ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະເທດອອສເຕຣເລຍ ເຂົ້າໄປນັ່ງ ໃນສະພາ ສິດທິມະນຸດ ຮ່ວມກັບຊາອຸດີ ອາເຣເບຍ ແລະ ຈີນ


ລັດຖະມົນຕີການຕ່າງປະເທດ ອອສເຕຣເລຍ ທ່ານນາງ ຈູລີ ບິສຊັອບ.
ລັດຖະມົນຕີການຕ່າງປະເທດ ອອສເຕຣເລຍ ທ່ານນາງ ຈູລີ ບິສຊັອບ.

ປະເທດ ອອສເຕຣເລຍ ໄດ້ຖືກເລືອກເຂົ້າມາໃນສະພາສິດທິມະນຸດ ອົງການສະຫະ
ປະຊາຊາດ ຢ່າງບໍ່ມີການຄັດຄ້ານໃດໆ, ເຖິງແມ່ນວ່າຈະມີການວິພາກວິຈານເປັນ
ປະຈຳ ຈາກອົງການສະຫະປະຊາຊາດ ເລື່ອງນະໂຍບາຍຂອງລັດຖະບານ ແຄນເບີຣາ
ຕໍ່ພວກຜູ້ຂໍລີ້ໄພ ແລະ ຄົນພື້ນເມືອງກໍຕາມ. ນັກຂ່າວວີໂອເອ ຟິລ ເມີເຊີມີລາຍງານ
ຈາກນະຄອນ ຊິດນີ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບ
ຕໍ່ໄປ.

ສະພາສິດທິມະນຸດຂອງອົງການສະຫະປະຊາຊາດ ໄດ້ຖືກສ້າງ ຕັ້ງຂຶ້ນມາໃນເດືອນ
ມີນາ 2006 ໂດຍປະກອບດ້ວຍ 47 ປະເທດ ເຊິ່ງຮັບຜິດຊອບ ສຳລັບການສົ່ງເສີມ
ແລະ ປົກປ້ອງສິດທິ ຂອງແຕ່ລະບຸກຄົນໃນທົ່ວໂລກ.

ໃນສັບປະດານີ້ ປະເທດ ອອສເຕຣເລຍ ກໍແມ່ນນຶ່ງໃນບັນດາສະມາຊິກ ໃໝ່ 15 ປະ
ເທດ, ລວມທັງ ອັຟການິສຖານ, ປາກິສຖານ ແລະ ກາຕ້າ ນຳ. ເຂົາເຈົ້າຈະນັ່ງຢູ່ຄຽງ
ຂ້າງກັບສະມາຊິກທີ່ມີຢູ່ໃນປັດຈຸບັນນີ້, ໃນນັ້ນ ກໍມີປະເທດ ຊາອຸດີ ອາເຣເບຍ, ຈີນ
ແລະ ລາຊະອານາຈັກອັງກິດນຳ.

ລັດຖະບານ ອອສເຕຣເລຍ ກ່າວວ່າ ມັນມີຄວາມສຳຄັນຫຼາຍ ທີ່ປະເທດຕ່າງໆທີ່ນັ່ງຢູ່
ໃນສະພາ ຈະໃຫ້ປະຫວັດສິດທິມະນຸດຂອງເຂົາ ເຈົ້າຖືກສຳຫຼວດ ແລະ ສອບຖາມ.

ລັດຖະບານ ແຄນເບີຣາ ໄດ້ປ້ອງກັນປະຫວັດຂອງຕົນ, ໂດຍ ກ່າວເນັ້ນວ່າປະເທດ
ອອສເຕຣເລຍ, ແມ່ນປະເທດນຶ່ງໃນໂລກ ທີ່ມີ ຫຼາກຫຼາຍວັດທະນະທຳທີ່ສຸດ, ໄດ້ຮັບ
ເອົາອົບພະຍົບຫຼາຍກວ່າ 865,000 ຄົນ ນັບຕັ້ງແຕ່ສົງຄາມໂລກຄັ້ງທີສອງເປັນຕົ້ນ
ມາ. ນອກຈາກນັ້ນແລ້ວ ບັນດາເຈົ້າໜ້າທີ່ ຍັງໄດ້ກ່າວວ່າ ອອສເຕຣຍ ຈະປິດຄ້າຍຄຸມ
ຂັງທີ່ມີບັນຫາຂັດແຍ້ງຂອງເຂົາເຈົ້າລົງ ສຳລັບຜູ້ຂໍລີ້ໄພ ແລະ ໄດ້ນຳເອົາເດັກນ້ອຍ
ທຸກຄົນອອກຈາກ ສູນຄົນເຂົ້າເມືອງແລ້ວ.

