ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອອ​ສ​ເຕ​ຣ​ເລຍ ນຳ​ໜ້າ​ ໃນ​ການ​ປະ​ຕິ​ຮູບ ພະ​ລັງ​ງານ​ທົດ​ແທນ ທົ່ວ​ໂລກ


​ແທ່ນ​ພະ​ລັງ​ງານ​ແສງ​ອາ​ທິດ ຢູ່​ນາ​ແສງ​ອາ​ທິດ ວິນ​ໂດ​ຣາ, ເຊິ່ງ ຖືກ​ຕິດ​ຕັ້ງ​ໂດຍ​ບໍ​ລິ​ສັດ ພະ​ລັງ​ງານ ເອີ​ກັອນ (Ergon Energy), ໃກ້​ກັ​ບ​ເມືອງ ວິນ​ໂດ​ຣາ ເຂດ​ຊົນ​ນະ​ບົດ​ຂອງ​ລັດ ຄວີນ​ສ​ແລນ. 11 ສິງ​ຫາ, 2017.
​ແທ່ນ​ພະ​ລັງ​ງານ​ແສງ​ອາ​ທິດ ຢູ່​ນາ​ແສງ​ອາ​ທິດ ວິນ​ໂດ​ຣາ, ເຊິ່ງ ຖືກ​ຕິດ​ຕັ້ງ​ໂດຍ​ບໍ​ລິ​ສັດ ພະ​ລັງ​ງານ ເອີ​ກັອນ (Ergon Energy), ໃກ້​ກັ​ບ​ເມືອງ ວິນ​ໂດ​ຣາ ເຂດ​ຊົນ​ນະ​ບົດ​ຂອງ​ລັດ ຄວີນ​ສ​ແລນ. 11 ສິງ​ຫາ, 2017.

ປະ​ເທດ ອອ​ສ​ເຕ​ຣ​ເລຍ ກຳ​ລັງ​ຕິດ​ຕັ້ງ​ສະ​ຖານ​ທີ່​ຜະ​ລິດ​ພະ​ລັງ​ງານ​ທົດ​ແທນ ໃນ​ລະ​ດັບ
ທີ່ໄວກວ່າປະເທດອື່ນໆ. ການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ປະເທດ ອອສເຕຣເລຍ
ກຳລັງທຳຄວາມກ້າວໜ້າຕາມແຜນ ເພື່ອບັນລຸຄຳໝັ້ນສັນຍາໃນຂໍ້ຕົກລົງດິນຟ້າອາ
ກາດ ປາຣີ 5 ປີໄວກວ່າທີ່ຄາດເອົາໄວ້ ໃນປີ 2025. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍ
ງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນ
ດັບຕໍ່ໄປ.

ປະ​ເທດ ອອ​ສ​ເຕ​ຣ​ເລຍ ກຳ​ລັງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກການ​ປະ​ຕິ​ຮູບ​ພະ​ລັງ​ງານ​
ສີຂຽວ. ເຂົາເຈົ້າໄດ້ຕິດຕັ້ງສະຖານທີ່ຜະລິດພະລັງງານທົດແທນໄວກວ່າບ່ອນອື່ນໝົດ,
ແລະ ການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ອອສເຕຣເລຍ ກຳລັງທຳຄວາມກ້າວໜ້າ
ຕາມແຜນ ເພື່ອບັນລຸຄຳໝັ້ນສັນຍາໃນຂໍ້ຕົກລົງດິນຟ້າອາກາດ ປາຣີ ລ່ວງໜ້າຫ້າປີ.
ຂໍ້ຕົກລົງດັ່ງກ່າວ ທີ່ໄດ້ບັນລຸໃນນະຄອນ ຫຼວງຂອງປະເທດ ຝຣັ່ງ ໃນປີ 2016 ນັ້ນ ໄດ້
ເນັ້ນຢ້ຳເຖິງຄວາມຕ້ອງການສຳລັບການດຳເນີນງານໃນທົ່ວໂລກ ເພື່ອຫຼຸດຜ່ອນການ
ປ່ອຍແກ໊ສເຮືອນແກ້ວລົງ.

ນັກ​ວິ​ຊາ​ການ​ເວົ້າ​ວ່າ ໃນ​ລະ​ດັບ​ປັດ​ຈຸ​ບັນ ປະ​ເທດ ອອ​ສ​ເຕ​ຣ​ເລຍ ສາ​ມາດ​ຄາດ​ໄດ້ວ່າ​
ຈະໄດ້ຮັບພະລັງງານຈາກແຫຼ່ງພະລັງງານສີຂຽວ 100 ເປີເຊັນພາຍໃນນຶ່ງທົດສະວັດ
ເຄິ່ງ.

ທ່ານ ແອນ​ດ​ຣູ ເບ​ລ​ເກີ ແມ່ນ​ອາ​ຈອນ​ສອນວິຊາ​ວິ​ສະ​ວະ​ກຳ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລແຫ່ງ​
ຊາດ ອອສເຕຣເລຍ.

ທ່ານ ເບ​ລເກີ ເວົ້າ​ວ່າ “ປັດ​ຈຸ​ບັນ​ນີ້ ​ພະ​ລັງານ​ທົດ​ແທນ ແມ່ນມີ​ຫຼາຍກວ່າ 20 ເປີ​ເຊັນ
ແລ້ວ. ໃນລະດັບນີ້ ພວກເຮົາຈະໄດ້ຮັບ 50 ເປີເຊັນໃນປີ 2024, ແລະ 100 ເປີເຊັນ
ໃນປະມານປີ 2032 ຖ້າພວກເຮົາສືບຕໍ່ເຮັດແບບດຽວກັບສິ່ງທີ່ພວກເຮົາກຳລັງເຮັດຢູ່
ດຽວນີ້. ນີ້ແມ່ນສີ່ ຫຼື ຫ້າເທື່ອຕໍ່ຫົວຄົນໄວກວ່າ ສະຫະລັດ ຈີນ, ຍີ່ປຸ່ນ ຫຼື ສະຫະພາບ
ຢູໂຣບ.”

ການ​ຄົ້ນ​ຄວ້າ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ອອ​ສ​ເຕ​ຣ​ເລຍ ແມ່ນ​ກົງ​ກັນ​ຂ້າມ​ກັບ​
ການສຶກສາກ່ອນໜ້ານີ້, ເຊິ່ງໄດ້ພົບວ່າ ອອສເຕຣເລຍ ແມ່ນບໍ່ໄດ້ຢູ່ຕາມແຜນ ທີ່ຈະ
ບັນລຸພັນທະຂອງເຂົາເຈົ້າ ພາຍໃຕ້ຂໍ້ຕົກລົງ ປາຣີ. ລາຍງານ ກ່ຽວກັບ ຂະໜາດຂອງ
ການປ່ອຍຄວັນພິດ ປີ 2018 ຈາກອົງການ ສະຫະປະຊາຊາດ ໄດ້ຈັດໃຫ້ ອອສເຕຣ
ເລຍ ເປັນປະເທດ G20 ທີ່ຈະບໍ່ບັນລຸເປົ້າໝາຍການຫຼຸດຄວັນພິດຂອງເຂົາເຈົ້າໃນປີ
2030.

ແນວ​ໃດ​ກໍ​ຕາມ, ມັນໄດ້​ມີ​ການ​ເຫັນ​ພ້ອມ​ກັນ​ຢ່າງກວ້າງ​ຂວາງວ່າ ພະ​ລັງ​ງານ​ທົດ​ແທນ ​
ແມ່ນພາກສ່ວນທີ່ສຳຄັນຍິ່ງຂຶ້ນກວ່າເກົ່າ ໃນ ອອສເຕຣເລຍ.

ມັນ​ແມ່ນ​ສະ​ຖານ​ທີ່ໆ​ມີ​ແດດ ແລະ ມີ​ລົມຫຼາຍ. ເຂົາ​ເຈົ້າ​ມີ​ແຫຼ່ງ​ຊັບ​ພະ​ຍາ​ກອ​ນ​ພະ​ລັງ​
ງານທົດແທນຢ່າງຫຼວງຫຼາຍ, ລວມທັງແສງອາທິດ, ລົມ, ໄຟຟ້ານ້ຳຕົກ ແລະ ພະລັງ
ງານຄວາມຮ້ອນໃຕ້ດິນ, ເຊິ່ງເກັບຄວາມຮ້ອນຢູ່ໃນໂລກ. ເຂົາເຈົ້າມີອຸດສາຫະກຳພະ
ລັງງານແສງອາທິດຢູ່ເທິງຫຼັງຄາເຮືອນຫຼາຍຂຶ້ນກວ່າເກົ່າ. ໃນທ້າຍປີກາຍນີ້, ເຮືອນ
ຫຼາຍກວ່າ 2 ລ້ານຫຼັງ ໃນ ອອສເຕຣເລຍ ມີລະບົບພະລັງງານແສງອາທິດຢູ່ເທິງຫຼັງ
ຄາ.

ພະ​ລັງ​ງານ​ທົດ​ແທນ​ຈະ​ຊ່ວຍ​ຕັດ​ການ​ປ່ອຍ​ຄວັນ​ພິດ​ໃນ ອອ​ສ​ເຕ​ຣ​ເລຍ ລົງ​, ເຊິ່ງ​ເຂົາ​
ເຈົ້າຍັງໃຊ້ຖ່ານຫີນ ເພື່ອຜະລິດໄຟຟ້າສ່ວນຫຼາຍຂອງເຂົາເຈົ້າ.

ສະ​ພາບ​ອາ​ກາດ​ຮຸນ​ແຮງ​ເມື່ອບໍ່​ດົນ​ມ​ານີ້​ໃນ ອ​ອ​ສ​ເຕ​ຣເລຍ ໄດ້​ເພັ່ງ​ເລັງຄວາມ​ສົນ​ໃຈ​
ໃສ່ຜົນກະທົບຂອງສະພາບອາກາດປ່ຽນແປງອີກຄັ້ງນຶ່ງ.

ເດືອນ​ມັງ​ກອນ​ແມ່ນ​ເດືອນ​ທີ່​ຮ້ອນ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ບັນ​ທຶກ​ມາ, ແລະ ປີ 2018 ກໍ​ແມ່ນ​
ປີທີ່ຮ້ອນທີ່ສຸດໃນສະຖິຕິ.

ຫ້ອງ​ການ​ອຸ​ຕຸ​ນິ​ຍົມ​ກ່າວ​ວ່າ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ບໍ່​ສາ​ມາດ​ທີ່​ຈ​ະ​ໃຫ້​ເຫດ​ຜົນ ກ່ຽວ​ກັບ
ຄື້ນຄວາມຮ້ອນໃນແຕ່ລະຄັ້ງຕໍ່ສະພາບອາກາດປ່ຽນແປງໄດ້ນັ້ນ, ເຂົາເຈົ້າໄດ້ເວົ້າວ່າ
ໃນຂະນະທີ່ໂລກອຸ່ນຂຶ້ນ, ການກະຈາຍແຜ່ອອກຂອງອາຍຮ້ອນຮຸນແຮງ ຈະມີເປັນປະ
ຈຳຫຼາຍຂຶ້ນ ແລະ ຮຸນແຮງຂຶ້ນ.

ອ່ານ​ລາຍ​ງານນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG