ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ທຳການເຄື່ອນໄຫວ ເພື່ອຂະຫຍາຍການຮັກສາຄວາມປອດໄພໃນພາກພື້ນ


ຮູບນີ້ສະແດງໃຫ້ເຫັນຕຶກຫໍລັດຖະສະພາຂອງປະເທດເກາະ ປາລາວ, ນະຄອນຫຼວງ ເມເລເກອົກ, ເກາະ ປາລາວ.
ຮູບນີ້ສະແດງໃຫ້ເຫັນຕຶກຫໍລັດຖະສະພາຂອງປະເທດເກາະ ປາລາວ, ນະຄອນຫຼວງ ເມເລເກອົກ, ເກາະ ປາລາວ.

ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ອອ​ສ​ເຕ​ຣ​ເລຍ ທ່ານ​ນາງ ເພັນ​ນີ ວັອງ ແມ່ນ​ກຳ​ລັງນຳ​ພາ​ກຸ່ມ​ຂອງ​ບັນ​ດາ​ນັກ​ການ​ເມືອງ​ຈາກ​ນະ​ຄອນຫຼວງ ແຄນ​ເບີ​ຣາ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ ແລະອື່ນໆ​ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ. ນັກ​ຂ່າວ​ວີ​ໂອ​ເອ ຟິ​ລ ເມີ​ເຊີ ມີ​ລາຍ​ງານ​ຈາກນ​ະ​ຄອນ ຊິດ​ນີ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາ​ຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ໂຄວິດ, ສະ​ພາບ​ອາ​ກາດປ່ຽນ​ແປງ ແລະ ຈີນ ຈະ​ເປັນ​ຫົວ​ຂໍ້ຫຼັກ​ຂອງ​ການ​ປຶກ​ສາ​ຫາ​ລື​ໃນ​ອາ​ທິດນີ້ ເວ​ລາ​ທີ່​ຜູ້​ແທນ​ອາ​ວຸ​ໂສ ອ​ອ​ສ​ເຕ​ຣ​ເລຍ ເດີນ​ທາງ​ໄປ​ຢ້ຽມ​ຢາ​ມ​ເກາະ​ວາ​ນູ​ອາ​ຕູ, ສະ​ຫະ​ພັນ​ລັດ ໄມ​ໂຄ​ຣ​ນີ​ເຊຍ ແລະ ປາ​ລາວ.

ເກ​າ​ະ​ວາ​ນູ​ອາ​ຕູ ແມ່ນ​ກຸ່ມ​ຂອງ​ເກາະ ​ທີ່​ຕັ້ງ​ຢູ່ສາມ​ສ່ວນ​ສີ່​ ຂອງ​ໄລ​ຍະ​ທາງ​ຈາກ​ເກາະຮາ​ວາຍ ຫາ​ປະ​ເທດ ອອ​ສ​ເຕ​ຣ​ເລຍ. ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ເຂົາ​ເຈົ້າ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ດ້ານ​ຄວາມ​ປອດ​ໄພ​ສອງ​ຝ່າຍ​ກັບ​ລັດ​ຖະ​ບານ ແຄນ​ເບີ​ຣາ. ມັນ​ຈະ​ປົກ​ຄຸມຫຼາຍ​ຂົງ​ເຂດ​ທີ່ກວ້າງ​ຂວາງ ​ລວມ​ທັງ​ການ​ບັນ​ເທົາໄພ​ພິ​ບັດ, ການ​ຮັກ​ສາ​ລະ​ບຽບ​ກົດ​ໝາຍ, ການ​ຮັ​ກ​ສາ​ຄວາມ​ປອດ​ໄພ​ເຂດ​ຊາຍ​ແດນ ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ທາງ​ທະ​ເລ.

ໃນ​ຖະ​ແຫຼງ​ການ​ຂຽນ​ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ ອອ​ສ​ເຕ​ຣ​ເລຍ ທ່ານ​ນາງ ເພັນ​ນີ ວັອງ, ໄດ້​ກ່າວ​ວ່າຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຈະ “ທຳ​ການ​ປະ​ກອບ​ສ່ວນ​ທີ່​ມີ​ຄ່າ​ຕໍ່​ຄວາມ​ປອດ​ໄພ​ຂອງ​ຄອບ​ຄົວ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ.”

ທ່າ​ນ​ນາງ ວັອງ ໄດ້​ເດີນ​ທາງ​ກັບ​ບັນ​ດາ​ສະ​ມາ​ຊິກ​ອາ​ວຸ​ໂສ​ຂອງ​ລັດ​ຖະ​ບານ​ກາງ​ອຽງ​ຊ້າຍ​ຂອງ ອອ​ສ​ເຕ​ຣ​ເລຍ ແລະ ສະ​ມາ​ຊິກ​ຂອງ​ຝ່​າຍ​ຄ້ານ​ຫົວ​ອະ​ນຸ​ລັກ​ນິ​ຍົມ.

ຜູ້​ແທນ​ຈາກ​ສອງ​ພັກ​ການ​ເມືອງ​ດັ່ງ​ກ່າວ​ຍັງ​ຈະ​ລະ​ນຶກ​ເຖິງວັນ​ຄົບ​ຮອບ​ສາຍ​ພົວ​ພັນ​ທາງ​ການ​ທູດ 35 ປີ​ກັບ​ສະ​ຫະ​ພັນ​ລັດ ໄມ​ໂຄ​ຣ​ນີ​ເຊຍ ແລະ ຈະ​ຢ້ຽມ​ຢາມ​ໂຮງ​ຮຽນ​ປະ​ຖົມ​ເພື່ອ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຂອງ ອອ​ສ​ເຕ​ຣ​ເລຍ ສຳ​ລັບ​ພາກ​ສ່ວນ​ການ​ສຶກ​ສາ​ຂອງ​ເກາະ​ນັ້ນ.

ໃນ​ເກາະ ປາ​ລາວ, ທ່ານ​ນາງ ວັອງ ແລະ ເພື່ອນ​ຮ່ວມ​ງານ​ຂອງ​ທ່ານ​ນາງ​ຈະ​ຢ້ຽມ​ຢາມ​ໂຄງ​ການ​ພະ​ລັງ​ງານ​ແສງ​ຕາ​ເວັນ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍ ອອ​ສ​ເຕ​ຣ​ເລຍ.

ທັງ​ເກາະ ປາ​ລາວ ແລະ ສະ​ຫະ​ພັນ​ລັດ ໄມ​ໂຄ​ຣ​ນີ​ເຊຍ ແມ່ນ​ປະ​ເທດ​ເອ​ກະ​ລາດ ແຕ່​ໄດ້ເຊັນຂໍ້​ຕົກ​ລົງ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​ກັບ ສະ​ຫະ​ລັດ ຫຼື Compact of Free Association, ເຊິ່ງ ເຮັດ​ໃຫ້ ວໍ​ຊິງ​ຕັນ ມີ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ປ້ອງ​ກັນ​ບັນ​ດາ​ເກາະ​ດັ່ງ​ກ່າວ ແລະ ມີ​ສິດ​ທີ່​ຈະ​ຮັກ​ສາ​ຖານ​ທັບ​ໄວ້.

ເກາະ ປາ​ລາວ ແມ່ນ​ນຶ່ງ​ໃນ​ສອງ​ສາມ​ປະ​ເທດໃນ​ໂລກ ທີ່​ຮັບ​ຮູ້ ໄຕ້​ຫວັນ ເປັນ​ປະ​ເທດ​ທີ່​ມີ​ອຳ​ນາດ​ອະ​ທິ​ປະ​ໄຕ.

ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ເຂົາ​ເຈົ້າ, ທ່ານ ຊູ​ຣານ​ໂຈ​ລ ວິບ​ສ໌ ຈູ​ເນຍ ໄດ້​ກ່າວ​ຕໍ່​ໂທ​ລະ​ພາບ ABC ຂອງອອ​ສ​ເຕ​ຣ​ເລຍ ໃນ​ວັນ​ອັງ​ຄານ​ທີ່ຜ່ານ​ມາ​ວ່າພາກ​ພື້ນ​ດັ່ງ​ກ່າວ​ໄດ້​ປະ​ເຊີນ​ກັບຫຼາຍ​ບັນ​ຫາ​ທີ່​ຮ້າຍ​ແຮງ.

ທ່ານ ວິບ​ສ໌ ກ່າວ​ວ່າ “ມັນ​ມີຫຼາກຫຼາຍ​ບັນ​ຫາ​ທີ່​ພວກ​ເຮົາ​ໄດ້​ປະ​ເຊີນ​ນັບ​ຈາກ ໂຄວິດ, ເຊິ່ງ​ຫວັງ​ວ່າ​ມັນ​ໄດ້​ກາຍ​ພວກ​ເຮົາ​ໄປ​ແລ້ວ, ສະ​ພາບ​ອາ​ກາດ, ເຊິ່ງ​ແມ່ນ​ຄົງ​ທີ່ ແລະ ພວກ​ເຮົາ​ສາ​ມາດ​ເວົ້າ​ໄດ້​ວ່າ​ຄວາມ​ຂັດ​ແຍ້ງ ແລະ ອັດ​ຕາ​ເງິນ​ເຟີ້​ທີ່​ສູງ​ຂຶ້ນ ແລະ ຈີນ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ແມ່ນ​ບັນ​ຫາຫຼັກ​ທີ່​ໄດ້​ແຊກ​ຊຶມ​ໄປ​ທົ່ວ​ພາກ​ພື້ນ.”

ໃນ​ຕົ້ນ​ປີນີ້, ຈີນ ໄດ້​ເຊັນ​ຂໍ້​ຕົກ​ລົງ​ດ້ານ​ຄວາມ​ປອດ​ໄພ​ທີ່ກວ້າງ​ຂວາງ​ກັບ​ໝູ່​ເກາະ ໂຊ​ໂລມອນ. ປັກ​ກິ່ງ ໄດ້​ກ່າວ​ວ່າ​ຂໍ້​ຕົກ​ລົງ​ທີ່​ວ່າ​ນັ້ນ​ຈະ​ຮັກ​ສາ “ລະ​ບຽບ​ທາງ​ສັງ​ຄົມ” ໃນ​ໝູ່​ເກາະ​ຂອງ ໂຊ​ໂລມອນ, ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ອອ​ສ​ເຕ​ຣ​ເລຍ. ຈີນ ໄດ້​ປະ​ສົບ​ຄວາມ​ລົ້ມ​ແຫຼວ​ທີ່​ຈະ​ຊັກ​ຊວນ​ປະ​ເທດ​ໝູ່​ເກາະ​ປາ​ຊີ​ຟິກ​ອື່ນໆ​ໃຫ້​ເຊັນ​ຂໍ້​ຕົກ​ລົງ​ພາກ​ພື້ນ​ທີ່ກວ້າງ​ຂວາງ, ແຕ່ ອອ​ສ​ເຕ​ຣ​ເລຍ ແລະ ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ​ເຊື່ອ​ວ່າ ຈີນ ໄດ້​ຮັກ​ສາ​ຄວາມ​ທະ​ເຍີ​ທະ​ຍານ​ດ້ານ​ຄວາມ​ປອດ​ໄພ ແລະ ເສດ​ຖະ​ກິດ​ຂອງ​ເຂົາ​ເຈົ້າ​ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ.

ໃນ​ການ​ຕອບ​ໂຕ້, ອອ​ສ​ເຕ​ຣ​ເລຍ ໄດ້​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ທາງ​ການ​ທູດ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ພາກ​ພື້ນ, ໂດຍ​ໄດ້​ສັນ​ຍາ​ທີ່​ຈະ​ດຳ​ເນີນ​ການ ກ່ຽວ​ກັບ ສະ​ພາບ​ອາ​ກາດ​ປ່ຽນ​ແປງ, ຄວາມ​ປອດ​ໄພ ແລະ ການ​ຊ່ວຍ​ເຫຼືອ​ເພີ່ມ​ເຕີມ.

ສາຍ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ ອອ​ສ​ເຕ​ຣ​ເລຍ ແລະ ຈີນ ໄດ້​ເຊື່ອມ​ໂຊມ​ລົງ​ຍ້ອນ​ຄວາມ​ຂັດ​ແຍ້ງ​ດ້ານ​ພູມ​ສາດ​ການ​ເມືອງຫຼາຍ​ຢ່າງ. ການ​ກ່າວ​ຫາ​ຈີນ ກ່ຽວ​ກັບ ການ​ແຊ​ກ​ແຊງ​ຂອງ​ຈີນ ເຂົ້າ​ໃນ​ບັນ​ຫາ​ພາຍ​ໃນ​ຂອງ ອອ​ສ​ເຕ​ຣ​ເລຍ ແລະ ການ​ສອດ​ແນມ​ທາງ​ຄອ​ມ​ພິວ​ເຕີ ແມ່ນ​ຖືກ​ປະ​ຕິ​ເສດ​ໂດຍ​ປັກ​ກິ່ງ​ວ່າ ເປັນ “ໂຣກ​ປະ​ສາດ​ຕໍ່​ຕ້ານ​ຈີນ.”

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG