ປະເທດອອສເຕຣເລຍຈະຮັບຮູ້ວ່າ ເຈຣູຊາແລັມຕາເວັນຕົກ ເປັນ ນະຄອນຫຼວງຂອງ
ອິສຣາແອລ ແຕ່ກໍຍັງຈະບໍ່ທັນຍ້າຍສະຖານທູດຂອງຕົນ ໄປ ຈາກແຕລ ລາວິຟເທື່ອ.
ນອກນີ້ ນາຍົກລັດຖະມົນຕີສກັອດ ມໍຣິດສັນ ກໍຍັງຮັບ ຮູ້ເຖິງຄວາມໝາຍໝັ້ນ ຂອງ
ຊາວປາແລສໄຕນ໌ ທີ່ຢາກມີປະເທດເປັນຂອງຕົນ ເອງ ໃນອະນາຄົດ ຊຶ່ງຢາກເອົາເຈຣູ
ຊາແລັມຕາເວັນອອກ ເປັນນະຄອນຫຼວງ. ຟຽລ ເມີເຊີ ລາຍງານມາຈາກ ນະຄອນ
ຊິດນີ ດັ່ງສາລີ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ອອສເຕຣເລຍກ່າວວ່າ ຕົນຈະຍ້າຍສະຖານທູດຂອງຕົນໃນອິສຣາແອລໄປ ເຈຣູຊາ
ແລັມ ແຕ່ກໍຈະເຮັດຂຶ້ນໃນອະນາຄົດ ຖ້າຖານະຂອງນະຄອນດັ່ງກ່າວໄດ້ ມີການຮັບ
ເອົາເປັນຂັ້ນສຸດທ້າຍພາຍໃຕ້ຂໍ້ຕົກລົງສັນຕິພາບ. ໃນເດືອນຕຸລາຜ່ານ ມາ ນາຍົກຣັດ
ຖະມົນຕີສກັອດ ມໍຣິດສັນ ເວົ້າວ່າ ເພິ່ນໄດ້ພົບເຫັນວ່າ ການຖົກ ຖຽງກັນ ວ່າການຍົກ
ຍ້າຍສະຖານທູດອອສເຕຣເລຍ ຈາກ ແຕລ ລາວິຟ ເປັນ ເລື້ອງ “ທີ່ມີເຫດຜົນ.” ທ່ານ
ໄດ້ປະຕິເສດວ່າ ຄຳເຫັນຂອງເພິ່ນ ເປັນຄວາມພະ ຍາຍາມທີ່ຈະສ້າງອິດທິພົນ ໃຫ້
ພວກລົງຄະແນນສຽງຊາວຈິວ ທີ່ມີຄວາມຈຳເປັນ ໃນການເລືອກຕັ້ງເພີ້ມ ຢູ່ຊິດນີ.
ໄດ້ມີການສະໜັບສະໜູນຈາກລັດຖະບານອິສຣາແອລ ແຕ່ພວກຜູ້ນຳປາແລສ ໄຕນ໌
ກໍກ່າວວ່າ ອອສເຕຣເລຍມີຄວາມສ່ຽງທີ່ຈະກາຍເປັນ “ປະເທດທີ່ນາໆ ຊາດບໍ່ເພິ່ງປາດ
ຖະໜາ.”
ຂໍ້ຕົກລົງການຄ້າທີ່ສຳຄັນ ລະຫວ່າງອອສເຕຣເລຍກັບອິນໂດເນເຊຍ ປະເທດ ໄກ້ຄຽງ ທີ່ມີປະຊາກອນເປັນຊາວມຸສລິມຫຼາຍທີ່ສຸດໃນໂລກ ກໍຖືກກະທົບກະເທືອນຍ້ອນສົງໄສ
ວ່ານະຄອນແຄນແບຣາ ອາດຈະຍ້າຍສະຖານທູດຂອງຕົນໄປສູ່ເຈຣູຊາແລັມ.
ນອກຈາກນັ້ນແລ້ວ ພວກຜູ້ນຳປາແລສໄຕນ໌ ກໍຍັງໄດ້ອ້ອນວອນ ໃຫ້ພວກ ປະເທດອາ
ຣັບແລະປະເທດອື່ນໆທັງຫຼາຍ ບໍ່ໃຫ້ຊື້ສິນຄ້າຈາກອອສເຕຣເລຍ ທັງໃຫ້ຖອນເອກອັຄ
ຄະຣັດຖະທູດຂອງຕົນອອກຈາກແຄນແບຣາ ຖ້າຫາກມີ ການຍ້າຍສະຖານທູດໄປແທ້.
