ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ສືບສວນຂໍ້ກ່າວຫາ ທີ່ບັນດານັກລົບເກົ່າ ເຂົ້າໄປຊ່ວຍຝຶກແອບ ໃຫ້ກອງທັບຂອງຈີນ


ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງປ້ອງກັນປະເທດຂອງອອສເຕຣເລຍ ທ່ານຣີເຈີດ ມາຣິສ ກ່າວປາໄສຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງແຄນເບີຣາ, ວັນພຸດ ວັນທີ 9 ພະຈິກ 2022.
ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງປ້ອງກັນປະເທດຂອງອອສເຕຣເລຍ ທ່ານຣີເຈີດ ມາຣິສ ກ່າວປາໄສຢູ່ທີ່ຫໍລັດຖະສະພາ ໃນນະຄອນຫຼວງແຄນເບີຣາ, ວັນພຸດ ວັນທີ 9 ພະຈິກ 2022.

ອອສເຕຣເລຍ ກໍາລັງດໍາເນີນການສອບສວນລາຍງານ​ທີ່ວ່າ ອະດີດເຈົ້າໜ້າທີ່ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້ຈັດການຝຶກແອບທາງທະຫານໃຫ້ແກ່ ຈີນ. ລັດຖະມົນຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານຣີເຈີດ ມາ​ລິ​ສ ກ່າວໃນວັນພຸດ ທີ່ຜ່ານມາວ່າ ອະດີດທະຫານທີ່ກິນບໍານານ ມີ “ຂໍ້ຜູກມັດທີ່ຍືນຍົງ” ເພື່ອປົກປ້ອງຄວາມລັບຂອງປະເທດ ແລະ “ການເປີດເຜີຍຄວາມລັບເຫຼົ່ານັ້ນ ຖືເປັນ​ອາ​ຊະ​ຍາ​ກຳ.” ຟີລ ເມີເຊີ ມີລາຍງານເລື້ອງນີ້ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ທ່ານຣີ​ເຈີດ ມາ​ລິ​ສ, ເຊິ່ງເປັນລັດຖະມົນຕີປ້ອງກັນປະເທດກ່າວວ່າ ຈະມີ “ການກວດກາຢ່າງລະອຽດ” ກ່ຽວກັບການກ່າວອ້າງທີ່ວ່າ ຈີນໄດ້ຂໍໃຫ້​ພວກ​ນັກ​ລົບ​ເກົ່າ​ອອກສເຕ​ຣ​ເລຍ ຊ່ວຍ​ໃນ​ການຝຶກແອບ. ການສືບສວນ ຍັງໄດ້ກ່ຽວຂ້ອງກັບພະ​ແນກ​ການ​ຮັກ​ສາຄວາມປອດໄພດ້ານອື່ນໆອີກດ້ວຍ.

ທ່ານມາລິ​ສ ບໍ່ອາດຢືນຢັນໄດ້ວ່າ ມີປະຊາຊົນຊາວອອສເຕຣເລຍ ຈັດການຝຶກ ແອບຕ່າງໆໃຫ້ແກ່ປັກກິ່ງ, ແຕ່ທ່ານໄດ້ກ່າວວ່າ “ຈໍານວນກໍລະນີຕ່າງໆ” ກໍາລັງຖືກສອບສວນຢູ່ໃນປັດຈຸບັນນີ້. ທ່ານກ່າວກັບບັນດານັກຂ່າວຢູ່ໃນນະຄອນຫຼວງແຄນເບີຣາໃນວັນພຸດທີ່ຜ່ານມາວ່າ ລັດຖະບານອາດຈະໄດ້ປ່ຽນແປງກົດໝາຍ ຖ້າຫາກມີ “ຈຸດອ່ອນຕ່າງໆ” ຢູ່ໃນກົດຂໍ້ບັງຄັບທີ່ກ່ຽວຂ້ອງກັບອະດີດບຸກຄະລາກອນທາງດ້ານຄວາມໝັ້ນຄົງດັ່ງກ່າວມານັ້ນ.

ເຈົ້າໜ້າທີ່ຂອງອອສເຕຣເລຍກ່າວວ່າ ພວກເຂົາເຈົ້າມີຄວາມກັງວົນ ກ່ອນທີ່ຂໍ້ກ່າວຫາກ່ຽວກັບເລື້ອງການຮັບສະໝັກອະດີດທະຫານທັງຫຼາຍ ໄດ້ກາຍມາເປັນຫົວຂໍ້ທີ່ລາຍງານຢູ່ໃນສື່ມວນ​ຊົນເມື່ອເດືອນແລ້ວນີ້.

ທ່ານມາລິ​ສກ່າວວ່າ ພວກ​ນັກ​ລົບ​ເກົ່າມີໜ້າຮັບຜິດຊອບຕໍ່ການປົກປ້ອງ​ຄວາມ​ລັບ​ທາງ​ທະ​ຫານ ຫຼື ຂໍ້ມູນດ້ານອື່ນໆຈາກມະຫາອໍານາດຕ່າງປະເທດ.

ທ່ານມາລິ​ສ ກ່າວວ່າ:

“ສໍາລັບຜູ້ທີ່ເຂົ້າມາຄວບຄຸມຄວາມລັບຂອງປະເທດຊາດພວກເຮົາທັງຫຼາຍເຫຼົ່າ ນັ້ນ ມັນແມ່ນຂໍ້ຜູກມັດທີ່ຍາວນານ ເພື່ອປົກປ້ອງຄວາມລັບທັງຫຼາຍໃຫ້ດົນເທົ່າ ທີ່ມັນຍັງເປັນຄວາມລັບຢູ່, ແລະການລະເມີດຂໍ້ຜູກມັດດັ່ງກ່າວແມ່ນເປັນຄວາມຜິດທີ່ຮ້າຍແຮງທີ່ສຸດ.”

ຜູ້ນໍາຝ່າຍຄ້ານ ທີ່ເປັນກາງອ່ຽງຂວາຂອງ ອອສເຕຣເລຍ ທ່ານປີເຕີ້ ດັດຕັນ (Peter Dutton) ກ່າວໃນກ່ອນໜ້ານີ້ວ່າ ລາຍງານກ່ຽວກັບຄວາມພະຍາຍາມຂອງຈີນ ທີ່ຈະຮັບສະໝັກເອົາທະຫານເກົ່ານັ້ນ ເປັນ “ທີ່ໜ້າຕົກໃຈຫຼາຍ,” ແລະທ່ານໄດ້ທ້າທາຍລັດຖະບານແຮງງານ ໃນນະຄອນຫຼວງແຄນເບີຣາວ່າ ຈົ່ງນໍາເອົາກົດໝາຍອັນໃໝ່ມາປົກປ້ອງການເຄື່ອນໄຫວດັ່ງກ່າວ.

ການກວດກາຄືນຢ່າງເປັນທາງການ ກ່ຽວກັບຂໍ້ກ່າວຫາທີ່ ຈີນ ຮັບສະໝັກເອົາທະຫານ, ມີກໍານົດທີ່ຈະລາຍງານໄປໃຫ້ລັດຖະມົນຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຊາບ ພາຍໃນວັນທີ 14 ທັນວາ ທີ່ຈະມາເຖິງນີ້.

ໃນເດືອນແລ້ວນີ້, ລັດຖະມົນຕີປ້ອງ​ກັນ​ປະ​ເທດຂອງປະເທດອັງກິດ ກ່າວວ່າ ພວກເຂົາເຈົ້າກໍາລັງດໍາເນີນການຕາມບາດກ້າວໃນທັນທີທັນໃດ ເພື່ອ “ເພື່ອສະ
ກັດ​ກັ້ນແລະລົງໂທດ” ບັນດາອະດີດນັກບິນກອງທັບອາກາດລາດຊະອານາຈັກຫຼາຍສິບຄົນ ທີ່ຖືກຈ້າງໃຫ້ເປັນຄູສອນ ຢູ່ໃນປະເທດຈີນ.

ຢູ່ໃນຖະແຫຼງການທີ່ອອກມາໃນເດືອນຕຸລາທີ່ຜ່ານມາ, ເຈົ້າໜ້າທີ່ກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງປະເທດອັງກິດໄດ້ເຕືອນວ່າ ການຝຶກຊ້ອມດັ່ງກ່າວ “ໄດ້ທໍາລາຍຄວາມໄດ້ປຽບດ້ານ​ປ້ອງ​ກັນ​ປະ​ເທດຂອງອັງກິດ.”

ລັດຖະມົນຕີກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງນິວຊີແລນ ຍັງໄດ້ຂໍຄໍາແນະນໍາທີ່ວ່າ ຈໍາເປັນຫຼືບໍ່ທີ່ຈະຕ້ອງມີກົດໝາຍໃໝ່ ເພື່ອຍຸຕິອະດີດນັກບິນຂອງກອງທັບ ໃນການດໍາເນີນການຝຶກແອບ ໃຫ້ແກ່ນັກບິນກອງທັບຂອງຕ່າງປະເທດ, ອີງຕາມໂຄສົກຍິງຂອງລັດຖະບານ ຈາກສໍານັກງານນາຍົກລັດຖະມົນຕີ.

Australia is investigating reports that former defense force personnel have been approached to provide military training to China. Defense Minister Richard Marles said Wednesday that retired former soldiers had an “enduring obligation” to protect state secrets and “to reveal any of those secrets is a crime.” Phil Mercer reports from Sydney.

Defense minister Richard Marles said there would be a “detailed examination” into claims that China had approached Australian military veterans for training. The probe will also involve other security agencies.

Marles would not confirm if any Australians had provided training to Beijing, but he did say that “a number of cases” were currently being investigated. He told reporters in Canberra Wednesday that the government would change the law if there were any “weaknesses” in rules that apply to former defense personnel.

Australian officials have said they had concerns before allegations of Chinese recruitment of former soldiers became the subject of media reporting last month.

Marles said veterans have a responsibility to protect sensitive military or other information from foreign powers.

MARLES ACT

“For those who do come into possession of our nation’s secrets there is an enduring obligation to maintain those secrets for as long as they are secrets and to breach that obligation is a very serious crime.”

Australia’s center-right opposition leader Peter Dutton said previously that the reports of China’s attempts to recruit former soldiers were “alarming” and he challenged the Labor government in Canberra to bring in new laws to prevent the activity.

The formal review into alleged Chinese recruitment is due to report back to the defense minister by December 14.

Last month, Britain's Ministry of Defense said it was taking immediate steps to “deter and penalize” dozens of former Royal Air Force pilots who were being paid as instructors in China.

In a statement issued in October, British defense officials warned that the practice “erodes the UK’s defense advantage.”

New Zealand's defense minister has also requested advice on whether new laws were needed to stop former military pilots training pilots of foreign militaries, according to a spokeswoman from the prime minister's office.

XS
SM
MD
LG