ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອອສເຕຣເລຍ ແລະນິວຊີແລນ ຮຽກຮ້ອງໃຫ້ໃຈເຢັນ ໃນຂະນະທີ່ ອົງການເຂດປາຊີຟິກ ແຕກແຍກກັນ


ທຸງຊາດຂອງບັນດາປະເທດຢູ່ໃນອົງການປະເທດເກາະເຂດປາຊີຟິກ ແມ່ນຕິດຕັ້ງໃຫ້ເຫັນ ຢູ່ທີ່ປະເທດເກາະນ້ອຍໆ ນາອູຣູ ໃນເຂດປາຊີຟິກ, ວັນທີ 3 ກັນຍາ 2018.
ທຸງຊາດຂອງບັນດາປະເທດຢູ່ໃນອົງການປະເທດເກາະເຂດປາຊີຟິກ ແມ່ນຕິດຕັ້ງໃຫ້ເຫັນ ຢູ່ທີ່ປະເທດເກາະນ້ອຍໆ ນາອູຣູ ໃນເຂດປາຊີຟິກ, ວັນທີ 3 ກັນຍາ 2018.

ນິວຊີແລນກຳລັງຮຽກຮ້ອງຕໍ່ບັນດາສະມາຊິກກຸ່ມປະເທດໃນໝູ່ເກາະໄມໂກຣເນເຊຍ ຂອງອົງການບັນດາປະເທດໃນໝູ່ເກາະປາຊີຟິກ ບໍ່ໃຫ້ຖອນໂຕອອກໄປ. ບັນຫາຂັດແຍ້ງທີ່ຂົມຂື່ນກ່ຽວກັບການນຳພາໄດ້ສ້າງຄວາມແຕກແຍກ ພາຍໃນອົງການຈັດຕັ້ງດັ່ງກ່າວ ໃນດ້ານການເມືອງ ແລະເສດຖະກິດຂອງພາກພື້ນ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນຖະແຫລງການຢູ່ນະຄອນຫຼວງວີລລິງຕັນ ຂອງນິວຊີແລນນັ້ນ ນາຍົກ ລັດຖະມົນຕີ ຈາຊິນດາ ອາຣເດີນ ໄດ້ກ່າວວ່າ ການຕັດສິນໃຈ ໂດຍບັນດາປະ ເທດຂອງໝູ່ເກາະໄມໂກຣເນເຊຍ ທີ່ຈະຖອນໂຕອອກໄປຈາກອົງການລະດັບພູມິພາກນັ້ນ ແມ່ນເປັນທີ່ໜ້າເສຍໃຈ. ອອສເຕຣເລຍ ກໍໄດ້ຮຽກຮ້ອງຕໍ່ທຸກຝ່າຍ ໃຫ້ແກ້ໄຂຄວາມເຫັນທີ່ແຕກຕ່າງກັນ.

ອົງການຈັດຕັ້ງດັ່ງກ່າວ ໄດ້ກໍ່ຕັ້ງຂຶ້ນໃນປີ 1971 ໂດຍມີ 18 ປະເທດສະມາຊິກ ທີ່ລວມທັງ ປາປົວນິວກີນີ, ໂປລີເນເຊຍທີ່ປາກເວົ້າພາສາຝຣັ່ງ, ຊາມົວ, ນິວຊີແລນ ແລະອອສເຕຣເລຍ. ບັນດານັກຊ່ຽວຊານເຊື່ອວ່າ ປາລາອູ, ໝູ່ເກາະມາຣຊາລ, ສະຫະພັນລັດໄມໂກຣເນເຊຍ, ກີຣີບາຕີ ແລະ ນາອູຣູ ຮູ້ສຶກວ່າຖືກປ່ອຍ ປະລະເລີຍ ໂດຍບັນດາສະມາຊິກຂອງໝູ່ເກາະເມລາເນເຊຍ ທີ່ໃຫຍ່ກວ່າ ເຊັ່ນວ່າ ປາປົວນິວກີນີ ແລະຟີຈີ ຊຶ່ງໃນດ້ານຂອງວັດທະນະທຳແລະພູມິສາດແລ້ວ ກໍແຕກຕ່າງກັນ.

ມີການຖົກຖຽງກັນຢ່າງຂື່ນຂົມກ່ຽວກັບວ່າ ຜູ້ໃດຄວນນຳພາ ອົງການບັນດາປະ ເທດໝູ່ເກາະໃນປາຊີຟິກ.

ບັນດາປະເທດໄມໂກຣເນເຊຍ ຈາກເຂດປາຊີຟິກເໜືອ ໄດ້ຢືນຢັດຕໍ່ຂໍ້ຕົກລົງທີ່ຈະແຕ່ງຕັ້ງຜູ້ສະໝັກທີ່ພວກເຂົາເຈົ້າຕ້ອງການໃຫ້ເປັນເລຂາທິການໃຫຍ່ຄົນໃໝ່ຂອງອົງການດັ່ງກ່າວນັ້ນ ແມ່ນບໍ່ໄດ້ປະຕິບັດຕາມຂໍ້ຕົກລົງ.

ອອສເຕຣເລຍ ແລະນິວຊີແລນ ມີຄວາມເປັນຫ່ວງກ່ຽວກັບສະຖຽນລະພາບຢູ່ໃນພາກພື້ນ. ແລະຍັງມີຄວາມຄວາມເປັນຫ່ວງວ່າ ຄວາມແຕກແຍກກັນອາດຊຸກຍູ້ໃຫ້ຈີນ ເພີ້ມອິດທິພົນຂອງຕົນຂຶ້ນຕື່ມ ຕໍ່ບັນດາປະເທດເກາະທັງຫຼາຍ. ເມື່ອມໍ່ໆມານີ້ ໝູ່ເກາະກີຣີບາຕີ ໄດ້ຫັນປ່ຽນການຮັບຮູ້ ທາງດ້ານການທູດຂອງຕົນຢ່າງເປັນທາງການ ຈາກໄຕ້ຫວັນ ໄປເປັນຈີນແຜ່ນດິນໃຫຍ່.

ທ່ານຈອນເນທັນ ຟຣິກຄ໌ ເປັນຜູ້ອຳນວຍການຂອງໂຄງການບັນດາໝູ່ເກາະໃນປາຊີຟິກ ຢູ່ສະຖາບັນໂລວີ ຊຶ່ງເປັນອົງການຈັດຕັ້ງອິດສະຫລະທີ່ສຶກສາຄົ້ນຄວ້າດ້ານນະໂຍບາຍ ທີ່ມີຫ້ອງການຢູ່ໃນນະຄອນຊິດນີ.

ທ່ານຟຣິກຄ໌ ກ່າວວ່າ ສື່ມວນຊົນຂອງທາງການຈີນໄດ້ພະຍາຍາມທີ່ຈະຖິ້ມໂທດ ໃສ່ ແຄນເບີຣາ ແລະວີລລິງຕັນ ສຳລັບບັນຫາຕ່າງໆຂອງອົງການດັ່ງກ່າວນັ້ນ.

ທ່ານຟຣິກຄ໌ ເວົ້າວ່າ “ຂ້າພະເຈົ້າບໍ່ຄິດວ່າ ຈີນຈະໄດ້ຜົນປະໂຫຍດຢ່າງຫຼວງ ຫຼາຍ ຈາກການຖອນໂຕອອກຈາກອົງການນີ້ ແຕ່ຂ້າພະເຈົ້າແນ່ໃຈວ່າ ພວກເຂົາຈະພະຍາຍາມໃຊ້ຄວາມແຕກແຍກໃດໆທີ່ພວກເຂົາເຫັນຢູ່ໃນພາກພື້ນ ເພື່ອພະຍາຍາມ ແລະສ້າງຄວາມແບ່ງແຍກລະຫວ່າງບັນດາປະເທດໃນປາຊີຟິກ ແລະພວກຄູ່ພາຄີດັ່ງເດີມຂອງພວກເຂົາເຈົ້າ ເຊັ່ນວ່າ ອອສເຕຣເລຍ ແລະນິວຊີແລນ. ພວກເຮົາໄດ້ເຫັນບົດບັນນາທິການຢູ່ແລ້ວ ຈາກໜັງສືພິມໂກລໂບລໄທມສ໌ (Global Times) ໂດຍຖິ້ມໂທດໃສ່ອອສເຕຣເລຍ ແລະນິວຊີແລນ ສຳລັບບັນຫາທີ່ເກີດຂຶ້ນໃນອົງການດັ່ງກ່າວເມື່ອອາທິດແລ້ວນີ້.”

ບັນຫາຂັດແຍ້ງມີຂຶ້ນໃນຂະນະທີ່ເຂດປາຊີຟິກກຳລັງປະເຊີນກັບຄວາມທ້າທາຍທີ່ໃຫຍ່ຫຼວງທີ່ສຸດ ລວມທັງ ໄວຣັສໂຄວິດ-19 ຊຶ່ງໄດ້ສົ່ງຜົນກະທົບເສຍຫາຍຢ່າງໜັກຕໍ່ອຸດສາຫະກຳການທ່ອງທ່ຽວ ແລະໄພຂົ່ມຂູ່ຈາກການປ່ຽນແປງຂອງດິນຟ້າອາກາດ.

ເຂດປາຊີຟິກສ່ວນໃຫຍ່ ຍັງຄົງປອດໄວຣັສໂຄໂຣນາ ແຕ່ຜົນກະທົບຂອງມັນຕໍ່ການເດີນທາງຂອງໂລກນັ້ນ ໄດ້ກໍ່ໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຕໍ່ເສດຖະກິດຂອງປະເທດເກາະທັງຫຼາຍ ທີ່ໄດ້ກາງຕໍ່ການທ່ອງທ່ຽວ.

ກອງປະຊຸມບັນດາເກາະເຂດປາຊີຟິກ ມຸ້ງໝັ້ນທີ່ຈະສ້າງພາກພື້ນໃຫ້ມີສັນຕິພາບ ຄວາມເປັນນ້ຳນຶ່ງໃຈດຽວ ແລະຄວາມຈະເລີນຮຸ່ງເຮືອງ ແຕ່ການສູນເສຍເກືອບນຶ່ງສ່ວນສາມໃນກຸ່ມສະມາຊິກຂອງຕົນ ຈະສົ່ງຜົນເສຍຫາຍຢ່າງໃຫຍ່ຫຼວງຕໍ່ສະຖາບັນທີ່ພິເສດອັນນີ້ ຊຶ່ງຫາທາງທີ່ຈະນຳເອົາປະຊາຄົມບາງສ່ວນທີ່ຢູ່ຫ່າງໄກສອກ ຫລີກທີ່ສຸດຂອງໂລກ ເຂົ້າມາຮ່ວມເຂົ້າກັນ.

ອ່ານລາຍງານນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG