ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ໄວ້ທຸກໃຫ້ແກ່ ນັກການເມືອງ 'ຍັກໃຫຍ່' ລະດັບຊາດຄົນທໍາອິດ


ທ່ານຢູນູປິງກູ, ຜູ້ນໍາຊົນເຜົ່າພື້້ນເມືອງທີ່ມີອິດທິພົນຂອງອອສເຕຣເລຍ, ໃນຮູບປີ 2019 ຢູ່ປະເທດອອສເຕຣເລຍ ທີ່ໄດ້ຮັບການສະໜອງໃຫ້ນີ້ ເຫັນວ່າກໍາລັງອູ້ມເດັກນ້ອຍຢູ່. Peter Eve/Yothu Yindi Foundation/Handout via REUTERS
ທ່ານຢູນູປິງກູ, ຜູ້ນໍາຊົນເຜົ່າພື້້ນເມືອງທີ່ມີອິດທິພົນຂອງອອສເຕຣເລຍ, ໃນຮູບປີ 2019 ຢູ່ປະເທດອອສເຕຣເລຍ ທີ່ໄດ້ຮັບການສະໜອງໃຫ້ນີ້ ເຫັນວ່າກໍາລັງອູ້ມເດັກນ້ອຍຢູ່. Peter Eve/Yothu Yindi Foundation/Handout via REUTERS

ນຶ່ງໃນຜູ້ນໍາຄົນສໍາຄັນທີ່ສຸດລະດັບຊາດຄົນທໍາອິດຂອງອອສເຕຣເລຍໃນ ຊ່ວງສັດຕະວັດທີ່ຜ່ານມາ ໄດ້ເສຍຊີວິດລົງແລ້ວ. ຜູ້ສູງອາຍຸຈາກຊົນເຜົ່າໂຢລນູ (Yolŋu) ທ່ານຢູນູປິງກູ (Yunupingu) ເສຍຊີວິດລົງ ຢູ່ທີ່​ບ້ານ​ເກີດຂອງເພິ່ນ ໃນເຂດ Northern Territory ຮວມອາຍຸ​ໄດ້ 74 ປີ ລຸນຫຼັງທີ່ຕໍ່ສູ້ມາຕະຫຼອດຊີວິດ ເພື່ອສິດທິຂອງຊົນເຜົ່າພື້ນເມືອງ. ຟີລ ເມີເຊີ ມີລາຍງານ ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານຢູນູປິງກູ ເພິ່ນເປັນນັກລົບທາງການເມືອງທີ່ໜ້າເຄົາລົບ, ຜູ້ທີ່ໄດ້ທໍາການຕໍ່ ສູ້ເພື່ອສິດທິໃນດິນແດນແລະ​ສິດ​ທິ​ຂອງຊົນເຜົ່າພື້ນເມືອງແລະໃຫ້ເປັນທີ່ຍອມຮັບ ຢູ່ໃນປະເທດອອສເຕຣເລຍ. ຊື່ຂອງເພິ່ນມີຄວາມໝາຍວ່າ “ຫິນສັກສິດທີ່ຢືນສະ ຫງ່າຕໍ່ການເວລາ.” ເພິ່ນໄດ້ທ້າທາຍຕໍ່ບໍລິສັດຂຸດຄົ້ນແຮ່ທາດທີ່ມີອໍານາດ ແລະກໍ່ຕັ້ງບໍ່ແຮ່ ພ້ອມທັງດໍາເນີນການຂຸດຄົ້ນ ແຮ່ບອກໄຊທ໌​ແຫ່ງທໍາອິດ ທີ່ເປັນຂອງຊົນເຜົ່າພື້ນເມືອງອະບໍຣີຈິນ ໃນປະເທດອອສເຕຣເລຍ. ນາຍົກລັດຖະມົນຕີຫຼາຍຄົນ ຜູ້ດໍາລົງຕໍາແໜ່ງຕໍ່ໆກັນ ກໍຂໍຄໍາແນະນໍາຈາກທ່ານເຊັ່ນກັນ.

ທ່ານຢູນູປິງກູ ໄດ້ກາຍມາເປັນຄົນທີ່ມີຊື່ສຽງ ໃນຊຸມປີ 1960 ດ້ວຍຂະ​ບວນການເຄື່ອນໄຫວ ເພື່ອສິດທິໃນ​ເລື້ອງດິນ.

ໃນລະຫວ່າງທີ່ເປັນໄວລຸ້ນ ເພິ່ນໄດ້ຊ່ວຍສ້າງສິ່ງທີ່ຮ້ອງວ່າ ໜັງສືຮຽກຮ້ອງທີ່ເປັນເປືອກໄມ້ ເຖິງລັດຖະສະພາຂອງອອສເຕຣເລຍ ໃນປີ 1963. ມັນເປັນເອກະສານທໍາອິດທີ່ໄດ້ຂຽນລົງເປືອກຂອງຕົ້ນໄມ້ ເພື່ອສະແດງເຖິງຄວາມສໍາພັນຂອງຊົນຊາດທໍາອິດ ຢູ່ໃນດິນແດນແຫ່ງນີ້ ເຊິ່ງໄດ້ຖືກຮັບຮອງໂດຍລັດຖະສະພາຂອງລັດຖະບານກາງ ໃນນະຄອນຫຼວງແຄນເບີຣາ.

ຄໍາຮ້ອງຈາກເປືອກໄມ້ ເຢຍກາລາ (Yirrkala) ໄດ້ຖືກປະດັບເອ້ດ້ວຍສີລະປະຂອງຊົນເຜົ່າພື້ນເມືອງ ປະກອບດ້ວຍດິນສີເຫຼືອງ ແລະຖ່ານ, ໄດ້ຖືກພິຈາລະ ນາວ່າ ເປັນເອກະສານສໍາລັບການກໍ່ຕັ້ງການເຄື່ອນໄຫວ ເພື່ອສິດທິ ຢູ່ໃນດິນ ແດນຂອງຊົນເຜົ່າພື້ນເມືອງອະບໍຣີຈີນ.

ທ່ານຢູນູປິງກູ ໄດ້ຮັບການສະເໜີຊື່ ເປັນປະຊາຊົນຊາວອອສເຕຣເລຍແຫ່ງປີ, ເຊິ່ງເປັນລາງວັນສໍາລັບພົນລະເຮືອນ ທີ່ສູງທີ່ສຸດຂອງປະເທດ ໃນປີ 1978.

ເມື່ອໄວໆມານີ້, ຜູ້​ນຳ​ຊົນ​ເຜົ່າອະວຸໂສ ໄດ້ຕິດຕາມເບິ່ງການຈັດຕັ້ງການສ້າງຖານອະວະກາດ ກູລກູລາ (Gulkula) ເຊິ່ງເປັນພາຄີຂອງອົງການ NASA ໃນດິນແດນຂອງຊົນເຜົ່າພື້ນເມືອງອະບໍຣິຈີນຢູ່ໃນ​ເຂດ Northern Territory.

ນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານແອນໂທນີ ອາລບານີສ ຂຽນຂໍ້ ຄວາມຢູ່ໃນທວິດເຕີ້ວ່າ ຜູ້ນໍາຊົນເຜົ່າພື້ນເມືອງ “ໄດ້ກ້າວເດີນຢູ່ໃນໂລກສອງແບບດ້ວຍອໍານາດແຫ່ງພະລັງ ແລະຄວາມສະຫງ່າງາມ.”

ທ່ານຢູນູປິງກູ, ຜູ້ນໍາຊົນເຜົ່າທີ່ມີອິດທິພົນຂອງອອສເຕຣເລຍ, ກໍາລັງນັ່ງສົນທະນາກັນກັບນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ໃນວັນທີ 29 ກໍລະກົດ 2022 ໃນເອກະສານພາບຂອງປະເທດອອກເຕຣເລຍ. Melanie Faith Dove/Yothu Yindi Foundation/Handout via REUTERS
ທ່ານຢູນູປິງກູ, ຜູ້ນໍາຊົນເຜົ່າທີ່ມີອິດທິພົນຂອງອອສເຕຣເລຍ, ກໍາລັງນັ່ງສົນທະນາກັນກັບນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ໃນວັນທີ 29 ກໍລະກົດ 2022 ໃນເອກະສານພາບຂອງປະເທດອອກເຕຣເລຍ. Melanie Faith Dove/Yothu Yindi Foundation/Handout via REUTERS

ຢ່າງໃດກໍຕາມ, ເມື່ອທ່ານຢູນູປິງກູມີອາຍຸຫຼາຍຂຶ້ນ ເພິ່ນໄດ້ຕື່ນໂຕກັບຂັ້ນຕອນທາງການເມືອງຫຼາຍຂຶ້ນ. ທ່ານຍອມຮັບສະເໝີວ່າ ທ່ານໄດ້ເຫັນການປ່ຽນແປງຕໍ່ຊຸມຊົນຊາວອະບໍຣິຈີນເລັກໜ້ອຍ ໃນຊ່ວງໄລຍະເວລາຂອງຊີວິດທ່ານ.

ສາດສະດາຈານ ມາເຊຍ ແລງຕັນ (Marcia Langton), ເຊິ່ງເປັນປະທານຂອງການສຶກສາກ່ຽວກັບຊົນເຜົ່າພື້ນເມືອງຢູ່ໃນອອສເຕຣເລຍ ຢູ່ທີ່ມະຫາວິທະ ຍາໄລເມລເບິນ.

ທ່ານນາງບອກກັບສະຖານີໂທລະພາບຂອງອອສເຕຣເລຍໃນວັນຈັນວານນີ້ວ່າ ທ່ານຢູນູປິງກູ ຈະເປັນຄົນທີ່ໄດ້ຮັບຄວາມຄິດຮອດຫຼາຍທີ່ສຸດ, ເຊິ່ງ ທ່ານນາງໄດ້ກ່າວວ່າ:

“ທ່ານເປັນຄົນທີ່ດີເລີດ ແລະເປັນຜູ້ນໍາທີ່ດີຫຼາຍ. ດັ່ງນັ້ນ ຈະຕ້ອງມີຫຼາຍຄົນທີ່ເສົ້າໂສກເສຍໃຈ. ທ່ານເຮັດໃຫ້ຫຼາຍຄົນປະທັບໃຈ ດ້ວຍການເປັນຜູ້ນໍາທີ່ມີມາລະຍາດ ແລະເປັນຜູ້ນໍາທີ່ອົບອຸ່ນ. ມັນໜ້າເສຍດາຍຫຼາຍ ທີ່ເພິ່ນບໍ່ໄດ້ຢູ່ເຫັນຜົນອອກມາທີ່ດີກວ່າເກົ່າ.”

ທ່ານຢູນູປິງກູ ຍັງເປັນນັກຮ້ອງທີ່ປະສົບຜົນສໍາເລັດ. ນໍ້າສຽງທີ່ເປັນເອກະລັກຂອງເພິ່ນ ໄດ້ຍິນຈາກການບັນທຶກສຽງຫຼາຍຄັ້ງ ຂອງວົງຣັອກ ໂຢທູ ຢິນດີ (Yothu Yindi) ທີ່ສະເຫຼີມສະຫຼອງກ່ຽວກັບດິນແດນນອດເທິນ, ເຊິ່ງນ້ອງຊາຍຂອງເພິ່ນ ທ່ານແມນດາເວີຍ ຢູນູປິງກູ (Mandawuy Yunupingu) ເປັນນັກຮ້ອງນໍາ.

ຢູ່ໃນຖະແຫຼງການຂອງມູນນິທິໂຢທູ ຢິນດີ ເຊິ່ງເປັນອົງການການກຸສົນກ່າວວ່າ “ຜູ້ທີ່ເປັນຍັກໃຫຍ່ຂອງປະເທດ ທີ່ມີຜົນງານຕໍ່ຊີວິດຢູ່ໃນສັງຄົມ ຍາວນານຮອດ 7 ທົດສະຫວັດ.”

ທ່ານເປັນນຶ່ງໃນບັນດາຜູ້ນໍາລະດັບຊາດຄົນທໍາອິດ ທີ່ມີອິດທິພົນທີ່ສຸດຂອງອອສເຕຣເລຍ, ແລະບັນດານັກປຸກລະດົມກ່າວວ່າ ທ່ານໄດ້ຖິ້ມມໍລະດົກ ແຫ່ງຄວາມຫວັງເອົາໄວ້.

ທ່ານເຄັນ ວາຍອັດ (Kent Wyatt) ລັດຖະມົນຕີຊົນເຜົ່າພື້ນເມືອງຄົນທໍາອິດຂອງອອສເຕຣເລຍ ສໍາລັບກິດຈະການດ້ານຊົນເຜົ່າພື້ນເມືອງອະບໍຣິຈີນ ກ່າວວ່າ “ທ່ານຄືຄວາມຍິ່ງໃຫຍ່ແຫ່ງການເປັນຜູ້ນໍາ.”

ທ່ານຢູນູປິງກູ ເສຍຊີວິດລົງ ລຸນຫຼັງທີ່ຕໍ່ສູ້ກັບການເຈັບປ່ວຍມາເປັນເວລາດົນນານ ດ້ວຍການຫ້ອມລ້ອມຂອງເພື່ອນມິດ ແລະຄອບຄົວຂອງທ່ານ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG