ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເມືອງ ຄວິນສແລນ ພວມຮັບມື ກັບບັນຫາ ໂຣຄາພະຍາດ ແລະຄວາມຕາຍ ທີ່ເນື່ອງມາຈາກ ດິນຟ້າອາກາດ ປ່ຽນແປງ


ຕົ້ນໄມ້ຕາຍ ຢູ່ໄກ້ໆກັບຖັງນໍ້າ ໃນທີ່ແຫ້ງແລ້ງ ໃກ້ໆກັບຊານ
ເມືອງ ຂອງພາກຕາເວັນຕົກສຽງໃຕ້ ຂອງເມືອງ ຄວິນສແລນ
ຂອງ ຄັນນາມູລາ ໃນເຂດຫ່າງໄກສອກຫຼີກ ຂອງອອສເຕຣ
ເລຍ ວັນທີ 10 ສິງຫາ 2017
ຕົ້ນໄມ້ຕາຍ ຢູ່ໄກ້ໆກັບຖັງນໍ້າ ໃນທີ່ແຫ້ງແລ້ງ ໃກ້ໆກັບຊານ ເມືອງ ຂອງພາກຕາເວັນຕົກສຽງໃຕ້ ຂອງເມືອງ ຄວິນສແລນ ຂອງ ຄັນນາມູລາ ໃນເຂດຫ່າງໄກສອກຫຼີກ ຂອງອອສເຕຣ ເລຍ ວັນທີ 10 ສິງຫາ 2017

ອຳນາດປົກຄອງລັດຄລີນສແລນ (Queensland) ໃນອອສເຕຣເລຍ ມີກຳນົດວ່າ
ຈະໃຫ້ທຶນໂຄງການໃໝ່ ເພື່ອຊ່ອຍເຫຼືອຕໍ່ສູ້ ກັບຄື້ນຄວາມຮ້ອນທີ່ຮ້າຍແຮງເຖິງຕາຍ
ແລະການແຜ່ລະບາດຂອງພະຍາດ ທີ່ເປັນຍ້ອນການປ່ຽນແປງຂອງດິນຟ້າອາກາດ.
ນອກນັ້ນ ພວກເຈົ້າໜ້າທີ່ຍັງໄດ້ກ່າວວ່າ ພວມມີການສົນທະນາກັນ ວ່າຈະວາງອັດ
ຕາພາສີໃສ່ຢາສູບ ເພື່ອຕໍ່ຕ້ານພວກສ້າງຄວັນພິດຄາບອນນຳ. ການເຄື່ອນໄຫວ
ດັ່ງກ່າວໄດ້ມີຂຶ້ນນຶ່ງອາທິດ ລຸນຫຼັງທ່ານເລຂາທິການໃຫຽ່ສະຫະປະຊາຊາດ ໄດ້
ເຕືອນວ່າ ຖ້າໂລກເຮົາບໍ່ເອົາຈິງເອົາຈັງ ພາຍໃນປີ 2020 ມັນກໍຈະມີການສ່ຽງ ຕໍ່
ການ"ຜ່າຍແພ້ ທາງດ້ານການປ່ຽນແປງ" ຂອງດິນຟ້າອາກາດ. ຟຽລ ເມີເຊີ
(Phil Mercer) ສົ່ງລາຍງານເລື້ອງນີ້ມາຈາກນະຄອນ ຊິດນີ ດັ່ງສາລີ ຈະນຳລາຍ
ລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອຳນາດປົກຄອງລັດຄວີນສແລນ (Queensland) ໃນອອສເຕຣເລຍ ມີກຳນົດວ່າ ຈະໃຫ້ທຶນໂຄງການໃໝ່ ເພື່ອຊ່ອຍເຫຼືອຕໍ່ສູ້ ກັບຄື້ນຄວາມຮ້ອນທີ່ຮ້າຍແຮງເຖິງ
ຕາຍ ແລະການແຜ່ລະບາດຂອງພະຍາດ ທີ່ເປັນຍ້ອນ ການປ່ຽນແປງຂອງດິນຟ້າ
ອາກາດ. ນອກນັ້ນ ພວກເຈົ້າໜ້າທີ່ ຍັງໄດ້ກ່າວວ່າ ພວມມີການສົນທະນາກັນ ວ່າຈະວາງອັດຕາພາສີໃສ່ຢາສູບ ເພື່ອຕໍ່ຕ້ານພວກສ້າງຄວັນພິດຄາບອນນຳ. ການເຄື່ອນໄຫວດັ່ງກ່າວ ໄດ້ມີຂຶ້ນ ນຶ່ງອາທິດ ລຸນຫຼັງທ່ານເລຂາທິການໃຫຍ່ສະຫະ
ປະຊາຊາດ ໄດ້ເຕືອນວ່າ ຖ້າໂລກເຮົາບໍ່ເອົາຈິງເອົາຈັງພາຍໃນປີ 2020 ມັນກໍຈະມີ
ການສ່ຽງ ຕໍ່ການ “ຜ່າຍແພ້ທາງດ້ານການປ່ຽນແປງ” ຂອງດິນຟ້າອາກາດ. ຟຽລ ເມີ
ເຊີ (Phil Mercer) ສົ່ງລາຍງານເລື້ອງນີ້ ມາຈາກນະຄອນ ຊິດນີ ດັ່ງສາລີຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ແຜນການທີ່ຈະຮັບມືກັບພະຍາດທີ່ພົວພັນກັບດິນຟ້າອາກາດ ແບບເປັນຕາຍ ທີ່ເນື່ອງມາຈາກຄື້ນຂອງຄວາມຮ້ອນ ແມ່ນພາກສ່ວນນຶ່ງ ຂອງຄວາມພະຍາຍາມ
ຂອງ ອຳນາດປົກຄອງລັດຄວີນສແລນ​ ເພື່ອຫຼຸດຜ່ອນ ທາດຄາບອນ ລົງສູ່ລະດັບ
ສູນ ພາຍໃນປີ 2050.

ຍຸດທະສາດດັ່ງກ່າວ ຊຸກຍູ້ໃຫ້ພວກເຈົ້າໜ້າທີ່ທັງຫຼາຍ ລວມທັງພວກບໍລິຫານນຳ ໃຫ້ພິຈາລະນາເບິ່ງຜົນກະທົບຕໍ່ສຸຂະພາບນຳ ເວລາຊັ່ງຊາຕີລາຄາເບິ່ງໂຄງການ ບໍ່ແຮ່ແລະຈຳພວກພະລັງງານທັງຫຼາຍ. ນອກນນັ້ນ ມັນຍັງໄດ້ສົ່ງເສີມໃຫ້ລັດຖະ
ບານ ຫ້າມໃຫ້ທຶນຊ່ອຍເຫຼືອເກຶື້ອໜູນ ແກ່ກິດຈະກຳໃດໆ ທີ່ເປັນໄພຕໍ່ສຸຂະພາບແລະຄວາມບໍ່ທຸ່ນທ່ຽງຂອງດິນຟ້າອາກາດນຳ.”

ໄດ້ມີການພົບເຫັນວ່າ ຄວາມຮ້ອນ ພາໃຫ້ເກີດຄວາມກະວົນກະວາຍ ໃນໝູ່ພວກເດັກນ້ອຍແລະພວກຜູ້ເຖົ້າ ຊຶ່ງສ້າງຄວາມເປັນຫ່ວງຢ່າງໃຫຍ່່ຫຼວງ
ໃນອະນາຄົດ.

ຄື້ນຂອງຄວາມຮ້ອນ ແມ່ນເປັນໄພຂົົ່ມຂູ່ທຳມະຊາດອັນໃຫຍ່ທີ່ສຸດ ຂອງອັອສ
ເຕຣເລຍ ທີ່ໄດ້ເອົາຊີວິດຜູ້ຄົນໄປຫຼາຍກວ່າໄພແຫ້ງແລ້ງ ໄພນໍ້າຖ້ວມ ແລະໄຟໄໝ້ປ່າໂຮມເຂົ້າກັນ.

ຄວາມຢ້ານກົວແນວອື່ນໆ ຕໍ່ສຸຂະພາບ ອັນເນື່ອງມາຈາກດິນຟ້າອາກາດ ກໍຄື “ຄວາມໝັ້ນຄົງທາງດ້ານອາຫານການກິນແລະນໍ້າ ເລື້ອງການຂາດແຄນອາຫານ ຄວາມເຈັບປ່ວຍທາງດ້ານການຫາຍໃຈແລະໂຣກຫົວໃຈ..”

ນາງຟີໂອນາ ອາມສຕຣອງ (Fiona Armstrong) ຫົວໜ້າສະຫະພັນດິນຟ້າອາກາດແລະສຸຂະພາບ ຊຶ່ງຊ່ອຍເຫຼືອວາງແຜນການດັ່ງ
ກ່າວເວົ້າວ່າ ​ສະພາບການທີ່ຮ້າຍແຮງອາດສາມາດເອົາຊີວິດເຮົາໄດ້ ຊຶ່ງຜູ້ກ່ຽວ
ເວົ້າວ່າ:

Armstrong Act. You only need to look … ທ່ານພຽງແຕ່ເບິ່ງຕົວຢ່າງຂອງໂຣກຫືດຟ້າຮ້ອງ ໃນນະຄອນ ແມນເບີນ ເມື່ອສອງ
ສາມປີນີ້ກໍພໍ ເພື່ອຢາກຮູ້ວ່າ ເຫດການດັ່ງກ່າວນີ້ ເຖິງແມ່ນວ່າ ມັນຈະຄາດຄະເນໄດ້ລ່ວງໜ້າກໍຕາມ ແຕ່ມັນກໍສາມາດເຮັດໃຫ້ປະຊາຄົມຫຼືພວກຜູ້ຄົນສ່ວນໃດສ່ວນນຶ່ງຕື່ນຕົກໃຈໄດ້.

ໂຣກຫືດຟ້າຮ້ອງ ອາດພາໃຫ້ເກີດຄວາມປັ່ນປ່ວນ ເວລາພາຍຸມາລົບກວນເກ
ສອນດອກໄມ້ ຊຶ່ງອາດສ້າງບັນຫາການຫາຍໃຈ ອາດຕາຍຍ້ອນກໍເປັນໄດ້.

ນອກຈາກນັ້ນແລ້ວແຜນການ ຄວີນສແລນ ຍັງໄດ້ບົ່ງບອກວ່າ ມີການສ່ຽງຕໍ່ການເປັນໂຣກປະສາດຫຼາຍຂຶ້ນນຳ ໃນຈຳພວກທີ່ຖືກກະທົບໂດຍໄພແຫ້ງແລ້ງຢູ່ທາງພາກຕາເວັນອອກຂອງ ອັອສ
ເຕຣເລຍ ຫຼາຍພາກສ່ວນ ລວມທັງຫຼາຍບ່ອນໃນຄວີນສແລນ ແລະໃນ ລັດນິວ
ຊາວຕ໌ເວນ(New South Wales) ທັງໝົດ.

ທ່ານ ຊິດ ແພລນຕ໌ (Sid Plant)ເວົ້າວ່າ ພວກເຈົ້າໜ້າທີ່ຣັດຖະບານ ບໍ່ໄດ້ເຮັດ
ຫຍັງພໍ.

Plant Act. Politicians do not … ປາກົດວ່າ ພວກນັກການເມືອງບໍ່ຢາກຮັບຮູ້ ການປ່ຽນແປງຂອງດິນຟ້າອາກາດ ວ່າມີສ່ວນກະທົບກະເທືອນຕໍ່ຊາວກະສິກອນ
ອອສເຕຣເລຍ. ພວກເຮົາກໍໄດ້ຮັບຄວາມເຈັບປວດ ບໍ່ຕ່າງຫຍັງກັນກັບຄົນອື່ນໆຢູ່
ໃນໂລກ. ດຽວນີ້ພວກເຮົາ ບໍ່ໄດ້ຢູ່ໃນດິນຟ້າອາກາດແບບດຽວກັນກັບໃນສະໄໝ
20 ຫຼື 50 ປີກ່ອນ.

ພວກພະຍາກອນອາກາດພາກັນກ່າວວ່າ ທາງພາກຕາເວັນອອກສຽງໃຕ້ຂອງ
ອັອສເຕຣເລຍ ອາດສາມາດຄາດຄະເນໄດ້ວ່າ ອາກາດຈະຮ້ອນອົບເອົ້າຜິດປົກກະຕິ ທັງສະພາບແຫ້ງແລ້ງກໍຈະມີຫຼາຍຂຶ້ນໃນອີກຫຼາຍໆເດືອນຂ້າງໜ້ານີ້.

ຊາວອັອສເຕຣເລຍບາງຄົນພາກັນມີຄວາມສົງໄສ ກ່ຽວກັບອິດທິພົນຂອງມະນຸດຕໍ່ດິນຟ້າອາກາດ ໂດຍຢືນຢັດວ່າ ການປ່ຽນແປງ ມັນເປັນເລື້ອງຂອງການໝູນ ວຽນຂອງທຳມະຊາດຊື່ໆ. ຢ່າງໃດກໍດີ ນັ້ນກໍແມ່ນ
ເປັນພຽງ ທັດສະນະຂອງຄົນສ່ວນນ້ອຍເທົ່ານັ້ນ.

"ອ່ານຂ່າວນີ້ຕື່ມເປັນພາສາອັງກິດ"

XS
SM
MD
LG