ລັດຖະມົນຕີການຕ່າງປະເທດ ທ່ານນາງ Julie Bishop ກ່າວວ່າ ອອສເຕຣເລຍ ເປັນ
ຜູ້ສົ່ງເສີມສິດທິມະນຸດທົ່ວໂລກ ຢ່າງບໍ່ມີຄວາມ ຢ້ານກົວ.

ທ່ານນາງ Bishop ກ່າວວ່າ “ເຮົາແມ່ນກະບອກສຽງທີ່ສຳຄັນ ແລະ ຈິງຈັງ ເມື່ອເວົ້າ
ເຖິງບັນຫາສິດທິມະນຸດ. ຈຸດເພັ່ງເລັງຂອງພວກເຮົາ ຈະເປັນຫຼາຍບັນຫາ, ລວມທັງ
ການມອບອຳນາດໃຫ້ແມ່ຍິງ, ສິດທິຄົນ ພື້ນເມືອງ, ສະຖາບັນສິດທິມະນຸດພາຍໃນທີ່
ເຂັ້ມແຂງ ແລະ ສິ່ງອື່ນໆ ທີ່ຄ້າຍຄືກັນ.”

ແຕ່ກຸ່່ມສິດທິມະນຸດຫຼາຍກຸ່ມໄດ້ພາກັນບໍ່ແນ່ໃຈ ກ່ຽວກັບ ປະຫວັດຂອງ ອອສເຕຣເລຍ.
ເຂົາເຈົ້າໄດ້ກ່າວປະນາມການກັກຂັງຜູ້ຂໍລີ້ໄພຢູ່ສູນ ນອກຊາຍຝັ່ງໃນພາກໃຕ້ຂອງມະ
ຫາສະໝຸດປາຊີຟິກເປັນປະຈຳ, ແລະ ໄດ້ກ່າວຫາລັດຖະບານ ແຄນເບີຣາ ມາຫຼາຍປີ
ກ່ຽວກັບ ການບໍ່ ເອົາໃຈໃສ່ ກຸ່ມຊຸມຊົນຄົນພື້ນເມືອງຕ່າງໆ, ເຊິ່ງໄດ້ປະສົບກັບຄວາມ
ທຸກຍາກທີ່ມີລະດັບສູງຢ່າງບໍ່ເໝາະສົມ, ສຸຂະພາບທີ່ບໍ່ດີ ແລະ ຖືກ ຈັບເຂົ້າຄຸກ.

ທ່ານນາງ Anna Brown ຜູ້ອຳນວຍການພະແນກກົດໝາຍປົກປ້ອງກຸ່ມສິດທິມະນຸດ
ທີ່ສູນກົດໝາຍສິດທິມະນຸດ ກ່າວວ່າ ໃນຂະນະທີ່ ອອສເຕຣເລຍ ເປັນຜູ້ເກັ່ງທີ່ສຸດ ໃນ
ດ້ານສິດທິຂອງຄົນຮັກຮ່ວມເພດ, ບັນຫາອື່ນໆກໍຕ້ອງໄດ້ຖືກແກ້ໄຂເຊັ່ນກັນ.

ທ່ານນາງ Brown ກ່າວວ່າ “ອອສເຕຣເລຍ ໄດ້ເປັນຜູ້ສວມບົດບາດ ທີ່ມີປະສິດທິຜົນ
ຢູ່ສະພາ ໃນການສົ່ງເສີມການປົກປ້ອງກຸ່ມຮັກຮ່ວມ ເພດໃນທົ່ວໂລກ, ແຕ່ກໍເຫັນໄດ້ຊັດ
ວ່າ ມັນມີຕົວຢ່າງອື່ນໆທີ່ ອອສເຕຣເລຍ ຕ້ອງໄດ້ຕໍ່ສູ້, ເຂົາເຈົ້າຕ້ອງກ້າເວົ້າ ແລະ ຍຶດ
ໝັ້ນໃນໜ້າທີ່ໆສຳຄັນ ແລະ ບໍ່ເລືອກ ຫຼື ຄັດເອົາບ່ອນທີ່ເຂົາເຈົ້າຈະຕໍ່ສູ້ເພື່ອສິດທິມະ
ນຸດ.”

ອອສເຕຣເລຍ ຈະປະຕິບັດໜ້າທີ່ 3 ປີໃນສະພາສິດທິມະນຸດຂອງອົງ ການສະຫະປະ
ຊາຊາດ, ເລີ່ມແຕ່ເດືອນມັງກອນປີໜ້ານີ້ເປັນຕົ້ນໄປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG