ໃນວັນອັງຄານທີ່ຜ່ານມາ ອອສເຕຣເລຍ ໄດ້ປະກາດລົງໂທດທາງດ້ານເສດຖະກິດຕໍ່ມຽນມາ ແລະອີຣ່ານ ເພີ້ມເຕີມ. ລັດຖະມົນຕີກະຊວງການຕ່າງປະ ເທດ ຂອງອອສເຕຣເລຍ ທ່ານນາງເພັນນີ ວອງ ກ່າວກ່ຽວກັບການກົດຂີ່ແລະການໃຊ້ຄວາມຮຸນແຮງ ໄດ້ບັງຄັບໃຫ້ລັດຖະບານຕ້ອງໄດ້ເອົາມາດຕະການ. ຟີລ ເມີເຊີ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ຈະນຳເອົາລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ອອສເຕຣເລຍ ເຂົ້າຮ່ວມກັບ ປະເທດສະຫະລັດ, ການາດາ, ແລະສະຫະລາດຊະອານາຈັກອັງກິດ ໃນການລົງໂທດທາງເສດຖະກິດຄັ້ງໃໝ່ຕໍ່ມຽນມາ. ບັນດານັກວິເຄາະກ່າວວ່າ ການເພີ້ມມາດຕະການດັ່ງກ່າວ ແມ່ນເພື່ອກົດດັນຕໍ່ລັດຖະ ບານທະຫານມຽນມາ ສອງປີຫຼັງຈາກທີ່ພວກເຂົາໄດ້ຢຶດອໍານາດຈາກລັດຖະບານພົນລະເຮືອນ ທີ່ນໍາໂດຍທ່ານນາງອອງຊານ ຊູ ຈີ, ເຊິ່ງໄດ້ຖືກຈັບເຂົ້າຄຸກ ຕັ້ງ ແຕ່ເວລານັ້ນເປັນຕົ້ນມາ.
ອອສເຕຣເລຍ ຈະແນເປົ້າໝາຍໃສ່ສະມາຊິກສະພາບໍລິຫານລັດຫຼາຍຄົນ ແລະສອງບໍລິສັດທີ່ດໍາເນີນການໂດຍທະຫານ.
ໂດຍການກ່າວກັບບັນດານັກຂ່າວ ຢູ່ນະຄອນຫຼວງລອນດອນ ໃນວັນອັງຄານທີ່ຜ່ານມາ, ລັດຖະມົນຕີກະຊວງການຕ່າງປະເທດຂອງອອສເຕຣເລຍ ທ່ານນາງເພັນນີ ວອງ ກ່າວວ່າ ມາດຕະການຕ່າງໆທີ່ກ່າວມານັ້ນ ແມ່ນເປັນການຕອບໂຕ້ຕໍ່ການປາບປາມພວກຕໍ່ຕ້ານລັດຖະບານຢູ່ໃນມຽນມາ, ເຊິ່ງທ່ານນາງໄດ້ກ່າວວ່າ:
“ຫຼັງຈາກການພິຈາລະນາ ແລະປຶກສາຫາລືໂດຍລະອຽດແລ້ວ, ອອສເຕຣເລຍ ກໍາລັງດໍາເນີນມາດຕະການການລົງໂທດເພີ້ມເຕີມຕາມລຳພັງ ຕໍ່ຜູ້ທີ່ຮັບຜິດຊອບໂດຍກົງໃນການກໍໍ່ລັດຖະປະຫານ ພ້ອມທັງການປາບປາມ ແລະການໃຊ້ຄວາມຮຸນແຮງຢ່າງຕໍ່ເນື່ອງຂອງພວກເຂົາເຫຼົ່ານັ້ນ. ນີ້ ລວມເຖິງການລົງໂທດທາງດ້ານການເງິນຕ່າງໆ ແລະການຫ້າມເດີນທາງຂອງ 16 ບຸກຄົນ ເຊິ່ງເປັນບຸກ ຄົນສໍາຄັນໃນລະບອບຜະເດັດການທະຫານ ແລະການລົງໂທດທາງການເງິນ ທີ່ແນເປົ້າໝາຍໃສ່ໜ່ວຍງານ 2 ແຫ່ງທີ່ຄວບຄຸມໂດຍກອງທັບ.”
ແຄນເບີຣາ ຍັງກໍານົດການລົງໂທດຕໍ່ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງອີຣ່ານ 16 ຄົນ, ເຊິ່ງລວມມີເຈົ້າໜ້າທີ່ທາງການເມືອງ ແລະດ້ານການທະຫານອີກດ້ວຍ. ອອສເຕຣເລຍ ຍັງໄດ້ປະຕິບັດງານຕາມບັນດາປະເທດຕາເວັນຕົກໃນການວາງເປົ້າໝາຍການລົງໂທດທາງການເງິນ ຕໍ່ຊາວອີຣ່ານ 4 ຄົນ ແລະ 4 ບໍລິສັດທີ່ຜະລິດ ຫຼືຂາຍເຮືອບິນບໍ່ມີຄົນຂັບໃຫ້ແກ່ ຣັດເຊຍ, ເຊິ່ງເຊື່ອວ່າ ມັນໄດ້ໃຊ້ເຂົ້າໃນການໂຈມຕີພົນລະເຮືອນ ແລະພື້ນຖານໂຄງລ່າງຂອງປະເທດຢູເຄຣນ.
ສະຫະພາບຢູໂຣບ ແລະອັງກິດ ກໍາລັງພິຈາລະນາ ວ່າຈະປະກາດໃຫ້ກອງກໍາລັງພິທັກປະຕິວັດອິສລາມ ເຊິ່ງເປັນອົງການທີ່ບັງຄັບໃຊ້ນະໂຍບາຍຂອງລັດຖະ ບານ ໃຫ້ເປັນອົງການຫົວຮຸນແຮງຈັດຫຼືບໍ່.
ທ່ານນາງວອງ ກ່າວວ່າ ການລົງໂທດທາງເສດຖະກິດຕໍ່ມຽນມາ ຈະຍັງຄົງມີຜົນຢູ່ຕໍ່ໄປ ຈົນກວ່າລັດຖະບານແຄນເບີຣາຈະເຫັນວ່າ “ມີການປັບປຸງຕໍ່ຊີວິດການເປັນຢູ່ຂັ້ນພື້ນຖານຂອງປະຊາຊົນ ແລະການຟື້ນຟູລະບອບປະຊາທິປະໄຕຢູ່ໃນ ມຽນມາ.”