ລັດຖະບານໄທ ໄດ້ອະນຸມັດແຜນການກໍ່ສ້າງທາງລົດໄຟຄວາມໄວສູງ ໄລຍະທີ 2 ຈາກ ໂຄຣາດໄປທີ່ໜອງຄາຍ ໂດຍມີເປົ້າໝາຍຈະເຊື່ອມຕໍ່ທາງລົດໄຟລາວ-ຈີນ ໃຫ້ໄດ້ຢ່າງສົມບູນ ພາຍໃນປີ 2031.
ທ່ານສຸລິຍະ ຈຶ່ງຮຸ່ງເຮືອງກິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງຄົມມະນາຄົມຂອງໄທ ຖະແຫລງວ່າ ຄະນະລັດຖະບານຂອງໄທ ໄດ້ໃຫ້ການອະນຸມັດແຜນການກໍ່ສ້າງທາງລົດໄຟຄວາມໄວສູງ ໄລຍະທີ 2 ຈາກໂຄລາດຫາໜອງຄາຍ ເມື່ອບໍ່ນານມານີ້ ໂດຍມີເປົ້າໝາຍເພື່ອທີ່ຈະເຊື່ອມຕໍ່ກັບທາງລົດໄຟ ລາວ-ຈີນ ທີ່ນະຄອນຫຼວງວຽງຈັນ ໃຫ້ໄດ້ຢ່າງຄົບຖ້ວນພາຍໃນປີ 2031 ຊຶ່ງຈະເປັນການລົງທຶນສ່ວນໃຫຍ່ ໂດຍລັດຖະບານໄທ ກໍຄືຈະເປີດໂອກາດໃຫ້ບັນດາບໍລິສັດເອກະຊົນໄທ ຫຼືຕ່າງປະເທດ ຮ່ວມລົງທຶນໄດ້ສະເພາະໃນທຸລະກິດທີ່ກ່ຽວຂ້ອງກັບດ້ານບໍລິການເທົ່ານັ້ນ ໂດຍຄາດວ່າ ການຈັດທຳແຜນປະຕິບັດງານ ແລະຂໍ້ກຳນົດ (TOR) ລວມທັງສັນຍາຕ່າງໆ ຈະສຳເລັດຢ່າງສົມບູນ ພາຍໃນກາງປີ 2025 ນີ້ ດັ່ງທີ່ ທ່ານສຸລິຍະ ໄດ້ໃຫ້ການຢືນຢັນວ່າ “ຫນ່ວຍງານທີ່ກ່ຽວຂ້ອງ ຄືກະຊວງການເງິນ ສຳນັກງົບປະມານ ແລະສະພາເພື່ອການພັດທະນາແຫ່ງຊາດ ກໍມີຄວາມເປັນຫ່ວງກ່ຽວກັບເລື່ອງງົບປະມານທີ່ສູງ ກໍເລີຍຈະໃຫ້ບາງສ່ວນເປັນການຮ່ວມທຶນ ເຊິ່ງອັນນີ້ ທາງພາກເອກະຊົນຈະມາລົງທຶນ 70,000 ລ້ານບາດ ມັນກໍຈະຫລຸດພາລະທີ່ລັດຖະບານຕ້ອງອອກເອງ ປະມານ 23% ແລະ ການລົດໄຟແຫ່ງປະເທດໄທ ກໍຕ້ອງໄປຈັດທຳ TOR ຈັດທຳແຜນ ເພື່ອໃຫ້ສໍາເລັດຢ່າງຊ້າ ກະປະມານເດືອນຫົກ.”
ພາຍໃຕ້ແຜນການດັ່ງກ່າວນີ້ ລັດຖະບານໄທກໍຍັງໄດ້ວາງເປົ້າໝາຍທີ່ຈະເຊື່ອມຕໍ່ກັບທຸກປະເທດໃນເຂດລຸ່ມນ້ຳຂອງດ້ວຍກັນໃຫ້ໄດ້ຢ່າງຄົບຖ້ວນອີກດ້ວຍ ໂດຍສະເພາະແມ່ນການເຊື່ອມຕໍ່ລະຫວ່າງ ໄທກັບລາວໄປຈີນ ແລະ ຫວຽດນາມນັ້ນ ກໍຄືເປົ້າໝາຍບູລິມະສິດໃນການພັດທະນາປະເທດໄທ ໃຫ້ເປັນສູນກາງຂອງການເຊື່ອມຕໍ່ທາງດ້ານ Logistic ໃນອາຊຽນໃຫ້ໄດ້ຢ່າງແທ້ຈິງ ໂດຍເລີ່ມຈາກການພັດທະນາລະບົບ Logistic ໃນຈັງຫວັດໜອງຄາຍ ເຊື່ອມຕໍ່ກັບນະຄອນຫລວງວຽງຈັນໄປເມືອງຄຸນໝິງ ແຂວງຢຸນນານຂອງຈີນ ແລະຍັງເປັນເປົ້າຫມາຍທີ່ສອດຄ່ອງກັບແຜນການພັດທະນາລາວໃຫ້ເປັນເຂດເຊື່ອມຕໍ່ທາງດ້ານ logistic ລະຫວ່າງຈີນກັບອາຊຽນອີກດ້ວຍ ດັ່ງທີ່ທ່ານມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳແລະການຄ້າ ໄດ້ຢືນຢັນວ່າ “ປະລິມາດການຄ້າລະຫວ່າງ ລາວ-ຈີນນີ້ ກໍເພີ່ມຂຶ້ນ ພາຍຫລັງພວກເຮົາມີທາງລົດໄຟ ລາວ-ຈີນ ແລະລາວນີ້ ຄັນສິເວົ້າກະເປັນປະຕູເຊື່ອມຈອດລະຫວ່າງຈີນ ກັບປະເທດສະມາຊິກອາຊຽນ ສິນຄ້າຈາກຈີນ ໄປປະເທດໄທ ສິໄປກຳປູເຈຍ ສິໄປບັນດາປະເທດທີ່ຢູ່ທາງພາກໃຕ້ນີ້ ແມ່ນຜ່ານທາງລົດໄຟລາວ-ຈີນ ໄປ ແລ້ວສິນຄ້າຈາກໄທ ຈາກບັນດາປະເທດສະມາຊິກອາຊຽນ ກໍສາມາດມາຜ່ານລາວໄປຈີນ ສະນັ້ນ ພາຍຫຼັງທີ່ທາງລົດໄຟ ລາວ-ຈີນ ເປີດນຳໃຊ້ ປະລິມາດການຄ້າລະຫວ່າງລາວ ແລະຈີນນີ້ ເພີ່ມຂຶ້ນທຸກໆປີ.”
ສ່ວນເຈົ້າໜ້າທີ່ກະຊວງຄົມມະນາຄົມໄທ ເປີດເຜີຍວ່າ ການກໍ່ສ້າງທາງລົດໄຟຄວາມໄວສູງ ໄລຍະທີ 1 ຈາກບາງກອກ ໄປໂຄຣາດ ມີຄວາມຄືບໜ້າ 40% ຂອງແຜນການສ່ວນໄລຍະທີ 2 ຈາກໂຄຣາດ-ໜອງຄາຍ ກໍຈະເລີ່ມລົງມືກໍ່ສ້າງ ໃນປີ 2025 ເພື່ອໃຫ້ສຳເລັດທັງ 2 ໄລຍະ ແລະເຊື່ອມຕໍ່ກັບທາງລົດໄຟ ລາວ-ຈີນ ໃຫ້ໄດ້ຢ່າງຄົບວົງຈອນໃນປີ 2031 ສ່ວນການສຶກສາ-ອອກແບບກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງໃໝ່ ຄູ່ຂະໜານກັບຂົວຂ້າມນໍ້າຂອງ ແຫ່ງທີ 1 ທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນ ໄປຫາ ໜອງຄາຍ ຫຼື ຂົວຂ້າມນໍ້າຂອງແຫ່ງທີ 1 ໄລຍະທີ 2 ເພື່ອເຊື່ອມຕໍ່ກັບທາງລົດໄຟ ລາວ-ຈີນ ທີ່ນະຄອນຫຼວງວຽງຈັນນັ້ນ ກໍໄດ້ດຳເນິນການສຳເລັດແລ້ວ ແລະຈະນຳສະເໜີເພື່ອໃຫ້ລັດຖະບານໄທ ອະນຸມັດຢ່າງເປັນທາງການໃນໄວໆນີ້.
ຟໍຣັມສະແດງຄວາມຄິດເຫັນ