ການຕັດສີນໃຈ ທີ່ຈະບໍ່ຍ້າຍສະຖານທູດອອສເຕຣເລຍ ແມ່ນອາດຈະຜ່ອນຄາຍ ຄວາມ
ກົດດັນທາງດ້ານການທູດບາງສ່ວນ ອິງຕາມ ທ່ານ ແດນຽນ ຟລິດຕັນ ບັນນາທິການຜູ້
ບໍລິຫານຂອງສະຖາບັນນາຍພາສາ ໂລວີ ຊຶ່ງເປັນນິຕະຍະສານ ທີ່ຜະລິດຂຶ້ນມາ ໂດຍ
ອົງການປັນຍາຊົນ ທີ່ມີສຳນັກງານຕັ້ງຢູ່ຊິດນີ.
ທ່ານ ຟລິດຕັນ ເວົ້າວ່າ “ນັ້ນແມ່ນສຸດແລ້ວແຕ່ປະຕິກິລິຍາຂອງຄົນໃນໂລກ ວ່າບັນຫາ
ນີ້ ຈະລົບກວນ ລັດຖະບານຫຼືບໍ່. ມັນມີຄວາມແຕກຕ່າງລະຫວ່າງເວລາ ສະຫະລັດຕັດ
ສີນໃຈ ແລະເວລາທີ່ໂລກທັງມວນເອົາທ່າທີ ເພາະວ່າສະຫະລັດ ເປັນມະຫາອຳນາດ
ທີ່ຍິ່ງໃຫຍ່ ກັບເວລາທີ່ອອສເຕຣເລຍຕັດສີນໃຈ. ແລະມັນມີການສ່ຽງ ທີ່ບາງປະເທດ
ອາດເລືອກກະທຳຕາມຕົວຢ່າງຂອງອອສເຕຣເລຍ ແລ້ວລົງໂທດອອສ ເຕຣເລຍ ຖ້າ
ມີຜົນສະທ້ອນທີ່ບໍ່ດີເກີດຂຶ້ນ. ນັ້ນກໍໝາຍຄວາມວ່າ ບັນຫານີ້ ຍັງ ຄົງມີຢູ່ຕໍ່ໄປໃນອີກ
ຫຼາຍໆເດືອນຂ້າງໜ້າ. ແຕ່ວ່າ ຄວາມສົງໄສຂອງຂ້າພະເຈົ້າ ກໍຄື ການຕັດສີນໃຈທີ່ຈະ
ປ່ຽນແປງໃນການຮັບຮູ້ ແຕ່ຕົວຈິງແລ້ວ ແມ່ນບໍ່ຍ້າຍ ສະຖານທູດ ກໍແມ່ນອາດຈະຈຳ
ກັດຜົນສະທ້ອນໃຫ້ມີໄວ້ຢູ່ໃນຂອບເຂດ.”
ອະທິປະໄຕຂອງອິສຣາແອລເໜືອເຈຣູຊາແລັມ ແມ່ນບໍ່ເຄີຍໄດ້ຖືກຮັບຮູ້ໂດຍ
ນາໆຊາດ. ໃນເດືອນທັນວາແລ້ວນີ້ ປະທານາທິດີດໍໂນລ ທຣຳ ໄດ້ຕ່າວປີ້ນ ຄວາມ
ເປັນກາງ ທີ່ມີມາເປັນເວລາຫຼາຍທົສວັດຂອງສະຫະລັດ ເວລາເພິ່ນຮັບ ຮູ້ການແບ່ງ
ແຍກຂອງນະຄອນຫຼວງດັ່ງກ່າວ ພາໃຫ້ມີການປະນາມທົ່ວໄປໂດຍ ທັນທີ. ມັນພາໃຫ້
ພວກເຈົ້າໜ້າທີ່ປາແລສໄຕນ໌ ຕັດຂາດການໂອ້ລົມກັບວໍຊິງ ຕັນ. ໃນເວລານັ້ນ ລັດຖະ
ບານທຣຳ ກໍເວົ້າວ່າ ຕົນ “ໄດ້ຕັ້ງຄຳໝາຍໝັ້ນໄວ້ ຢ່າງແຂງຂັນ ເພື່ອໃຫ້ບັນລຸສັນຕິ
ພາບອັນວັດຖະນາຖາວອນ ແລະຄົບຖ້ວນ” ໃນຂົງເຂດດັ່ງກ່າວ.
ສະຖານທູດອາເມຣິກາໄດ້ຍ້າຍໄປຈາກ ແຕລລາວີຟ ໃນເດືອນພຶດສະພາປີນີ້.
ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