈີນ. ອອສເຕຣເລຍຈະ​ບໍ່​ລົດ​ລະ​ໃນ​ການ​ສະ​ຫນັບ​ສະ​ຫນຸນ​ຂອງ​ພວກ​ເຮົາ ​ເພື່ອຄວາມ​ຍຸ​ຕິ​ທໍາ​ສໍາ​ລັບ​ຜົນ​ປະ​ໂຫຍດ ​ແລະ​ສະ​ຫວັດ​ດີ​ການ​ຂອງ ດ​ຣ ຢາງ.”

ທ່ານ ຢາງ ​ຖືກ​ຈັບ​ຕົວ​ຢູ່​ນະຄອນ​ກວາງ​ໂຈຂອງ​ຈີນ​ໃນ​ປີ 2019, ​ໃນຊ່ວງ​ເວລາ​ທີ່​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ອອສເຕຣເລຍ ​ກັບ ​ຈີນ ​ຊຸດ​ໂຊມ​ລົງ​ຢ່າງ​ໄວວາ ​ຍ້ອນ​ຄວາມ​ຂັດ​ແຍ້ງ​ທາງ​ດ້ານ​ພູມ​ສາດການເມືອງ​ ແລະຂໍ້ພິພາດຕ່າງໆທາງ​ການ​ຄ້າ​. ການພິຈາລະນາຄະດີຂອງທ່ານ ຖືກຈັດຂຶ້ນເປັນຄວາມລັບ ໃນເດືອນພຶດສະພາປີ 2021.

ທ່ານນາງດານີລາ ກາບວ໌ຊອນ (Daniela Gavshon), ຜູ້ອໍານວຍການ ອົງ ການປົກປ້ອງສິດທິມະນຸດ Human Rights Watch ຂອງ ອອສເຕຣເລຍ, ເຊິ່ງເປັນອົງການທີ່ໃຫ້ການສະຫນັບສະຫນຸນ.

ທ່ານນາງ​ ກ່າວຕໍ່​ອົງ​ການ​ອອກ​ອາ​ກາດຂອງອອສເຕຣເລຍ​ວ່າ ການ​ປະ​ຕິ​ບັດຕໍ່ ​ທ່ານຢາງ ຢູ່​ໃນ ​ຈີນ ແມ່ນ​ເປັນ​ຕາ​ຢ້ານຫຼາຍ, ເຊິ່ງທ່ານນາງໄດ້ກ່າວວ່າ:

"ຄືກັນກັບຄົນອື່ນໆ, ພວກເຮົາຕົກໃຈຫຼາຍ. ມັນ​ເປັນ​ຜົນ​ທີ່​ຮ້າຍ​ແຮງ, ແລະເປັນຕາຢ້ານສໍາລັບ ດຣ. ຢາງ ພ້ອມກັບ​ບັນດາຜູ້ສະໜັບສະໜຸນ​ຂອງ​ທ່ານ ​ເຊິ່ງ​ມັນ​ບໍ່​ແມ່ນ​ຫຼັກ​ຖານ​ຂອງ​ການ​ກະທຳ​ຜິດ​ໃດໆ ​ແຕ່​ວ່າ​ ແມ່ນ​ລະບົບ​ຍຸຕິ​ທຳ
ທີ່​ຄໍ​ຣັບ​ແລະ​ບໍ່​ໂປ່ງ​ໃສ​ຂອງ​ປັກ​ກິ່ງ ທີ່ໃຜຜູ້ນຶ່ງສາມາດຖືກຕັດສິນປະຫານຊີວິດໄດ້ໃນຂໍ້ມູນທີ່​ບໍ່​ພຽງ​ພໍ​ພຽງ​ໜ້ອຍ​ດຽວ ແມ່ນ​ເປັນ​ທີ່​ໜ້າ​ກັງ​ວົນ​ທີ່​ສຸດ.”

ກ່ອນ​ໜ້າ​ນີ້ ເອກ​ອັກຄະ​ລັດຖະທູດ​ອອສເຕຣເລຍ​ປະຈຳ​ຈີນ ​ໄດ້​ກ່າວ​ຫາ​ເຈົ້າ​ໜ້າ​ທີ່​ຈີນ​ວ່າ ກັກ​ຂັງ​ ທ່ານຢາງ ໂດຍພະລະການ.

ໃນ​ເດືອນ​ຕຸລາ​ຜ່ານ​ມາ, ຈີນ​ໄດ້​ປ່ອຍ​ຕົວ​ນັກ​ຂ່າວ​ຊາວອອສເຕຣເລຍ ທ່ານນາງເຊັງ ຫຼາຍ (Cheng Lei) ທີ່ໄດ້​ຖືກ​ກັກ​ຂັງ​ເປັນ​ເວລາ​ສາມ​ປີ​, ໂດຍນາງໄດ້ຖືກກ່າວຫາວ່າ "ສະຫນອງຄວາມລັບຂອງຊາດອອກໄປຕ່າງປະເທດ," ເຊິ່ງນາງໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວນັ້ນ.

ເຈົ້າ​ໜ້າ​ທີ່​ອອສເຕຣເລຍກ່າວ​ວ່າ ນາງ​ໄດ້​ຖືກ​ປ່ອຍໂ​ຕ​ແລ້ວ ລຸນຫຼັງ​ການ​ດຳ​ເນີນ​ຄະ​ດີ​ທາງ​ກົດ​ໝາຍ​ຕໍ່​ນາງ​ສິ້ນ​ສຸດ​ລົງ, ແຕ່ບໍ່ໄດ້ໃຫ້ລາຍລະອຽດອື່ນໆເພີ້ມເຕີມ.

ລັດຖະບານ​ທີ່​ເປັນ​ກາງອ່ຽງ​ຊ້າຍ​ຂອງ​ອອສເຕຣເລຍ ຂຶ້ນ​ກຳ​ອຳນາດ​ ໃນ​ເດືອນ​ພຶດສະພາ​ປີ 2022 ​ແລະ​ໄດ້​ພະຍາຍາມ​ເຮັດ​ໃຫ້ການ​ພົວພັນ​ກັບ​ຈີນ ມີສະຖຽນ​ລະ​ພາບ, ໃນຂະນະທີ່​ກ່າວ​ເນັ້ນ​ໜັກ​ວ່າ ອາດ​ຈະ​ພົບກັບ​ຄວາມ​ຫຍຸ້ງຍາກ ​ແລະ​ການບໍ່ຕົກລົງເຫັນດີເຊິ່ງ​ກັນ ແລະກັນ.

ບັນດານັກວິ​ເຄາະ​ກ່າວ​ວ່າ ການ​ຕັດ​ສິນໂທດ​ຕໍ່ ​ທ່ານ ຢາງ ອາດ​ຈະ​ເຮັດ​ໃຫ້​ທັງ​ສອງ​ຝ່າຍ​ພົບກັບຄວາມຫຍຸ້ງຍາກຫຼາຍຂຶ້ນໃນການຜ່ອນຄາຍຄວາມເຄັ່ງຕຶງທາງດ້ານການທູດ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG